ສະຫຼົດໃຈ !! ເສຍຊີວິດຍ້ອນໂຄວິດ-19 ໃນຂະນະຖືພາ 9 ເດືອນ ຖືວ່າເປັນລາຍທຳອິດ

ສະຫຼົດໃຈ !! ເສຍຊີວິດຍ້ອນໂຄວິດ-19 ໃນຂະນະຖືພາ 9 ເດືອນ ຖືວ່າເປັນລາຍທຳອິດ

ຈາກເວັບໄຊໄທ ໄດ້ລາຍງານວ່າ :

เชื่อว่า คุณแม่ท้อง ในช่วงนี้ คงจะเครียด และ กังวลเกี่ยวกับเรื่อง โรคไวรัสโคโรน่า (Coronavirus) หรือ Covid-19 เพราะหลายคนคงกลัวว่า ถ้าตัวเองเป็นจะส่งผลอะไรต่อลูกน้อยในครรภ์ไหม หรือ โรคนี้มีผลกระทบยังไงต่อคนท้องและลูกในครรภ์บ้าง และ ที่น่ากังวลที่สุดคือ หากติดโคโรน่าไวรัส(Coronavirus) จะเสียชีวิตไหม ล่าสุดวันนี้มีรายงานข่าวจะประเทศอินเดียว่าแม่ท้องตายเพราะโควิด-19 โรคร้ายที่คืบคลานเข้ามาใกล้ตัวเรื่อยๆ

โดยทาง The Hindu เว็บไซต์สื่อชื่อดังของอินเดีย ได้ทำการลงข่าวของการจากไป ของแม่ท้องอายุ 30 ปีจากเมือง Nala Sopara เป็นหนึ่งในเจ็ดของผู้เสียชีวิตด้วย โรคไวรัสโคโรน่า(Coronavirus) หรือ Covid-19 เมื่อวันจันทร์ที่ผ่านมา โดยหญิงตั้งครรภ์เก้าเดือน ได้ทำการเข้ารับการรักษาที่ โรงพยาบาล BYL Nair ในเมืองมุมใบ เมื่อวันที่ 4 เมษายน

จากอาการเบื้องต้นที่แพทย์ได้เล่าคือ หญิงตั้งครรภ์ดังกล่าวมาโรงพยาบาลพร้อมอาการหายใจลำบาก โดยจากอาการที่พบเอื้องต้นเธอถูกสงสัยว่าเป็น โรคไวรัสโคโรน่า (Coronavirus) หรือCovid-19 แพทย์ที่ดูแลอาการเผยว่าเธออยู่ในกลุ่มที่มีอาการหายใจลำบากเฉียบพลัน

แพทย์ยังเผยว่า ลูกน้อยในครรภ์ ก็ตายเช่นกัน ซึ่งเป็นวีคที่ 36 ของการตั้งครรภ์ ซึ่งเชื้อไวรัสโควิด-19 และ แม่ท้องคนดังกล่าวก็เสียชีวิตไม่กี่ชั่วโมงต่อมาจากการรักษา

สุดช็อค! แม่ ท้อง ตายเพราะโควิด-19 โรคร้ายที่คืบคลานเข้า มาใ กล้ ตัว เรื่อยๆ

เรื่องที่น่าเศร้าคือแม่ท้องคนดังกล่าวถูกปฏิเสธการรักษาจากโรงพยาบาลสองแห่ง ก่อนมาที่โรงพยาบาล BYL Nair และ ที่น่ากังวลคือแม่ท้องคนดังกล่าวไม่มีประวัติเดินทางจากประเทศที่เกี่ยวข้องอีกด้วย

ไวรัสโคโรน่า (Coronavirus) หรือ Covid-19 คืออะไร?

