ອົງການອະນາໄມໂລກ ເຕືອນ ໂຄວິດ-19 ອາດຈະລາກຊໍ້າອີກເທື່ອໜຶ່ງ ຫາກຫຼາຍປະເທດເປີດເສດຖະກິດໄວເກີນໄປ
ອົງການອະນາໄມໂລກອອກມາເຕືອນວ່າ:ໂຄວິດ-19ອາດຈະລາດຊໍ້າອີກເທື່ອໜຶ່ງຫາກຫຼາຍປະເທດເປີດເສດຖະກິດໄວເກີນໄປ.ທ່ານ ດຣ.ທາເຄຊິ ຄາຊາອິ ຜູ້ອໍານວຍການອົງການອະນາໄມໂລກປະຈໍາອາຊີກ່າວວ່າ:ເວລານີ້ບໍ່ຄວນຜ່ອນຄາຍມາດຕະການ ແລະ ຕ້ອງກຽມຕົວໃຫ້ພ້ອມສໍາລັບການດໍາລົງຊີວິດຮູບແບບໃໝ່ໃນອະນາຄົດອັນໃກ້.
ລັດຖະບານປະເທດຕ່າງໆຍັງຕ້ອງຕື່ນຕົວເພື່ອຢຸດການແຜ່ລະບາດຂອງໂຄວິດ-19ທັງການຜ່ອນຄານມາດຕະການປິດເມືອງ ແລະ ການເວັ້ນໄລຍະຫ່າງທາງສັງຄົມເຊິ່ງຈໍາເປັນຕ້ອງເຮັດແບບຄ່ອຍເປັນຄ່ອຍໄປໂດຍຕ້ອງຮັກສາສົມດຸນລະຫວ່າງສຸຂະພາບຂອງປະຊາຊົນກັບເສດຖະກິດ.ຢ່າງໃດກໍຕາມຄໍາເຕືອນດັ່ງກ່າວເກີດຂຶ້ນຫຼັງຈາກລັດຖະບານຫຼາຍປະເທດເລີ່ມວາງແຜນຜ່ອນຄາຍມາດຕະການປິດເມືອງເພື່ອເປີດເສດຖະກິດອີກຄັ້ງໜຶ່ງ.