ໄທເດືອດ! ທ້າຕີກັບຫວຽດນາມ ຫຼັງຈົບການແຂ່ງຂັນ

ວັນທີ 13 ມັງກອນ 2023, ການເຄື່ອນໄຫວພາຍຫຼັງທີມຊາດໄທ ສະເໝີ ທີມຊາດຫວຽດນາມ 2-2 ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ 2022 ເຊິ່ງເປັນນັດທຳອິດ.

ຢ່າງໃດກໍຕາມ, ນັດດັ່ງກ່າວກະໄດ້ເກີດດຣາມ່າ ເມື່ອຫວຽດນາມເສຍລູກຟຣີຄິກ, Ge Ngoc Hai, ກອງຫຼັງຫວຽດນາມ ມີການຫົວຮ້ອນໄປຍູ້ໜ້າເອິກຂອງ ເທຣາທອນ ບຸນມາທັນ ເຊິ່ງ ໄມເຄິລ ເບີນ ອະດີດກອງໜ້າຊາວອັງກິດ.

ເຄີຍໄປຫຼິ້ນບານເຕະຢູ່ໄທກັບທີມດັງຄືຊົນບູຣີ ເອັຟຊີ, ບາງກອກແກ້ວ ເອັຟຊີ ໄດ້ໂພສຂໍ້ຄວາມລົງເຟສບຸກວ່າ “เบอร์ 3 เวียดนาม ต่อยกับ GU ป่าว” ເຮັດໃຫ້ແຟນບານເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ.

.

.

ໄຟຟ້າລາວ ຈະຄິດໄລ່ຄືນໃໝ່ ແລະ ສົ່ງເງິນຄືນໃຫ້ຜູ້ທີ່ຈ່າຍເງິນຄ່າໄຟແລ້ວ

ໃນໄລຍະທີ່ຜ່ານມາ, ບັນຫາຄ່າໄຟຟ້າແພງໄດ້ສົ່ງຜົນກະທົບຕໍ່ປະຊາຊົນໃນວົງກວ້າງ ລັດຖະບານກໍ່ຄືພາກສ່ວນທີ່ກ່ຽວຂ້ອງໄດ້ມີການຄົ້ນຄວ້າກ່ຽວກັບນະໂຍບາຍຫຼຸດຜ່ອນຄ່າໄຟຟ້າເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກຊ່ວງໄລຍະໂຄວິດ-19 ແລະ ຫຼ້າສຸດ ໃນຕອນແລງຂອງວັນທີ 23 ມິຖຸນາ 2020 ລັດວິສາຫະກິດໄຟຟ້າລາວ

ໄດ້ປະກາດກຳນົດນະໂຍບາຍຫຼຸດລາຄາໄຟຟ້າໄລຍະການລະບາດຂອງພະຍາດໂຄວິດ-19 ຄື ເດືອນ 4-5-6 ຂອງປີ 2020 ອອກມາແລ້ວ ໂດຍຈະແບ່ງອອກເປັນ 3 ກຸ່ມດັ່ງນີ້:

ກຸ່ມທີ 1 ທີ່ໃຊ້ກະແສໄຟຟ້າ 0-150 ກິໂລວັດໂມງຕໍ່ເດືອນແມ່ນໃຫ້ຄູນໃສ່ 355 ກີບ ຕໍ່ກິໂລວັດໂມງ ຖືເປັນລາຄາໄຟຟ້າຂອງເດືອນ

ກຸ່ມທີ 2 ເປັນຜູ້ໃຊ້ທີ່ຊົມໃຊ້ກະແສໄຟແຕ່ 151-461 ແມ່ນໃຫ້ຄູນ 355 ກີບຕໍ່ກິໂລວັດໂມງ ສຳລັບ 150 ກິໂລວັດທຳອິດ ແລະ ສ່ວນທີ່ເຫຼືອໃຫ້ຄູນໃສ່ລາຄາ 710 ກີບຕໍ່ກິໂລວັດໂມງ ເປັນລາຄາໄຟຟ້າພາຍໃນເດືອນ.

ກຸ່ມທີ 3 ແມ່ນຜູ້ທີ່ຊົມໃຊ້ກະແສໄຟຟ້າແຕ່ 462 ກິໂລວັດໂມງເປັນຕົ້ນໄປແມ່ນໃຫ້ຄຸນໃສ່ລາຄາດຽວຄື 710 ກີບຕໍ່ກິໂລວັດໂມງ ຖືເປັນລາຄາໄຟຟ້າພາຍໃນເດືອນນັ້ນ.

