ປາກົດການ ດວງຈັນສີບົວ

ສຳນັກຂ່າວ ຣອຍເຕີ ລາຍງານພາບ ຊຸບເປີມູນສີບົວ ຊຸບເປີມູນດວງໃຫ່ຍ ແລະສະຫວ່າງທີ່ສຸດຂອງປີ 2020 ຈາກຫລາຍເມືອງໃນຢູໂຣບ ເມື່ອຄ່ຳຄືນຂອງວັນທີ່ 7 ເມສາ ຊ່ວງທີ່ແຕ່ລະປະເທດໃຊ້ມາດຕະການລ໊ອກດາວເພື່ອຢຸດຢັ້ງການແຜ່ລະບາດຂອງ ໂຄວິດ-19 ທີ່ຂ້າຊີວິດຄົນທົ່ວໂລກໄປແລ້ວກ່ວາ 8 ຫມື່ນລາຍ

ສະຖາບັນຣໍຍັລ ອອບເຊີເວທໍຣີ ທີ່ເຂດກຣີນິຊ ນະຄອນລອນດອນ ປະເທດອັງກິດລະບຸວ່າ ຖ້າດວງຈັນໂຄຈອນເຂົ້າໃກ້ໂລກຫລາຍທີ່ສຸດ 10% ໃນຈັງຫວະທີ່ເຕັມດວງນັ້ນຈະຮຽກວ່າ ຊຸບເປີມູນ ແລະດວງຈັນເຕັມດວງໃນເດືອນເມສາ ຈະຖືເປັນຊຸບເປີມູນທີ່ໃກ້ໂລກຫລາຍທີ່ສຸດຂອງປີນີ້ ອີກທັງຍັງຮຽກວ່າ Pink Moon ຕາມຊື່ດອກໄມ້ ປະຈຳເຜົ່າຂອງຊາວອິນເດຍແດງ
ສະຖາບັນວິໄຈດາຣາສາດແຫ່ງຊາດໃຫ້ຂໍ້ມູນວ່າ ບໍ່ແມ່ນດວງຈັນສີບົວ ແຕ່ເປັນພຽງການຕັ້ງຊື່ດວງຈັນເຕັມດວງໃນແຕ່ລະເດືອນຂອງຊົນເຜົາພື້ນເມືອງອາເມຣິກາເພື່ອເປັນຕົວແທນຂອງລະດູການທີ່ຈະມາຢ້ຽມຢາມໃນເດືອນນັ້ນໆ

ປົກກະຕິແລ້ວໃນຊຸມຊົນຂອງຊົນພື້ນເມືອງ ເດືອນເມສາເປັນຊ່ວງເວລາຂອງທ້ອງທົ່ງຕ່າງໆ ເຕັມໄປດ້ວຍສີບົວຂອງດອກ ຟລ໊ອກ ຫລືທີ່ຮຽກວ່າ ພິງມູນ ເປັນທີ່ມາຂອງການຕັ້ງຊື່ດວງຈັນເຕັມດວງຂອງເດືອນນີ້