ເຕືອນການສັນຈອນ ! ເສັ້ນທາງ ທາງເລກ 8 ບ້ານໜອງກອກ- ພູໄຮ ເມືອງຄຳເກີດ ແຂວງບໍລິຄຳໄຊ ລາຍງານຫລ້າສຸດ ວັນທີ 11 ກັນຍາ 2023 ຈາກຜູ້ສັນຈອນໄປມາ ທາງເລກ 8 ບ້ານໜອງກອກ- ພູໄຮ ເມືອງຄຳເກີດ ແຂວງບໍລິຄຳໄຊ ຍັງຢູ່ໃນສະພາບຫຍຸ້ງຍາກ, ເປັນຕົມ ແລະ ຍັງເປັນຮ່ອມນ້ອຍ. ທ່ານໃດຈະເດີນທາງເສັ້ນທາງດັ່ງກ່າວ...
ເກີດນໍ້າປ່າໄຫລຊຸ ກະທັນຫັນ ຖ້ວມເຮືອນປະຊາຊົນຫລາຍບ້ານ ທ່ານ ຄໍາມີ ນາຍບ້ານບໍ່ເຫລັກ ກຸ່ມປາງປອດທີ່ຢູ່ໃນເຫດການໃຫ້ຮູ້ວ່າ: ຄືນວັນທີ 10 ກັນຍາ 2023 ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ມີຝົນຕົກໜັກເລີ່ມແຕ່ເວລາ 10 ໂມງກາງຄືນ ຈົນຮອດ 4 ໂມງເຊົ້າວັນທີ 11 ກັນຍາ 2023 ເນື່ອງຈາກວ່າມີຝົນນຕົກໜັກຫລາຍຊົ່ວໂມງຕິດຕໍ່ກັນ ໄດ້ເກີດມີນໍ້າປ່າໄຫລສຸລົງສູ່ແມ່ນໍ້າສາຍຕ່າງໆ ແລ້ວໄປປອງໃສ່ແມ່ນໍ້າຍຸງ ກໍ່ໃຫ້ເກີດມີນໍ້າຖ້ວມຢ່າງກະທັນຫັນ...
ອີງຕາມການລາຍງານ ທ່ານ ສີສົມພັນ ພິມສີປະສົມ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ໃຕ້ ສັນຍາທີ 1–2 ໃຫ້ຮູ້ວ່າ: ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ໃຕ້ ແຕ່ກິໂລແມັດ (ກມ) ທີ 71 ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຫາ ກິໂລແມັດທີ 346...
ວັນທີ 9 ກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ຢູ່ພາຍໃນແຂວງຫົວພັນ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ບັນດາພະແນກການ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ຕ້ອງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ...
ວັນທີ 11 ກັນຍາ 2023, ສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ໃນຂົງເຂດສະພາແຫ່ງຊາດ ປະກອບມີ: ກົດໝາຍວ່າດ້ວຍສະພາແຫ່ງຊາດ; ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ; ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງ...
ມອບຜູ້ຖືກຫາສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດ 164 ຄົນ ຄົນໃຫ້ຕຳຫຼວດ ສປ ຈີນ ວັນທີ 11 ກັນຍາ 2023 ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຈັດພິທີມອບ-ຮັບຕົວຜູ້ຖືກຫາໃນຄະດີສໍ້ໂກງຊັບຜ່ານທາງລະບົບໂທລະຄົມຂ້າມຊາດ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ນຳໄປສືບຕໍ່ດຳເນີນຄະດີ, ໂດຍມີ ທ່ານ ພັອ ມັກ ວິໄລພົນ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ...
ເຕືອນການສັນຈອນ ເສັ້ນທາງ 18A ແຂວງຈຳປາສັກ ສະພາບເສັ້ນທາງ ເລກທີ 18A ວັນທີ 11 ກັນຍາ 2023 ຫຍຸ້ງຍາກ, ມີລົດບັນທຸກເກີດອຸບັດເຫດ ເນື່ອງຈາກຝົນຕົກໜັກກເຮັດໃຫ້ທາງເປັນຕົມມື່ນ. ທ່ານໃດຈະໃຊ້ເສັ້ນທາງດັ່ງກ່າວໃຫ້ລະມັດລະວັງ.
ເກີດເຫດ ໄວໜຸ່ມຖືກຍິງຖືກຍິງເສຍຊີວິດ 2 ຄົນ ໜ່ວຍກູ້ໄພອົງການກາແດງແຂວງບໍ່ແກ້ວລາຍງານວ່າ: ເວລາ 06:07ນາທີ ຂອງວັນທີ 10 ກັນຍາ 2023 ໄດ້ຮັບແຈ້ງເຫດມີຄົນຖືກຍິງ ຢູ່ບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເມື່ອໜ່ວຍກູ້ໄພໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ 2 ຄົນ. ຂໍ້ມູນເບື້ອງຕົົ້ນຂອງຜູ້ເສຍຊີວິດຄື: ຜູ້ທີ1: ຊື່ທ້າວ ບີລີ ອາຍຸ 19ປີ ຢູ່ບ້ານຈອມຈຸກ ເມືອງຫ້ວຍຊາຍ...
ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້