ປະຈຸບັນນີ້, ລາຄາໄຟຟ້າສຳລັບ 3 ເດືອນທີ່ລະບຸໄວ້ຄື 4-5-6 ແມ່ນໄດ້ຄິດໄລ່ເງິນ ແລະ ແຈກຈ່າຍບິນອອກໝົດແລ້ວ. ດັ່ງນັ້ນ, ທາງລັດວິສາຫະກິດໄຟຟ້າລາວ ຈະມີການໄລ່ລຽງຄືນໃຫ້ປະຊາຊົນທີ່ໄດ້ຈ່າຍເງິນໄປແລ້ວ ຫຼື ສົ່ງເງິນຄືນໃຫ້ຜູ້ທີ່ຈ່າຍໄປແລ້ວກ່ອນໜ້ານີ້ ໃນໃບບິນຂອງເດືອນທີ 7-8-9 ຂອງປີ 2020.

ລັດຖະບານ ປັບໂຄງສ້າງລາຄາໄຟຟ້າ ປີ 2020 ຄືນໃໝ່ ໂດຍອີງໃສ່ 3 ຈຸດປະສົງ ແລະ 4 ເປົ້າໝາຍຫລັກ

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ໃນໂອກາດຮ່ວມຖະແຫລງຂ່າວ ກ່ຽວກັບການປະຕິບັດນະໂຍບາຍລາຄາໄຟຟ້າ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ເມື່ອບໍ່ດົນນີ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າສະບັບໃໝ່ນີ້ ແມ່ນອີງໃສ່ 3 ຈຸດປະສົງໃຫຍ່ຄື: ຢາກໃຫ້ປະຊາຊົນລາວ ເຮັດການຜະລິດເປັນສິນຄ້າເພີ້ມຂຶ້ນ ເປັນຕົ້ນລະດັບຈຸນລະພາກ, ຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງແຕ່ງປະເພດຕ່າງໆ; ໃຫ້ມີການນໍາໃຊ້ສິນຄ້າພາຍໃນປະ ເທດໃຫ້ຫລາຍຂຶ້ນ, ຫລຸດຜ່ອນການສົ່ງອອກ ວັດຖຸດິບທີ່ບໍ່ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມເປັນຫລາຍເທົ່າ, ໃນນັ້ນ ພະລັງງານໄຟຟ້າກໍ ແມ່ນສິນຄ້າພາຍໃນອັນໜຶ່ງ; ໃຫ້ໄຟຟ້າລາວ ຍັງສາມາດສືບຕໍ່ດໍາເນີນທຸລະກິດ ມີຜົນກໍາໄລຮັບປະກັນການສະໜອງໄຟຟ້າດ້ວຍຄຸນນະພາບ.

ສໍາລັບ 4 ເປົ້າໝາຍແມ່ນ ໃຫ້ແຕ່ລະຄອບຄົວສາມາດເຂົ້າເຖິງພະລັງງານໄຟຟ້າ ໃຫ້ໄດ້ຕະຫລອດ 24 ຊົ່ວໂມງ ເຊິ່ງເປັນປັດໃຈສໍາຄັນໃນການລຶບລ້າງຄວາມທຸກຍາກ; ໃຫ້ຮັກສານະໂຍບາຍເກື້ອກູນສໍາລັບຜູ້ທີ່ໃຊ້ໄຟໜ້ອຍ; ສົ່ງເສີມການລົງທຶນຕ່າງປະເທດເຂົ້າໃສ່ຂະແໜງປຸງແຕ່ງອຸດສາຫະກໍາ ໂດຍເອົາພະລັງງານໄຟຟ້າເປັນສິ່ງດຶງດູດ ກະຕຸ້ນການສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວ ແລະ ສົ່ງເສີມການຜະລິດກະສິກໍາຄໍ້າປະກັນສະບຽງອາຫານ ເຊິ່ງຈະໄດ້ຮັບການສົ່ງເສີມດ້ານລາຄາໄຟຟ້າທີ່ຕໍ່າ.
ທ່ານ ຄໍາມະນີ ອິນທິລາດ ຍັງໃຫ້ຮູ້ິອີກວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າດັ່ງກ່າວ, ມີສ່ວນຮ່ວມໃນການປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການສົ່ງເສີມ ການຜະລິດຄໍ້າປະກັນສະບຽງອາຫານ ເຊິ່ງຈະເຫັນໄດ້ຈາກລາຄາໃໝ່ແມ່ນ 600ກີບ/KWh ເປັນລາຄາຖືກອັນດັບ 2 ຮອງຈາກລາຄາໄຟຟ້າເພື່ອກະສິກໍາ (ຊົນລະປະທານ ແລະ ປໍ້ານໍ້າ) ທີ່ມີລາຄາ 526 ກີບ/KWh ເຊິ່ງຕໍ່າທີ່ສຸດ ໃນໂຄງສ້າງຂອງລາຄາໄຟຟ້າໃໝ່, ສາ ມາດໃຊ້ໄຟຟ້າດູດນໍ້າມາຫົດສວນຜັກໃນລາຄາທີ່ຖືກລົງ. ສຳລັບ ລາຄາໄຟຟ້າ ສຳລັບຜະລິດທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫລື SME ຫລຸດລົງຈາກ 799 ກີບ

