Privacy Policy

ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ ພວກເຮົາຮູ້ດີວ່າທ່ານໃຫ້ຄວາມສຳຄັນກັບຂໍ້ມູນສ່ວນບຸກຄົນຂອງທ່ານສູງແລະພວກເຮົາມີຄວາມຍິນດີເປັນຢ່າງຍິ່ງທີ່ທ່ານໃຫ້ຄວາມສົນໃຈໃນການໃຊ້ບໍລິການພວກເຮົາ, ພວກເຮົາຈຶ່ງຂໍຮຽນໃຫ້ທ່ານຊາບເຖິງນະໂຍບາຍຄຸ້ມຄອງສ່ວນບຸກຄົນຂອງລູກຄ້າຫຼືຜູ້ຢ້ຽມຊົມ ດັ່ງນີ້: ນະໂຍບາຍສ່ວນບຸກຄົນສະບັບນີ້ຄວບຄຸມຜະລິດຕະພັນແລະບໍລິການໃນບັນດາບໍລິການຂອງພວກເຮົາ ໄດ້ແກ່: ເວັບໄຊ, ເຟສບຸກແຟນເພຈ, ໂຊຊ່ຽລມີເດຍ, ແອບພລິເຄຊັ່ນໃນລະບົບປະຕິບັດການໄອໂອເອັດ, ແອນດຣອຍ ຫຼືຊ່ອງທາງອື່ນໆ ໃນອະນາຄົດ. ທັງນີ້, ເນື່ອງຈາກພວກເຮົາມີນະໂຍບາຍໃນການພັດທະນາແລະປັບປຸງບໍລິການຢ່າງຕໍ່ເນື່ອງ. ດັ່ງນັ້ນ, ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນສະບັບນີ້ອາດຈະມີການແກ້ໄຂປ່ຽນແປງເປັນບາງຄັ້ງຄາວ ເຮົາຈຶ່ງຂໍແນະນຳໃຫ້ທ່ານກວດການະໂຍບາຍດັ່ງກ່າວນີ້ ເປັນໄລຍະໆ ເພື່ອທ່ານຈະໄດ້ເຂົ້າໃຈນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນຫຼ້າສຸດ. ທ່ານຮັບຊາບວ່າ ການໃຊ້ບໍລິການຂອງເຮົານີ້ຖືວ່າທ່ານໄດ້ຮັບຊາບແລະຍິນຍອມປະຕິບັດຕາມນະໂຍບາຍຄຸ້ມຂອງຂໍ້ມູນສ່ວນບຸກຄົນສະບັບນີ້ແລະສະບັບແກ້ໄຂເພິ່ມເຕີມໃນອະນາຄົດ. ຖ້າຫາກທ່ານຕ້ອງການຊາບລາຍລະອຽດຂອງນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງເຮົາເພີ່ມເຕີມ ກະລຸນາກົດລົງທີ່ຊື່ເລື່ອງຂອງແຕ່ລະຫົວຂໍ້ທີ່ລະບຸໄວ້ຂ້າງລຸ່ມນີ້:

1. ການຈັດເກັບຂໍ້ມູນສ່ວນບຸກຄົນຂອງທ່ານ

2. ຈຸດປະສົງການໃຊ້ຂໍ້ມູນສ່ວນບຸກຄົນແລະການເປີດເຜີຍຂໍ້ມູນ

3. ການປ່ຽນແປງຂໍ້ມູນສ່ວນບຸກຄົນ ຫຼືການລົບຂໍ້ມູນສ່ວນບຸກຄົ

4. ຄຸກກີ້ (Cookie), ພິກເຊວ (Pixel), ໄອພີແອດແດຣສ (IP Address)

