Latest News in details

ປຊຊ!ສ່ອງແສບັນຫາ ການໃຊ້ທາງຫຼວງ ເປັນບ່ອນຈອດລົດ

ປະຊາຊົນສ່ອງແສງ ! ບັນຫາການໃຊ້ທາງຫລວງເປັນບ່ອນຈອດລົດຢູ່ເຂດອິນແປງ-ອົງຕື້ວັນທີ 24 ພະຈິກ 2023, ປະຊາຊົນ ສ່ອງແສງມາຍັງທີມຂ່າວໜັງສືພິມລາວພັດທະນາ ວ່າ: ປັດຈຸບັນໂດຍສະເພາະຕອນຫົວຄ່ຳຫາຕອນກາງຄືນ ໄດ້ມີລົດຈັກຈຳນວນຫລາຍຈອດຢູ່ກາງທາງຫລວງເສັ້ນລ່ອງນັບແຕ່ເຂດວັດອິນແປງລົງໄປຫາວັດອົງຕື້ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເຮັດໃຫ້ການສັນຈອນແອອັດ ແລະ ສ່ຽງຕໍ່ອຸຕິບັດເຫດ.ຝາກເຖິງພາກສ່ວນກ່ຽວຂ້ອງກວດກາ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ເພື່ອຄວາມສະດວກແກ່ຜູ້ສັນຈອນໄປມາ ແລະ ປ້ອງກັນອຸບັດຕິເຫດທີ່ອາດເກີດຂຶ້ນດ້ວຍ.

ອົງການ!ກວດສອບແຫ່ງ ລັດເຜີຍແຜ່ ມະຕິ7ແລະບັນດາ

ວັນທີ 24 ພະຈິກ 2023, ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຜີຍແຜ່ເອກະສານມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ສະບັບເລກທີ 211/ຄຈສພ, ລົງວັນທີ 16 … Read More