ນົມປອມຊ່ວຍຊີວິດ ໝໍບອກຊິລິໂຄນກັນກະສຸນ

ໜັງສືພິມວາລະສານການແພດ SAGE ລາຍງານວ່າ ຄົນເຈັບເພດຍິງອາຍຸ 30 ປີ ຈາກເມືອງໂທລອນໂຕ ປະເທດແຄນາດາ ລອດຊີວິດຈາກການຖືກຍິງໃນປີ 2018 ເພາະຊິລິໂຄນເສີມໜ້າເອິກຊ່ວຍບ່ຽງເບນທິດທາງຂອງກະສຸນ ຮູບເອັກສເຣໜ້າເອິກຂອງຄົນໄຂ້ ເຫັນລູກກະສຸນຝັ່ງຢູ່ກຳແພງດ້ານຂ້າງຂອງໜ້າເອິກທີ່ເປັນຊິລິໂຄນ “ກະສຸນພຸ່ງເຂົ້າໄປໜ້າເອິກທາງຊ້າຍ ແຕ່ເຮັດໃຫ້ເກີດຮອຍແຕກຂອງຊີ່ໂຕງທາງດ້ານຂວາ ລັກສະນະຂອງກະສຸນພຸ່ງຜ່ານຜິວໜັງ ແລ້ວເດັ້ງກັບຜ່ານກະດູກສັນນອກເຂົ້າໄປຍັງໜ້າເອິກທາງດ້ານຂວາ ຈື່ງເຮັດໃຫ້ຊີ່ໂຄງທາງຂວາແຕກ
ສຳລັບຄົນໄຂ້ລາຍນີ້ຕໍ່ມາເມື່ອຫາຍຈາກກອາການຕົກໃຈ ໝໍຈື່ງຮັກສາອາການບາດເຈັບ ແລະ ຜ່າຕັດນຳເອົາຊິລິໂຄນອອກມາ ແຕ່ໃນທາງຄະດີບໍ່ມີຄວາມຄືບໜ້າທັ້ງຄົນຍິງ ແລະປືນບໍ່ເຫັນ