ຂ່າວ

ອັບເດດຫລ້າສຸດຈາກບໍ່ແກ້ວ ເຫດການຂຸດຄົ້ນພະພຸດທະຮູບເກົ່າແກ່ທີ່ຫາດດອນເຜິ້ງຄຳ

ຕາມລາຍງານຈາກຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວເມືອງຕົ້ນເຜິ້ງ ໃນຕອນຄ່ຳຫລັງຈາກໄດ້ສັງລວມການຂຸດຄົ້ນປະຈຳວັນແລ້ວລະບຸວ່າ: ການຂຸດຄົ້ນຍັງສືບຕໍ່ຢ່າງຕໍ່ເນື່ອງ ສະເພາະວັນທີ 21 ມີນາ 2024

ນີ້ສາມາດຂຸດພົບພະພຸດທະຮູບ 19ອົງ, ສຽນພະ 5 ສຽນ, ຈອມເກດ 1ຈອມ, ພະປາງລີລາ 18 ອົງ, ພະໃບໂພ 12 ອົງ, ພະຫໍສະຫວັນ 6 ອົງ, ພະສິມມາ 1 ອົງ, ພະສຸມກໍ 1 ອົງ ແລະ ສິ້ນສ່ວນໂລຫະອີກຈຳນວນໜື່ງ, ພົບສິ້ນສ່ວນເສົາ ແລະ ທາດ ທີ່ຍັງຄົງມີລວດລາຍທີ່ສວຍງາມເພີ່ມຕື່ມ.

ສ່ວນມື້ຖັດໄປຈະມີຫຍັງເພີ່ມຕື່ມທີມຂ່າວເສດຖະກິດ-ການຄ້າຈະລາຍງານເປັນແຕ່ລະໄລຍະໄປ.

ມອບ ພາຫະນະ 5 ຄັນ ເພື່ອກຽມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບ

ໃນວັນທີ 19 ມີນາ 2024 ຫຼາຍບໍລິສັດໄດ້ປະກອບສ່ວນຊຸກຍູ້ພາຫະນະ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນປີ 2024 ນີ້, ສໍາລັບລົດທີ່ມອບ-ຮັບໃນຄັ້ງນີ້ ແມ່ນ ລົດ ຍີ່ຫໍ້ GAC ລຸ້ນ E9 ຈຳນວນ 5 ຄັນ, ລວມມູນຄ່າ 380.000 ໂດລາສາຫະລັດ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບັນດາບໍລິສັດທີ່ໄດ້ໃຫ້ການປະກອບສ່ວນ.

ເຊິ່ງການປະກອບສ່ວນດັ່ງກ່າວນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວ ປ້ອງກັນກອງປະຊຸມດັ່ງກ່າວ ໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພຮອບດ້ານ.

ຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມອບພາຫະນະດັ່ງກ່າວ ໃຫ້ບັນດາກົມວິຊາສະເພາະນຳໃຊ້ ໃຫ້ຖືກກັບຈຸດປະສົງ ຕາມທິດຊີ້ນຳຂອງກະຊວງ.

Cr ຄວາມສະຫງົບ

ແບບນີ້ກໍ່ມີ! ໃສ່ສະບົງ ແລ້ວຊົງພະລັງ ພຣະຕີກັນກາງງານບຸນ.

ຕາມສຳນັກຂ່າວໄທ ລາຍງານ ໃນວັນທີ 21 ມີນາ 2024 ນີ້ ກ່ຽວກັບເຫດການເປີດເສິກຜ້າເຫຼືອງລະຫວ່າງພຣະສອງອົງແລກມັດກັນກາງງານບຸນ ທີ່ແຂວງສຸຣາດທານີ ປະເທດໄທ.

ໂດຍເຫດການເກີດຂຶ້ນ, ເມື່ອເຈົ້າຂອງບ້ານໄດ້ນິມົນພຣະມາເຮັດບຸນປີໃໝ່ຢູ່ບ້ານໃຫ້ ພໍ່ຕູ້-ແມ່ຕູ້ ແລະ ເຫດການບໍ່ຄາດຄິດກໍເກີດຂຶ້ນໃນຂະນະທີ່ພຣະກຳລັງນັ່ງສັນເຂົ້າ, ພຣະອົງໜຶ່ງກໍໄດ້ລຸກຊົກໜ້າພຣະອີກອົງໜຶ່ງ ທີ່ຢືນຢູ່ ຈຶ່ງເປັນເຫດຕີກັນກາງບ້ານ ເຮັດໃຫ້ທຸກຄົນໃນງານຕາງຕົກໃຈເນື່ອງຈາກເປັນງານບຸນ ແລະ ບໍ່ຄິດວ່າຈະເກີດເຫດການແບບນີ້.

ຫຼັງຈາກຄຣິບວີດີໂອຖືກເຜີຍແຜ່ອອກໄປກໍເຮັດໃຫ້ມີຄົນເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍເຖິງພຶດຕິກຳທີ່ບໍ່ເໝາະສົມຂອງພຣະທັງ 2 ອົງນີ້.

ກ່ຽວກັບສາເຫດ, ຍັງຕ້ອງໄດ້ລໍຖ້າຕື່ມ ເນື່ອງຈາກເລື່ອງຫາກໍເກີດ ແລະ ຄາດວ່າຈະມີການເອີ້ນພຣະທັງສອງມາສຳຫຼວດ.

ຂ່າວດີ! ປະເທດລາວໄດ້ອັນດັບທີ 94 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ.

World Happiness Report ໄດ້ມີການລາຍງານປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ປະຈຳປີ 2024 ຈາກ 143 ປະເທດ ແລະ ປະເທດລາວແມ່ນໄດ້ອັນດັບທີ 94 ຂອງປະເທດທີ່ມີຄວາມສຸກທີ່ສຸດໃນໂລກ (ສຳລັບອັນດັບໜຶ່ງແມ່ນປະເທດ ຟິນແລນ) ການສຳຫຼວດດັ່ງກ່າວ, ຈະເປັນການສອບຖາມຄວາມຮູ້ສຶກຂອງປະຊາຊົນວ່າມີຄວາມສຸກຫຼາຍ ຫຼື ໜ້ອຍເທົ່າໃດ ລວມໄປເຖິງຂໍ້ມູນທາງເສດຖະກິດ ແລະ ສັງຄົມ ເປັນຕົ້ນແມ່ນ GDP.