อย่างแรกที่ควรรู้เลย คือไวรัสโคโรน่า หรือโควิด-19 (Covid-19) สามารถติดต่อจากคนสู่คนได้ผ่านสารคัดหลั่ง เช่น น้ำมูก น้ำลาย น้ำตา ดังนั้น การไอ การจาม การสัมผัสสารคัดหลั่ง แล้วเผลอมาจับหน้า ขยี้ตา หยิบอาหารทาน ล้วนเป็นสิ่งที่สามารถทำให้ติดเชื้อโควิดได้ทั้งนั้น แล้วก็เป็นสาเหตุหลัก ๆ เลย ที่ทำให้ไวรัสแพร่กระจายไปทั่วโลก อย่างที่เราทราบสถานการณ์ในตอนนี้

แต่อย่างไรก็ตาม ตามจากสถิติผู้ป่วยโควิด-19 (Covid-19) นั้น จำนวนผู้ติดเชื้อรุนแรงส่วนใหญ่มักจะเป็นกลุ่มผู้สูงอายุ มากกว่ากลุ่มเด็กเล็ก ยังไม่ได้มีรายงานชัดเจนถึงสาเหตุเหล่านี้ แต่คาดว่า น่าจะมาจากเรื่องโรคประจำตัว รวมไปถึงระบบภูมิคุ้มกันด้วย

แต่อย่างไรก็ตาม คนท้องที่เป็นโควิด-19 นั้นก็สามารถส่งผลกระทบต่างๆต่อลูกน้อยในครรภ์ได้โดยแม่ท้องหากติดไวรัสโคโรน่า (Coronavirus) จะทำให้เป็นหนักมากกว่าบุคคลทั่วไป เพราะการเปลี่ยนแปลงทางร่างกายของแม่ท้อง ทำให้การทำงานของปอดนั้นมีประสิทธิภาพที่ลดลงปริมาณการใช้ออกซิเจนก็จะเพิ่มขึ้น ระบบภูมิคุ้มกันของแม่ท้องก็จะเปลี่ยนไป ซึ่งอาจจะเกิดภาวะแทรกซ้อนจากโรคระบบทางเดินหายใจอีกด้วย  ซึ่งการเปลี่ยนแปลงทางร่างกายของแม่ท้องนั้น จะทำให้แม่ท้องเวลาป่วยเป็นโรคที่เกี่ยวข้องกับไข้หวัดใหญ่ จะมีความรุนแรงมากกว่าคนอื่น นั้นหมายความว่า โรคไวรัสโคโรน่า (Coronavirus) มีเกณฑ์ที่ป่วยหนักกว่าคนอื่น และ มีเกณฑ์ที่จะพบภาวะแทรกซ้อนทั้งหัวใจและปอด กล่าวโดย Dr. Kjersti Aagaard

และจากการวิจัยในกุมารเวชศาสตร์ของ JAMA Pediatrics ของสหรัฐอเมริกา เผยว่า แม่ท้องสามารถส่งต่อเชื้อไวรัสโคโรน่า (Cornavirus) สู่ลูกน้อยในครรภ์ได้ 

แม่ท้องลดความเสี่ยงการเป็นโคโรน่าไวรัส (Coronavirus)

  • เชื้อไวรัสนี้ติดต่อผ่านทางลมหายใจ สารคัดหลั่ง เช่น น้ำมูก น้ำลาย ควรใส่หน้ากากอนามัยเพื่อป้องกัน
  • เชื้อไวรัสโคโรน่าติดต่อในสัตว์เลี้ยงลูกด้วยนม เนื้อสัตว์ เช่น เนื้อหมู เนื้อวัว ควรทานแบบสุกเท่านั้น
  • ควรทานอาหารที่สุกแล้ว งดอาหารดิบ และเนื้อสัตว์ป่า
  • หมั่นล้างมือหรือเช็ดด้วยแอลกอฮอล์
  • ไม่อยู่ใกล้ชิดผู้ป่วยที่ไอ จาม
  • หลีกเลี่ยงการอยู่ในสถานที่แออัด และมีมลภาวะเป็นพิษ
  • งดเดินทางไปยังพื้นที่เสี่ยงโรคระบาด
  • ไม่นำมือมาสัมผัสตา จมูก ปาก ถ้าไม่จำเป็น
  • ไม่ใช้สิ่งของร่วมกับผู้อื่น เช่น ผ้าเช็ดหน้า แก้วน้ำ
  • หากแม่ท้องยังทำงานให้เน้นการ Work From Home ไปก่อนในช่วงนี้ 

