ເມືອງຕົ້ນເຜິ້ງ ປະເມີນຜົນເສຍຫາຍຂອງໂຄງການສ້າງວິຫານພະເຈົ້າໃຫຍ່

ຕອນເຊົ້າຂອງວັນທີ 10 ມິຖຸນາ 2020 ນີ້ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເມືອງຕົ້ນເຜິ້ງ ສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ບໍລິ ສັດແສງຟາລີ ແລະ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຜູ້ໃຫ້ທຶນກໍ່ສ້າງວິຫານພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ໄດ້ລົງກວດກາ ແລະ ປະເມີນຄືນຄວາມເສຍ ຫາຍຂອງໂຄງການກໍ່່ສ້າງວິຫານຫຼັງດັ່ງກ່າວທີ່ຖືກພາຍຸຫຼັງຄາອາລູຊິງ ພັດເປ່ເພເສຍຫາຍໃນຕົ້ນເດືອນພຶດຜ່ານມາ

ເຊິ່ງຢູ່ໃນໄລຍະຂອງການກະກຽມຕິດຕັ້ງ ເພື່ອມອບໃຫ້ບໍລິສັດແສງຟາລີຜູ້ຮັບເໝົາໂຄງການກໍ່ສ້າງດັ່ງກ່າວສຶບຕໍ່ກໍ່ສ້າງສ້ອມແປງຄືນ ໃຫ້ສໍາເລັດຕາມສັນຍາຜ່ານການກວດກາ ແລະ ປະເມີນຄວາມເສຍຫາຍຕົວຈິງຈາກບັນດາພາກສ່ວນທີ່ກ່ຽວຂ້ອງແມ່ນຈະໄດ້ໃຊ້ງົບປະມານເຂົ້າໃນການກໍ່ສ້າງສ້ອມແປງຄືນໃນມູນປະມານ 171 ລ້ານກວ່າກີບ

ແລະ ງົບປະມານທັງໝົດແມ່ນບໍລິສັດແສງດາລີຜູ້ຮັບເໝົາໂຄງການກໍ່ສ້າງເປັນຜູ້ຮັບຜິດຊອບ 100 % ແລະ ການກໍ່ສ້າງສ້ອມແປງຄືນ ແມ່ນຈະໄດ້ເພີ່ມເສົາຂອງວິຫານຈາກເດີມ 6 ຕົ້ນເປັນ 10 ຕົ້ນ ເພື່ອໃຫ້ມີຂະໝາດກວ້າງກວ່າເກົ່າ ແລະໃຫ້ເໝາະສົມກັບຂະໜາດໂຄງສ້າງຂອງຫຼັງຄາ.