ເປັນ 3 ຂັ້ນ (761 ກີບ/725 ກີບ/690 ກີບ) ໝາຍວ່າ: ໃຊ້ໄຟແຕ່ 0-5.000 KWh/ເດືອນ= 761 ກີບ/KWh, ແຕ່ 5.001-10.000 KWh/ເດືອນ= 721 ກີບ/KWh ແລະ ໃຊ້ໄຟຫລາຍກວ່າ 10.000 KWh/ເດືອນ= 690 ກີບ/KWh, ສົ່ງເສີມໂຮງງານອຸດສາຫະກໍາປຸງແຕ່ງທີ່ໃຊ້ໄຟແຮງດັນສູງ 115 ກິໂລໂວນ ດ້ວຍລາຄາທີ່ຕໍ່າລົງຈາກ 714 ກີບ ເປັນ 3 ຂັ້ນ(662 ກີບ/630ກີບ/600ກີບ) ໝາຍວ່າ: ໃຊ້ໄຟແຕ່ 0-1.000.000 KWh/ເດືອນ=662 ກີບ/KWh, 1.000.001-10.000.000KWh/ເດືອນ=630 ກີບ/KWh ແລະ ໃຊ້ໄຟຫລາຍກວ່າ 10.000.000KWh/ເດືອນ=600 ກີບກີບ/KWh.
ສະນັ້ນ ໂຄງສ້າງລາຄາແບບໃໝ່ ຈຶ່ງບໍ່ນໍາໃຊ້ການຄິດໄລ່ທີ່ເກື້ອກູນ ແຕ່ຄິດໄລ່ແບບ ລາຄາດຽວ ໝາຍວ່າພະລັງງານຕົກຢູ່ໃນຂັ້ນລາຄາໃດກໍ່ຄູນໃຫ້ລາຄານັ້ນເລີຍ, ເປັນການລິເລີ່ມເພຶ່ອ ລຶບລ້າງການເກື້ອກູນເທື່ອລະກ້າວ, ພ້ອມທັງເປັນການສົ່ງເສີມຊຸກຍູ້ໃຫ້ປະຊາຊົນພະນັກງານຫັນມາ ເຮັດການຜະລິດແບບຄອບຄົວຫລາຍຂຶ້ນ, ວິທີນີ້ຈະສະດວກ ແລະ ຊັດເຈນ ໃຫ້ແກ່ການປັບປຸງລາຄາ ໃນອານາຄົດ ໃຫ້ຂຶ້ນລົງຄືກັບການກໍານົດການຂຶ້ນລົງຂອງລາຄານໍ້າມັນເຊື້ອໄຟ ແລະ ສອດຄ່ອງກັບ ສະພາບເສດຖະກິດຕະຫລາດ ຫລື ຕາມການຜະລິດແບບລະດູແລ້ງ ແລະ ລະດູຝົນຂອງບັນດາເຂື່ອນໄຟຟ້າ.

ຂ່າວ ສົມຫວັງ ພາບ ຂັນໄຊ

ຂ່າວດ່ວນຂ່າວດີ! ຈະຫຼຸດຄ່າໄຟໃຫ້ກຸ່ມຜູ້ໃຊ້ແຕ່ 151-461 ກິໂລວັດໂມງຕໍ່ເດືອນ ເພຶ່ອປະຕິບັດນະໂຍບາຍໄລຍະໂຄວິດ-19