ຫວຽດນາມພົບໂຄວິດເປັນ 2 ສາຍພັນ

ສຳນັກຂ່າວຊິນຫົວລາຍງານ ເມື່ອວັນທີ 6 ເມສາ 2020 ວ່າ ຫວຽດນາມນິວ (Vietnam News) ຫນັງສືພິມທ້ອງຖິ່ນຫວຽດນາມ ເຜີຍແຜ່ຂ່າວວ່າຄະນະນັກວິໄຈຂອງຫວຽດນາມພົບວ່າໄວຣັດໂຄໂຣນາສາຍພັນໃຫ່ມ ຫລືໂຄວິດ-19 ນັ້ນ ມີວິວັດທະນາການແລ້ວ ແລະແບ່ງອອກເປັນ 2 ກຸ່ມ ຕາມທີ່ພົບໃນຫວຽດນາມ

ຫນັງສືພິມລະບຸເຖິງຄຳກ່າວຂອງທ່ານເລຖິ-ກວິ່ນມາຍ (Le Thi Quynh Mai) ຮອງຜູ້ອຳນວຍການສະຖາບັນອານາໄມ ແລະລະບາດວິທະຍາແຫ່ງຊາດຂອງຫວຽດນາມ (NIHE) ວ່ານັກວິໄຈພົບວ່າເຊື້ອໄວຣັດໂຄໂຣນາທີ່ເກັບຈາກຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເດີນທາງມາຈາກຢູໂຣບ ມີຄວາມແຕກຕ່າງຈາກເຊື້ອໂຄວິດ-19 ໃນຄົນເຈັບທີ່ພົບໃນເອເຊຍ

ທ່ານອະທິບາຍຕື່ມວ່າການສຶກສາຂອງສະຖາບັນ ບໍ່ໄດ້ລະບຸວ່າກຸ່ມໃດໃນສອງກຸ່ມດັງກ່າວທີ່ແຜ່ເຊື້ອໄດ້ຫລາຍກວ່າກັນ ເນື່ອງຈາກການແຜ່ກະຈາຍຂອງໄວຣັດຂື້ນຢູ່ກັບສະພາບແວດລ້ອມ ພູມມີສາດ ແລະໂຕຜູ້ຕິດເຊື້ອ ຂະນະທີ່ການກວດພົບຄວາມປ່ຽນແປງຂອງໄວຣັດນີ້ຈະຊ່ວຍໃນການຜະລິດວັກຊີນໄດ້

ທັງນີ້ ເມື່ອນັບເຖິງຊ່ວງຄ່ຳວັນຈັນ ຫວຽດນາມຢືນຢັນວ່າມີຍອດຜູ້ຕິດເຊື້ອໂຄວິດ-19 ຢູ່ທີ່ 245 ຄົນ ແລະຈົນເຖິງຂະນະນີ້ຍັງບໍ່ມີລາຍງານຜູ້ເສຍຊີວິດ

ທະນາຄານໂລກອະນຸມັດເງິນກູ້ສຸກເສີນ 160 ຕື້ກີບໃຫ້ ສປປ ລາວ ຕອບໂຕ້ໂຄວິດ-19

ເພື່ອກຽມຄວາມພ້ອມຮັບມືກັບເຫດສຸກເສີນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ, ການຄົ້ນຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ COVID-19 ທະນາຄານໂລກໄດ້ອະນຸມັດເງິນກູ້ຈຳນວນ 18 ລ້ານໂດລາສະຫະລັດ (ປະມານ 160 ຕື້ກີບ) ໃຫ້ແກ່ ສປປ ລາວ ເພື່ອເປັນການຊ່ວຍຍົກລະດັບຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການປິ່ນປົວຂອງທິມແພດໝໍຂອງລາວ ນຳອີກດ້ວຍ.

ພິທີເຊັນສັນຍາດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2020 ທີ່ກະຊວງການເງິນ, ໂດຍຕາງໜ້າລັດຖະບານ ສປປ ລາວ ຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ນິໂກລາ ພອນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປັດຈຸບັນສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ສົ່ງຜົນກະທົບດ້ານເສດຖະກິດ-ສັງຄົມຂອງ 200 ກວ່າປະເທດ. ໃນນັ້ນ, ສປປ ລາວ ເປັນປະເທດໜຶ່ງທີ່ຮັບຜົນກະທົບເຊັ່ນດຽວກັນ, ຊຶ່ງນັບແຕ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລັດຖະບານໄດ້ມີວິທີການແກ້ໄຂຢ່າງມີປະສິດທິພາບເພື່ອຄວບຄຸມ ແລະ ສະກັດກັ້ນເພື່ອຕ້ານການແຜ່ລະ ບາດຂອງພະຍາດ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ຕໍ່ສະພາບການດັ່ງກ່າວການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນເປັນສິ່ງທີ່ສໍາຄັນໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທະນາຄານໂລກອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາສະຫະລັດໃຫ້ສປປ ລາວ ໃນການຊ່ວຍເຫຼືອຄັ້ງນີ້, ເພື່ອຊ່ວຍໃນການກຽມຄວາມພ້ອມຂອງບັນດາກິດຈະກໍາຕ່າງໆໃນການຮັບມືກັບເຫດສຸກເສີນກໍ່ຄືການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ, ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ, ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ ແລະ ການສື່ສານ, ພ້ອມທັງໃຫ້ຄວາມຮູ້ກ່ຽວກັບການລະບາດຂອງພະຍາດດັ່ງກ່າວ ແລະ ຍັງຈະຊ່ວຍຍົກລະດັບຄວາມອາດສາມາດໃນການເຝົ້າລະວັງ ແລະ ທັກສະການປິ່ນປົວຂອງທີມແພດໝໍ ຂອງ ສປປ ລາວ ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ເສີມສ້າງຄວາມອາດສາມາດໃນການຕອບໂຕ້ ນຳອີກດ້ວຍ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າລັດຖະບານ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການຂອງທະນາຄານໂລກ, ຊຶ່ງຈະຊ່ວຍໃຫ້ລະ ບົບສາທາລະນະສຸກພາຍໃນປະເທດມີຄວາມເຂັ້ມແຂງ, ຊຶ່ງລັດຖະບານສປປ ລາວ ໄດ້ວາງມາດຕະການເຂັ້ມງວດ ແລະ ຈຳເປັນເພື່ອຮັບມືກັບໂລກລະບາດນີ້.

ໂຄງການອະນຸມັດເງິນກູ້ສຸກເສີນຂອງທະນາຄານໂລກຕ້ານການລະບາດ COVID-19, ໄດ້ຖືກຮ່າງຂຶ້ນມາພາຍໃຕ້ຂອບການຊ່ວຍເຫຼືອແບບຮີບດ່ວນຕໍ່ກັບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ເພື່ອຕອບສະ ໜອງຢ່າງຮີບດ່ວນຕໍ່ຄວາມຕ້ອງການໄລຍະສັ້ນ ແລະ ຊ່ວຍເຫຼືອບັນດາປະເທດໃນການສ້າງລະບົບສາທາລະນະສຸກໃຫ້ມີຄວາມເຂັ້ມແຂງເພື່ອຮັບມືກັບເຫດສຸກເສີນໃນໄລຍະຍາວ.

ຂ່າວ: ກະຊວງການເງິນ

ຄະນະຊ່ຽວ​ຊານ​ແພດຈີນກັບຄືນປະເທດ

ຕາມຂ່າວສານ cri ໃຫ້ຮູ້ວ່າ ໃນວັນ​ທີ 12 ເມ​ສາ​ນີ້, ໜ່ວ​ຍ​ຊ່ຽວ​ຊານ​ປິ່ນ​ປົວ​ທີ່​ຈີນ​ຊ່ວຍ​ເຫຼືອ​ລາວ​ຕ້ານ​ພະ​ຍາດ COVID-19 ໄດ້ສຳ​ເລັດ​ໜ້າ​ ແລ້ວ​ເດີນ​ທາງ​ກັບ​ເມືອ​ຈີນ. ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ​ຈ່ຽງ​ຈ້າຍ​ຕົ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄປ​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ຢູ່​ສະ​ໜາມ​ບິນ.

