ແຈ້ງເຕືອນອີກຄັ້ງ!!! ອຸຕຸເຕືອນອາທິດນີ້ພາຍຸລະດູຮ້ອນຈະກັບເຂົ້າມາອີກ

ໃນໃນອາທິດຜ່ານມາ ຢູ່ຫຼາຍເຂດໃນທົ່ວປະເທດລ້ວນປະສົບກັບໄພທໍາມະຊາດ ພາຍຸລະດູຮ້ອນ ໂດຍສະເພາະແມ່ນເຂດພາກເໜືອ ແລະ ພາກໃຕ້ ທີ່ຖືກຖະຫຼົ່ມຢ່າງໜັກ ທັງພາຍຸໝາກເຫັບ, ຝົນຕົກໜັກ, ນໍ້າປ່າໄຫຼຊຸ ທີ່ເຮັດໃຫ້ສູນເສຍທັງຊັບສິນ ແລະ ຊີວິດຂອງປະຊາຊົນ, ແຕ່ມັນບໍ່ມາພຽງເທົ່ານັ້ນ ກົມອຸຕຸເຕືອນອີກຄັ້ງ ໃຫ້ລະວັງພາຍຸລະດູຮ້ອນໃນຊ່ວງວັນທີ 28 ເມສາ ຫາ 2 ພຶດສະພາ ນີ້. ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນໃນອາທິດນີ້ ຈະເກີດມີພາຍຸລະດູຮ້ອນເກີດຂຶ້ນ ເນື່ອງຈາກວ່າໃນໄລຍະວັນທີ 28 ເມສາ ຫາ 2 ພຶດສະພາ 2020 ຈະມີແລວປະທະຂອງອາກາດເຢັນ ແລະ ອາກາດຮ້ອນທີ່ມີກຳລັງປານກາງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກໃນໄລຍະຕອນບ່າຍ ຫາ ກາງຄືນ. ເຊິ່ງຈະເຮັດໃຫ້ມີຕົ້ນໃຫຍ່, ເສົາໄຟຟ້າຫັກລົ້ມ, ເຮືອນ-ຕຶກ, ອາຄານ ເປ່ເພ ແລະ ໃຫ້ຫຼີກລ່ຽງຢູ່ບ່ອນທີ່ເປິດແປນ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນຄວນມີສະຕິ ລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້.

ດ່ວນ…! ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນ ໃນລະຫວ່າງວັນທີ 24-26 ເມສານິ້

ກົມອຸຕຸນິຍົມ ແລະ ອຸທົກກະສາດແຈ້ງເຕືອນ ໃນລະຫວ່າງວັນທີ 24-26 ເມສານິ້ ຈະເກີດມີສະພາບລົມພະຍຸລະດູຮ້ອນ ຝົນຕົກ ແລະ ຫມາກເຮັບ າະນັ້ນເຄືອນປະຂາຊົນລະວັງໂດຍສະເພ່ະເຂດພາກເຫນືອ ແລະ ພາກກາງ ລາຍລະອຽດດັ່ງນີ້: