ທາງການຈີນ ຮຽກຮ້ອງໃຫ້ນັກສຶກສາຈົບໃໝ່ ຊອກຫາວຽກເຮັດງານທຳ ໃນເຂດຊົນນະບົດ ທ່າມກາງຕົວເລກວ່າງງານໃນຕົວເມືອງ ເພີ່ມຂຶ້ນສູງສຸດເປັນປະຫວັດການ. ອັດຕາການຫວ່າງງານ ໄວໜຸ່ມໃນຕົວເມືອງຂອງຈີນ ຊ່ວງອາຍຸ 16-24ປີ ແມ່ນຢູ່ທີ່ 19.6% ເຊິ່ງສູງສຸດເປັນປະຫວັດການ ຕາມການລາຍງານສະຖິຕິລ່າສຸດ, ເຊິ່ງມີທ່າອ່ຽງ ທີ່ຈະເພີ່ມຂຶ້ນອີກ ເນື່ອງຈາກພາຍໃນປີນີ້ ຈະມີນັກສຶກສາຈົບໃໝ່ອີກ 11,6ລ້ານຄົນໃນທົ່ວປະເທດ. ໂດຍລັດຖະບານ ຈະອຳນວຍຄວາມສະດວກ, ຊ່ວຍເຫຼືອດ້ານພາສີ ແລະ ເງິນກູ້ຢືມ ສຳຫຼັບນັກສຶກສາ ທີ່ຕ້ອງການຈະເລີ່ມຕົ້ນທຸລະກິດໃນເຂດຊົນນະບົດ....
ເຈົ້າໜ້າທີ່ຕຳຫຼວດ ພົບເຫັນການໃຫ້ບໍລິການແລກປ່ຽນເງິນຕາຜິດກົດໝາຍ ແລະ ໃສ່ມາດຕະການຕໍ່ຜູ້ລະເມີດທັນທີ —— ພາຍຫຼັງ ທຫລ ອອກ ແຈ້ງການຢຸດຕິການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນລະຫວ່າງເດືອນ ເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບ ເຈົ້າໜ້າທີ່ຕຳຫຼວດເສດຖະກິດ ລົງຕິດຕາມກວດກາ ການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ, ຊື່ງສາມາດ ລົງກວດກາຄືນຈຳນວນ 67 ເປົ້າໝາຍແບບກັບທີ່...
ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເມື່ອບໍ່ດົນມານີ້, ທ່ານ ສຸລິສັກ ທຳນຸວົງ, ຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ກ່ຽວກັບການຈຳໜ່າຍພັນທະບັດຂອງ ທະນາຄານແຫ່ງ ສປປ ລາວ (ທຫລ) ວ່າ: ນັບແຕ່ກາງປີ 2022 ມາຮອດປັດຈຸບັນ ທຫລ ໄດ້ອອກພັນທະບັດສະກຸນເງິນກີບໄປແລ້ວ 2 ງວດ ແລະ ກຽມຈະຈຳໜ່າຍພັນທະບັດຕື່ມອີກໃນງວດທີ 2 (ຄັ້ງທີ...
ຄົນລາວ 91% ຂອງຄົວເຮືອນ ປະສົບບັນຫາດ້ານຄ່າຄອງຊີບເນື່ອງຈາກອັດຕາເງິນເຟີ້ ບັນດາອົງການຈັດຕັ້ງທາງສັງຄົມທີ່ມີສ່ວນຮ່ວມໃນເຄືອຂ່າຍໂພຊະນາການ (SUN CSA) ໄດ້ເຜີຍແຜ່ບົດສຶກສາກ່ຽວກັບຜົນກະທົບຂອງອັດຕາເງີນເຟີ້ ຕໍ່ການຄໍ້າປະກັນດ້ານສະບຽງອາຫານໃນ ສປປ ລາວ ວັນທີ 10 ພຶດສະພາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ມີທ່ານ ແອນໂທນີ້ ແກລນວີລ໌ ທີ່ປຶກສາ ອາວຸໂສວຽກງານສຸຂະພາບແມ່ຍິງ ແລະ RMNCH ຂອງອົງການແຄຣ໌ນານາ ຊາດ ປະຈຳ...
ຊິໄປທາງລັດ!! ເຫດເກີດທີ່ບ້ານດາກຢອຍ ເມືງດາກຈຶງ, ແຂວງ ເຊກອງ ດີແຕ່ບໍ່ຕົກລົງທາງ ເວລາປະມານ15:30 ຂອງວັນ 12. 5.2023 ໂຊກດີບໍ່ມີໃຜເປັນຫຍັງ
ມື້ທຳອິດຂອງການແຂ່ງຂັນກິລາເທຄວັນໂດ້ ຊີເກມ ຄັ້ງທີ 32 ນາງ ຍອດທິດ າ ແກ່ນໂພຄຳ ສາມາດຍາດມາໄດ້ 1 ຫລຽນທອງໃນລາຍການປະເພດຟ້ອນ ( POOMSAE ) ໃຫ້ທັບນັກກິລາລາວ. ຮູບພາບ: ສະຫະພັນເທຄວັນໂດແຫ່ງຊາດລາວ Lao Taekwondo Federation
ລູກ້າ ເບຣເຊວ ແຊ້ມສະນຸກເກີ ຊິງແຊ້ມໂລກ 2023 ໃຫ້ລາງວັນໃຫ້ຕົນເອງ ຊື້ລົດ ເຟີຣາຣີ້ 488 ສີແດງ ລາຄາ 250,000 ປອນ ຫລື ປະມານ 5 ຕື້ກວ່າກີບ. ເບຣເຊວ ສ້າງປະຫວັດສາດເປັນນັກສະນຸກເກີຊາວເບວຢ້ຽມຄົນທຳອິດ ໄດ້ແຊ້ມສະນຸກເກີຊິງແຊ້ມໂລກ ດ້ວຍການຊະນະ ມາກ ເຊວບີ້ ແຊ້ມໂລກ 4 ສະໄໝ...
ເວລາປະມານ 7:00 ໂມງ ຂອງວັນທີ 14 ພຶດສະພາ 2023 ນີ້,ເກີດເຫດໄຟໄໜ້ເຮືອນປະຊາຊົນ ຢູ່ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ປັດຈຸບັນ ທາງທີມງານກູ້ໄພ ແລະ ພາກສ່ວນກ່ຽວຂ້ອງພວມເລັ່ງດັບໄຟ. ຫາກມີຄວາມຄືບໜ້າທີມຂ່າວໜັງສືພິມລາວພັດທະນາ ຈະລາຍງານໃຫ້ທ່ານຮັບຊາບຕື່ມພາຍຫລັງ.
ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້