ເຕືອນການສັນຈອນ! ເກີດເຫດດິນເຈື່ອນຢູ່ທາງພູໃຫຍ່ຄົກເຂົ້າດໍ ເວລາ 23:00 ໂມງ ຂອງວັນທີ 17 ກັນຍາ 2023 ເສັ້ນທາງ ເລກທີ 11 (ເຂດພູໃຫຍ່) ລະຫວ່າງ ເມືອງຊະນະຄາມ ແຂວງວຽງຈັນ ຫາ ເມືອງປາກລາຍ ແຂວງໄຊຍະບູລີ ເກີດມີດິນເຈື່ອນ ແລະ ມີລົດບັນທຸກຕັນ ເຮັດໃຫ້ການສັນຈອນໄປມາບໍ່ໄດ້. ລາຍງານຫລ້າສຸດ ຈາກຜູ້ສັນຈອນໄປມາ ວ່າ:...
ວັນທີ 17 ກັນຍາ 2023, ເຂື່ອນໄຟຟ້ານໍ້າເທີນ 2 ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຢຸດການປ່ອຍນໍ້າ ແລະ ຢຸດທຳການຜະລິດກະແສໄຟຟ້າຊົ່ວຄາວ ເນື່ອງຈາກລະດັບນໍ້າເຊບັ້ງໄຟເພີ່ມຂຶ້ນສູງ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນມາ ຄວ້າງແສງສິງ ຫົວໜ້າພະແນກຄວບຄຸມການຜະລິດ ແລະ ບໍລິຫານຈັດການນໍ້າ ເຂື່ອນໄຟຟ້ານໍ້າເທີນ...
ເກີດເຫດໄຟໄໝ້ສາງເຄື່ອງ ຢູ່ເຂດບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ. ເວລາປະມານ 10:00 ໂມງ ຂອງວັນທີ 18 ກັນຍາ 2023, ເກີດເຫດໄຟໄໝ້ສາງເຄື່ອງ ຢູ່ເຂດບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ, ເຊິ່ງເຈົ້າໜ້າທີ່ໜ່ວຍງານດັບມອດໄຟໄດ້ລະດົມລົດນ້ຳເຂົ້າໄປດັບມອດ ແລະ ປັດຈຸບັນສາມາດຄວບຄຸມໄຟບໍ່ໃຫ້ລຸກລາມໄປເປັນວົງກວ້າງ. ສ່ວນສາເຫດໄຟໄໝ້ຄັ້ງນີ້, ພວມຢູ່ໃນຂັ້ນຕອນສອບສວນຂອງເຈົ້າໜ້າທີ່.
ຈັບຜູ້ລັກລອບຕັດໄມ້ຫວງຫ້າມໄດ້ 4 ຄົນ ສ່ວນອີກ 2 ຄົນເອົາຕົວຫລົບໜີ ໂທລະພາບແຂວງບໍ່ແກ້ວລາຍງານວັນທີ 18 ກັນຍາ 2023ວ່າ: ທະຫານແຂວງບໍ່ແກ້ວ ພົບເຫັນຄົນຈຳນວນໜຶ່ງລັກລອບຕັດໄມ້ ລຽບຕາມທາງຕັດໃໝ່ພູ 106 ຈຶ່ງໄດ້ສົມທົບກັບກອງກວດກາປ່າໄມ້ປະຈຳແຂວງລົງກວດຄົ້ນສະຖານທີ່ດັ່ງກ່າວ. ຈາກການກວດຄົ້ນຂອງເຈົ້າໜ້າທີ່ພົບ ຈັກສະຕິນ 4 ເຄື່ອງ, ລົດຈັກ 2 ຄັນ, ໄມ້ 1 ຕັບ,ຂະໜາດ ກວ້າງຂອງໄມ້...
ວັນທີ 16-18 ກັນຍາ 2023, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມງານວາງສະແດງສິນຄ້າອາຊຽນ-ຈີນ ຄັ້ງທີ 20 ແລະ ກອງປະຊຸມ ສຸດຍອດການຄ້າ-ການລົງທຶນ ອາຊຽນ-ຈີນ ຄັ້ງທີ 20 ທີ່ນະຄອນໜານໜິງ, ແຂວງກວາງຊີ, ສປ ຈີນ ພາຍໃຕ້ຄຳຂວັນ: “ຮ່ວມແຮງກັນ...
ວັນທີ 15 ກັນຍາ 2023, ກະຊວງການເງິນ ຈັດກອງປະຊຸມຮ່ວມລະຫວ່າງກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການກະກຽມເປັນເຈົ້າພາບ ແລະ ປະທານ ຮອບວຽນຂະແໜງການເງິນ-ເງິນຕາ ອາຊຽນ ໃນປີ 2024…
ສຶກສາອົບຮົມ ໄວໜຸ່ມດື່ມນ້ຳກະທ່ອມ 8 ຄົນ ພ້ອມເຮັດບົດບັນທຶກ ຖ້າມີອີກຄັ້ງຕໍ່ໄປຈະປະຕິບັດຕາມລະບຽບການຢ່າງເຂັ້ມງວດ ວັນທີ 15 ກັນຍາ 2023, ກອງບັນຊາການປ້ອງກັນຄວາມສະຫງົບເມືອງສາລະວັນ ແຂວງສາລະວັນ ໄດ້ນໍາຕົວກຸ່ມໄວໜຸ່ມທີ່ມົ້ວສຸມດື່ມນໍ້າກະທ່ອມຈໍານວນ 8 ຄົນ ຍິງ 2 ຄົນ ເຂົ້າມາສຶກສາອົບຮົມກ່າວເຕືອນ ໃຫ້ເຂົາເຈົ້າໃຈຕໍ່ຜົນຮ້າຍໄພອັນຕະລາຍຂອງການດື່ມນໍ້າກະທ່ອມ. ທ່ານ ພັຕ ຫວັດມະນີ ນ້ອຍສີແສງ ຫົວໜ້າພະແນກຕໍາຫລວດ ປກສ...
ໄຟໄໝ້ເສົາໄຟຟ້າ ເວລາ 18:3′ ວັນທີ 18 ກັນຍາ2023 ມີໄຟໄໝ້ເສົາໄຟຟ້າຢູ່ເຂດ ທາງສີ່ແຍກເຂົ້າເສດຖະກິດກວມລວມ ໄຊເສຖາ ນະຄອນຫລວງວຽງຈັນ. ຄາດວ່າເກີດຈາກໄຟຊັອດແລ້ວເປັນປະກາຍໄຟຂຶ້ນ ປະຊາຊນຜູ້ເຫັນເຫດການແຈ້ງວ່າປັດຈຸບັນລາຍງານພາກສ່ວນກ່ຽວຂ້ອງແລ້ວ ລໍການແກ້ໄຂຢູ່
ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້