5. ການຄຸ້ມຄອງຂໍ້ມູນການເງິນຂອງທ່ານ

6. ຄວາມປອດໄພຂອງຂໍ້ມູນສ່ວນບຸກຄົນຂອງທ່ານ

7. ການປ່ຽນແປງນະໂຍບາຍສ່ວນບຸກຄົນ

8. ຂໍ້ມູນການຕິດຕໍ່ກັບບໍລິສັດ

1. ການຈັດເກັບຂໍ້ມູນສ່ວນບຸກຄົນຂອງທ່ານ ເຮົາຕ້ອງການໃຫ້ຂໍ້ມູນແລະບໍລິການຂອງເຮົາເປັນທີ່ມັກຮັກແລະກົງກັບຄວາມຕ້ອງການຂອງທ່ານເຮົາຈຶ່ງຕ້ອງເກັບສັງຮວມຂໍ້ມູນສ່ວນບຸກຄົນຂອງທ່ານບາງສ່ວນເມື່ອທ່ານລົງທະບຽນເພື່ອເປັນສະມາຊິກຂອງເຮົາ ຫຼືຂໍ້ມູນທີ່ເຮົາຈັດເກັບອາດຈະລວມເຖິງຂໍ້ມູນເຫຼົ່ານີ້:

– ຊື່ແລະນາມສະກຸນ

– ວັນເດືອນປີເກີດ

– ເພດ

– ທີ່ຢູ່

– ເບີໂທລະສັບ

– ອີເມວ

– ເນື້ອໃນທີ່ທ່ານສົນໃຈ

ລວມທັງຂໍ້ມູນສ່ວນຕົວອື່ນໆ ເທົ່າທີ່ຈຳເປັນໂດຍຂໍ້ມູນຈະຕ້ອງເປັນຂໍ້ມູນທີ່ຖືກຕ້ອງ ຄົບຖ້ວນ ຂໍ້ມູນເປັນປັດຈຸບັນ ແລະບໍ່ເຮັດໃຫ້ເກີດການເຂົ້າໃຈຜິດ ການສັງຮວມຂໍ້ມູນດັ່ງກ່າວຈະເຮັດໃຫ້ເຮົາສາມາດຮູ້ເຖິງຄວາມຕ້ອງການຂອງທ່ານ ຄວາມແຕກຕ່າງຂອງສິນຄ້າແລະບໍລິການທີ່ທ່ານຈະໄດ້ຮັບອອກຈາກຜູ້ໃຊ້ບໍລິການອື່ນໆ ແລະຖ້າຫາກທ່ານໃຫ້ຂໍ້ມູນກັບເຮົາຫຼາຍເທົ່າໃດ ເຮົາກໍສາມາດໃຫ້ບໍລິການໄດ້ກົງຕໍ່ຄວາມຕ້ອງການຂອງທ່ານຫຼາຍຍິ່ງຂຶ້ນເທົ່ານັ້ນ. ນອກຈາກຂັ້ນຕອນການລົງທະບຽນສະມາຊິກແລ້ວ ເຮົາອາດຈະສອບຖາມຂໍ້ມູນສ່ວນບຸກຄົນອື່ນເພີ່ມເຕີມຈາກທ່ານ ເຊັ່ນ ເມື່ອທ່ານເຂົ້າຮ່ວມກິດຈະກຳ ຫຼືບໍລິການທີ່ເຮົາຫຼືພັນທະມິດທາງທຸລະກິດຈັດຂຶ້ນ ໂດຍທ່າອາດຈະຕ້ອງລະບຸຂໍ້ມູນເພີ່ມເຕີມ ເຊັ່ນ ສິນຄ້າທີ່ມັກ, ຄວາມສົນໃຈ, ພຶດຕິກຳ ແລະອື່ນໆ ການແຈ້ງຂໍ້ມູນສ່ວນບຸກຄົນເພີ່ມເຕີມຈະເຮັດໃຫ້ທ່ານສາມາດເລືອກຊື້ສິນຄ້າ ຫຼືໃຊ້ບໍລິການຕ່າງໆ ໄດ້ຫຼາຍຂຶ້ນແລະບໍ່ພາດໂອກາດພິເສດສຳລັບສະມາຊິກ.

ການເຊື່ອມໂຍງຂໍ້ມູນສ່ວນບຸກຄົນກັບເຄື່ອມືໂຊຊ່ຽວມີເດຍ (Social Media) ຖ້າຫາກທ່ານສະໝັກໃຈເພື່ອໃຊ້ເຄື່ອງມືໂຊຊ່ຽວມີເດຍ ໃນການສະໝກສະມາຊິກເວັບໄຊ, ແອບພຣິເຄຊັ່ນ ຫຼືບໍລິການຂອງບໍລິສັດ ເຮົາອາດຈະເຂົ້າເຖິງຂໍ້ມູນສ່ວນບຸກຄົນຂອງທ່ານທີ່ທ່ານໃຫ້ໄວ້ໂດຍສະໝັກໃຈກັບບັນຊີໂຊຊ່ຽວມີເດຍຂອງທ່ານຜ່ານຜູ້ໃຫ້ບໍລິຫານລາຍນັ້ນໆ ພາຍໃຕ້ນະໂຍບາຍຕ່າງໆ ຂອງຜູ້ໃຫ້ບໍລິການ ເຮົາຈະຈັດເກັບຂໍ້ມູນສ່ວນບຸກຄົນຂອງທ່ານຕາມນະໂຍບາຍສ່ວນບຸກຄົນຂອງເຮົາ. ເຮົາຈະສາມາດຈັດເກັບຂໍ້ມູູນສ່ວນບຸກຄົນຂອງທ່ານຕໍ່ເມື່ອທ່ານສະໝັກໃຈເທົ່ານັ້ນ ຖ້າຫາກທ່ານເລືອກຈະບໍ່ສົ່ງຂໍ້ມູນສ່ວນບຸກຄົນຂອງທ່ານ ທ່ານສາມາດສົ່ງຂໍ້ມູນເພື່ອຍົກເລີກຄວາມຍິນຍອມການໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານໃຫ້ກັບເຮົາ ເຮົາອາດຈະບໍ່ສາມາດໃຫ້ບໍລິການ ຫຼືປັບປຸງປະສົບການໃຫ້ກົງກັບຄວາມຕ້ອງກາານຂອງທ່ານໄດ້ ເຮັດໃຫ້ເສຍໂອກາດທີ່ຈະໄດ້ຮັບສິດທິພິເສດ ຫຼືບໍລິຫານທີ່ເຮົາຫຼືພັນທະມິດຈັດຂຶ້ນ.

2. ຈຸດປະສົງຂອງການໃຊ້ຂໍ້ມູນສ່ວນບຸກຄົນແລະການເປີດເຜີຍຂໍ້ມູນ ວັດຖຸປະສົງເບື້ອງຕົ້ນຂອງເຮົາໃນການຮວບຮວມຂໍມູນສ່ວນບຸກຄົນຄື ເພື່ອໃຫ້ຜູ້ໃຊ້ບໍລິການແຕ່ລະລາຍຂອງເຮົາໄດ້ຮັບສິນຄ້າ ແລະບໍລິການທີ່ດີຈາກເຮົາຢ່າງມີປະສິດທິພາບ ທັງນີ້ທ່ານຕົກລົງແລະຍິນຍອມໃຫ້ເຮົາສາມາດໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານໃນການຕິດຕໍ່ ຫຼືສົ່ງຂໍ້ມູນສ່ວນບຸກຄົນຂອງທ່ານຕົກລົງແລະຍິນຍອມໃຫ້ເຮົາສາມາດໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານໃນການຕິດຕໍ່ ຫຼືສົ່ງຂໍ້ມູນສ່ວນບຸກຄົນຂອງທ່ານທັງໝົດຫຼືບາງສ່ວນໄປຍັງບໍລິສັດໃນກຸ່ມຂອງເຮົາຫຼືພັນທະມິດທາງທຸລະກິດຜ່ານສື່ເອເລັກໂຕຣນິກ ເຮັດການຕະຫຼາດເພື່ອໃຫ້ເກີດປະໂຫຍດສູງສຸດແກ່ທ່ານໂດຍບໍ່ຈຳເປັນຕ້ອງບອກກ່າວລ່ວງໜ້າແກ່ທ່ານ. ທັງນີ້ຂໍ້ມູນດັ່ງກ່າວຂອງທ່ານຈະຖືກເກັບຮວບຮວມແລະຮັກສາໄວ້ ເຮົາອາດຈະໃຊ້ຂໍ້ມູນສ່ວນບຸກຄົນຂອງທ່ານ ຫຼືສົ່ງຕໍ່ແກ່ບຸກຄົນພາຍນອກ ລວມທັງບໍລິສັດທີ່ກ່ຽວຂ້ອງ, ບໍລິສັດພັນທະມິດ, ເພື່ອປະໂຫຍດຂອງທ່ານແລະຂອງກິດຈະການບາງສ່ວນດັ່ງຕໍ່ໄປນີ້:

1. ເພື່ອສະໜັບສະໜຸນການສົ່ງມອບບໍລິການ, ໂຄສະນາ, ຜະລິດຕະພັນ, ສິດທິພິເສດ, ກິດຈະກຳການການຕະຫຼາດທີ່ກົງກັບຄວາມຕ້ອງການຂອງທ່ານຜ່ານຊ່ອງທາງສ່ວນບຸກຄົນທີ່ທ່ານຍິນຍອມໃຫ້ເຮົາ.

2. ເພື່ອວິໄຈແລະວິເຄາະປະສົບການຂອງຜູ້ໃຊ້ບໍລິການເວັບໄຊ, ແອບພລິເຄຊັ່ນ ແລະໂຊຊ່ຽວມີເດຍ ເຮັດໃຫ້ທ່ານສາມາດໃຊ້ງານໄດ້ຢ່າງຕໍ່ເນື່ອງ ແລະກົງກັບພຶດຕິກຳຂອງທ່ານ.

3. ເພື່ອປັບແຕ່ງຂໍ້ສະເໜີ ໂຄສະນາ ສິດທິພິເສດ ກິດຈະກຳດ້ານການຕະຫຼາດ ຫຼືເນື້ອໃນທີ່ທ່ານສົນໃຈ ເຊິ່ງທາງເຮົາອາດຈະຈັດສົ່ງໃຫ້ທ່ານຜ່ານທາງຊ່ອງທາງຕ່າງໆ ຂອງເຮົາ ເຊັ່ນ ເວັບໄຊ, ອີເມວ, ການແຈ້ງເຕືອນພາຍໃນເວັບໄຊ, ສື່ໂຊຊ່ຽວມີເດຍ ຫຼືຊ່ອງທາງອື່ນໆ ໃນອະນາຄົດ.

4. ເພື່ອດຳເນີນການຕາມຄຳສັ່ງຊື້ຂອງທ່ານຜ່ານແພລຕຟອມສຳລັບສິນຄ້າ ບໍ່ວ່າຈະຂາຍໂດຍບໍລິສັດຫຼືບໍລິສັດພັນທະມິດ.

5.ເພື່ອດຳເນີນການກ່ຽວກັບການຂົນສົ່ງສິນຄ້າຜ່ານທາງແພລຕຟອມບໍ່ວ່າຈະດຳເນີນການໂດຍບໍລິສັດຫຼືບຸກຄົນພາຍນອກ ລວມທັງບໍລິສັດພັນທະມິດ.

6. ເພື່ອຕິດຕໍ່ຜູ້ໃຊ້ງານສຳລັບການໃຫ້ບໍລິການ ແລະດູແລຜູ້ໃຊ້ງານ ຫຼືສຳລັບການສື່ສານດ້ານການຕະຫຼາດທີ່ໄດ້ຮັບອະນຸຍາດຕາມຊ່ອງທາງການສື່ສານທີ່ທ່ານຍິນຍອມໃຫ້ທາງບໍລິສັດ.

7. ເພື່ອດຳເນີນການຕາມວັດຖຸປະສົງຕາມກົດໝາຍ.

8. ເພື່ອຄຸ້ມຄອງສິດທິຊັບສິນ ຫຼືຄວາມປອດໄພຂອງເຮົາຫຼືຂອງຜູ້ໃຊ້ບໍລິການຂອງເຮົາ

ເຮົາອາດຈະໃຊ້ຜູ້ໃຫ້ບໍລິການທີ່ເປັນບກຄົນພາຍນອກໃນການຊ່ວຍສະເໜີບໍລິການດ້ານຕ່າງໆ ຂອງເຮົາເຊິ່ງໃນກໍລະນີນີ້ ຜູ້ໃຫ້ບໍລິການນັ້ນບໍ່ມີອຳນາດໃນການໃຊ້ຂໍ້ມູນສ່ວນບຸກຄົນໃນສ່ວນທີ່ດຳເນີນການແທນເຮົາໂດຍອິດສະຫຼະແຕ່ຢ່າງໃດ ແລະຜູ້ໃຫ້ບໍລິການດັ່ງກ່າວຈະຕ້ອງຢູ່ພາຍໃຕ້ບັງຄັບນະໂຍບາຍຄວາມເປັນສ່ວນຕົວນີ້.

ນະໂຍບາຍສ່ວນບຸກຄົນນີ້ບໍ່ຄວບຄຸມການຮວບຮວມແລະການໃຊ້ຂໍ້ມູນສ່ວນບຸກຄົນຂອງບຸກຄົນພາຍນອກ ທີ່ກະທຳໂດຍບຸກຄົນພາຍນອກບໍ່ວ່າຈະເປັນຜູ້ໂຄສະນາ, ຜູ້ໃຫ້ບໍລິການ, ຜູ້ຂາຍສິນຄ້າໃນເວັບໄຊອື່ນໆ ທີ່ເຊື່ອມຕໍ່ລິ້ງກັບເວັບໄຊ, ແອບພລິເຄຊັ່ນ, ໂຊຊ່ຽວມີເດຍ ຫຼືຊ່ອງທາງໃນອະນາຄົດຂອງພວກເຮົາ, ການເຊື່ອມໂຍງລະບົບໂຊຊ່ຽວມີເດຍ ເພື່ອແຊເນື້ອໃນໃນຊ່ອງທາງຂອງພວກເຮົາ ຖ້າຫາກການກະທຳໃດໆ ກໍຕາມທີ່ຂັດຕໍ່ກົດໝາຍແລະເຮັດໃຫ້ເກີດຄວາມເສຍຫາຍແກ່ເຮົາ ທາງເຮົາຈະບໍ່ຮັບຜິດຊອບຄວາມເສຍຫາຍໃດໆ ອັນເນື່ອງມາຈາກການກະທຳຫຼືການຮວບຮວມຂໍ້ມູນໂດຍບຸກຄົນພາຍນອກ.