ໃນ​ເວ​ລາ 2 ອາ​ທິດ​ທີ່​ເຮັດ​ວຽກ​ຢູ່​ລາວ,ຊ່ຽວ​ຊານ12 ທ່ານ​ໃນໜ່ວຍ​ໄດ້​ຈັດ​ແຜນ​ການປ້ອງ​ກັນ ແລະ ປິ່ນ​ປົວ​ພະ​ຍາດ​ໂດຍ​ອີງ​ຕາມ​ບົດ​ຮຽນ​ຂອງ​ຈີນ​ ​ແລ້ວ​ປະ​ສານ​ກັບສ​ະ​ພາບ​ຕົວ​ຈິງ​ຂອງ​ລາວ,ໄດ້​ສ້າງ​ໂຮງ​ໝໍ​ມິດ​ຕະ​ພາບ​ນະ​ຄອນ​ຫຼວງວຽງ​ຈັນ​ເປັນ​ໃຫ້​ໂຮງ​ໝໍ​ປິ່ນ​ປົວ​ພະ​ຍາດ COVID-19 ໂດຍ​ສະ​ເພາະ,​ໄດ້ຈັດ​ຊຸດ​ອົບ​ຮົມ 20 ກວ່າເທື່ອ​ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ​ຂອງ​ລາວ​ທີ່​ມາ​ຈາກ 18 ແຂວງ ແລະ ນະ​ຄອນ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາ​ມາດກວດ​​ໄວ​ຣັ​ສຂອງ​ຫ້ອງ​ທົດ​ລອງ​ຂອງ​ລາວ.

ທ່ານບຸນກອງ ສີຫາວົງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ວຽກ​ງານ​ຂອງ​ໜ່ວຍ​ຊ່ຽວ​ຊານ​ປິ່ນ​ປົວ​ຂອງ​ຈີນ. ທ່ານ​ກ່າວ​ວ່າ, ການ​ຊ່ວຍ​ເຫຼືອ​ລາວ​ຂອງ​ຈີນ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ໜ່ວຍ​ຊ່ຽວ​ຊານ​​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ອັນ​ເຕັມ​ທີ່ ແລະ ຈິງ​ໃຈ​ຕໍ່​ລາວ, ​ເຊິ່ງ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ ແລະ ເນື້ອ​ໃນຂອງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ລາວ​-ຈີນ​ຢ່າງ​ແທ້​ຈິງ.
ທ່ານສອນໄຊ ຣາຊວົງ ຮອງ​ຜູ້​ອຳ​ນວຍ​ໂຮງ​ໝໍ​ມິດ​ຕະ​ພາບ​ນະ​ຄອ​ນ​ຫຼວງວຽງ​ຈັນ​ກ່າວ​ວ່າ, ໜ່ວຍ​ຊ່ຽວ​ຊານ​ປິ່​ນ​ປົວ​ຈີນ​ໄດ້​ປະ​ຕິ​ບັດ​ວຽກ​ງານ​ຢ່າງ​ຕັ້ງ​ໃຈ, ມີ​ປະ​ສິດ​​ພາບ​ສູງ ແລະ ຮອບ​ດ້ານ, ​ສອງ​ຝ່າຍຮ່ວມ​ມືກັນເຮັດ​ວຽກ​ຢ່າງ​ສະ​ດວກຫຼາຍ,​ໄດ​ຮັບ​ຜົນ​ທີ່​ດີກວ່າຄາດ​ໝາຍ​ຂອງ​ໂຮງ​ໝໍ.

