ແມ່ຕູ້ສູ້ຊີວິດ ໄລສົດຂາຍເຄື່ອງໂຕລະ 1,000-1,500 ກີບ ຂອບໃຈຊາວເນັດຈາກໃຈ ວອນບໍ່ຂໍຮັບບໍລິຈາກ-ໂອນຄືນ

ວັນທີ 16 ເມສາ2020 ສຳນັກຂ່າວໄທ(ข่าวสด) ລາຍງານວ່າ ຫຼັງ​ຈາກ​ທີ່​ຊາວ​ເນັດ​ມີ​ການ​ແຊ​ຣ໌​ເລື່ອງ​ຂອງ ເຈົ້າ​ແມ່ຕູ້ສູ້​ຊີວິດ​ຜູ້​ໜຶ່ງ ອອກ​ມາ​ໄລ​ສົດ ຂາຍ​ເສື້ອ​ຜ້າ ໂດຍ​ມີ​ຊາວ​ສາວ​ຜູ້​ໜຶ່ງ ໂພ​ສ໌  Facebook ລະ​ບຸ​ວ່າ “ອັນ​ນີ້​ຄື​ຈະ​ຮ້ອງ​ໄຫ້​ເລີຍ  ແມ່ຕູ້ຂາຍ​ເສື້ອ​ຕັວ​ລະ 4 ບາດ ຄື​ຢາກ​ຊ່ວຍ​ແມ່ຕູ້​ຫຼາຍ ໃຜ​ຈະ​ອຸດ​ໜຸນ​ທັກ​ແຊດ​ຫາແມ່ຕູ້​ເລີຍເດີ 3ບາດ 5ບາດ ລາວ​ກໍ​ຂາຍ ຊ່ວຍ​ກັນ​ (ຕົ້ນ​ທາງ​ຂໍ້​ມູນ​ເຮົາ​ຂໍ​ອະນຸ​ຍາ​ດມາ​ຈາກ​ໃນ​ທວິດ​ເຕ​ອ​ຣ​໌​ທີ່​ແຊ​ຣ​໌​ກັນ​ຢູ່ໃນ​ທວິດ​ຣີ​)

ເຮົາ​ທັກ ​ແມ່ຕູ້​ໄປ​ແລ້ວ ເຈົ້າ​ແມ່ຕູ້ຂາຍ​ໃນ​ກຸ່ມ​ບໍ່​ຄ່ອຍ​ເປັນ ທຸກ​ຄົນ​ອາດຈະ​ຕ້ອງ​ທັກ​ແຊັດ​ສອບ​ຖາມ​ເວລາ​ໄລ​​ຂາຍ​ເຄື່ອງ” ໂດຍ​ຊາວ​ສາວ​ຄົນ​ດັ່ງ​ກ່າວ ລະ​ບຸ​ຕໍ່ວ່າ ຖ້າຈະ​ຕິດ​ຕໍ່ ລົບກວນ​ຕິດ​ຕໍ່​ສອບ​ຖາມ​ໄປ​ທາງ​ໂຕ​ແມ່ຕູ້​ເລີຍ​ວ່າ​ເຈົ້າ​ແມ່ຕູ້​ໄລ​ ​ຂາຍ​ເຄື່ອງຈັກ​ໂມງ ເຂົ້າ facebook ​ຫຼັກ​ຂອງ​ເຈົ້າ​ແມ່ເຖົ້າ​ຕາມ​ທີ່​​ໄດ້​ໂພ​ສ໌​ໄວ້ ຈົນ​ຕໍ່​ມາ ຊາວ​ໂຊ​ຊຽວພາກັນເຂົ້າໄປ​ສະແດງ​ຄວາມ​ຊ່ວຍ​ເຫລືອ ຕ້ອງ​ການ​ບໍລິຈາກ​ໃຫ້ ເຈົ້າ​ແມ່ເຖົ້າ​ໄລ​ສົ​ດ​ຂາຍ​ເຄື່ອງ

ໂດຍ​ຕໍ່​ມາ ເຈົ້າ​ແມ່ຕູ້ໄດ້​ໄລ​ສົດ​ຂາຍ​ເສື້ອ ລະ​ບຸ​ຂະນະ​ໄລ​​ວ່າ ເຈົ້າ​ແມ່ຕູ້ຂໍ​ເປັນ​ໃຫ້​ຊ່ວຍ​ເຫລືອ​ແມ່ເຖົ້າ​ໂດຍ​ການ​ຊື້​ເສື້ອ​​ແມ່ຕູ້ດີກວ່າ​ບໍລິຈາກ​ໃຫ້​ແມ່ຕູ້ ເພາະ​ແມ່ຕູ້ບໍ່​ຢາກ​ໃຫ້​ໃຜ​ເອົາ​ແມ່ຕູ້ໄປ ​ເວົ້າ​ໃນ​ທາງ​ທີ່​ບໍ່​ດີ ແລະ ​ແມ່ຕູ້ກໍຕ້ອງ​ຂອບໃຈ​ທຸກ​ຄົົນທີ່​ຕ້ອງ​ການ​ຊ່ວຍ​ເຫລືອ​ແມ່ຕູ້

ນອກ​ຈາກ​ນີ້​ ​ແມ່ຕູ້ຍັງ​ລະ​ບຸ​ອີກ​ວ່າ “ແມ່ຕູ້​ຕ້ອງ​ການ​ພຽງແຕ່​ຢາກ​ໃຫ້​ອຸດ​ໜຸນ​ຊື້ເຄື່ອງ ຂອບໃຈ​ທີ່​ຊ່ວຍ​ເຫລືອ ໃຜ​ທີ່​ໂອນ​ເງີນ​ມາ​ໃຫ້​ແມ່ຕູ້ ແມ່ຕູ້ຈະ​ໂອນ​ຄືນ​ໃຫ້ ຖິ້ມ​ເລກ​ບັຍ​ຊີ​ ແລະ ​ຫຼັກ​ຖານ​ການ​ໂອນ​ໄວ້​ເດີ”

ຄລິບ Live ຂາຍເຄື່ອງ

มาค่ะเดรส10/15บาทกางเกงมี้อ80บาทค่าส่ง40+5+5

Posted by จริงใจและ ซื่อสัตย์แล้วไง on Wednesday, April 15, 2020

ຂອບໃຈທີ່ມາ: https://www.khaosod.co.th/special-stories/news_3958703