3. ການປ່ຽນແປງຂໍ້ມູນສ່ວນບຸກຄົນ ຫຼືການລົບຂໍ້ມູນສ່ວນບຸກຄົນ ຜູ້ໃຊ້ບໍລິການທຸກຄົນທີ່ໄດ້ລົງທະບຽນກັບເຮົາ ສາມາດເຂົ້າເຖິງຂໍ້ມູນສ່ວນບຸກຄົນຂອງຕົນເອງໄດ້ ໂດຍທ່ານສາມາດດຳເນີນການປັບປຸງແກ້ໄຂ ຫຼືລົບຂໍ້ມູນສ່ວນບຸກຄົນຂອງທ່ານໄດ້ຕະຫຼອດເວລາ ໂດຍການເຊື່ອມຕໍ່ອີເມວ, ລະຫັດຜ່ານ ແລະການເຊື່ອມໂຍງລະບົບໂຊຊ່ຽວມີເດຍ. ໃນສ່ວນທີ່ກ່ຽວເນື່ອງກັບບັນຊີຜູ້ໃຊ້ງານຂອງທ່ານ ທ່ານອາດຈະລົບຂໍ້ມູນດັ່ງກ່າວດ້ວຍຕົນເອງ ຫຼືແຈ້ງໃຫ້ທາງເຮົາດຳເນີນການໄດ້ ແຕ່ການກະທຳດັ່ງກ່າວອາດຈະເຮັດໃຫ້ທ່ານເສຍໂອກາດໃນການເຂົ້າຮ່ວມໂປຣໂມຊັ່ນ ສິດທິພິເສດຂອງເຮົາໄດ້.

4. ຄຸກກີ້ (Cookie), ພິກເຊວ (Pixel), ໄອພີແອດແດຣສ (IP Address) ນອກຈາກຂໍ້ມູນສ່ວນບຸກຄົນ ເຮົາອາດຈະເກັບຮວບຮວມຂໍ້ມູນບາງຢ່າງຜ່ານເທັກໂນໂລຢີ່ເຊັ່ນ ຄຸກກີ້, ພິກເຊວ, ໄອພີແອດແດຣສ ແລະແຫຼ່ງເກັບຂໍ້ມູນເທິງບຣາວເຊີແລະອຸປະກອນຂອງຜູ້ໃຊ້ ລວມທັງຂໍ້ມູນໂດຍໃຊ້ເທັກໂນໂລຢີປະເພດນີ້ໂດຍກົງກັບເວັບໄຊ. ທັງນີ້ຄຸກກີ້ ຄື ຟາຍຂໍ້ມູນໂຕອັກສອນຂະໜາດນ້ອຍທີ່ຮວບຮວມຂໍ້ມູນໃນຄອມພິວເຕີ, ໂທລະສັບເຄື່ອນທີ່ ຫຼືອຸປະກອນອື່ນຂອງຜູ້ໃຊ້ງານ. ຄຸກກີ້ເຮັດໃຫ້ເຮົາຊາບເຖິງບໍລິການຫຼືສິນຄ້າທີ່ທ່ານໄດ້ຊື່ນຊອບ ແລະບໍລິການທີ່ບໍ່ຢູ່ໃນຄວາມສົນໃຈຂອງທ່ານ. ສ່ວນພິກເຊວ ເປັນຮູບພາບຂະໜາດນ້ອຍ ເປັນສ່ວນໜຶ່ງຂອງລະຫັດເທິງເວັບເພຈ ເຊິ່ງເຮັດໜ້າທີ່ຕ່າງໆ ເຊັ່ນ ເຮັດໃຫ້ເຊິບເວີອື່ນສາມາດວັດແທກຍອດການເຂົ້າຊົມເວັບໄຊ, ແອບພລິເຄຊັ່ນ ແລະມັກໃຊ້ເຊື່ອມໂຍງກັບຄຸກກີ້ໂດຍລະຫັດດັ່ງກ່າວຈະທຳການຕິດຕາມເມື່ອມີການດາວໂຫຼດພິກເຊວ ເພື່ອບົ່ງຊີ້ວ່າຜູ້ໃຊ້ງານໄດ້ເຂົ້າເຊື່ອມຕໍ່ກັບຈໍພາບໃດຫຼືບາງສ່ວນຂອງຈໍພາບໃດ. ດ້ວຍການເຮັດວຽກຂອງຄຸກກີ້, ພິກເຊຍ ຈະເຮັດໃຫ້ພວກເຮົາສາມາດຈົດຈຳຜູ້ໃຊ້ບໍລິການທີ່ເຄີຍໄດ້ເຂົ້າຊົມເວັບໄຊແລະແອບພລິເຄຊັ່ນຂອງເຮົາ ຊາບເຖິງຈຳນວນແລະວັດຖຸປະສົງຂອງຜູ້ທີ່ໃຊ້ບໍລິການເວັບໄຊ, ແອບພລິເຄຊັ່ນແລະຊ່ວຍໃຫ້ເຮົາຈັດບໍລິການຂໍ້ມູນ ພັດທະນາປະສົບການການເຂົ້າຊົມເວັບໄຊແລະແອບພລິເຄຊັ່ນ, ປັບປຸງຄຸນນະພາບການໃຫ້ບໍລິການ, ນຳສະເໜີບໍລິການ, ຜະລິດຕະພັນ, ກິດຈະກຳ ຫຼືໂຄສະນາທີ່ກົງກັບພຶດຕິກຳ ແລະຄວາມສົນໃຈສຳລັບທ່ານດ້ວຍ.