ແລະໃນວັນທີ 12 ເມສາ 2020 ນີ້, ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດ ແລະເຈົ້າໜ້າທີ່ທາງການ ຈາກ ສປ ຈີນ ຈຳນວນ 12 ທ່ານ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ເດີນທາງມາໃຫ້ການຊ່ວຍເຫຼືອວຽກງານການຕ້ານ ແລະສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 29 ມີນາ ເຖິງ 10 ເມສາ 2020 ນີ້. ເຊິ່ງການປະຕິບັດວຽກຂອງຄະນະຊ່ຽວຊານການແພດ ຈາກ ສປ ຈີນ ທີ່ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ໃນໄລຍະເວລາ 2 ອາທິດ ຜ່ານມາ, ທັງຢູ່ຂັ້ນສູນກາງ ແລະບັນດາແຂວງ ທັງພາກເໜືອ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະມາດຕະຖານໃນການປ້ອງກັນພະຍາດ Covid-19 ເປັນຕົ້ນແມ່ນ ໄດ້ຈັດຝຶກອົບຮົມ, ຖ່າຍຖອດບົດຮຽນ ແລະປະສົບການຕົວຈິງ, ໂດຍໃຫ້ຄຳປຶກສາ ແລະແນະນຳວິທີການປ້ອງກັນພະຍາດໂຄວິດ-19.

“ຈີນ” ບໍ່ມີຄົນຕິດ Covid -19 ຢູ່ໃນປະເທດຄັ້ງທຳອິດ!

ຈີນບໍ່ພົບເຫັນຜູ້ຕິດເຊື້ອຢູ່ໃນປະເທດເປັນເທື່ອທຳອິດ. ນັບຕັ້ງແຕ່ການລະບາດໄດ້ເລີ່ມຕົ້ນໃນທ້າຍປີທີ່ຜ່ານມາ ແຕ່ອາຊີຍັງກັບມີຄວາມສ່ຽງທີ່ຈະເປັນການລະບາດຄັ້ງທີສອງຈາກຜູ້ຕິດເຊື້ອພາຍນອກເຂົ້າມາໃນປະເທດ.
ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນລາຍງານວ່າເປັນຄັ້ງ ທຳອິດທີ່ແຂວງ Hubei, ໃຈກາງການລະບາດຂອງພະຍາດ Covid-19. ບໍ່ມີຜູ້ໃດຕິດເຊື້ອພາຍໃນປະເທດ ຫລື ຜູ້ຕິດເຊື້ອຈາກຕ່າງປະເທດເລີຍ. ນັບຕັ້ງແຕ່ການລະບາດໄດ້ເລີ່ມຕົ້ນໃນທ້າຍປີທີ່ຜ່ານມາ

ລາວພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 1 ຄົນລວມທັງໝົດເປັນ 19 ຄົນ

ວັນທີ 12 ເມສາ 2020 ເວລາ 14:30 ໂມງ ຄະນະສະເພະກິດ ຕ້ານໂຄວິດ-19 ໄດ້ຖະແຫຼ່ງຂ່າວໃຫ້ຮູ້ວ່າ ມາຮອດມື້ນີ້ ໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ.
+ ເພດຊາຍ ອາຍຸ 21 ປີ, ປະຈຸບັນ ຢູ່ບ້ານ ໂພນປະເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອລວມເປັນ 19 ຄົນ

ລາວພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 2 ຄົນລວມທັງໝົດເປັນ 18 ຄົນ

ວັນທີ 11 ເມສາ 2020 ເວລາ 14:30 ໂມງ ຄະນະສະເພະກິດ ຕ້ານໂຄວິດ-19 ໄດ້ຖະແຫຼ່ງຂ່າວໃຫ້ຮູ້ວ່າ ມາຮອດມື້ນີ້ ໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ.
+ ເພດຍິງ ອາຍຸ 32 ປີ, ອາຊີບ: ຫວ່າງງານ, ໜ່ວຍ 01, ຢູ່ຫ້ອງແຖວ ຂື້ນກັບບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຢູ່ຫ້ອງແຖວ ເບີ 7). ຜູ້ກ່ຽວສໍາຜັດໃກ້ຊິດກັບກໍລະນີທີ 016 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ, ຫ້ອງແຖວເບີ 8).

+ ເພດຍິງ, ອາຍຸ 32 ປີ, ອາຊີບ: ຫວ່າງງານ (ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນ ຢູ່ຫ້ອງດຽວກັນ ກັບກໍລະນີຢັ້ງຢືນຜູ້ທີ 17) ການເຄື່ອນໄຫວທັງໝົດ ແມ່ນຄືກັນ, ລົດອໍາບູລັງ ໄດ້ມາຮັບໄປໂຮງໝໍໃນເວລາດຽວກັນ.