ເມື່ອທຽບໃສ່ກັບການລາຍງານປະເທດທີ່ມີຄວາມສຸກທິ່ສຸດໃນໂລປ ປະຈຳປີ 2023 ພົບວ່າໃນປີກ່ອນຢູ່ໃນອັນດັບ 89 ນັບໄດ້ວ່າເປັນອີກການຈັດອັນດັບທີ່ສຳຄັນ ແລະ ຫຼາຍຄົນທົ່ວໂລກໃຫ້ຄວາມສົນໃຈເປັນພິເສດ ໄດ້ຮັບຮູ້ວ່າປະເທດຂອງຕົນຢູ່ໃນອັນດັບທີເທົ່າໃດ ສະແດງໃຫ້ເຫັນເຖິງລະບົບການເມືອງຊີວິດການເປັນຢູ່ ຈົນໄປເຖິງເສດຖະກິດຂອງປະເທດ ແລະ ປະເທດໃດທີ່ຢູ່ໃນອັນດັບທ້າຍໆ ກໍອາດຈະເປັນອີກວິທີໜຶ່ງທີ່ຈະເຮັດໃຫ້ປະເທດນັ້ນ ພັດທະນາ, ປັບປຸງ ແລະ ແກ້ໄຂ ໃຫ້ປະເທດຕົນຕິດອັນອັບຕົ້ນໆຂອງໂລກ.

ສ່ວນປະເທດທີ່ມີຄວາມສຸກທີ່ສຸດກໍຄື ປະເທດຟິນແລນ ເຊິ່ງຄອງແຊ້ມມາ 7 ປີຕິດຕໍ່ກັນແລ້ວ ແລະ ຫຼາຍປະເທດທົ່ວໂລກກໍເຫັນດີ ທີ່ປະເທດນີ້ຕິດອັນດັບ 1 ມາໂດຍຕະຫຼອດ ເພາະໂຄງສ້າງປະເທດຟິນແລນ ເກືອບທຸກດ້ານລ້ວນແລ້ວແຕ່ມີຄວາມຈະເລີນພັດທະນາ.

ຢ່າເລື່ອນຜ່ານ! ວອນຜູ້ໃຈບຸນຊ່ວຍ ງານສົບລູກຕູ້ພອນຍັງຂາດຄ່າໂລງສົບຢູ່ອີກ 2.000.000ກີບ

ງານສົບລູກຕູ້ພອນຍັງຂາດຄ່າໂລງສົບຢູ່ອີກ2.000.000ກີບ

ແລະປັດໃຈເລັກໆນ້ອຍນ້ອຍເພື່ອຊື້ນ້ຳຢູ່ນຳກີນແລະຂອງກີນຂອງທານ

ເພື່ອງັນເຮືອນດີ ງານສົບລູກຊາຍ

ແລ້ວແຕ່ຜູ້ສັດທາ

ທີ່: ເລກບັນຊີ ທະນາຄານການຄ້າ ຕ່າງປະເທດລາວ

THE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL

010120001940404001 ກີບ

ສອບຖາມຂໍ້ມູນເພີ່ມເຕີມ54000089

ປະທານປະເທດ ສສ ຫວຽດນາມ ລາອອກຈາກຕຳແໜ່ງ ແລະ ເຈົ້າແຂວງ ຫວິ້ງຟຸກ ຖືກຈັບ!

ອີງຕາມຂ່າວຈາກ VOV.VN ຕອນ​ເຊົ້າ​ວັນ​ນີ້ 20 ມີນາ 2024, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ໄຂ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນຂັ້ນສູງແຫ່ງ ສສ ຫວຽດນາມ”

​ໜຶ່ງ. ໃນ​ນັ້ນ​, (1) ໄດ້ມີ​ການ​ຍົກ​ເລີກ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ທ່ານ ຫວໍ້ວັ່ນ​ເທືອງ (Võ Văn Thưởng ) ກຳມະການ​ກົມ​ການ​ເມືອງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 13, ປະທານ​ປະເທດແຫ່ງ ສສ ຫວຽດນາມ ແລະ ປະທານ​ສະພາ​ປ້ອງ​ກັນຊາດ ແລະ ປ້ອງກັນ​ຄວາມ​ສະຫງົບ ອາຍຸ​ການ 2021-2026 ແລະ (2) ພິຈາລະນາ​ປະຕິບັດ​ວິ​ໄນ​ຕໍ່​ທ່ານ​ນາງ ຮວາງ​ທິຖຸ້ຍລ່ານ (Hoàng Thị Thuý Lan ) ກຳມະການ​ສູນ​ກາງ​ພັກ​ຊຸດ​ທີ 13, ອະດີດ​ເລຂາ​ຄະນະ​ພັກ​ແຂວງ​ຫວິ​ງຟຸກ, ປະທານ​ສະພາ​ປະຊາ ຊົນ​ແຂວງ.

ສອງ. ຖະ​ແຫຼ​ງການ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກໄດ້ລະບຸວ່າ:

(1) ທ່ານ ຫວໍ້ວັ່ນ​ເທືອງ ​ແມ່ນ​ການ​ນຳ​ສຳຄັນ​ຂອງ​ພັກ ​ແລະ ລັດ, ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ຈາກ​ຂັ້ນ​ຮາກ​ຖານ ​ແລະ ຮັບ​ໃຊ້​ຫຼາຍ​ຕຳ​ແໜ່​ງການ​ນຳ​ທີ່​ສຳຄັນ​ຂອງ​ພັກ ​ແລະ ລັດ.

(2) ແນວ​ໃດ​ກໍ​ດີ, ຕາມ​ການ​ລາຍ​ງານ​ຂອງ​ຄະນະ​ກວດກາ​ສູນ​ກາງ ​ແລະ ບັນດາ​ອົງ ການ​ທີ່​ກ່ຽວຂ້ອງ, ສະຫາຍ ຫວໍ້ວັ່ນ​ເທືອງ ​ໄດ້​ລະ​ເມີດ​ບັນດາ​ຂໍ້​ຫ້າມ​ຂອງ​ສະມາຊິກ​ພັກ, ລະບຽບ​ການ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ​ເປັນ​ແບບຢ່າງ.

(3) ພິ​ເສດ​ແມ່ນ​ສະມາຊິກ​ກົມ​ການ​ເມືອງ, ຄະນະ​ເລຂາທິການສູນ​ກາງພັກ, ຮັບ​ຜິດ​ຊອບ​ເປັນ​ເຈົ້າ​ການ, ຕາມ​ລະ​ບຽບ​ການ​ຂອງ​ພັກ ແລະ ກົດ​ໝາຍ​ຂອງ​ລັດ.

(4) ບັນດາ​ການ​ລະ​ເມີດ ​ແລະ ຂໍ້​ຂາດ​ຕົກ​ບົກພ່ອງ​ຂອງ​ສະຫາຍ ຫວໍ້ວັ່ນ​ເທືອງ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຄິດ​ເຫັນ​ໃນ​ແງ່​ລົບ, ສົ່ງ​ຜົນ​ສະທ້ອນ​ເຖິງ​ຊື່​ສຽງ​ຂອງ​ພັກ, ລັດ ​ແລະ ບຸກຄົນ​ຂອງ​ຕົນ.

ສາມ. ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ທ່ານ​ Võ Văn Thưởng ໄດ້​ຮັບ​ຮູ້​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ທີ່​ມີ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ, ​ໂດຍໄດ້​ຍື່ນ​ຈົດໝາຍລາອອກຈາກ​ໜ້າ​ທີ່ ​ຕຳແໜ່ງ ແລະ ວຽກ​ງານ​ທີ່​ຕົນ​ໄດ້​ຮັບ​ມອບ​ໝາຍ.

​ສີ່. ໂດຍ​ອີງ​ໃສ່​ລະບຽບ​ການ​ຂອງ​ພັກ ​-ລັດ​ ແລະ ພິ​ຈາ​ລະ​ນາ​ຕາມຄຳຮ້ອງຂອງ​ທ່ານ Võ Văn Thưởng, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ເຫັນ​ດີ​ຍົກ​ເລີກ​ການ​ປະຕິບັດ​ໜ້າ​ທີ່​ເປັນ​ກຳມະການ​ກົມ​ການ​ເມືອງ, ກຳມະການ​ສູນ​ກາງ​ພັກ​ຊຸດ​ທີ 13, ປະທານ​ປະ​ເທດ ຫວຽດນາມ. ແລະ ປະທານ​ສະພາ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ໄລຍະ 2021-26.

ຫ້າ. ສ່ວນ​ກໍລະນີຂອງທ່ານ​ນາງ ຮວາງ​ທິຖຸ້ຍລ່ານ (Hoàng Thị Thuý Lan) ຄະນະ​ໃຫ້​ຮູ້​ວ່າ: ນາງ​ໄດ້​ເສື່ອມ​ໂຊມ​ດ້ານ​ອຸດົມ​ການ​ດ້ານ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ​ແລະ ວິຖີ​ຊີວິດ, ລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດຢ່າງຮ້າຍແຮງ ໃຫ້ປົດຕໍາແໜ່ງ ແລະ ປະຕິບັດໜ້າທີ່ຕາມການມອບໝາຍ, ຍ້ອນລະເມີດກົດລະບຽບ ຂໍ້ຫ້າມ ຂອງພັກ ຂາດ ຄວາມຮັບຜິດຊອບເປັນແບບຢ່າງ, ຮັບເອົາສິນບົນ, ເຮັດໃຫ້ເກີດຜົນສະທ້ອນຢ່າງຮ້າຍແຮງ ແລະ ຄວາມໂກດແຄ້ນຂອງສາທາລະນະຊົນ, ແລະ ສົ່ງຜົນກະທົບຕໍ່ກຽດສັກສີຂອງອົງການຈັດຕັ້ງພັກ ແລະ ອຳນາດການປົກຄອງທ້ອງຖິ່ນຢ່າງຮ້າຍແຮງ.

ບົນ​ພື້ນຖານ​ເນື້ອ​ໃນ, ລັກສະນະ, ຂອບ​ເຂດ, ຜົນ​ຮ້າຍ​ຢ້ອນ​ຫຼັງ ​ແລະ ສາຍ​ເຫດ​ຂອງ​ການ​ກະທຳ​ລະ​ເມີດ, ປະຕິບັດ​ຕາມ​ລະບຽບ​ການ​ຂອງ​ພັກ​ກ່ຽວ​ກັບ​ການ​ປະຕິບັດ​ວິ​ໄນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ຕັດສິນ​ປະຕິບັດ​ວິ​ໄນ​ ຂັບ​ໄລ່​ອອກ​ຈາກ​ພັກ.

ໃນຕົ້ນເດືອນມີນາ 2024, Hoàng Thị Thuý Lan ຖືກຕຳຫຼວດກັກຕົວໃນຂໍ້ຫາ ‘ຮັບສິນບົນ’ ທີ່ພົວພັນກັບຄະດີຂອງກຸ່ມບໍລິສັດ Phúc Sơn, ກ່ຽວຂ້ອງກັບການຫຼົບຫຼີກພາສີ ແລະ ສໍ້ໂກງນັກລົງທຶນໃນໂຄງການອະສັງຫາລິມະຊັບຫຼາຍໂຄງການ.

ຫົກ. ກົມ​ການ​ເມືອງ​ໄດ້​ມອບ​ໝາຍ​ຊີ້​ນຳ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ປະຕິບັດ​ຕາມ​ລະບຽບ​ການ, ເຊິ່ງພາຍຫຼັງ​ກອງ​ປະຊຸມ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ສະພາແຫ່ງ ຊາດ ສສ ຫວຽດນາມ ໄດ້ຮຽກຮ້ອງໃຫ້ເປີດກອງປະຊຸມສະພາແຫ່ງຊາດ ໂດຍດ່ວນໃນວັນທີ 21 ມີນາ 2024 ເພື່ອຈະໄດ້ຕັດສິນ​ໃຈ​ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ​ພາຍ​ໃຕ້​ອຳນາດ​ການ​ປົກຄອງ​ຕົນ.

Trung ương đồng ý để ông Võ Văn Thưởng thôi giữ chức Chủ tịch nước

VOV.VN – Ban Chấp hành Trung ương Đảng đồng ý để ông Võ Văn Thưởng thôi giữ chức Chủ tịch nước Cộng hoà xã hội chủ nghĩa Việt Nam, Chủ tịch Hội đồng Quốc phòng và An ninh nhiệm kỳ 2021 – 2026.

Ngày 20/3/2024, tại Trụ sở Trung ương Đảng, Ban Chấp hành Trung ương Đảng khoá XIII đã họp xem xét, cho ý kiến về việc cho thôi giữ các chức vụ, nghỉ công tác đối với ông Võ Văn Thưởng, Uỷ viên Bộ Chính trị, Uỷ viên Ban Chấp hành Trung ương Đảng khoá XIII, Chủ tịch nước Cộng hoà xã hội chủ nghĩa Việt Nam, Chủ tịch Hội đồng Quốc phòng và An ninh nhiệm kỳ 2021 – 2026.

Ông Võ Văn Thưởng là cán bộ lãnh đạo chủ chốt của Đảng và Nhà nước, được đào tạo cơ bản, trưởng thành từ cơ sở, được phân công giữ nhiều chức vụ lãnh đạo quan trọng của Đảng và Nhà nước.

Tuy nhiên, vừa qua theo báo cáo của Uỷ ban Kiểm tra Trung ương và các cơ quan chức năng, ông Võ Văn Thưởng đã vi phạm Quy định về những điều đảng viên không được làm, Quy định về trách nhiệm nêu gương của cán bộ, đảng viên, trước hết là Uỷ viên Bộ Chính trị, Uỷ viên Ban Bí thư, Uỷ viên Ban Chấp hành Trung ương Đảng và chịu trách nhiệm người đứng đầu theo các quy định của Đảng và pháp luật của Nhà nước.

Những vi phạm, khuyết điểm của ông Võ Văn Thưởng đã gây dư luận xấu, làm ảnh hưởng đến uy tín của Đảng, Nhà nước và cá nhân ông. Nhận thức rõ trách nhiệm trước Đảng, Nhà nước và Nhân dân, ông Võ Văn Thưởng đã có đơn xin thôi giữ các chức vụ được phân công và nghỉ công tác.

Căn cứ quy định hiện hành của Đảng, Nhà nước và xem xét nguyện vọng của ông Võ Văn Thưởng, Ban Chấp hành Trung ương Đảng đồng ý để ông Võ Văn Thưởng thôi giữ các chức vụ: Uỷ viên Bộ Chính trị, Uỷ viên Ban Chấp hành Trung ương Đảng khoá XIII, Chủ tịch nước Cộng hoà xã hội chủ nghĩa Việt Nam, Chủ tịch Hội đồng Quốc phòng và An ninh nhiệm kỳ 2021 – 2026.

VOV.VN – Ngày 20/3, tại Trụ sở Trung ươngĐảng, Ban Chấp hành Trung ương Đảng khoá XIII đã họp xem xét thi hành kỷ luật bà Hoàng Thị Thuý Lan, Ủy viên Ban Chấp hành Trung ương Đảng khoá XIII, nguyên Bí thư Tỉnh uỷ, Chủ tịch Hội đồng nhân dân tỉnh Vĩnh Phúc.

Theo đó, Trung ương kết luận: Bà Hoàng Thị Thuý Lan, Ủy viên Trung ương Đảng khoá XIII, nguyên Bí thư Tỉnh uỷ, Chủ tịch Hội đồng nhân dân tỉnh Vĩnh Phúc đã suy thoái về tư tưởng chính trị, đạo đức, lối sống; vi phạm nghiêm trọng quy định của Đảng, pháp luật của Nhà nước trong thực hiện chức trách, nhiệm vụ được giao, vi phạm Quy định những điều đảng viên không được làm và trách nhiệm nêu gương; tiêu cực, nhận hối lộ, gây hậu quả rất nghiêm trọng, dư luận bức xúc, ảnh hưởng rất xấu đến uy tín của tổ chức đảng và chính quyền địa phương.

Việc bắt bà Lan nằm trong diễn biến mở rộng điều tra vụ án tại Công ty Cổ phần Tập đoàn Phúc Sơn (Tập đoàn Phúc Sơn), Công ty Cổ phần Đầu tư Thương mại và Bất động sản Thăng Long và các đơn vị liên quan. Căn cứ lời khai của Nguyễn Văn Hậu (Chủ tịch Tập đoàn Phúc Sơn), các bị can, đối tượng liên quan, tài liệu điều tra xác minh tại 3 tỉnh Vĩnh Phúc, Quảng Ngãi, Vĩnh Long và các đơn vị có liên quan.

VOV.VN

ຈໍາຫນ່າຍສິນຄ້າລາຄາປະຢັດ ເພື່ອຊ່ວຍເຫລືອຜູ້ທີ່ມີລາຍໄດ້ ຫນ້ອຍ

ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດຊີພີລາວ ຈຳກັດ ເປີດໂຄງການສິນຄ້າທຸງຟ້າລາ ຄາປະຢັດຊ່ວຍປະຊາຊົນຫຼຸດຜ່ອນຄ່າຄອງຊີບ ໃນວັນທີ 20 ມີນາ 2024 ທີ່ລັດວິສາຫະກິດສະບຽງອາຫານ ນວ.

ໃນພິທີ, ທ່ານ ຄຳຫຼ້າ ແສງດາວົງ ຜູ້ອຳນວຍການລັດວິສາຫະ ກິດສະບຽງອາຫານ ນວ ກ່າວວ່າ:

ໂດຍໄດ້ຮັບທິດຊີ້ນໍາຈາກຂັ້ນ ເທີງ ໂດຍສະເພາະການຈັດຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂທາງດ້ານເສດຖະກິດ-ການເງິນ ກໍຄື ການສົ່ງເສີມການຜະລິດພາຍ ໃນເພື່ອຫຼຸດຜ່ອນການນຳເຂົ້າ. ສະນັ້ນ, ສອງບໍລິສັດຈຶ່ງໄດ້ເປີດໂຄງການນີ້ຂຶ້ນເພື່ອຊ່ວຍຫຼຸດຜ່ອນຄ່າຄອງຊີບໃຫ້ແກ່ຊາວ ນວ ໂດຍສະເພາະຜູ້ທີ່ມີລາຍໄດ້ໜ້ອຍ.

ຊີ້ນໝູ ແລະ ຜະລິດຕະພັນຊີ້ນໝູຂອງບໍລິສັດຊີພີລາວ ຈຳ ກັດ ໄດ້ນຳມາຈາກໂຮງງານຂ້າສັດທັນສະໄໝດອນດູ່ ໂດຍມີລາຄາຖືກກວ່າລາຄາທ້ອງຕະ ຫຼາດທົ່ວໄປ ມີສິນຄ້າຫຼາຍກວ່າ 30 ລາຍການໃຫ້ເລືອກຊື້ເຊັ່ນ: ຊີ້ນໝູ, ໄກ່, ໄຂ່ ຜະລິດຕະພັນຊີ້ນໝູຕ່າງໆ ຊີ້ນໝູລາຄາເລີ່ມຕົ້ນ 45.000-70.000 ກີບຕໍ່ໂລ, ໄຂ່ລາຄາເລີ່ມຕົ້ນ 51.000-60.000 ກີບຕໍ່ແຕະ ແລະ ສິນຄ້າອື່ນໆກໍມີລາຄາຖືກກວ່າຕະຫຼາດທົ່ວໄປ.

ທີ່ມາ: ວຽງຈັນໃຫມ່.

ຢຶດໝີນ້ອຍ 16 ໂຕ ຢູ່ສະຖາບັນແຫ່ງໜຶ່ງ ເຂດບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ

ທ່ານ ພັນໂທ ຈັດສະໝຸດ ຈັນທະລັງສອນ ຮອງຫົວໜ້າພະ ແນກຕຳຫຼວດສິ່ງແວດລ້ອມ ຫ້ອງຕຳຫຼວດປ້ອງກັນຄວາມສະ ຫງົບ ນະຄອນຫຼວງວຽງຈັນ ລາຍງານວ່າ: ໃນວັນທີ 17 ມີນາ 2024 ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ວ່າ: ໄດ້ກວດກາພົບເຫັນໝີນ້ອຍສີດຳ ຈຳນວນ 16 ໂຕ ຢູ່ສະຖາບັນແຫ່ງໜຶ່ງ ເຂດບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ປະສານກັບພາກສ່ວນກ່ຽວຂ້ອງລົງໄປກວດກາ ປະກົດວ່າ: ມີໝີ 16 ໂຕແທ້, ລວມເຖີງມີຢາສູບ ແລະ ເຫຼົ້າຈຳນວນໜຶ່ງທີ່ບໍ່ມີສະ ຕິກເກີ.

ຜ່ານການກວດກາ ສືບສວນສອບສວນຂອງເຈົ້າໜ້າທີ່ໄດ້ລະບຸວ່າ: ໝີຈຳນວນດັ່ງກ່າວບໍ່ມີເອກະສານຢັ້ງຢືນ ແລະ ບໍ່ມີຕົ້ນທາງທີ່ມາຢ່າງຊັດເຈນ, ສ່ວນການໃຫ້ຂໍ້ມູນຂອງຜູ້ຄຸ້ມຄອງໝີນັ້ນກໍຍັງບໍ່ທັັນໃຫ້ການຊັດເຈນວ່າ ໝີຈຳນວນດັ່ງກ່າວນັ້ນນຳມາຈາກຕ່າງປະເທດ ຫຼື ນຳມາຈາກແຂວງໃດແຂວງໜຶ່ງໃນ ສປປ ລາວ ສະນັ້ນ ເຈົ້າໜ້າທີ່ຈຶ່ງນຳໝີຈຳນວນດັ່ງກ່າວ 16 ໂຕ ມອບໃຫ້ແກ່ໂຄງການ ຟີເດີແບ ໂຄງການອານຸລັກໝີແຂວງຫຼວງພະບາງ ເພື່ອນຳໄປລ້ຽງດູອານຸລັກ ປ່ອຍຄືນສູ່ທຳມະຊາດ.

ພ້ອມນີ້, ໄດ້ກັກຕົວຜູ້ຄຸ້ມຄອງໝີໄວ້ ເພື່ອທຳການສືບ ສວນ-ສຶບສວນ ແລະ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ຈະສືບຕໍ່ຊອກຫາຜູ້ກະທຳຜິດມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທີ່ມາ: ປກສນະຄອນຫຼວງວຽງຈັນ

ສ້າງລາຍຮັບໄດ້ 900 ລ້ານກີບຕໍ່ປີ ຈາກການລ້ຽງໄກ່ພັນໄຂ່

ການຖືເອົາອາຊີບລ້ຽງສັດປີກ ໂດຍສະເພາະ ໄກ່ພັນໄຂ່ ສາມາດສ້າງລາຍຮັບໄດ້ ປະມານ 900 ລ້ານກີບຕໍ່ປີ ທັງເປັນພັດທະນາຊີວິດການເປັນຢູ່ ຂອງສະມາຊິກໃນຄອບຄົວດີຂຶ້ນ ແລະ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ທ່ານ ໄມສີຈັນ ອາຍຸ 53 ປີຢູ່ ບ້ານ ຄອນຄໍາ ກຸ່ມພັດທະນາທີ 3 ເມືອງປາກອູ ແຂວງຫລວງພະບາງ ໄດ້ໃຫ້ຮູ້ວ່າ: ໃນຄອບຄົວມີທັງໝົດ 6 ຄົນ, ຍິງ 3 ຄົນ, ລວມມີ 6 ແຮງງານ, ໃນເມື່ອກ່ອນຄອບຄົວຂອງຕົນໄດ້ຖືອາຊີບເຮັດໄຮ່, ເຮັດນາ ເຫັນວ່າຊີວິດການເປັນຢູ່ພໍແຕ່ກຸ້ມກິນ, ເລີຍຫັນມາຊື້ລົດໂດຍສານແລ່ນ, ແຕ່ການໃຊ້ຈ່າຍສົ່ງລູກຮຽນຍັງບໍ່ພຽງພໍ, ມາຮອດປີ 2012 ໄດ້ຊື້ລົດ 12 ລໍ້ແລ່ນ ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 100-200 ລ້ານກີບຕໍ່ປີ, ເລີ່ມເຮັດໃຫ້ຄອບຄົວດີຂຶ້ນ ຕໍ່ມາເນື່ອງຈາກມີລົດໂດຍສານແລ່ນຫລາຍຂຶ້ນ, ເຮັດໃຫ້ການແລ່ນລົດຂອງຕົນ ບໍ່ຄ່ອຍໄດ້ດີ ທັງມີຄວາມຫຍຸ້ງຍາກ ແລະ ບໍ່ໄດ້ຢູ່ນໍາຄອບຄົວ.

ໃນປີ 2015 ຈິ່ງໄດ້ຫັນປ່ຽນອາຊີບ ມາລ້ຽງສັດປີກ ໂດຍສະເພາະລ້ຽງໄກ່ພັນໄຂ່, ເຊິ່ງໄດ້ຕັ້ງຟາມໄກ່ພັນໄຂ່ ຊຸດທໍາອິດ 1 ຟາມ ແລະ ໄດ້ນໍາໄກ່ພັນໄຂ່ເຂົ້າ ມາ ຈຳນວນ 1.200 ໂຕ, ມາເຖິງປີ 2016 ມີໄກ່ພັນໄຂ່ເພີ່ມຂຶ້ນມາເປັນ 9.500 ໂຕ ເຫັນວ່າການລ້ຽງໄກ່ພັນໄຂ່ໄດ້ຮັບຜົນດີ ຈິ່ງໄດ້ຂະຫຍາຍຟາມ ແລະ ຊື້ໄກ່ເຂົ້າອີກຈໍານວນໜຶ່ງ ໃນປີ 2017, ທັງໄດ້ໄປຖອດຖອນບົດຮຽນນໍາໝູ່ເພື່ອນຜູ້ທີ່ມີປະສົບການ ເພື່ອມາພັດທະນາ ແລະ ປັບປຸງຟາມຂອງຕົນ.

ປັດຈຸບັນ ຄອບຄົວຂອງທ່ານ ໄມສີຈັນ ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 900 ລ້ານກີບຕໍ່ປີ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າເກົ່າ.

ສຳລັບແຜນໃນຕໍ່ໜ້າ ແມ່ນຈະສືບຕໍ່ຂະຫຍາຍຟາມໄກ່ໃຫ້ໄດ້ຕື່ມ 1 ຟາມ ແລະ ນໍາໄກ່ເຂົ້າເພີ່ມອີກ 3.000 ໂຕ ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ໄດ້ 1 ຕື້ກວ່າກີບຕໍ່ປີ ພ້ອມທັງຈະຈ້າງແຮງງານເພີ່ມຕື່ມອີກໂດຍຈະຮັບເອົາຊາວໜຸ່ມ-ຍິງໜຸ່ມ ແລະ ປະຊາຊົນ ທີ່ວ່າງງານຢູ່ພາຍໃນບ້ານ ແລະ ເຂດໃກ້ຄຽງ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ເຂົາເຈົ້າຕື່ມອີກ.

“ເມືອງເກົ່າສຸວັນນະໂຄມຄຳ” ເມືອງເກົ່າແກ່ຂອງຊົນຊາດ “ລາວ-ໄຕ”

ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ຈຸດຕາເວັນຕົກສຸດຂອງປະເທດລາວ ຄືຫ່າງຈາກເມືອງຫ້ວຍຊາຍ ແຂວງ ບໍ່​ແກ້ວ ໄປທາງທິດຕາເວັນຕົກປະມານ 40 ກິໂລແມັດ ທາງອາກາດ ຫຼື 60 ກິໂລແມັດ ທາງນ້ຳ ໃນຂອບເຂດບ້ານດອນທາດ ເມືອງຕົ້ນເຜິ້ງ, ຫ່າງຈາກເທດສະບານເມືອງຕົ້ນເຜິ້ງປະມານ 5 ກິໂລແມັດ ແລະ ໄລຍະທາງຈາກ ບ້ານດອນທາດ ເຂົ້າສູ່ເມືອງເກົ່າສຸວັນນະໂຄມຄຳແມ່ນ 3 ກິໂລແມັດ, ເວົ້າໄດ້ວ່າເປັນສະຖານທີ່ທີ່ມີຄວາມສະດວກສະບາຍໃນການເດີນທາງເຂົ້າເຖິງ. ຕາມຕຳນານຂອງ ປະເທດສີລັງກາ ທ່ານ ຝຣັ່ງຊິດ ກາເຍ ໄດ້ຂຽນໄວ້ໃນປຶ້ມ “ການສຳຫຼວດແມ່ນ້ຳຂອງ” ຂອງທ່ານໃນສະຕະວັດທີ 19 ໄດ້ເວົ້າໄວ້ວ່າ:

ເມືອງເກົ່າສຸວັນນະໂຄມຄຳ ແມ່ນກໍ່ຕັ້ງໂດຍຊົນຊາດ “ລາວ-ໄຕ” ໄດ້ປາກົດຕົວຂຶ້ນໃນສະຕະວັດທີ 5 ຂອງຄຣິສຕະສັງກາດ (ຫຼາຍກວ່າ 1,500 ປີ) ແລະ ຕາມຕຳນານນ້ຳຖ້ວມໂລກ ໄດ້ເວົ້າເຖິງພະຍາສີສັດຕະນາກ ທີ່ເກີດເມຶືອງໜອງກະແສແສນຍ່ານ (ທະເລສາບ ເອີໄຫ່ ເມືອງຕ້າລີ ມົນທົນ ຢຸນນານ) ໄດ້ນຳລີ້ພົນ 7 ໂກດ ທະລຸລົງຕາມລຳນ້ຳຂອງ, ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງໃນໄລຍະຕໍ່ມາ ເຊິ່ງໝາຍເຖິງຄົນຊົນຊາດ “ລາວ-ໄຕ” ທີ່ນັບຖືພະຍານາກ ໄດ້ເຄື່ອນຍ້າຍລົງມາແຕ່ອານາຈັກ “ນ່ານເຈົ້າ” (ເມືອງ ຕ້າລີ ມົນທົນຢຸນນານ), ລົງມາຕາມແມ່ນ້ຳຂອງ ມາຢູ່ເມືອງ ສຸວັນນະໂຄມຄຳ, ຫຼວງພະບາງ, ວຽງຈັນ ແລະ ລົງໄປຮອດຫຼີ່ຜີ ແຂວງຈຳປາສັກ ແລະ ຊົນຊາດ “ລາວ-ໄຕ” ສ່ວນໜຶ່ງເຄື່ອນຍ້າຍໄປຕາມແມ່ນ້ຳມູນ-ແມ່ນ້ຳຊີ ຂຶ້ນໄປຮອດອຸບົນລາຊະທານີ, ຮ້ອຍເອັດ, ຂອ່ນແກ່ນ ແລະ ໂຄລາດ, ສ່ວນໜຶ່ງຂອງຊົນຊາດ “ລາວ-ໄຕ” ເຄື່ອນຍ້າຍໄປທາງ ຊຽງແສນ, ຊຽງຣາຍ ແລະ ອະຍຸທະຍາ, ຊຽງໃໝ່ ແລະ ອີກສ່ວນຂອງຊົນຊາດ “ລາວ-ໄຕ” ໄດ້ເຄື່ອນຍ້າຍໄປຮອດຫຼວງພະບາງ, ໄຊຍະບູລີ, ປາກລາຍ, ອຸຕະຣາດິດ ແລະ ສຸໂຂໄທ.

ເມືອງເກົ່າສຸວັນນະໂຄມຄຳ ນີ້ໄດ້ມີການເຕີບໃຫຍ່ຂຶ້ນຢ່າງໄວວາ ພຽງແຕ່ 3 ປີເທົ່ານັ້ນກໍ່ມີບ້ານເຮືອນເຖິງໜຶ່ງແສນຫຼັງຄາເຮືອນ. ຕໍ່ມາ ເມືອງສຸວັນນະໂຄມຄຳ ໄດ້ມີການປະພຶດທີ່ບໍ່ຊື່ສັດຕໍ່ພໍ່ຄ້າຊາວຂາຍ ໂດຍສະເພາະຕໍ່ຊາວນາກຫຼວງພະບາງ (ຄົນລາວທີ່ນັບຖືພະຍານາກ) ອັນເປັນສາເຫດກໍ່ໃຫ້ເກີດຄວາມຜິດຂ້ອງຕ້ອງຖຽງ ແລະ ສູ້ຮົບກັນ, ພວກເຂົາເຈົ້າຈຶ່ງໄດ້ຍົກທັບຂຶ້ນເມືອຕີ ເມືອງສຸວັນນະໂຄມຄຳ ຈົນຮາບກ້ຽງ ເຮັດໃຫ້ຊາວເມືອງແຕກຕື່ນ ແລະ ອົບພະຍົບໄປຫຼາຍທິດທາງ ໄປຢູ່ທັງຊຽງແສນ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ. ດ້ວຍເຫດນີ້ ໃນວັນທີ 03 ພຶດສະພາ 2022 ໄດ້ສຳເລັດພິທີການຕິດຕັ້ງຮູບປັ້ນພະຍາສີສັດຕະນາກຄະຣາຊ (ເຈັດສຽນ) ຈາກວັດສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລ້ວນຳມາປະດິດສະຖານໄວ້ທີ່ວັດປ່າໂພທອງ ໜອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍຍ້ອນວ່າ ນະຄອນຫຼວງວຽງຈັນ ແມ່ນເມືອງໃໝ່ຂອງອານາຈັກສຸວັນນະໂຄມຄຳ (ຫຼື ສຸວັນນະໂຄມຄຳ ຕອນປາຍ ເຊິ່ງເປັນເມືອງກ່ອນຍຸກອານາຈັກລາວລ້ານຊ້າງ ຜູ້ຄົນອົບພະຍົບຈາກສຸວັນນະໂຄມຄໍາ ມາຢູ່ວຽງຈັນ).

ເມືອງເກົ່າສຸວັນນະໂຄມຄຳແຫ່ງນີ້ ຖືກສົງຄາມທຳລາຍ ແລະ ການປ່ຽນທິດຂອງນ້ຳໄຫຼ, ໄພພິບັດທາງທຳມະຊາດຕ່າງໆ ເຖິງເມືອງຈະໄດ້ຮັບການຟື້ນຟູມາຫຼາຍຄັ້ງຫຼາຍຫົນ ພາຍໃຕ້ຊື່ຕ່າງໆກໍຕາມ ແຕ່ສຸດທ້າຍກໍກາຍມາເປັນສະພາບນະຄອນຮ້າງທີ່ເຫຼືອພຽງຮ່ອງຮອຍປະໄວ້, ເຊິ່ງພົບວ່າມີ 44 ບູຮານສະຖານກໍ່ສ້າງດ້ວຍອິດ ແລະ ປະທາຍ ອັນເປັນພຸດທະສິມມາ, ພະທາດ, ພະພຸດທະຮູບ, ນ້ຳສ້າງ ແລະ ອື່ນໆ ທີ່ຍັງຄົງຫຼົງເຫຼືອຈາກໂຈນປຸ້ນສົມບັດ, ແຕ່ສິ່ງທີ່ຊົງຄວາມງົດງາມສະຫງ່າຕະການ ໃນສະໄໝກ່ອນນັ້ນ ໄດ້ແກ່ພະພຸດທະອົງປາງສະມາທິ ເປັນພະພຸດທະຮູບອົງໃຫຍ່ ທີ່ມີໜ້າຕັກກ້ວາງ 7.10 ແມັດ, ສູງ 7.22 ແມັດ (ບໍ່ນັບຍອດເກດ), ບ່າແຕ່ລະຂ້າງ 1.10 ແມັດ, ດ້ານຂ້າງແຕ່ກະໂພກຫາເຂົ່າ 3.60 ແມັດ ເຊິ່ງນັບວ່າເປັນພະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ໃນຍ່ານອາຊີອາຄະເນ.

ນອກນັ້ນ ເມືອງເກົ່າສຸວັນນະໂຄມຄຳ ກໍ່ຍັງມີປູສະນີຍະສະຖານທີ່ຍັງຄົງຫຼົງເຫຼືອຢູ່ຈຳນວນໜຶ່ງ ໃນສະໄໝເຈົ້າໄຊຍະເສດຖາທິຣາດ ເຊິ່ງພະອົງໄດ້ໃຫ້ການສະຖາປະນາ, ບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມ ຕາມຝັ່ງແມ່ນ້ຳຂອງ ແລະ ຕໍ່ມາ ກໍ່ໄດ້ຖືກພັງທະລາຍລົງ ໂດຍການຮຸກຮານຂອງກອງທັບພະມ້າ ຫຼົງເຫຼືອໄວ້ພຽງແຕ່ຮ່ອງຮອຍປະຫວັດສາດໃຫ້ແກ່ຄົນຮຸ່ນຫຼັງ ຈົນມາຮອດຕົ້ນປີ 2024 ນີ້ ຈິ່ງໄດ້ຄົ້ນພົບພະພຸດທະຮູບຢູ່ສີມເກົ່າ ຫຼາຍອົງທີ່ງົດງາມ, ລວດລາຍສີມ ກໍແປກຕາ ແລະ ເປັນເອກະລັກ ຈົນເຮັດໃຫ້ຄົນລາວບໍ່ຢາກເຊື່ອສາຍຕາ ນັ້ນກໍເພາະວ່າ ເມືອງສຸວັນນະໂຄມຄຳ ທີ່ເປັນເມືອງເກົ່າຂອງຊົນຊາດ “ລາວ-ໄຕ” ແມ່ນມີຄວາມຈະເລີນຮຸ່ງເຮືອງ ແລະ ຍິ່ງໃຫຍ່ແທ້ໆໃນອະດີດ.

ສ່ວນທີ່ມາຂອງຊື່ “ເມືອງສຸວັນນະໂຄມຄຳ” ນັ້ນ ໂດຍມີຕຳນານດັ່ງນີ້: “ພຣະເຈົ້າສີລິວົງສາ ກະສັດຂອງນະຄອນໂພທິສານຫຼວງ (ນະຄອນໂຄຕະປຸຣະ ຫຼືໂຄຕະບູນ ຫຼື ສີໂຄຕະບອງ ຢູ່ໃນເຂດເມືອງ ທ່າແຂກ ແຂວງຄຳມ່ວນໃນປັດຈຸບັນ) ມີພຣະຣາຊະບຸດ 2 ພຣະອົງ, ອົງແຮກມີພຣະນາມວ່າ “ອິນທຣະວົງສາ” ແລະອົງນ້ອງພຣະນາມວ່າ “ໄອຍະກຸມານ” ເມື່ອພຣະຣາຊະບິດາສະຫວັນນະຄົດແລ້ວ ໂອຣົດທັງສອງອົງອ້າຍ ກໍຂຶ້ນຄອງຣາດຊະສົມບັດ ແລະອົງນ້ອງເປັນອຸປາຣາດ ພຣະຍາອິນທະວົງສາ ມີໂອຣົດຊົງພຣະນາມວ່າ “ພຣະຍາອິນປະຖົມ” ແລະ ພຣະຍາໄອກຸມານ ມີພຣະທິດາຊົງ ພຣະນາມວ່າ “ນາງອູຣະສາ” (ຄົງຈະເປັນ ໂອຣະສາ ພາສາໄຕລື້ ) ແລະ ພຣະໂອຣົດ ພຣະທິດາທັງສອງພຣະອົງໄດ້ອະພິເສກສົມຣົດກັນ (ພີ່ນ້ອງເອົາກັນຕາມປະເພນີຂອງກະສັດໃນອະດີດ), ຄັນເມື່ອພຣະຍາອິນທະວົງສາສະ ຫວັນນະຄົດ ພຣະຍາອິນປະຖົມກຸມານ ກໍຂຶ້ນຄອງຣາຊະສົມບັດແທນ.

