ເດືອນພະຈິກ 20, 2023 – ສື່ລາວ.ຄອມ
Connect with us
  • ทั่วไป2 ອາທິດ ago

    ອາກາດ!ໜາວເຢັນປົກຄຸມ ຍູ່ທຸກພາກ ອຸນຫະພູມຕ່ຳສຸດ8ອົງສາ

    ອາກາດໜາວເຢັນປົກຄຸມທົ່ວທຸກພາກ ອຸນຫະພູມຕໍ່າສຸດ 8 ອົງສາຢູ່ແຂວງພາກເໜືອກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດ ປະຈໍາວັນທີ 19 ພະຈິກ 2023 ນີ້ວ່າ: ຄວາມກົດດັນອາກາດສູງຂອງອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນອອກ – ຕາເວັນອອກສຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມໃນຕອນ ເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນປາກຊ່ອງ. ສໍາລັບພາກກາງ ແລະ ພາກໃຕ້ ອາກາດ ຮ້ອນໃນຕອນບ່າຍ.ພາກເໜືອດ້ານຕາເວັນອອກ:...

  • ทั่วไป2 ອາທິດ ago

    ຂ່າວຮ້າຍ!ນັກທ່ອງທ່ຽວ ຂັບລົດຕົກຂຸມ ບາດເຈັບໜັກ2ຄົນ

    ນັກທ່ອງທ່ຽວຂີ່ລົດຕົກຂຸມ ບາດເຈັບ 2 ຄົນວັນທີ 19​ ພະຈິກ​ 2023 ຜ່ານມານີ້​ ມີອຸບັດເຫດເກີດຂຶ້ນຢູ່ທາງໄປຕາດກວາງຊີ ແຂວງຫລວງພະບາງ​ ມີຜູ້ໄດ້ຮັບບາດເຈັບ 2 ຄົນ.​ເຫດການດັ່ງກ່າວເປັນລົດຈັກນັກທ່ອງທ່ຽວ​ຕ່າງປະເທດ​ ເປັນເຫດລົດລົ້ມເອງຍ້ອນຕົກຂຸມຢູ່ເສັ້ນທາງ ເຊິ່ງອາດແມ່ນຍ້ອນບໍ່ລຶ້ງເສັ້ນທາງ.ສຳລັບ​ທ່ານໃດ ຈະໃຊ້ເສັ້ນທາງດັ່ງກ່າວ ຂໍໃຫ້ຂັບຂີ່ດ້ວຍຄວາມລະມັດລະວັງ ເນື່ອງຈາກສະພາບເສັ້ນທາງມີຫາຍຈຸດເປັນບວກເປັນຂຸມ ເພື່ອຫລີກລ່ຽງອຸບັດເຫດທີ່ອາດຈະເກີດຂຶ້ນ ແລະ​ ຝາກເຖິງພາກສ່ວນກ່ຽວຂ້ອງ​ກວດກາ​ ແລະ​ ແກ້ໄຂບັນຫາດັ່ງກ່າວນີ້ດ້ວຍ.​

  • ทั่วไป2 ອາທິດ ago

    ອັດຕາ!ແລກປ່ຽນເງີນຕາ ມື້ນີ້ເພີ່ມ ຂຶ້ນສູງ+633ແລ້ວ

    ອັດຕາແລກປ່ຽນເງິນຕາ ປະຈຳວັນທີ 20 ພະຈິກ 2023

  • ทั่วไป2 ອາທິດ ago

    ຊີ້ແຈງ!ເລື່ອງຮຽກກັບ ເງິນນັກທ່ອງທ່ຽວໄທ ບໍ່ແມ່ນ5ພັນບາດ

    ເຈົ້າໜ້າທີ່ ຊີ້ແຈງເລື່ອງຮຽກເງິນຈາກນັກທ່ອງທ່ຽວໄທ ປັບໃໝຕາມລະບຽບການພຽງແຕ່ 700.000 ກີບ ບໍ່ແມ່ນ 5 ພັນບາດ ຕາມທີ່ເປັນຂ່າວຂ່າວໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 20 ພະຈິກ 2023 ນີ້ ທ່ານ ພັທ ກິດອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ I ແຈງ ກ່ຽວກັບເຫດການທີ່ກຳລັງເປັນກະແສໃນສື່ສັງຄົມອອນລາຍທີ່ສັງຄົມໃຫ້ຄວາມສົນໃຈກ່ຽວກັບເຈົ້າໜ້າທີ່...

  • ทั่วไป2 ອາທິດ ago

    ຂ່າວດີ!ພຽງ1ເດືອນມີ ຄົນມາທ່ຽງ ໄຊສົມບູນ2.325ຄົນ

    ພຽງ 1 ເດືອນ ໄຊສົມບູນ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ໄດ້ 2.325 ເທື່ອຄົນ.ທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊສົມບູນ ລາຍງານໃນກອງປະຊຸມ ສ່ອງແສງລັດຖະບານ ປະຈຳເດືອນ ພະຈິກ 2023, ທີ່ໄດ້ຈັດຂຶ້ນໃນວັນທີ 15 ພະຈິກ 2023ນີ້ ໂດຍຜ່ານວິດີໂອທາງໄກວ່າ: ໃນໄລຍະໜຶ່ງເດືອນຜ່ານມາ ການຈັດເກັບລາຍຮັບເຂົ້າງົບປະມານ ຂອງແຂວງໄດ້ຫຼາຍກວ່າ 15 ຕື້ກີບ,...

  • ทั่วไป2 ອາທິດ ago

    ເຮັດແທ້!ປັບໄຫມຮ້ານບັນ ເທີງທີ່ລະເມີດ ເປີດສຽງເກີນ80ດີຊີເບວ

    ຍັງພົບເຫັນຮ້ານອາຫານ ແລະ ຮ້ານບັນເທີງ 8 ຮ້ານ ຢູ່ເມືອງຈັນທະບູລີ ທີ່ລະເມີດລະບຽບການ ແລະ ເປີດເຄື່ອງສຽງກາຍກຳນົດ 80 ດີຊີເບວ ວັນທີ 17 ພະຈິກ 2023 ຄະນະຮັບຜິດຊອບຕິດຕາມ ກວດກາ ແລະ ແກ້ໄຂສຽງເນືອງນັນໃນທຸລະກິດຮ້ານອາຫານ ແລະ ຮ້ານບັນເທີງຢູ່ນະຄອນຫຼວງວຽງຈັນ (ນວ) ຈຸທີ 1 ໄດ້ລົງຕິດຕາມກວດກາ ແລະ...

  • ทั่วไป2 ອາທິດ ago

    ຈຳໃຊ້!ກຳລັງ400ຄົນ ປ້ອງການ ງານບຸນພະທາດຫຼວງ

    ຈະນຳໃຊ້ກຳລັງ 400 ກວ່າຄົນ ປ້ອງກັນງານບຸນພະທາດຫລວງ ແກ້ໄຂບັນຫາການສັນຈອນແອອັດ ວັນທີ 17 ພະຈິກ 2023, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມຜ່ານແຜນປ້ອງກັນ ງານບຸນພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ລາວ-ໄອເຕັກ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23-27 ພະຈິກນີ້,ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຜ່ານແຜນປ້ອງກັນ ງານບຸນພະທາດ...

  • ทั่วไป2 ອາທິດ ago

    ເປີດໃຊ້!ສູນບຳບັດ ຟື້ນຟູຜູ້ຕິດ ຍາເສບຕິດແຂວງເຊກອງ

    ວັນທີ 17 ພະຈິກ 2023, ພິທີມອບ-ຮັບ ແລະ ເປີດນໍາໃຊ້ສູນບໍາບັດ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໂດຍມີ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ.ພັອ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການປກສ ແຂວງເຊກອງ ລາຍງານວ່າ: ໂຄງການກໍ່ສ້າງ ແລະ ສ້ອມແປງສູນບໍາບັດ-ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ...

  • ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້