ບັນຫາລາຄາກະແສໄຟຟ້າທີ່ຟົດຮ້ອນໃນກຸ່ມປະຊາຊົນໄດ້ນຳສູ່ການພິຈາລະນາຮອບໃໝ່ ໂດຍຈະເນັ້ນໜັກໃສ່ກຸ່ມຜູ້ໃຊ້ທີ່ຢູ່ອາໄສທີ່ອັດຕາການໃຊ້ຢູ່ລະຫວ່າງ 151-461 ກິໂລວັດໂມງຕໍ່ເດືອນ.ໃນວັນທີ 18 ມິຖຸນາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ມີພິທີຖະແຫຼງຂ່າວ ກ່ຽວກັບທິດຊີ້ນຳຂອງກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ຕໍ່ກັບການຄົ້ນຄວ້າ ກວດກາຄືນ ການກຳນົດໂຄງສ້າງລາຄາໄຟຟ້າ ໃນໄລຍະ 2020 ຫາ 2025 ທີ່ໄດ້ປະກາດໃຊ້ໃນວັນທີ 1 ພຶດສະພາ 2020 ແລະ ປັບປຸງ ການປະຕິບັດນະໂຍບາຍລາຄາໄຟຟ້າຕໍ່ບາງກຸ່ມຜູ້ໃຊ້ໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍການໃຫ້ຖະແຫຼງຂອງ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນໂຄສົກລັດຖະບານ; ທ່ານ ຄຳມະນີ ອິນທິລາດລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ແລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານໃຫ້ຖະແຫຼງບາງຕອນວ່າ: ນັບແຕ່ທ້າຍປີ 2016 ເປັນຕົ້ນມາ, ລັດຖະບານ ກໍໄດ້ເຫັນດີໃຫ້ປັບປຸງໂຄງສ້າງລາຄາໄຟຟ້າພາກທີ່ຢູ່ອາໄສທີ່ມີລັກສະນະເກື້ອກູນ ຈາກ 3 ຂັ້ນ ມາເປັນ 6 ຂັ້ນ, ຜ່ານການປະຕິບັດ ເຫັນວ່າການກຳ ນົດເປັນ 6 ຂັ້ນ ກໍ່ມີທັງດ້ານດີ ແລະ ດ້ານຈຳກັດ ສະນັ້ນ ລັດຖະບານ ຈຶ່ງໄດ້ຊີ້ນຳໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ກໍ່ຄືລັດວິສາຫະກິດໄຟຟ້າລາວ ຄົ້ນຄວ້າຄືນໃໝ່ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນໄລຍະແຕ່ປີ 2020-2025.

ພາຍຫຼັງປະກາດໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ລາຄາດຽວມານີ້, ກໍ່ໄດ້ມີຫາງສຽງສັງຄົມ ທີ່ສະໜັບສະໜູນ ແລະ ຂັດຂ້ອງຈົ່ມວ່າຕ່າງໆນາໆ. ດ້ວຍຄວາມເປັນຫ່ວງເປັນໄຍ ຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ, ລັດຖະບານ ຈຶ່ງໄດ້ນຳເອົາບັນຫາດັ່ງກ່າວ ມາພິຈາລະນາ ກວດກາຄືນໃໝ່ ໃນກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ນີ້.ກອງປະຊຸມລັດຖະບານ ກໍ່ໄດ້ຕີລາຄາສູງຕໍ່ຄວາມຄິດຄວາມເຫັນທີ່ສ້າງສັນ ແລະ ເປັນປະໂຫຍດຂອງສັງຄົມ, ພິຈາລະນາ ກວດກາຄືນ ແລະ ຊີ້ນຳ ໃຫ້ຂະແໜງການກ່ຽວຂ້ອງມີການຄົ້ນຄວ້າ, ປັບປຸງໂຄງສ້າງລາຄາໄຟຟ້າໃໝ່ນີ້ຕື່ມ ໃຫ້ສອດຄ່ອງ ດັ່ງນີ້:

1 ໃຫ້ປະຕິບັດນະໂຍບາຍ ຫຼຸດອັດຕາລາຄາໄຟຟ້າ ສຳລັບກຸ່ມຜູ້ໃຊ້ໄຟ ແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ ດ້ວຍລະດັບແຕກຕ່າງກັນ ລາຍລະອຽດ ແມ່ນໃຫ້ໄຟຟ້າລາວ ເປັນຜູ້ຄິດໄລ່ຕົວຈິງ; ສ່ວນກຸ່ມອື່ນ ໃຫ້ປະຕິບັດຕາມອັດຕາທີ່ໄດ້ປະກາດໃຊ້ແລ້ວ ເພາະໄດ້ມີສ່ວນຫຼຸດຢູ່ແລ້ວ. ນະໂຍບາຍດັ່ງກ່າວ ໃຫ້ປະຕິບັດໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 (ເດືອນເມສາ, ພຶດສະພາ ແລະ ມິຖຸນາ) ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນໍາລັດວິສາຫະກິດໄຟຟ້າ ໄລ່ລຽງຄືນ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງ.