5. ການຄຸ້ມຄອງຂໍ້ມູນການເງິນຂອງທ່ານ ການຮັກສາຄວາມລັບຂໍ້ມູນດ້ານການເງິນສ່ວນບຸກຄົນເປັນເລື່ອງທີ່ສຳຄັນຢ່າງຍິ່ງຕໍ່ເຮົາເຊັ່ນດຽວກັບຂໍ້ມູນສ່ວນບຸກຄົນອື່ນທັງໝົດ ເຮົາຈະບໍ່ເຜີຍແພ່ຂໍ້ມູນດັ່ງກ່າວຕໍ່ບຸກຄົນພາຍນອກ ຍົກເວັນແຕ່ເທົ່າທີ່ລະບຸໄວ້ໃນນະໂຍບາຍສ່ວນບຸກຄົນສະບັບນີ້. ດັ່ງນັ້ນ, ຂໍ້ມູນສະຖິຕິຂອງຜູ້ໃຊ້ບໍລິການ ເຮົາອາດຈະເປີດເຜີຍຂໍ້ມູນທີ່ທ່ານໃຫ້ຄວາມຍິນຍອມຕໍ່ຜູ້ໂຄສະນາຫຼືພັນທະມິດທາງທຸລະກິດກ່ຽວກັບບໍລິການທາງການເງິນ ລວມເຖິງການໃຊ້ບໍລິການລູກຄ້າຂອງເຮົາ. ທ່ານຮັບຊາບແລະຕົກລົງວ່າ ເພື່ອໃຫ້ຄຳສັ່ງຊື້ຫຼືຮັບບໍລິຈາກບໍລິສັດໃຫ້ຄົບຖ້ວນສົມບູນທ່ານອາດຈະຕ້ອງໃສ່ຂໍ້ມູນກ່ຽວກັບບັດເຄຣດິດຂອງທ່ານໃນການເຮັດທຸລະກຳດັ່ງກ່າວ ພວກເຮົາຂໍແຈ້ງໃຫ້ທ່ານຊາບວ່າ ຂໍ້ມູນໝາຍເລກບັດເຄຣດິດດັ່ງກ່າວໄດ້ຮັບການຮັກສາຄວາມປອດໄພໂດຍການເຂົ້າລະຫັດ (encryption) ທີ່ໄດ້ມາຕະຖານໂດຍທົ່ວໄປແລະປອດໄພ.

