ຫາກະເຄີຍເຫັນໃຫຍ່ໂພດໂພ!! ວັນທີ່ 29/04/2023 ຊາວບ້ານບ້ານທ່າຊະໂນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບປາຝາຂະໜາດໃຫຍ່ໄດ້ ໃຫຍ່ປານນີ້ແອັດຫາກະເຄີຍເຫັນ
ເຫດເສົ້າສະຫຼົດໃຈ!! ຟ້າຜ່າເສຍຊີວິດ 2 ຄົນ! ໃນວັນທີ່ 29 ເມສາ 2023 ຕາມຂ່າວວ່າຊາວບ້ານໄປເຮັດໄຮ່ຢູ່ເທິງພູແລ້ວເກີດຝົນຕົກຟ້າຮ້ອງ ໃນຂະນະທີ່ກຳລັງຫຼົບຝົນຢູ່ຖຽງໄຮ່ ໄດ້ເກີດຟ້າຜ່າເຮັດໃຫ້ເສຍຊີວິດ ເຖິງ 2 ຄົນ ເຫດເກີດຢູ່ບ້ານໂງ່ນ ເມືອງຊ້ອນ ແຂວງຫົວພັນ
ລັກຕັດໄມ້ເກດສະໜາຂອງຊາວບ້ານ!! ຊ່ວຍແຊຣ໌ຫາພີ່ນ້ອງທ້າວ ລ້ອມ ຢູ່ບ້ານທົ່ງແສນ(ຄຸ້ມໂພນສີ) ເມືອງຄຳເກີດ ໃຫ້ມາປະກັນໂຕດ່ວນ ຜູ້ກ່ຽວໄດ້ໄປລັກຕັດຕົ້ນໄມ້ເກດສະໜາຂອງປະຊາຊົນບ້ານໂພນໂຮງ ຕອນນີ້ຜູ້ກ່ຽວຖືກກັກໂຕຢູ່ເຮືອນຮອງນາຍບ້ານໂພນໂຮງ ເຫດເກີດຕອນເຊົ້າວັນທີ່ 30 ເມສາ 2023
ເຫດບັ້ງໄຟຕົກໃສ່ເຮືອນຊາວບ້ານ!! ອັນຕະລາຍຫຼາຍ!! ໃນວັນທີ່ 29 ເມສາ 2023 ເກີດຜົນກະທົບຈາກບຸນບັ້ງໄຟບ້ານທ່າຂາມລຽນ ເຊິ່ງມາຕົກຢູ່ບ້ານດົງສະຫວ່າງ ເມືອງສອງຄອນ ແຂວງສະຫວັນນະເຂດ ໂຊກດີບໍ່ມີໃຜເປັນຫັຍງ ແຕ່ເຮືອນເສຍຫາຍສົມຄວນ
ນ້ອຍໃຈໂຊກສະຕາ ຫວັງປີດຊີບໂຕເອງຍ້ອນໂຕເອງເປັນໂຣກຮ້າຍ ມະເຮັງ (ຫວັງປິດຊີບຕົວເອງຕາຍດ້ວຍການກີດຂໍ້ມື) ຍ້ອນຄວາມສົງສານແມ່ທີ່ຕ້ອງມາທົນດູແລໂຕເອງທີ່ປ່ວຍເປັນມະເຣັງຮັ່ງໄຂ່ ນ້ອງບົວແກ້ວອາຍຸພຽງ18ປີ ໄດ້ປ່ວຍເປັນໂລກມະເຮັງຮັ່ງໄຂ່ ຜ່ານມາມີການຮັກສາມາແລ້ວ ໂດຍຜູ້ເປັນແມ່ນາງດາວວອນ ອາຍຸ40ປີ ແຕ່ກໍ່ຈົນໝົດໂຕໝົດເງີນຫມົດຄຳໝົດໂຕຍ້ອນຫວັງຮັກສາລູກສາວອັນເປັນແກ້ວຕາດວງໃຈພຽງຄົນດຽວ ຄຳວ່າໝົດຈົນໄດ້ມາຢູ່ຫ້ອງແຖວ ຍ້ອນປັນຫາຊີວີດຫຼາຍຮ້ອຍແປດປະການທີ່ລຸ້ມເລົ້າກັດກີນຫົວໃຈ ທຸກແລ້ວຍັງມາຊ້ຳກຳພັດມາຊ້າກ ແຖມບ່ອນສິຕາຍໃສກະບໍ່ມີ ເພີ່ນບໍ່ໃຫ້ຕາຍໃສ່ຫ້ອງແຖວເພີ່ນ ເຫັນແລ້ວກໍ່ຫົດຫູ່ໃຈຜູ້ກ່ຽວເອງກໍ່ສີ້ນທາງໄປສີ້ນຫມົດແຮງຢາດພີ່ນ້ອງກໍ່ໄຮ້ບ່ອນຜູ້ຊ່ວຍເຫຼືອ (ກໍ່ໜ້າເຫັນໃຈຜູ້ປະກອບການກະບໍ່ຕິເພີ່ນເດີ້ໃຈເພີ່ນໃຈໂຕ) ທາງຜູ້ເປັນແມ່ເອງກໍ່ບໍ່ມີເງີນຈັກກີບທີ່ຈະພາລູກໄປໂຮງໝໍເພື່ອຕາຍຢູ່ໂຮງໝໍ ເພາະເງີນກີນເຂົ້າມື້ນີ້ຍັງບໍ່ມີແລ້ວ ຜ່ານມາກໍ່ມີແຕ່ຜົວໃໝ່ຄ່ອຍສົ່ງເງີນໃຫ້ເຊົ່າຫ້ອງແຖວໃຫ້ຍ້ອນອີ່ດູສົງສານແຕ່ຜົວໃຫມ່ກໍ່ສ່ວນຫຼາຍຢູ່ແຕ່ບ່ອນເຮັດວຽກ ໄດ້ແຕ່ເປັນກຳລັງອັນນ້ອຍນ້ອຍຄ່ອຍລ້ຽງສອງແມ່ລູກນີ້ ແລະມື້ນີ້ເພີ່ນເອງກໍ່ຫມົດຫົນທາງ ຂະໜາດເງີນກີນເຂົ້າມື້ນີ້ຍັງບໍ່ມີ ຜົວໄຫມ່ກະຈົນໄດ້ແລ່ນມາແຕ່ບ່ອນເຮັດວຽກເພື່ອຊື້ເຂົ້າໄຫ້ກີນ ຜູ້ເປັນແມ່ກໍ່ສຸດແສນທຸກໂສ້ກບໍ່ມີຫົນທາງແກ້ໄຂ...
ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ໂດຍໄດ້ເຫັນດີໃຫ້ເພີ່ມຄ່າແຮງງານຂັ້ນຕ່ຳ ເປັນ 1.300.000 ກີບ ຕາມທີ່ລັດຖະບານໄດ້ຕົກລົງແລ້ວ ແລະ ໄດ້ ລະບຸໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 13 ມິຖຸນາ 2022 ໂດຍເລີ່ມປະຕິບັດໃນວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ....
ພຸ້ນ! ອາຍຸ14ປີເພີ່ນໄດ້ເມຍລະ ບາດແອດມິນອາຍຸຮອດ40ປີລະກະຍັງໂສດບໍລິສຸດບໍ່ເຄີຍຜ່ານມືສາວຜູ້ໃດຜ່ານແຕ່ມືເຈົ້າຂອງຜູ້ດຽວ ຂະໜາດຍ່າງໄປໃສໝາກະຍັງບໍ່ເຫົ່າໃສ່ຈັກໂຕເລີຍ ໂອ້ຍຍຍ! ອາຍເດັກມັນລະກະອີໂຕນໂຕເອງເດ້
ເມືອງຜົ້ງສາລີໄດ້ຮັບກະທົບພະຍຸຖະຫຼົ່ມ!! ພະຍຸເຂົ້າ ບ້ານບາການ້ອຍ ເມືອງຜົ້ງສາລີ ແຂວງຜົ້ງສາລີ ແລງວັນທີ 28 ເມສາ 2023 ຄວາມເສຍຫາຍສົມຄວນ ສູ້ໆເດີພີ່ນ້ອງບ້ານບາການ້ອຍເມືອງຜົ້ງສາລີ ແຫລ່ງຂໍ້ມູນ: La pml
ທ່ານ ວິລະພົນ ສີລິວົງໄຊ ຫົວໜ້າສ່ວຍສາອາກອນ ປະຈຳເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ: ການຈັດເກັບລາຍຮັບສົກປີ 2022 ຜ່ານມາຕາມແຜນການ 83,99 ຕື້ກີບ, ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 6,18% ຄິດເປັນເງິນປະມານ 4,88 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບຕົວຈິງນັບແຕ່ວັນທີ 1 ມັງກອນ 2022 ຫາ ວັນທີ 30 ທັນວາ 2022...
ແຫລ່ງຂ່າວແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 27 ເມສາ 2023 ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ພ້ອມດ້ວຍຄະນະ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາຄວາມຄືບໜ້າການສ້ອມແປງເສັ້ນທາງແຕ່ບ້ານລະຄືມ ຫາ ຈຸດສຸມກະຕູບ ເສັ້ນມີຄວາມຍາວປະມານ 25ກິໂລແມັດ, ກວ້າງ 5 ແມັດ ເປັນທາງດິນ, ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນທາງຂອງກະຊວງ ຍທຂ ມູນຄ່າ 500 ກວ່າລ້ານກີບ………….
ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້