2 ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າປັບປຸງສິ່ງທີ່ບໍ່ສອດຄ່ອງ ແລະ ປະເມີນການປະຕິບັດລາຄາໄຟຟ້າໃໝ່ ຕາມແຈ້ງການ ສະບັບເລກທີ 394/ຫສນຍ, ລົງວັນທີ 19 ມີນາ 2020 ແລ້ວລາຍງານລັດຖະບານ ພິຈາລະນາ.

3 ໃຫ້ປະຕິບັດນະໂຍບາຍ ຫຼຸດຄ່າໄຟຟ້າ 15% ໃຫ້ແກ່ພະນັກງານແພດ-ໝໍ ທີ່ເຮັດວຽກປິ່ນປົວ ແລະ ໃກ້ຊິດໂດຍກົງກັບຜູ້ຕິດເຊື້ອພະຍາດ ໂຄວິດ-19 ຕາມການຄົ້ນຄວ້າ ແລະ ສະເໜີຂອງກະຊວງສາທາລະນະສຸກ ໂດຍຈິດໃຈຂອງກອງປະຊຸມ ຢາກໃຫ້ຄິດໄລ່ເປັນເງິນສົດ ແລະ ມອບໃຫ້ກະຊວງສາທາລະນະສຸກ ເປັນຜູ້ມອບໃຫ້ແກ່ແພດ-ໝໍດັ່ງກ່າວ.

4 ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນຳ ລັດວິສາຫະກິດໄຟຟ້າລາວ ລົງກວດກາ ແລະ ຊຸກຍູ້ບັນດາໜ່ວຍງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຍົກສູງຄວາມຮັບຜິດຊອບ ໃນປະຕິບັດໜ້າທີ່ວຽກງານ ຢ່າງເຂັ້ມງວດ, ບໍລິສຸດ, ສັດຊື່, ໂປ່ງໃສ. ພ້ອມນັ້ນ ກໍ່ຕ້ອງເດັດດ່ຽວແກ້ໄຂ ປະກົດການຫຍໍ້ທໍ້ ທີ່ລະເມີດລະບຽບການ, ບໍ່ໂປ່ງໃສ ໃຫ້ທັນເວລາ.ຜູ້ຊົມໃຊ້ໄຟຟ້າ ທຸກຄົນ ທຸກຄົວເຮືອນ ກໍ່ຕ້ອງຕື່ນຕົວເຄົາລົບລະບຽບ, ກົດໝາຍ, ປະຕິບັດສິດ ແລະ ພັນທະຂອງຕົນ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເຂົ້າຮ່ວມຕິດຕາມກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານໄຟຟ້າລາວ, ຖ້າຫາກເຫັນວ່າ ມີປະກົດການບໍ່ໂປ່ງໃສ, ລະເມີດລະບຽບ-ກົດໝາຍ ກໍ່ໃຫ້ນຳສະເໜີສ່ອງແສງແບບສ້າງສັນໃຫ້ອົງການກ່ຽວຂ້ອງຂັ້ນເທິງພິຈາລະນາແກ້ໄຂ ຢ່າງທັນການ.

ບັນດາເນື້ອໃນທີ່ກ່າວມານັ້ນ ແມ່ນຈິດໃຈຊີ້ນຳ ຂອງກອງປະຊຸມລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ຕໍ່ການປັບປຸງ ແລະ ຈັດຕັ້ງປະຕິບັດ ໂຄງສ້າງລາຄາໄຟຟ້າໃໝ່ 2020-2025 ແລະ ນະໂຍບາຍລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ກຳມະກອນ, ປະຊາຊົນບັນດາເຜົ່າ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ລວມທັງ ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ຈົ່ງຮັບຊາບ ແລະ ຮ່ວມມືປະຕິບັດ ໃຫ້ປະກົດຜົນເປັນຈິງ, ຖ້າຫາກມີບັນຫາໃດ ຍັງຂັດຂ້ອງໝອງໃຈ ຫຼື ເຫັນວ່າຍັງບໍ່ທັນສອດຄ່ອງ ກໍ່ໃຫ້ສະ ເໜີຢ່າງຈິງໃຈ ຕໍ່ລັດຖະບານ, ຂະແໜງກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອພິຈາລະນາແກ້ໄຂ ຕາມກົດໝາຍ, ລະບຽບການ ແລະ ນະໂຍບາຍ ຂອງພັກ ແລະ ລັດເຮົາ.

