(ມີຄລິບ)ຢ່າຫາເຮັດ! ກິນອ່ຽນຈຸ໊ສົດໆ ຖືກຫາມສົ່ງ ໂຮງຫມໍເກືອບບໍ່ທັນ

ເບິ່ງແລະຂໍຊີວິດ ພີ່ບ່າວ ພາກິນເຂົ້າແຊ່ບ “ອ່ຽນຈຸ໊ສົດໆ” ຢາຂ້າແມ່ທ້ອງຢູ່ໃສ? ເອົາມາໃຫ້ໄວ!

ເບິ່ງແລະຂໍຊີວິດ ພີ່ບ່າວ ພາກິນເຂົ້າແຊ່ບ “ອ່ຽນຈຸ໊ສົດໆ” ຢາຂ້າແມ່ທ້ອງຢູ່ໃສ? ເອົາມາໃຫ້ໄວ!

ເບິ່ງແລະຂໍຊີວິດ ພີ່ບ່າວ ພາກິນເຂົ້າແຊ່ບ “ອ່ຽນຈຸ໊ສົດໆ” ຢາຂ້າແມ່ທ້ອງຢູ່ໃສ? ເອົາມາໃຫ້ໄວ!

ເບິ່ງແລະຂໍຊີວິດ ພີ່ບ່າວ ພາກິນເຂົ້າແຊ່ບ “ອ່ຽນຈຸ໊ສົດໆ” ຢາຂ້າແມ່ທ້ອງຢູ່ໃສ? ເອົາມາໃຫ້ໄວ!

ຊົມຄລິບ:

ໂຄດຄັນຄາກ! ຈັບຄັນຄາກ ປ່າໄດ້ ໂຕໃຫຍ່ທີ່ສຸດ3ກິໂລ

ທະຫານສວນສາທາລະນະ ອົດສະຕຣາລີ ພົບເຫັນຄັນຄາກໃຫຍ່ຂອງອົດສະຕາລີ. ເປັນທີ່ຮູ້ກັນອີກຊື່ໜຶ່ງວ່າ “ຄັນຄາກອ້ອຍ”

ເຊິ່ງເປັນການບຸກລຸກຂອງມະນຸດຕ່າງດາວທີ່ມີພິດຂະໜາດໃຫຍ່ຢູ່ໃນປ່າຝົນຂອງສວນສາທາລະນະແຄມທະເລ. ມັນແມ່ນຂະຫນາດຂອງແຂນຂອງມະນຸດແລະມີນ້ໍາຫນັກ 2.7 ກິໂລ,

“Kylie Gray,” ເຈົ້າຫນ້າທີ່ລັດ Queensland. ພົບກັບ “ຄັນຄາກອ້ອຍ”, ໂຕໃຫຍ່ໂຕນີ້. ໃນຂະນະທີ່ຂັບລົດໄປອຸທະຍານແຫ່ງຊາດ Conway ໃນ Queensland ທໍາອິດນາງບໍ່ເຊື່ອຕາຂອງນາງ.

ແລະຄິດວ່າມັນເປັນຄັນຄາກປອມ, ນາງເວົ້າ. ນາງ​ຕ້ອງ​ຢຸດ​ລົດ​ຢ່າງ​ກະທັນຫັນ​ເພາະ​ງູ​ໂຕ​ໜຶ່ງ​ຢູ່​ຕໍ່ໜ້າ​ນາງ. ​

ແລະ​ເມື່ອ​ລົດ​ຢຸດ, ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນ​ຄັນ​ຄາກ​ອ້ອຍ​ໃຫຍ່. ແລະ​ບໍ່​ເຊື່ອ​ວ່າ​ຄັນຄາກ​ອ້ອຍ​ໃຫຍ່​ແລະ​ໜັກ​ໄດ້​ຖືກ​ພົບ​ເຫັນ. ຕໍ່​ມາ, ທີມ​ງານ​ກໍ​ຟ້າວ​ຈັບ​ຄັນຄາກ​ຍັກ.

ເຊິ່ງເຊື່ອວ່າເປັນເພດຍິງ ແລະ​ໄດ້​ນໍາ​ເອົາ​ກັບ​ຄືນ​ໄປ​ບ່ອນ​ທີ່​ຈະ​ຊັ່ງ​ນໍ້າ​ຫນັກ. ພົບວ່າມັນໃຫຍ່ກວ່າຄັນຄາກທຳມະດາ 6 ເທົ່າ ແລະ ໜັກ 2.7 ກິໂລກຣາມ.

ແຊນ!ຝາກສິ່ງນີ້ເຖິງແມ່ ແຕງໂມ ຫຼັງແມ່ຮຽກຮ້ອງເງີນເພີ່ມອີກ40ລ້ານ

ເຖິງແມ່ນວ່າເວລາໄດ້ຜ່ານໄປເກືອບຫນຶ່ງປີ ແຕ່ຄະດີການເສຍຊີວິດຂອງນັກສະແດງສາວ “ແຕງໂມ ພັດທະລາທິດາ” ເຖິງວ່າປັດຈຸບັນຄະດີຍັງດຳເນີນໄປຕາມຂະບວນການຍຸຕິທຳຢູ່.

ລວມທັງຄົນເທິງເຮືອ ກໍໄດ້ອອກມາຊີ້ແຈງຄວາມຈິງກ່ຽວກັບເຫດການທີ່ເກີດຂຶ້ນຢູ່ເທິງເຮືອ. ແຕ່ກໍຍັງໄດ້ຮັບຄວາມສົນໃຈຈາກມວນຊົນທີ່ຕິດຕາມຂ່າວຢ່າງບໍ່ຢຸດຢັ້ງ, ຫວ່າງມໍ່ໆນີ້,

“ແຊນ ວີລະສັກ”, ໜຶ່ງໃນຜູ້ຖືກກ່າວຫາໃນກໍລະນີການເສຍຊີວິດຂອງ “ແຕງໂມ” ໄດ້ໂພສຂໍ້ຄວາມອັນໜັກໜ່ວງເຖິງ “ແມ່ຈິມ ປານິດາ ສິລິຍຸດທະໂທນ”. “ແມ່ຂອງ “ແຕງໂມນິດາ”

ທີ່ໄດ້ຮັບຄ່າຊົດເຊີຍເກືອບ 10 ລ້ານບາດຈາກການເສຍຊີວິດຂອງລູກສາວ ໂດຍ “ແຊນ” ໄດ້ໂພສຂໍ້ຄວາມເພື່ອລະບາຍຄວາມເສຍໃຈຜ່ານ Instagram ສ່ວນຕົວ

@sanddsandd ລະບຸວ່າ “ແມ໋…! ເຈົ້າເຮັດຫຍັງຜິດ? ການຮ້ອງເພງມ່ວນກວ່າການຂຽນເນື້ອເພງ, ເຊື່ອຂ້ອຍ. ເຖິງແມ່ນວ່າການເບິ່ງນັກສະເຫຼີມສະຫຼອງ,

ທະນາຍຄວາມທີ່ມີຊື່ສຽງໃນເວລານັ້ນໄດ້ scolded ພວກເຮົາແລະໄດ້ຮັບແນວໂນ້ມ, ໃຫ້ຈັດມັນທັງຫມົດໃນ caramel.

ເມື່ອສິ່ງທີ່ງຽບສະຫງົບ, ພວກເຂົາແຍກທາງ. ເພາະຄວາມຈິງຄືດັ່ງທີ່ເຄີຍເວົ້າມາກ່ອນ, ພໍແລ້ວ, ຂ້ອຍເມື່ອຍ..”

ພ້ອມນີ້ຍັງໄດ້ໂພສຄຳບັນຍາຍອັນດີວ່າ “ໂອ້ຍ…. #ເມື່ອຍ #ຄ່າບໍລິການມາຟຣີ ແຕ່ກະທັນຫັນເປັນຫຍັງຕ້ອງຈ່າຍ..#Mak is Mak….” ເຊິ່ງໄດ້ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນ ແລະ ສະແດງຄວາມເຫັນຕ່າງໆນາໆ.

ສຸດຍອດ! ກວດພົບລາຍຮັບ ບໍ່ເຂົ້າງົບປະມານ 141.000.000.000 ຕື້ກີບ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ທັນວາ ທີ່ຜ່ານມາ, ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການເຄື່ອນ

ໄຫວວຽກງານປະຈຳປີ 2022 ແລະ ທິດທາງປະຈຳປີ 2023 ຂອງອົງການກວດສອບແຫ່ງລັດ ເຊິ່ງຜົນການກວດສອບຄືນ ການແກ້ໄຂຜົນການກວດສອບ ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການ ຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021; ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຫລາຍເຂດເລືອກຕັ້ງ ກໍໄດ້ປະກອຄຳເຫັນໃສ່ຮ່າງບົດລາຍງານດັ່ງກ່າວ.


ທ່ານ ວຽງທະວີສອນ ເທບພະຈັນ ລາຍງານໃຫ້ຮູ້ວ່າ: ຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2021, ຜ່ານການກວດສອບຕາມຫລັກວິຊາການບົດສະ ຫລຸບຂາດຕົວການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ ປະກອບມີລາຍຮັບຕາມແຜນການ 27.629 ຕື້ກວ່າກີບ ປະຕິບັດໄດ້ 28.905 ຕື້ກວ່າກີບ ເທົ່າກັບ 104,62% ຂອງແຜນການ;

ລາຍຈ່າຍຕາມແຜນ ການ 31.583 ຕື້ກວ່າກີບ ປະຕິບັດໄດ້ 29.507 ຕື້ກວ່າກີບ ເທົ່າກັບ 93,43% ຂອງແຜນການ; ການ ດຸ່ນດ່ຽງຊໍາລະໜີ້ສິນສາທາລະນະຕາມແຜນການ 16.395 ຕື້ກວ່າກີບ ປະຕິບັດໄດ້ 12.592 ກວ່າຕື້ກີບ ເທົ່າກັບ 76,81%; ການດຸ່ນດ່ຽງງົບປະມານແຫ່ງລັດຕາມແຜນການ 20.349 ຕື້ກວ່າກີບ ປະຕິບັດໄດ້ 14.492 ຕື້ກວ່າກີບ ເທົ່າກັບ 71,22% ຂອງແຜນການ. ຜ່ານການກວດສອບພົບເຫັນລາຍຮັບ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ 141,30 ຕື້ກີບ;


ໃນນັ້ນ, ໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ 35,18 ຕື້ກີບ ຍັງເກັບຮັກສາໄວ້ຢູ່ຄັງເງິນສົດຝາກໄວ້ຢູ່ທະນາຄານ ແລະ ຝາກໄວ້ໃນລະບົບບັນຊີເງິນຝາກຄັງເງິນ 106,12 ຕື້ກີບ; ກວດສອບເຫັນເງິນຈ່າຍລ່ວງໜ້າຄ້າງ ໃນລະບົບຄັງເງິນປະຈໍາແຂວງ ທີ່ບໍ່ສາມາດສະສາງໄດ້ຍົກມາຈາກປີກ່ອນ 1.294 ກວ່າຕື້ກີບ ເກີດຂຶ້ນໃໝ່ປີ 2021 ຈໍານວນ 85,73 ຕື ກວດສອບພົບໜີ້ຕ້ອງຮັບສ່ວຍສາອາກອນ ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານ ທີ່ບໍ່ມອບເຂົ້າງົບ ປະມານແຫ່ງລັດ ທັນຕາມກໍານົດເວລາມີຍົກມາຈາກປີກ່ອນ 1.879 ຕື້ກວ່າກີບ


ເກີດຂຶ້ນໃໝ່ປີ 2021 ຈໍານວນ 551,43 ຕື້ກີບ;

ກວດສອບເຫັນຍອດເຫລືອເງິນລາຍຮັບໃນບັນຊີລໍຖ້າຈັດສັນ(ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດ 9,48 ຕື້ກີບ; ກວດສອບເຫັນການນຳໃຊ້ເງິນຄັງພັດທະນາທ້ອງຖິ່ນ ເງິນຄັງພັດທະນາຊຸມຊົນ ແລະ ເງິນລະດົມ, ເງິນເກີນແຜນປີ 2021, ເງິນແຮ່ທ້ອງຖິ່ນ, ເງິນກອງທຶນຄົ້ນຄວ້າວິທະຍາສາດ ແລະ

ເງິນງົບປະມານແຫ່ງລັດ ລວມທັງໝົດ 78,46 ຕື້ກີບ ໄປຈ່າຍບໍ່ຖືກຕາມເປົ້າໝາຍ; ກວດສອບເຫັນການຈັດຕັ້ງປະຕິບັດ ໂຄງການນອກແຜນງົບປະມານແຫ່ງລັດ 13 ໂຄງການ ມູນຄ່າຕາມສັນຍາ 23,07 ຕື້ກີບ ໃນນັ້ນ ມູນຄ່າປະຕິບັດຕົວຈິງ 21,72 ຕື້ກີບ.


ທ່ານ ວຽງທະວີສອນ ເທບພະຈັນ ຍັງໃຫ້ຮູ້ອີກວ່າ: ຜົນການກວດສອບຄືການແກ້ໄຂຜົນການກວດສອບຕາມມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງການແກ້ໄຂຜົນການກວອສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2020 ເລັ່ງທວງເອົາຍອດເຫລືອລາຍຮັບທີ່ກວດເຫັນເພີ່ມ 106,17 ຕື້ກີບ ເຂົ້າງົບປະມານແຫ່ງລັດ;


ໃນນັ້ນ, ໄດ້ຮັບການແກ້ໃນປີ 2021 ຈຳນວນ 34,57 ຕື້ກີບ ເລັ່ງທວງໜີ້ສິນຕ້ອງຮັບສ່ວຍສາອາກອນ ແລະ ຊັບສິນຂອງລັດ ເຂົ້າງົບປະມານແຫ່ງລັດສະສົມຮອດທ້າຍປີ 2020 ຈຳນວນ 5.000 ຕື້ກວ່າກີບ; ໃນນັ້ນ, ເກັບໄດ້ປີ 2021 ຈຳນວນ 315 ຕື້ກວ່າກີບ, ຍັງຄ້າງຮອດທ້າຍປີ 2021 ມີ 4.000 ຕື້ກວ່າກີບ, ການສະສາງເງິນລາຍຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດສະສົມຮອດປີ 2020 ມີ 1.000 ຕື້ກວ່າກີບ, ໄດ້ຮັບການແກ້ໄຂໃນປີ 2021 ຈຳນວນ 44,13 ຕື້ກີບ ປະກອບເອກະສານເປັນລາຍຈ່າຍ 23 ຕື້ກວ່າກີບ ເກັບຄືນເປັນເງິນໄດ້ 20 ຕື້ກວ່າກີບ ຍັງຄ້າງຮອດປີ 2021 ຈຳນວນ 1.000 ຕື້ກວ່າກີບ.

ເຈົ້າສາວໃຈກ້າ!ເຊີນແຟນເກົ່າ ມາຮ່ວມງານແຕ່ງ ພ້ອມນັ່ງໂຕະດຽວກັນ

ເຈົ້າສາວຈັດແຟນເກົ່າທັງໝົດໃຫ້ມານັ່ງຮ່ວມໂຕະດຽວກັນ ແລະ ຍັງຕິດປ້າຍບອກວ່າ “ໂຕະຂອງແຟນເກົ່າ”.

ໃນວັນທີ 13 ມັງກອນ 2023 ເວັບໄຊ້ South China Morning Post ໄດ້ລາຍງານວ່າ: ມີເຫດການທີ່ສຸດຈະແປກໃນງານດອງແຫ່ງໜຶ່ງຂອງປະເທດຈີນ

ເມື່ອເຈົ້າສາວເຊີນອະດີດແຟນທັງໝົດຂອງຕົນມາຮ່ວມງານແຕ່ງດອງ ແລະ ຍັງຈັດໃຫ້ບັນດາແຟນເກົ່ານັ້ນ ນັ່ງຮ່ວມໂຕະດຽວກັນ ຈົນກາຍເປັນປະເດັນໃນສັງຄົມອອນລາຍ.

ຕາມການລາຍງານເປີດເຜີຍວ່າ ວັນທີ 8 ມັງກອນ ທີ່ຜ່ານມາ ໃນໂຮງແຮມແຫ່ງໜຶ່ງມົນທົນຫູເປີ່ຍ ປະເທດຈີນ ຈາກມີຄລິບວິດີໂອທີ່ຖືກນຳມາເຜີຍແຜ່ທາງອອນລາຍ

ສະແດງໃຫ້ເຫັນວ່າ ມີແຟນເກົ່າຂອງລາວ ຢ່າງໜ້ອຍ 5 ຄົນ ນັ່ງຮ່ວມກັນທີ່ໂຕະໃນງານແຕ່ງດອງ ເຊິ່ງເປັນໂຕະພິເສດມີປ້າຍຂຽນຊື່ວ່າ “ໂຕະຂອງແຟນເກົ່າ”.

ຢ່າງໃດກໍຕາມ ການທີ່ເຮັດແບບນີ້ບາງຄົນກໍເບິ່ງວ່າ ເປັນການບໍ່ໃຫ້ກຽດແກ່ຝ່າຍເຈົ້າບ່າວ ແລະ ຄອບຄົວຂອງພວກເຂົາ.

ໂຈນຮຸ່ນໃຫຍ່!ລົງມືລັກ ລົດຈັດ ສຸດທ້າຍໄປບໍ່ລອດ

ພໍ່ໃຜກະມາເອົາເດີ! ເກີດເຫດໂຈນຮຸ່ນໃຫຍ່ 50 ປີ ລົງມືລັກລົດແຕ່ຖືກຈັບໄດ້

ເຫດເກີດ​ເວລາ​ 18:00 ວັນທີ​ 19 ມັງກອນ​ 2023 ທີ່ບ້ານໄຊຍະມຸງຄຸນ ນະຄອນໄກສອນ​ພົມວິຫານ​ ແຂວງສະຫວັນນະ

ເຂດ​ ມີລຸງຍ່າງເລາະໄປມາເພື່ອຫວັງລັກລົດຈັກປະຊາຊົນ ໂຊກດີມີໂທລະສັບຢູ່ໃນລົດ ຈຶ່ງສາມາດຕາມໂຕໄດ້ໃນທີ່ສຸດ

Cr: Pookie toulabout

ບີບຫົວໃຈ! ຜູ້ເປັນລູກ ໄປແນວໜ້າ ຍັງບໍ່ຮູ້ຂ່າວແມ່ເສຍຊີວິດ

ຂຽນດ້ວຍຄວາມເຄົາລົບຮັກທຸກທ່ານທີ່ໃຈບູນເພື່ອໃຫ້ມອ່ງເຫັນອານາຄົດຂອງເດັກນ້ອຍຄົນນີ້

ເລືອງມີຢູ່ວ່າ ນ ຄາມ (ແມ່ຮ້າງ)ອາຍຸໄດ້47ປີ ອາຊີບປະຊາຊົນຢູ່ ມ ລອງ ແຂວງ ຫຼວງນໍ້າທາເປັນເອື້ອຍຄີງຂອງລັດເອງ.

ໄດ້ເສຍຊີວິດວັນທີ່17/1/23ດ້ວຍຢູ່ພະຍາດປະຈຳຕົວຂອງຜູ້ກ່ຽວເອງ ລາວຢູ່ຄົນດຽວເຊີ່ງເປັນຄອບຄົວຜູ້ທຸກຍາກຂາດເຂີນຈົນບໍ່ມີເງີນຮອດຄ່າລົດກັບບ້ານ,ຊີມ້ຽນສົບ.

3ມື້ແລ້ວຕອນນີ້ຍັງຕິດຕໍ່ ລູກຊາຍບໍ່ໄດ້ເລີຍ ເນື່ອງຈາກທ້າວວີລະຄອນ ເປັນ ລູກຊາຍດຽວ ໄປເປັນທະຫານພັນທະໜ່ວຍງານເຄື່ອນທີ່ ວັງວຽງ ບໍລິຄຳໄຊ.

ເຄື່ອນຍ້າຍໜ້າທີ່ໄປບ່ອນບໍ່ມີສັນຍານ ຢູ່ປ່າຕະຫລອດສະນັ້ນລັດເອງຜູ້ເປັນນ້າກໍ່ຫາເຊົ້າກີນຄໍ່າ ຈີ່ງຊ່ວຍຫຍັງບໍ່ໄດ້ເລີຍ ຈີ່ງຂໍຄວາມຊ່ວຍເຫຼືອຈາກຄົນທີ່ມີໃຈສັດທາຍາກທານ

ເພື່ອໃຫ້ງານສົງສະການຂອງແມ່ບໍ່ຕິດໜີ້ຕິດສີ້ນໃຫ້ລາວໃຊເພາະລາວເອງກໍ່ລຳບາກສຸດແລ້ວບໍ່ສະບາຍຕະຫລອດເປັນໜີ້ວໄຂຫຼັງ ທ່ານໃດມີນໍາໃຈຍາກທານສຳລະໄດ້.

ຄີວອາໂຄດ ໃຕ້ໂພດ ອອກຊື່ ທ້າວ ວິລະຄອນ.

ຂອບໃຈຄົນທີ່ທຳບູນໃນຄັ້ງນີ້ຈົ່ງໃຫ້ຄອບຄົວມີຄວາມຢູ່ເຢັນເປັນສຸກຈະເລີນໃນໜ້າທີ່ການງານຍີງຂື້ນກົດແຊ1ຄັ້ງ ກໍ່ແມ່ນການທຳບູນແລ້ວ.

ເພື່ອຊີໄດ້ຕິດຕໍ່ລາວໄດ້ງ່າຍຂື້ນຖ້າຂ້ອຍຕິດຕໍ່ລາວໄດ້ຍາມໃດຊີບອກລາວມາກາບຂອບໃຈທຸກຄົນທີ່ມາຮ່ວມກີນທານນຳ.

ທີ່ມາ.

ກຽມທົດລອງປ່ອຍຍຸງລາຍບ້ານ​ ທີ່ມີເຊື້ອໂວບັກເຄຍ ຢູ່ 2 ເມືອງ

ກຽມທົດລອງປ່ອຍຍຸງລາຍບ້ານ​ ທີ່ມີເຊື້ອໂວບັກເຄຍ ຢູ່ 2 ເມືອງໃນ ນວ

ຍຸງລາຍບ້ານ ທີ່ຖືເຊື້ອໂວບັກເຄຍ ເປັນຄວາມຫວັງໃໝ່ທີ່ຈະຊ່ວຍຫລຸດການແຜ່ເຊື້ອໄຂ້ຍຸງລາຍໃນ ສປປ ລາວ ອີງຕາມຜົນການວິໄຈທາງວິທະຍາສາດ ຊີ້ໃຫ້ເຫັນວ່າ: ຍຸງທີ່ຖືເຊື້ອດັ່ງກ່າວ ຊ່ວຍຢັບຢັ້ງການຂະຫຍາຍຕົວ

ແລະ ການສົ່ງຕໍ່ເຊື້ອໄວຣັສ ທີ່ເຮັດໃຫ້ເກີດພະຍາດໄຂ້ຍຸງລາຍ, ໄຂ້ປວດກະດູກ, ໄຂ້ຊິກ້າ, ໄຂ້ຕົວເຫລືອງ ແລະ ພະຍາດອື່ນໆ ຄາດວ່າຈະທົດລອງປ່ອຍຍຸງລາຍບ້ານ ທີ່ຖືເຊື້ອ

ໂວບັກເຄຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ(ນວ) ໃນທ້າຍເດືອນເມສາ ຫາ ຕົ້ນເດືອນກັນຍານີ້.

ທ່ານນາງ ພຸດມະນີ ທຳມະວົງ ຜູ້ຈັດການໂຄງການ ຄວບຄຸມປະຊາກອນຍຸງໂລກ ປະຈຳອົງການຊ່ວຍເຫລືອເດັກສາກົນ ປະຈຳລາວ ໄດ້ລາຍງານໃຫ້ຮູ້ ໃນວັນທີ 19 ມັງກອນ 2023 ວ່າ:

ຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ຈະມີພູມຄຸ້ມກັນທີ່ສາມາດຢັບຢັ້ງເຊື້ອໄວຣັສພາຍໃນໂຕມັນເອງ ເວລາຍຸງດັ່ງກ່າວ ໄປກັດຜູ້ປ່ວຍໄຂ້ຍຸງລາຍ ຫລື ພະຍາດອື່ນໆ ທີ່ມີຍຸງລາຍເປັນພາຫະນຳເຊື້ອ ຈະບໍ່ສາມາດສົ່ງຕໍ່ພະຍາດດັ່ງກ່າວ ໄປຫາຜູ້ອື່ນ ເນື່ອງຈາກເຊື້ອ ໂວບັກເຄຍ ໃນໂຕຍຸງໄດ້ທຳລາຍເຊື້ອໄວຣັສ

ດັ່ງກ່າວພາຍໃນໂຕມັນເອງ. ຜ່ານການຄົ້ນຄວ້າວິໄຈໂຄງການຄວບຄຸມປະຊາກອນຍຸງໂລກ ສະແດງໃຫ້ເຫັນວ່າ ການປ່ອຍຍຸງລາຍບ້ານ ທີ່ມີເຊື້ອໂວບັກເຄຍ ຈະສາມາດຫລຸດຜ່ອນ ການສົ່ງຕໍ່ເຊື້ອໄຂ້ຊະນິດດັ່ງກ່າວໄດ້ ດ້ວຍການນຳເອົາຍຸງລາຍບ້ານທີ່ຖືເຊື້ອ ໂວບັກເຄຍ ໄປປ່ອຍໃນເຂດພື້ນທີ່

ທີ່ມີການລະບາດຂອງໄຂ້ຍຸງລາຍ ເພື່ອໃຫ້ຍຸງລາຍທີ່ມີເຊື້ອໄປປະສົມພັນກັບ ຍຸງລາຍທີ່ບໍ່ມີເຊື້ອ ຈະເຮັດໃຫ້ຈໍານວນຍຸງລາຍບ້ານ ທີ່ມີເຊື້ອໂວບັກເຄຍ ແຜ່ຂະຫຍາຍເພີ່ມຂຶ້ນ ແຕ່ມີຄວາມປອດໄພຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ ຄາດວ່າຈະທົດລອງປ່ອຍຍຸງ ທີ່ຖືເຊື້ອ ໂວບັກເຄຍ ຢູ່ເມືອງຈັນທະບູລີ

ແລະ ເມືອງໄຊເສດຖາ ໃນ 30 ກວ່າບ້ານ, ໄລຍະປ່ອຍຍຸງ 20 ອາທິດ ເຊິ່ງຈອກປ່ອຍຍຸງ 1 ໜ່ວຍ ຈະປ່ອຍໃນພື້ນທີ 50×50 ແມັດ. ໃນຊ່ວງປ່ອຍຍຸງ ແລະ ຫລັງປ່ອຍຍຸງ ປະຊາຊົນ ຫລື ແຕ່ລະຄົວເຮືອນ ສາມາດປະຕິບັດມາດຕະການ ຄຸ້ມຄອງພາຫະນະນຳເຊື້ອຕາມປົກກະຕິ ໝາຍຄວາມວ່າ

ປະຊາຊົນ ສາມາດທຳລາຍແຫລ່ງເພາະພັນຍຸງທັງໃນບ້ານ ແລະ ນອກບ້ານໄດ້ ແຕ່ຫ້າມທຳລາຍ ຈອກແຈກຢາຍຍຸງ ຂອງໂຄງການຢ່າງເດັດຂາດ.

ແຕ່ເຖິງຢ່າງໃດກໍຕາມ ພວກເຮົາບໍ່ສາມາດຮູ້ ຫລື ຈໍາແນກຍຸງລາຍບ້ານ ທີ່ມີເຊື່ອ ແລະ ຍຸງລາຍບ້ານທີ່ບໍ່ມີເຊື້ອໄດ້ ດ້ວຍການສໍາຜັດ ຫລື ເບິ່ງດ້ວຍຕາເປົ່າ ນອກຈາກການເອົາຕົວຢ່າງຍຸງໄປເຮັດການວິໄຈຢູ່ຫ້ອງທົດລອງ (ຫ້ອງແລັບ). ໃນໄລຍະປ່ອຍຍຸງ ທີມງານວິຊາການ

ຈະລົງຕິດຕາມກວດກາຜົນທຸກໆ 2 ອາທິດ ແລະ ຫລັງປ່ອຍຍຸງ ຈະສືບຕໍ່ລົງຕິດຕາມຜົນທຸກໆ 4 ອາທິດ ເພື່ອເກັບເອົາຕົວຢ່າງຍຸງລາຍບ້ານ ຢູ່ໃນພື້ນທີ່ປ່ອຍຍຸງ ແລ້ວສົ່ງໄປວິໄຈ ເພື່ອຈະຮູ້ວ່າຍຸງຢູ່ພື້ນທີ່ ປ່ອຍຍຸງນັ້ນມີເຊື້ອ ໂວບັກເຄຍ ຫລາຍໜ້ອຍສ່ຳໃດ.

ທີ່ມາຂ່າວ: ຂປລ,​ ຂ່າວ: ກິດຕາ