ພຣະຍາໄອກຸມານ ຜູ້ເປັນອາວ ແລະ ພໍ່ເຖົ້າ ໄດ້ສະລະຕຳແໜ່ງມະຫາອຸປາຣາດ ແລ້ວພາບໍຣະວານເດີນຂຶ້ນຕາມລຳແມ່ນຳ້ຂອງ ເປັນເວລາ 4 ເດືອນ ຈຶ່ງເຖິງດອນເຂີນ ເຊິ່ງຕັ້ງຢູ່ດ້ານຊ້າຍປາກແມ່ນ້ຳກົກ ທິດຕາເວັນຕົກ ພຣະຍາໄອກຸມານ ຈຶ່ງຕັດສິນໃຈຕັ້ງຣາຊະນະຄອນທີ່ດອນເຂີນ ອັນປະກອບດ້ວຍຄົວເຮືອນເບື້ອງຄົ້ນ 4,000 ຄົວເຮືອນ. ຂະນະນັ້ນ ຂ່າວດີກໍໄດ້ມາເຖິງພຣະອົງວ່າ ພຣະທິດາຂອງພຣະອົງກໍໄດ້ປະສູດພຣະໂອຣົດ ທີ່ມີເຕຊານຸພາບ ແຕ່ຍັງປະສູດ ແລະ ຕໍ່ມາກໍເກີດອະພິນິຫານຂຶ້ນຫຼາຍຢ່າງ ໃນຣາຊະສຳນັກນະຄອນໂຄຕະປຸຣະ (ໂຄຕະບູນ) ອັນເປັນສາເຫດໃຫ້ອາມາດຣາຊະມົນຕີຢ້ານໄພພິບັດທຳໃຫ້ບ້ານເມືອງຫຼົ້ມຈົມ (ຄ້າຍຄືຕຳນານເຈົ້າຟ້າງຸ່ມ ທີ່ເກີດມາແລ້ວມີແຂ້ວ 33 ເຫຼັ້ມ).

ເມື່ອເສນາອາມາດນຳຄວາມຂື້ນທູນພຣະບິດາຜູ້ເປັນພຣະເຈົ້າແຜ່ນດິນ, ພຣະອົງເລີຍຮັບສັ່ງໃຫ້ເອົາພຣະມະເຫສີ ແລະ ຣາຊະບຸດໃສ່ແພລອຍນ້ຳ ຄັນເມື່ອພຣະເຈົ້າໄອຍະກຸມມານຊົງຊາບເລື່ອງນີ້ ກໍເສີຍພະໄທຢ່າງຍິ່ງ ຈຶ່ງໄດ້ ຮັບສັ່ງໃຫ້ໄພ່ຟ້າຣາຊະດອນທຳການບູຊາໂດຍຈູດທູບທຽນ, ໂຄມໄຟ ແລະປະທີບບູຊາພະຍານາກ ໃຫ້ສະຫວ່າງ ທົ່ວແມ່ນ້ຳຂອງເປັນເວລາ 7 ວັນ 7 ຄືນ ເພື່ອຂໍໃຫ້ພະຍານາກຊູເອົາເຮືອຂອງພຣະມະເຫສີ ແລະກຸມານນ້ອຍໄວ້ບໍ່ໃຫ້ໄຫຼລົງສູ່ທະເລ (ຕຳນານເລົ່າໄວ້ວ່າພະຍານາກໄດ້ສ້າງຫຼີ່ຜີຂຶ້ນ ຈຶ່ງປາກົດເປັນດອນຂີ້ນາກ ເພື່ອກັ້ນແມ່ນ້ຳຂອງ ແລ້ວເຮັດໃຫ້ແພຂອງອົງກຸມມານນ້ອຍ ໄດ້ໄຫຼຢ້ອນຂຶ້ນເໜືອຈົນເຖິງເກາະເຂີນ) ການທີ່ບູຊາພະຍານາກໂດຍ ການຈູດທູບ, ທຽນ, ໂຄມໄຟ ໄປຕາມແມ່ນ້ຳຂອງນີ້ເອງ ຈຶ່ງເກີດມີປະເພນີໄຫຼເຮືອໄຟຂອງຊົນຊາດ “ລາວ-ໄຕ” ເຮົາຄັ້ງທຳອິດ ແລະ ປະຕິບັດກັນແຕ່ນັ້ນມາຈົນເຖິງປັດຈຸບັນ, ສ່ວນການບູຊານາກ ໂດຍໂຄມໄຟ ແມ່ນຍັງມີຢູ່ພາກເໜືອ “ລາວ-ໄທຍ”. ດ້ວຍເຫດນີ້ເອງຊຸມຊົນທີ່ຕັ້ງຂຶ້ນເທິງ “ເກາະເຂີນ” ຈຶ່ງໄດ້ຖືກຂະໜານນາມວ່າ “ເມືອງສຸວັນນະໂຄມຄຳ” ຕາມຊື່ກຸມມານນ້ອຍນັ້ນ ເຊິ່ງມີນາມວ່າ “ສຸວັນນະມຸຂະທາວາຣະ” ແລະ ໂຄມເຊ່ິງຈູດບູຊາພະຍານາກເຊິ່ງເອີ້ນວ່າ “ໂຄມຄຳ”.

(ຮຽບຮຽງໂດຍ ທ້າວ ກາບແກ້ວ ທຳມະວົງ, ຂໍ້ມູນຈາກ: ປຶ້ມບັນຊີແຫຼ່ງທ່ອງທ່ຽວທົ່ວປະເທດລາວ ປີ 2019, ປຶ້ມ “ປະຫວັດຊົນຊາດລາວ 5,000 ປີ, ລາວ Temple, ພາບຈາກ: ພຣະອາຈານ ຂັດຕິຍະບາຣະມີ).

ໝາຍເຫດ: ພະພຸດທະຮູບທີ່ຄົ້ນພົບຢູ່ເມືອງຕົ້ນເຜິ້ງ ທີ່ຄ້າຍຄືພະສຸກນັ້ນ ບໍ່ແມ່ນພະສຸກເດີ, ສ່ວນພະສຸກແມ່ນຍັງຈົມຢູ່ເວີນສຸກ ເຊິ່ງພະອົງກໍສຸດທີ່ຢາກຂຶ້ນມາຈາກນ້ຳຂອງ ເພາະບ້ານເມືອງສະຫງົບສຸກແລ້ວ ແຕ່ຍັງລໍຖ້າຄົນມີບຸນມາອັງເຊີນຂຶ້ນ, ພວກເຮົາທີ່ນັບຖືພຸດທະສາສະໜາ ຈົ່ງໝັ່ນທຳແຕ່ຄວາມດີ, ຢ່າຜິດຖຽງກັນຫຼາຍ ເພື່ອວ່າຈະໄດ້ເປັນໜຶ່ງໃນຄົນມີບຸນເຊີນພະສຸກຂຶ້ນຈາກນ້ຳຂອງ.

Cr: Keo Thammavong