ເຫດອຸກອາດບໍ່ຢ້ານກົວຕໍ່ກົດໝາຍລາຍນີ້ ເກີດຂຶ້ນໃນຄືນວັນທີ່ 02/06/2023 ໄດ້ມີເຫດຍິງກັນຕາຍຢູ່ໜ້າຮ້ານສະນຸກເກີ ຊູໂມ ໂຕ ໂນ ຂ້າງໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ເປັນເຫດໃຫ້ມີຜູ້ເສຍຊີວິດ 1 ລາຍ ເຊິ່ງຈາກການເກັບກຳຂໍ້ມູນລັບໆຂອງສາຍ ຂ່າວພໍ້ວ່າ ຜູ້ເສຍຊີວິດເປັນເພື່ອນກັບເຈົ້າຂອງຮ້ານຊູໂມແຕ່ແບ່ງສັນປັນສ່ວນເງີນໃນທຸລະກິດບໍ່ລົງໂຕ ເຖິງຂັ້ນຜູ້ເສຍຊີວິດມາຍິງ ລູກນ້ອງເຈົ້າຮ້ານຄັ້ງໜຶ່ງ ວານນີ້ຜູ້ກ່ຽວກໍ່ມີປັນຫາກັບລູກນ້ອງເຈົ້າຂອງຮ້ານອີກ ຈຶ່ງຖືກລູກນ້ອງເຈົ້າຂອງຮ້ານຍິງໄປ 7 ນັດ ກະສຸນສຳຄັນເຂົ້າໜ້າຜາກຜູ້ກ່ຽວຢ່າງຈັງ ເປັນເຫດໃຫ້ເສຍຊີວິດທັນທີ່(ຜູ້ເສຍຊີວິດແມ່ນຄົນໃສ່ຫມວກ)
ປະກາດຫາພີ່ນ້ອງ ຜູ້ເສຍຊີວິດ ໃນວັນທີ03/06/2023 ເວລາ 14:33 ນາທີ ໜ່ວຍກູ້ໄພໄດ້ຮັບແຈ້ງເຫດລົດໃຫຍ່ຕຳກັບລົດຈັກ ຈຸດເກີດເຫດແມ່ນ ເຂດບ້ານນາຄວາຍ ຢູ່ລະຫວ່າງທາງຕັດໃຫມ່ໄປບ້ານຊຽງດາ. ປະຈຸບັນຜູ້ຂັບຂີ່ລົດຈັກແມ່ນເສຍຊີວິດແລ້ວ ລັກສະນະຜູ້ເສຍຊີວິດແມ່ນເປັນເພດຊາຍ ອາຍຸປະມານ 30-40ປີ ມີລາຍຢູ່ເອິກ ຂີ່ລົດເວບ 100 ສີດຳແດງ ປ້າຍລົດແມ່ນ ດຂ 8958(ບໍ່ມີຂໍ້ມູນໃນໂຕ,ບໍ່ຮູ້ບ່ອນຢູ່ອາໃສ) ຖ້າປະຊາຊົນທ່ານໃດຮູ້ຈັກຍາດຕິພີ່ນ້ອງຂອງຜູ້ເສຍຊີວິດກະລຸນາຕິດຕໍ່ຫາພວກເຮົາດ້ວຍທາງເບີ ສຸກເສີນ 1623 ຂໍຂອບໃຈ
ວັນທີ 3 ມີຖຸນາ 2023 ນີ້, ເກີດອຸບັດຕິເຫດລົດແກ່ໄມ້ທ້ອນປີ້ນລົງຂ້າງທາງເວັ້ນຂົວ ເຂດບ້ານມິດສຳພັນ ເມືອງສະໜາມໄຊ ແຂວງ ອັດຕະປື, ຂໍ້ມູນເບື້ອງມີຜູ້ເສຍຊີວິດ 1 ຄົນ, ເພດຊາຍຕິດຢູ່ໃນລົດ. ສ່ວນສາເຫດຍັງຢູ່ໃນຂັ້ນຕອນສືບສວນສອບສວນຂອງເຈົ້າໜ້າທີ່ ຖ້າມີຂໍ້ມູນຄວາມຄືບໜ້າແນວໃດທີມງານນັກຂ່າວໜັງສືພິມ ລາວພັດທະນາ ຈະນຳມາສິເໜີໃຫ້ຮັບຊາບເພີ່ມຕື່ມ. ຂໍສະແດງຄວາມເສຍໃຈນຳຂອບຄົວຜູ້ເສຍຊີໃນອຸບັດຕິເຫດຄັ້ງນີ້ດ້ວຍ.
ວັນທີ 2 ມິຖຸນາ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ພົບປະໂອ້ລົມຕໍ່ການນໍາຫລັກແຫລ່ງແຂວງ ເຊກອງ ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະນໍາ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ…………….
ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ….
ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້