ອັດຕາແລກປ່ຽນເງິນຕາ ປະຈຳວັນທີ 10 ພຶດສະພາ 2023
ພິທີມອບ-ຮັບ ລົດຂົນຮັບສົ່ງຄົນເຈັບຈາກແຂວງຊຸງຊອງນໍາໂດ ສ. ເກົາຫລີ ຈໍານວນ 15 ຄັນ, ໃນວັນທີ 9 ພຶດສະພາ 2023 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ມອບໂດຍ ທ່ານ ລີ ຊາງກອນ ຫົວໜ້າສະຖານີປ້ອງກັນ ແລະ ຄວບຄຸມອັກຄີໄພ ແຂວງ ຊຸງຊອງນຳໂດ ປະເທດ ສ.ເກົາຫລີ...
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສູນບໍລິຫານລັດດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ບໍລິສັດ ສະຕຣາ ໂທລະຄົມ ຈໍາກັດ (ຢູນີເທວ) ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2023 ທີ່ສໍານັກງານໃຫຍ່ບໍລິສັດ ສະຕຣາໂທລະຄົມ ຈໍາກັດ, ເພື່ອການຮ່ວມມືໃນການຈັດຕັ້ງຜັນຂະຫຍາຍນຳໃຊ້ລະບົບເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ຫັນເປັນທັນສະໄໝ ຂອງສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ...
ໃນກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 29 ຈັດຂຶ້ນທີ່ບາຫລີ, ປະເທດອິນໂດເນເຊຍ ໃນວັນທີ 8 ພຶດສະພາ 2023 ຜ່ານມາ, ຄະນະຜູ້ແທນ ສປປ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຫລຸດຜ່ອນຄວາມທຸກຍາກ
ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ລາຍງານຜົນການເຄື່ອນໄຫວດໍາເນີນທຸລະກິດຂາດຕົວປະຈໍາປີ 2022 ແລະ ການເຄື່ອນໄຫວດໍາເນີນທຸລະກິດປະຈໍາງວດ I ປີ 2023, ດ້ານລາຍຮັບປະຕິບັດໄດ້ເທົ່າກັບ 355,93 ຕື້ກີບ ຫລື ເທົ່າກັບ 150,81% ຂອງແຜນການປີ 2022 ລື່ນແຜນການປີ 50,81% ມອບພັນທະງົບປະມານໃຫ້ລັດ 218,80 ຕື້ກີບ...
ເຈົ້າໜ້າທີ່ຕໍາຫລວດໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ລາຍງານວ່າ: ວັນທີ 29 ເດືອນ ມີນາ 2023 ໄດ້ຮັບແຈ້ງຄວາມຈາກ ນາງ ອອນ ຢູ່ບ້ານ ນໍ້າຢ້າງ ເມືອງ ວຽງທອງ ຜູ້ຖືກເສຍຫາຍ ວ່າມີຄົນຮ້າຍມາງັດເຮືອນຂອງຕົນ ແລະ ໄດ້ງັດຕູ້ເຊບ ພ້ອມທັງເກັບເອົາວັດຖຸເຄື່ອງຂອງມີຄ່າໄປຈົນໝົດ, ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ຮີບຮ້ອນລົງເກັບກໍາຂໍ້ມູນ, ຊັນນະສູດ,...
09/05/2023 ເກິດເຫດລົດ 22 ລໍ້ຢຽບຄົນເສຍຊີວິດ ໜ້າຕະຫຼາດດົງຈອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ເສຍຊີວິດ ຊື່ ນາງ ຫຼ້າ, ບ້ານສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ດ່ວນ!! ທ້າວແຈັກໄດ້ ຫາຍຕົວລຶກລັບ 09/05/2023 ຈາກການລາຍງານຂອງເພື່ອນສະນິດທ້າວແຈັກ ແອັດມິນເພຈ ຂັບເຄື່ອນດ້ວຍຄີບອດ ແຈ້ງວ່າ ທ້າວແຈັກໄດ້ອອກຈາກໂຮງໝໍ 150 ຕຽງເປັນທີ່ຮຽບຮ້ອຍແລ້ວ ລາວໄດ້ເດິນທາງໄປເຮັດເລື່ອງອອກໄປຮັກສາຕົວທີ່ຕ່າງປະເທດແຕ່ຕໍມໍບໍ່ໃຫ້ອອກ(ເຫດຜົນບໍ່ຮູ້)ຈຶ່ງຕ້ອງກັບມາຮັກສາຕົວຢູ່ລາວຄືເກົ່າ ລາວໄດ້ຫາຍຕົວໄປຢ່າງລຶກລັບລະຫວ່າງເດິນທາງກັບ ເພື່ອນສະນິດກໍ່ຕິດຕໍ່ລາວບໍ່ໄດ້ ຫວັງວ່າລາວຊິປອດໄພ
ຂີ້ລັກຂຶ້ນເຮືອນຍາມກາງເວັນ!! ກາງເວັນໂທ້ໂລ້! ຢັງກ້າເຂົ້າໄປລັກເອົາຊັບຢູ່ເຮືອນຄົນ ເວລາ 8 ໂມງ ວັນທີ 9/5/2023 ທີ່ເມືອງລະມາມ ແຂວງເຊກອງ….ໂຈນໃຈກ້າຍ່າງເລາະເຂົ້າໄປລັກເອົາຊັບໃນເຮືອນຂອງປະຊາຊົນ ….ເຊິ່ງໂຈນໄດ້ສວຍໂອກາດທີ່ພໍ່ແມ່ບໍ່ຢູ່ເຮືອນ ແລະ ປະແຕ່ລູກຫລານເຝົ້າເຮືອນ. ທ່ານໃດໃຫ້ເບາະແສ ຫລື ຮູ້ຂໍ້ມູນແມ່ນເຈົ້າຂອງເຮືອນຈະໃຫ້ສິນຍ້ອມໃຈ 5.000.000 ກີບ. “ຕໍ່ກັບເຫດການດັ່ງກ່າວບໍ່ໄດ້ເສຍຊັບສິນຫຍັງ ແລະ ບໍ່ມີໃຜເປັນຫຍັງເດີ…ຄວາມຈິງຂ້ອຍຂີ່ລົດອອກໄປສົ່ງຫລານໄປໂຮງຮຽນບຸດດຽວ ໄດ້ມີໂຈນລັກເຂົ້າເຮືອນ ຕອນໂຈນຂື້ນງັດຫ້ອງເທີງເຮືອນ… ມີຄົນຢູ່ເຮືອນໄດ້ຕັ້ງສະຕິແລ່ນໄປອຸ້ມເອົານ້ອງຂື້ນລົດຖີບໄຟຟ້າໄປຫາແມ່ເຖົ້າຢູ່ຕະຫລາດເພືີ່ອຂໍຄວາມຊ່ວຍເຫລືອ“…ຈາກການໃຫ້ປາກຄໍາຂອງເຈົ້າຂອງເຮືອນ.
ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້