6. ຄວາມປອດໄພຂອງຂໍ້ມນສ່ວນບຸກຄົນຂອງທ່ານ ເຮົາໃຊ້ລະບົບຮັກສາຄວາມປອດໄພແບບ (SSL (Secure Socket Layer) ຫຼື SET) ເພື່ອຄຸ້ມຄອງຂໍ້ມູນສ່ວນບຸກຄົນແລະຄວາມເປັນສ່ວນຕົວຂອງທ່ານ ໂດຍລະບົບດັ່ງກ່າວນີ້ໄດ້ມາຕະຖານສາກົນແລະອອກແບບມາເພື່ອຄຸ້ມຄອງຂໍ້ມູນສ່ວນບຸກຄົນໂດຍສະເພາະ. ຈາກລະບົບຮັກສາຄວາມປອດໄພດັ່ງກ່າວມີພຽງທ່ານເທົ່ານັ້ນທີ່ສາມາດເຂົ້າເຖິງຂໍ້ມູນສ່ວນບຸກຄົນນີ້ໄດ້ ທ່ານຕ້ອງລະມັດລະວັງແລະຮັບຜິດຊອບດ້ວຍຕົນເອງໃນການດູແລຂໍ້ມູນສ່ວນບຸກຄົນແລະລະຫັດຜ່ານຂອງທ່ານ ເຮົາຂໍແນະນຳວ່າທ່ານບໍ່ຄວນເປີດເຜີຍລະຫັດຜ່ານຂອງທ່ານຕໍ່ບຸກຄົນໃດໆ ແລະທ່ານຄວນອອກຈາກລະບົບອິນເຕີເນັດຫຼືການໃຊ້ຄອມພິວເຕີບຣາວເຊີຂອງທ່ານທຸກໆ ຄັ້ງທີ່ຜ່ານເຊົາໃຊ້ຄອມພິວເຕີ ເພື່ອໃຫ້ໝັ້ນໃຈໄດ້ວ່າບຸກຄົນອື່ນບໍ່ສາມາດເຂົ້າເຖິງຂໍ້ມູນສ່ວນບຸກຄົນແລະການຕິດຕໍ່ຂອງທ່ານໄດ້ໂດຍສະເພາະຢ່າງຍິ່ງ ຖ້າຫາກທ່ານໃຊ້ຄອມພິວເຕີຮ່ວມກັບຜູ້ອື່ນ ຫຼືໃຊ້ຄອມພິວເຕີທີ່ສາທາລະນະ.

7. ການປ່ຽນແປງນະໂຍບາຍສ່ວນບຸກຄົນ ເຮົາອາດຈະແກ້ໄຂເພີ່ມເຕີມນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນສະບັບນີໄດ້ໃນທຸກເວລາໂດຍປິດປະກາດການແກ້ໄຂເພີ່ມເຕີມເທິງເວັບໄຊຂອງເຮົາ ການໃຊ້ບໍລິການເວັບໄຊ, ແອບພລິເຄຊັ່ນ, ຊ່ອງທາງອື່ນຂອງພວກເຮົາຖືເປັນການຍອມຮັບຂໍ້ກຳນົດຂອງນະໂຍບາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນສະບັບນີ້ແລະການທີ່ທ່ານໄດ້ໃຊ້ບໍລິການຢ່າງຕໍ່ເນື່ອງພາຍຫຼັງຈາກທີ່ມີການປະກາດແກ້ໄຂເພີ່ມເຕີມດັ່ງກ່າວຍ່ອມຖືເປັນການຍອມຮັບການແກ້ໄຂແຕ່ລະຄັ້ງດ້ວຍເຊັ່ນກັນ.

8. ຂໍ້ມູນການຕິດຕໍ່ກັບບໍລິສັດ ຖ້າຫາກທ່ານຕ້ອງການຊາບຂໍ້ມູນເພີ່ມເຕີມກ່ຽວກັບການຍົກເລີກບັນຊີ ແຈ້ງກ່ຽວກັບບັນຫາການໃຊ້ງານ ແລະຄວາມປອດໄພສ່ວນບຸກຄົນ

ທ່ານສາມາດຕິດຕໍ່ພວກເຮົາໄດ້ທີ່: Email: Admin@suelao.com