Breaking news ! ພິທີມອບ-ຮັບ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ລະຫວ່າງຜູ້ເກົ່າ-ໃໝ່ ພ້ອມແຕ່ງຕັ້ງ ຮອງຜູ້ອໍານວຍການ ເພີ່ມຕື່ມ 4 ທ່ານ

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2020 ຢູ່ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຕໍາແໜ່ງໃໝ່ ຂອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ທີ່ໄດ້ອອກກະສຽນບໍານານ ແລະ ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ເປັນຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການເງີນ, ມີ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັບແຂກທີ່ຖືກເຊີນ ເຂົ້າຮ່ວມ.

ລັດວິສາຫະກິດໄຟຟ້າລາວ ເປັນຫົວໜ່ວຍທຸລະກິດຂອງລັດ ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິການ ແລະ ພັດທະນາພະລັງງານໄຟຟ້າຕາມແນວທາງຂອງ ພັກ ແລະ ກົດໝາຍຂອງລັດ

ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ຜູ້ຊົມໃຊ້ໄຟຟ້າທັງພາຍໃນ ແລະ ຂາຍອອກຕ່າງປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ດ້ວຍຕົ້ນທືນຢ່າງສົມເຫດ ສົມຜົນ ຕອບສະໜອງຕໍ່ນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍຫັນເປັນອຸດສາຫະກຳທັນສະໄໝ. ດັ່ງນັ້ນ, ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ຢ່າງຕໍ່ເນື່ອງ ກະຊວງການເງີນຈີ່ງໄດ້ອອກ ຂໍ້ຕົກລົງ ເລກທີ 1439/ກງ, ລົງວັນທີ 8 ມີຖຸນາ 2020 ວ່າດ້ວຍການແຕ່ງຕັ້ງຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ໂດຍອີງຕາມກົດໝາຍວ່າດ້ວຍວິສາຫະກິດສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013, ອີງຕາມດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນເລກທີ144/ນຍ, ລົງວັນທີ 8 ພຶດສະພາ 2017.

ລັດຖະມົນຕີກະຊວງການເງິນຕົກລົງ ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ວ່າການ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ແລະ ແຕ່ງຕັ້ງຮອງຜູ້ອໍານວຍການເພີ່ມຕື່ມ 4

ຄື່: ທ່ານ ຄໍາເພັງ ທິນນະກອນ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງີນ ເປັນຮອງຜູ້ອໍານວຍການ, ທ່ານ ເຄນ ເທບວົງສາ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ເປັນຮອງຜູ້ອໍານວຍການ, ທ່ານ ຄູນ ບົວແພງພັນ ວ່າການຫົວໜ້າຝ່າຍຄຸ້ມຄອງສາຍສົ່ງ ແລະ ສະຖານີ ເປັນຮອງຜູ້ອໍານວຍການ ແລະ ແຕ່ງຕັ້ງ ທ່ານ ຟອງປະສິດ ເພັດສີສຸກ ວ່າການຫົວໜ້າຝ່າຍເຕັກນິກ ເປັນຮອງຜູ້ອໍານວຍການ, ຫຼັງຈາກນັ້ນ ພິທີກໍ່ໄດ້ຮັບຟັງການໂອ້ລົມຂອງ ທ່ານ ປະທານ ແລະ ພິທີກໍ່ໄດ້ປິດລົງດ້ວຍຜົນສໍາເລັດ.

Cr: EDL

Breaking news: ແຈ້ງການສຳນັກງານນາຍົກລັດຖະມົນຕີ ເລື່ອງທິດຊີ້ນໍາກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່

ຂ່າວດ່ວນ ຫ້ອງວ່າການ ສໍານັກງານ ນາຍົກລັດຖະມົນຕີໄດ້ອອກແຈ້ງການເລື່ອງ ທິດຊີ້ນໍາ ກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ 💡 ປີ 2020-2025 ຄືນໃໝ່

laophatthananewspaper: ສັງຄົມ ຢາກ ໃຫ້ ພາກສ່ວນ ...

ລາຍລະອຽດແຈງການມີລຸ່ມນີ້: