ລາວພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 2 ຄົນລວມທັງໝົດເປັນ 18 ຄົນ

ວັນທີ 11 ເມສາ 2020 ເວລາ 14:30 ໂມງ ຄະນະສະເພະກິດ ຕ້ານໂຄວິດ-19 ໄດ້ຖະແຫຼ່ງຂ່າວໃຫ້ຮູ້ວ່າ ມາຮອດມື້ນີ້ ໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ.
+ ເພດຍິງ ອາຍຸ 32 ປີ, ອາຊີບ: ຫວ່າງງານ, ໜ່ວຍ 01, ຢູ່ຫ້ອງແຖວ ຂື້ນກັບບ້ານໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ (ຢູ່ຫ້ອງແຖວ ເບີ 7). ຜູ້ກ່ຽວສໍາຜັດໃກ້ຊິດກັບກໍລະນີທີ 016 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ, ຫ້ອງແຖວເບີ 8).

+ ເພດຍິງ, ອາຍຸ 32 ປີ, ອາຊີບ: ຫວ່າງງານ (ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນ ຢູ່ຫ້ອງດຽວກັນ ກັບກໍລະນີຢັ້ງຢືນຜູ້ທີ 17) ການເຄື່ອນໄຫວທັງໝົດ ແມ່ນຄືກັນ, ລົດອໍາບູລັງ ໄດ້ມາຮັບໄປໂຮງໝໍໃນເວລາດຽວກັນ.