ພົບແລ້ວ! ລົດກະບະຫຼຸດໂຄ້ງ ຕົກຂົວ ສ່ວນຄົນຂັບແມ່ນບໍ່ລອດ

ລາຍງານຈາກນັກຂ່າວແຂວງອຸດົມໄຊໃຫ້ຮູ້ວ່າ: ຈາກເຫດການລົດກະບະວີໂກ້ສີປອນເງິນເລກທະບຽນ ຫຼວງນ້ຳທາ 9789 ທີ່ເດີນທາງມາຈາກເມືອງບຸນໄຕ້ແຂວງຜົ້ງສາລີເກີດເສຍຫຼັກຕົກລົງຂົວວັງອີງ, ເມືອງຫຼາ ແຂວງອຸດົມໄຊ ໃນເວລາ 12:53 ນາທີ ຂອງວັນທີ 7 ທັນວາ 2022 ເຊີ່ງເປັນວັງທີ່ເລິກ.

ຕາມຂໍ້ມູນຈາກເຈົ້າໜ້າທີ່ໃຫ້ຮູ້ວ່າຢູ່ໃນລົດຄັນດັ່ງກ່າວມີທັງໜົດ 4 ຄົນໃນນັ້ນເປັນຊາຍ 2 ຄົນ, ຍິງ 2 ຄົນ. ໃນນີ້, ສາມຄົນຢູ່ບ້ານໝູຕື່ນນ້ອຍ, ເມືອງບຸນໄຕ້, ແຂວງຜົ້ງສາລີ ແລະອີກ 1 ຄົນແມ່ນຢູ່ບ້ານໝູຕື່ນ, ເມືອງນາໜໍ້ ແຂວງອຸດົມໄຊ..

ປັດຈຸບັນເຈົ້າໜ້າທີ່ກູ້ໄພອົງການກາແດງແຂວງອຸດົມໄຊສົມທົບກັບປະຊາຊົນເມືອງຫຼາໄດ້ດຳລົງນ້ຳເລິກກວ່າ 11 ແມັດແມ່ນພົບເຫັນລົດແລະຄົນ ຍັງຢູ່ຈຸດທີ່ຕົກລົງໄປ. ແລະຄາດວ່າທັງ 4 ຄົນແມ່ນເສຍຊີວິດແລ້ວ ເນື່ອງຈາກເປັນວັງເລິກ,ຂາດອຸປະກອນຈຶ່ງເຮັດໃຫ້ບໍ່ສາມາດກູ້ຂື້ນມາໄດ້


ປະຈຸບັນທີມຄົ້ນຫາທາງນໍ້າມາຈາກນະຄອນຫຼວງວຽງຈັນພ້ອມອຸປະກອນໄດ້ກະກຽມລົງກູ້ຄາດວ່າຈະເອົາຂື້ນມາໄດ້ໃນຕອນບ່າຍມື້ນີ້ 8 ທັນວາ 2022.

ລາຍງານຈາກຈຸດເກີດເຫດເມືອງຫລາ,ແຂວງອຸດົມໄຊ

ຊີວິດບໍ່ສີ້ນ! ກໍຕ້ອງດີ້ນຕໍ່ໄປ ສາວສູ້ຊີວິດ ຂາຍນ້ຳພິກຫາລ້ຽງຊີບ

ຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນເຄີຍກັບບ້ານເຮົາແລ້ວ ສຳລັບນັກສະແດງລະຄອນຕະຫຼົກ

‘ຈອນ ໝົກຈົກ’ ຫຼື ‘ຈອນ ສຸພາພິດ ບົວຕິກ’ ທີ່ຈະຕ້ອງເສຍຜົວ ແລະ ລູກສາວຕອນເຫດໄວລຸ້ນໂຍນກ້ອນຫີນໄປໃສ່ລົດຕູ້…

ສຸດເສົ້າ… ລົດຕົກຂົວທີ່ອຸດົມໄຊ ເສຍຊີວິດ 4 ຄົນ

ກໍລະນີອຸບັດຕິເຫດລົດວິໂກ້ຕົກຂົວວັງອີງ ເມືອງຫລາ ແຂວງອຸດົມໄຊ ໃນວັນທີ 8 ທັນວາ ຜ່ານມາ ຫນ່ວຍກູ້ໄພ ແລະ ປະຊາຊົນກຳລັງເລັ່ງກູ້ສົບຜູ້ເສຍຊີວິດ ຈຳນວນ 4 ຄົນ. ເຈົ້າຫນ້າທີ່ໃຫ້ຮູ້ໃນເບື້ອງຕົ້ນວ່າ:

ໃນເວລາປະມານ 12:50 ໂມງ ໃນວັນທີ 7 ທັນວາ 2022 ລົດກະບະວີໂກ້ສີປອນເງິນ ໝາຍເລກຖະບຽນ 9789 ຫລວງນໍ້າທາ ເດີນທາງມາຈາກເມືອງບຸນໃຕ້ ແຂວງຜົ້ງສາລີ ພໍມາຮອດຈຸດເກີດເຫດ ເກີດເສຍຫຼັກຕົກລົງຂົວວັງອີງ ເມືອງຫຼາ ເຊິ່ງລົດຄັນດັ່ງກ່າວມີຜູ້ໂດຍສານມານໍາທັງໝົດ 4 ຄົນ ຍິງ 2 ຄົນ ໃນນີ້ 3 ຄົນ ຢູ່ບ້ານໝູຕື່ນນ້ອຍ ເມືອງບຸນໃຕ້ ແລະ ອີກ 1 ຄົນແມ່ນຢູ່ບ້ານໝູຕື່ນ ເມືອງນາໜໍ້ແຂວງອຸດົມໄຊ.

ປັດຈຸບັນ, ເຈົ້າໜ້າທີ່ກູ້ໄພອົງການກາແດງແຂວງອຸດົມໄຊ ສົມທົບກັບປະຊາຊົນເມືອງຫຼາ ໄດ້ດໍານ້ຳລົງເລິກກວ່າ 11 ແມັດ ແມ່ນພົບເຫັນລົດ ແລະ ຄົນຍັງຢູ່ຈຸດທີ່ຕົກ ແຕ່ທັງໝົດແມ່ນເສຍຊີວິດແລ້ວ, ເຈົ້າໜ້າທີ່ກຳລັງເລັ່ງເກັບກູຮ່າງຜູ້ເສຍຊິວິດ ແລະ ລົດຂຶ້ນມາ.

ຫ້າມ!! ຕຳຫຼວດຈະລາຈອນ ນະຄອນຫຼວງ ເຮັດ9ຂໍ້ນີ້ເດັດຂາດ

ຫ້າມຕຳຫລວດຈະລາຈອນ ນະຄອນຫຼວງ ກະທຳ 9 ຂໍ້

ວັນທີ 6 ທັນວາ 2022 ກົມຕຳຫລວດຈະລາຈອນ ໄດ້ລົງເຜີຍແຜ່ 9 ຂໍ້ຫ້າມ ໃຫ້ຈະລາຈອນ ນະຄອນຫລວງວຽງຈັນຄື:

1. ຫ້າມຕັ້ງຈຸດກວດກາຍານພາຫະນະຕາມເສັ້ນທາງຫຼວງທີ່ບໍ່ໄດ້ຮັບການຕົກລົງຈາກຂັ້ນເທິງຢ່າງເດັດຂາດ.

2. ຫ້າມຕັ້ງຈຸດກວດກາ ຢູ່ເສັ້ນທາງແຄບ ແລະ ລົດບໍ່ສາມາດສວນທາງກັນໄດ້ເຊິ່ງຈະເຮັດໃຫ້ລົດແອອັດ.

3. ຫ້າມປະຈວຍ, ປ້າຍ ຫຼື ເຄື່ອງໝາຍ ໄວ້ຈຸດກວດກາ ແລະ ປ້ອມ ເມື່ອຢຸດເຊົາການເຮັດໜ້າທີ່.

4. ຫ້າມກວດກາເອກະສານເຄື່ອນຍ້າຍສິນຄ້າ ແລະ ສິນຄ້າ ຍົກເວັ້ນກໍລະນີມີການແຈ້ງຂ່າວ, ການປະສານສົມທົບຈາກພາກສ່ວນທີ່ກ່ຽວຂ້ອງ.

5. ຫ້າມປັບໃໝເກີນອັດຕາທີ່ໄດ້ກຳນົດຕາມ ດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ສະບັບເລກທີ 568/ລບ ແລະ ບໍ່ມີບິນຮັບເງິນ ກ1 ຢ່າງເດັດຂາດ.

6.ຫ້າມປັບໃໝຜູ້ຂັບຂີ່ທີ່ລະເມີດດໍາລັດວ່າດ້ວຍກົດຈະລາຈອນທາງບົກ ໃນເວລາຕັ້ງຈຸດກວດກາ ໂດຍອີງໃສ່ປະມວນ ກົດໝາຍອາຍາຢ່າງເດັດຂາດ.

7. ໃຫ້ປະຕິບັດໜ້າທີ່ບໍລິການດ້ວຍມາລະຍາດທີ່ດີເປັນທີ່ເພີ່ງຂອງສັງຄົມ.

8 ຫ້າມສວຍໃຊ້ສິດ, ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ພັກພວກຢ່າງເດັດຂາດ.

9.ຫ້າມມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້ຢ່າງເດັດຂາດ.

ປະໂທ້!! ກວດພົບລັດຖະກອນ ຈຳນວກຫຼາຍ ບໍ່ໂປ່ງໃສໃນການເງີນ

ພົບແລ້ວ! 53 ລັດຖະກອນທີ່ບໍ່ໂປງໃສໃນຂົງເຂດການເງິນ ລັດໄດ້ສືບຕໍ່ດຳເນີນໂທດຢ່າງເຂັ້ມງວດ

ປີ 2022 ນີ້ ກະຊວງການເງິນ ສາມາດກວດກາເຫັນພະນັກງານ-ລັດຖະກອນຜູ້ທີ່ລະເມີດລະບຽບວິໄນ, ກົດໝາຍຈຳນວນ 53 ຄົນ; ໃນນີ້ ໄດ້ໃສ່ວິໄນຂັ້ນ 4 ຈໍານວນ 16 ຄົນ, ຂັ້ນ 3 ຈໍານວນ 14 ຄົນ, ຂັ້ນ 2 ຈໍານວນ 9 ຄົນ, ຂັ້ນ 1 ຈໍານວນ 14 ຄົນ ຊຶ່ງໄດ້ດຳເນີນຢ່າງເຂັ້ມງວດຕາມກົດໝາຍ ເພື່ອບໍ່ໃຫ້ຜູ້ອື່ນເອົາເປັນແບບຢ່າງ; ພ້ອມກັນນັ້ນ, ກໍມີມາດຕະການຈຳນວນໜຶ່ງ ເພື່ອຮັບປະກັນຄວາມໂປ່ງໃສ.

ໃນວັນທີ 7 ທັນວາ 2022 ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງານເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍມີຫຼາຍບັນຫາທີ່ຖືກຊັກຖາມ ໃນນີ້ ອັນພົ້ນເດັ່ນ ກໍແມ່ນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຂົງເຂດການເງິນ.

ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ກະຊວງການເງິນ ໄດ້ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດການເງິນ ຊຶ່ງເປັນບັນຫາທີ່ແກ່ຍາວ ແລະ ແກ້ໄຂຍັງບໍ່ໝົດ ເນື່ອງຈາກກົນໄກທີ່ສະຫຼັບສັບຊ້ອນຜ່ານມາ ແມ່ນບໍ່ທັນມ້າງໄດ້ໝົດ ພ້ອມທັງຊອກຫາກົນໄກ ທີ່ຈະມາປ່ຽນແທນ ເພື່ອແກ້ໄຂຕົ້ນເຫດຂອງບັນຫາໃຫ້ໄດ້ ແລະ ແກ້ຢ່າງຈິງຈັງເລິກເຊິ່ງໄດ້ ຊຶ່ງໃນປີ 2022 ນີ້ ສາມາດກວດກາເຫັນຜູ້ທີ່ລະເມີດລະບຽບວິໄນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນຈຳນວນ 53 ຄົນ; ໃນນີ້ ໄດ້ໃສ່ວິໄນຂັ້ນ 4 (ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ) ຈໍານວນ 16 ຄົນ, ຂັ້ນ 3 (ໂຈະການເລື່ອນຂັ້ນເງິນເດືອນ ແລະ ການຍ້ອງຍໍ, ຫຼຸດຕໍາແໜ່ງບໍລິຫານ ຫຼື ຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ ເກົ່າ, ປົດຕໍາແໜ່ງບໍລິຫານ ພ້ອມທັງບັນທຶກໄວ້ໃນສໍານວນເອກະສານປະຫວັດຂອງພະນັກງານ-ລັດຖະກອນ) ມີ 14 ຄົນ, ຂັ້ນ 2 (ກ່າວເຕືອນ ໂດຍໃຫ້ຂຽນໃບສໍາຫຼວດຕົນເອງ ແລະ ບັນທຶກຄວາມຜິດໄວ້ເປັນຫຼັກຖານ) ມີ 9 ຄົນ, ຂັ້ນ 1 (ຕິຕຽນ ໂດຍບັນທຶກຄວາມຜິດໄວ້ເປັນຫຼັກຖານ) ມີ 14 ຄົນ ຊຶ່ງກະຊວງການເງິນ ໄດ້ດຳເນີນຢ່າງເຂັ້ມງວດຕາມກົດໝາຍ ເພື່ອບໍ່ໃຫ້ຜູ້ອື່ນເອົາເປັນແບບຢ່າງ.

ພ້ອມກັນນັ້ນ, ກໍໄດ້ດຳເນີນມາດຕະການ ຊຶ່ງປັດຈຸບັນໄດ້ສຸມໃສ່ນໍາໃຊ້ເຄື່ອງມືທັນສະໄໝ ມາປ່ຽນແທນຄົນ ຊຶ່ງໄດ້ເຮັດທົດລອງແລ້ວວ່າ ບໍລິສັດໃດທີ່ຊໍາລະອາກອນ, ຊຳລະພາສີຜ່ານລະບົບເອເລັກໂຕຣນິກເຫັນວ່າມີຄວາມໂປ່ງໃສແມ່ນມີຄວາມຮັບປະກັນບໍ່ໃຫ້ໄປແຈ້ງຜ່ານເຈົ້າໜ້າທີ່. ແຕ່ຍັງມີບາງບ່ອນ ທີ່ເຈົ້າໜ້າທີ່ເຮົາ ຍັງໄປຮັບເໝົາເອົານໍາບໍລິສັດມາມອບອາກອນເອງ ແລະ ນຳມາຄິດໄລ່ເອງ ຊຶ່ງສ່ວນໜຶ່ງທີ່ເກີດຂຶ້ນແມ່ນເອົາເງິນມາແລ້ວບໍ່ມາມອບໝົດ ແລະ ເຮັດບັນຊີໃໝ່.

ທ່ານ ບຸນໂຈມ ອຸບົນປະເສີດ ຍັງກ່າວຕື່ມວ່າ: ບັນຫາດັ່ງກ່າວນີ້, ກະຊວງການເງິນ ກໍໄດ້ຕັດສິນໃຈແກ້ ໂດຍຫັນການຄຸ້ມຄອງການເງິນໄປສູ່ທັນສະໄໝ. ປີ 2023 ກະຊວງການເງິນຈະໃຫ້ການຄຸ້ມຄອງ, ການແຈ້ງ, ການມອບອາກອນ, ມອບພາສີຕ້ອງຜ່ານລະບົບເອເລັກໂຕຣນິກທັງໝົດ ຊຶ່ງປັດຈຸບັນກະຊວງການເງິນໄດ້ພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຢູ່ທີ່ສໍານັກງານຂອງບໍລິສັດເອງ ບໍ່ຈໍາເປັນໄປຫາພາສີຢູ່ດ່ານ ກໍສາມາດດຳເນີນການຊຳລະເອງ, ດຳເນີນການຄິດໄລ່ເອງ ຊຶ່ງທັງໝົດແມ່ນດ້ວຍເຄື່ອງມືທີ່ທັນສະໄໝຄຸ້ມຄອງ. ອັນນີ້, ແມ່ນແກ້ໄຂບັນຫາການລົບຫຼີກພາສີໃນດ່ານໄດ້ໃນລະດັບທີ່ແນ່ນອນ.

ກະຊວງການເງິນ ຮັບປະກັນວ່າ ປີ 2023 ນີ້ ລະບົບດັ່ງກ່າວແມ່ນຈະສໍາເລັດ ຊຶ່ງລະບົບນີ້ຢູ່ ກົມພາສີຈະມີຈໍບັນຊາການທີ່ເຫັນໝົດທຸກຄັນລົດ ທີ່ນໍາເຂົ້າ-ສົ່ງອອກທີ່ຢູ່ດ່ານພາສີຊາຍແດນຂອງແຕ່ລະບ່ອນ; ຖ້າມີກໍລະນີເຈົ້າໜ້າທີ່ຢູ່ດ່ານ ກວດກາບໍ່ເຫັນ, ເຈົ້າໜ້າທີ່ຢູ່ກົມພາສີ ກໍຈະແຈ້ງ ແລະ ມີສັນຍານໃຫ້ກວດຄືນ ແລະ ກໍຈະມີລະບົບປະເມີນຜົນຄັກແນ່ ເພື່ອເຫັນວ່າມີອັນໃດມອບ ແລະ ອັນໃດບໍ່ທັນມອບ, ອັນໃດຖືກຕ້ອງ ຫຼື ບໍ່ຖືກຕ້ອງ ແມ່ນຈະມີລະບົບກວດກາ.

ລະບົບດັ່ງກ່າວນີ້ ຈະເຮັດໃຫ້ເຈົ້າໜ້າທີ່ບໍ່ພົວພັນໂດຍກົງກັບຜູ້ປະກອບການ ກໍຈະເຮັດໃຫ່ຊ່ອງວ່າງການຕໍ່ລອງ ແລະ ການສວຍໃຊ້ໂອກາດຫຼຸດໜ້ອຍຖອຍລົງ ແລະ ກ້າວໄປສູ່ການແກ້ໄຂປະກົດການຫຍໍ້ທໍ້ໄດ້ຂາດໂຕ.

ປີ 2023 ລັດຖະບານຈະຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9%

ທະນາຄານແຫ່ງ ສປປ ລາວ ຈະປັບປຸງ ແລະ ຈັດຕັ້ງປະຕິບັດກົນໄກການຄຸ້ມຄອງເງິນຕາຕ່າງປະເທດຂອງ ສປປ ລາວ ໃຫ້ມີປະສິດທິຜົນ, ສ້າງຄວາມເຊື່ອໝັ້ນຕໍ່ລະບົບທະນາຄານ ແລະ ສະຖາບັນການເງິນຮູບແບບຕ່າງໆ ແລະ ທັງເປັນກົນໄກໃນການຄວບຄຸມອັດຕາເງິນເຟີ້ສະເລ່ຍໝົດປີ 2023 ໃຫ້ຢູ່ໃນລະດັບບໍ່ເກີນ 9%.

ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ລາຍງານຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ IV ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022, ໂດຍເປັນປະທານຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງທ່ານໄດ້ກ່າວວ່າ:

ໃນປີ 2023 ລັດຖະບານຖືເອົາການຮັກສາສະຖຽນລະພາບທາງ ດ້ານເງິນຕາເປັນກົກ ດ້ວຍການດໍາເນີນນະໂຍບາຍເງິນຕາໃນທິດທາງ ທີ່ຮັດກຸມຫຼາຍຂຶ້ນ ເພຶ່ອແນ່ໃສ່ສ້າງກົນໄກທີ່ເຂັ້ມແຂງໃນການຄວບຄຸມຫຼາຍບັນຫາເງິນຕາທີ່ເກີດຂຶ້ນໃນ ສປປ ລາວ ໃຫ້ມີການຄວບຄຸມໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ເຊັ່ນ:

ຄວບຄຸມອັດຕາເງິນເຟີ້ສະເລ່ຍໜົດປີ ໃຫ້ຢູ່ໃນລະດັບບໍ່ເກີນ 9%, ຄຸ້ມຄອງໃຫ້ອັດຕາແລກປ່ຽນເໜັງຕີງສອດຄ່ອງກັບລະດັບດຸນຍະພາບທາງດ້ານເສດຖະກິດ-ເງິນຕາ ແລະ ບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້, ຄວບຄຸມປະລິມານເງິນ M2 ໃຫ້ຂະຫຍາຍຕົວບໍ່ເກີນ 26% ທຽບໃສ່ປີຜ່ານມາ, ສ້າງຄວາມເຂັ້ມແຂງຄັງສໍາຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 3 ເດືອນ,

ຊຸກຍູ້ທະນາຄານທຸລະກິດສຶບຕໍ່ລະດົມເງິນຝາກ ໃຫ້ຍອດເງິນຝາກທະນາຄານທຸລະກິດບັນລຸໄດ້ 85% ຂອງ GDP, ຊຸກຍູ້ທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ໂຄງການທີ່ມີ ປະສິດທິຜົນ ໂດຍສົ່ງໃສ່ສົ່ງເສີມການຜະລິດ ເພຶ່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການ ສົ່ງອອກ ເປັນບູລິມະສິດ, ສົ່ງເສີມຈຸນລະວິສາຫະກິດ,

ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຮັດໃຫ້ຍອດເຫຼືອສິນເຊື່ອຂອງຂະແໜງການທະນາຄານບັນລຸໄດ້ 65% ຂອງ GDP, ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ ຂອງທະນາຄານທຸລະກິດໃຫ້ຢູ່ໃນລະດັບບໍ່ເກີນ 3%. ຄຽງຄູ່ກັນນີ້, ຍັງຈະໄດ້ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ໃນທິດທາງທີ່ຮັດກຸມກວ່າເກົ່າ ເປັນຕົ້ນແມ່ນທົບທວນ ແລະ ປັບອັດຕາດອກເບ້ຍພື້ນຖານຂອງທະນາຄານ ແຫ່ງ ສປປ ລາວ ເມື່ອຈໍາເປັນ ເພຶ່ອຄວບຄຸມປະລິມານເງິນ,

ຄວບຄູ່ກັບການສຶບຕໍ່ອອກພັນທະບັດທະນາຄານ ແຫ່ງ ສປປ ລາວ ເພຶ່ອທົດແທນບ້ວງ 5.000 ຕື້ກີບ ທີ່ອອກໄປໃນປີ 2022 ຕາມຄວາມເໝາະສົມ, ປັບອັດຕາສ່ວນເງິນແຮຝາກບັງຄັບໃຫ່ສອດຄ່ອງກັບເງື່ອນໄຂດ້ານສະພາບຄ່ອງ ຄວາມໝັ້ນຄົງຂອງທະນາຄານທຸລະກິດ, ຈັງຫວະການຂະຫຍາຍຕົວຂອງປະລິມານເງິນ ແລະ ການຂະຫຍາຍຕົວຂອງເສດຖະກິດ ພ້ອມທັງຮັບປະກັນການຄວບຄຸມເງິນເຟີ້ ແລະ ອັດຕະແລກປ່ຽນໃຫ້ໄດ້ຕາມທີ່ກໍານົດໄວ້.

ຂໍ້ມູນ: ຄວາມສະຫງົບ

ລາຍຈ່າຍທີ່ໃຊ້ງົບປະມານລັດ ຟູມເຟືອຍຫຼາຍທີ່ສຸດ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງານເງິນ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ

ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 7 ທັນວາ 2022 ຕໍ່ກັບບັນຫາການໃຊ້ຈ່າຍຟູມເຟືອຍ ແລະ ມາດຕະການຕ້ານການຟູມເຟືອຍ.

…..

Cr: ໜັງສືພິມລາວພັດທະນາ Laophattana News

ດວງດີ 5ວັນເກີດນນີ້ ຮີບແຊ່ຣ ຊີວິດຈະມີໂອກາດໄດ້ຊັບສິນ ຈັບເງີນລ້ານລ້ຳລວຍ

ດວັນວັນ : ຊີວິດຈະພົ້ນຈາກຄວາມທຸກຍາກທັງຫຼາຍ ຈະບໍ່ທຸກອີກຕໍ່ໄປ ຊິວິດຈະມີແຕ່ໂຊກໄຊເຂົ້າມາຕະຫຼອດ ຊີວິດຈະລ່ວຍໆເງິນທອງໃຊ້ ຕະຫຼອດຊາດ ຄອບຄົວຈະຢູ່ເຢັນເປັນສຸກ ເຮັດຫຍັງກໍ່ມີລາຍຮັບ ຫາສີ່ງໃດກໍ່ເປັນເງີນເປັນທອງ,​

ມີໂຊກມີລາບມີໂອກາດລວຍຄ່ຳຄືນ : ກົດແຊຣ໌ອອກໄປເພື່ອເປັນສິລະ ແລະ ລໍພະລັງມູນເງີນລ້ານເທມາຄ່ຳຄືນ

ຄົນເກີດວັນພະຫັດ: ຊີວິດຈະຮຸ່ງຕະຫຼອດເວລາ ຈະມີໂຊກມີລາບເຂົ້າມາໃນຊີວິດຕະຫຼອດ ທີ່ບໍ່ເຄີຍມີມາກ່ອນ ປີໃຫມ່ນີ້ຈະໄດ້ຮັບໂຊກຄັ້ງໃຫຍ່ ຈະໄດ້ເງິນກ່ອນໃຫຍ່ທີ່ບໍ່ເຄີຍມີມາກ່ອນ

ຈະມີແຕ່ເງິນແຕ່ທອງໄຫຼເຂົ້າມາຕະຫຼອດ,​ເຮັດຫຍັງກໍ່ມີຄົນມາອຸຫນູນ,​ຫາເງີນກໍ່ໄດ້ຫາຄຳກໍ່ດີ. ຊິວິດຈະດີຂື້ນຕະຫຼອດໄປ ແລະ ມີໂອກາດລຳລວຍແບບຟ້າຟ່າ: ກົດແຊຣ໌ລໍພະລັງມູນເງີນລ້ານເທມາຄ່ຳຄືນ ແລະ ຮັບແຊຣ໌ເພື່ອເປີດດວງຊາຕາ.

ຄົນເກີດວັນເສົາ: ປີນີ້ຈົ້າຈະຫາຍຈາກຄວາມທຸກຍາກ ຕໍ່ໄປຊີວິດຈະມີແຕ່ສິ່ງດີໆໄຫຼເຂົ້າມາ ຊີວິດຈະມີໂຊກມີໄຊ ຈະບໍ່ມີອຸປະສັກໃດໆມາຂວາງໃນທາງການງານ ແລະ ໃນທາງການຫາເງີນ,​ ມີຜູ້ໃຫຍ່ເບີ່ງແຍງ,​

ຈະມີສິ່ງສັກສິດຄ່ອຍປົກປັກຮັກສາຢູ່ຕະຫຼອດເວລາ ນັບແຕ່ນີ້ໄປຈະມີເງິນໃຊ້ເງິນຈ່າຍມະຫາສານ ແຕ່ເງີນເງີນໄຫລເຂົ້າຄ່ຳຄືນແບບຟ້າຟ່າກໍ່ມີໂອກາດທີ່ຈະໄດ້ຮັບເຮັດໃຫ້ຊີວິດຈະບໍ່ທຸກຍາກອີກຕໍ່ໄປ : ກົດແຊຣຂໍໃຫ້ສົມຫວັງທຸກຢ່າງ

ຄົນເກີດວັນອາທິດ : ນັບແຕ່ທ້າຍເດືອນນີ້ເປັນຕົ້ນໄປກຳດີແຕ່ຊາດປາງກ່ອນກໍ່ຈະສົ່ງຜົນດີຈະເຮັດໃຫ້ທ່ານມີໂຊກມີລາບມີເງິນມີທອງມີແນວຄິດດີໆ ເຮັດຫຍັງຫາຫຍັງກໍ່ໄດ້ໄດ້ຮັບໝາກຮັບຜົນ ຂອງເສຍກໍ່ຈະໄດ້ຄືນຈະກັບມາເຮັງ ເປັນໃຫຍ່ອີກຄັ້ງ ຈະກັບມາມີທຸກຢ່າງໄດ້ດັ່ງສົມໃຈຫວັງ ໂດຍສະເພາະ ການງານ ແລະ ການເງິນດີຂື້ນກ້າວກະໂດດ.

ຄົນເກີດວັນພຸດ : ນັບແຕ່ເດືອນນີ້ເປັນຕົ້ນໄປກຳດີຂອງເຈົ້າແຕ່ຊາດປາງກ່ອນກໍ່ຈະສົ່ງຜົນເຊັ່ນດຽວກັນຈະເຮັດໃຫ້ເຈົ້າມີແນວຄິດໃໝ່ໆ ເຮັດຫຍັງຫາຫຍັງກໍ່ໄດ້ໄດ້ຮັບໝາກຮັບຜົນ ຂອງເສຍກໍ່ຈະໄດ້ຄືນຈະກັບມາເຮັງ ເປັນໃຫຍ່ອີກຄັ້ງ ຈະກັບມາມີທຸກຢ່າງໄດ້ດັ່ງສົມໃຈຫວັງ ໂດຍສະເພາະ ການງານ ແລະ ການເງິນດີຂື້ນກ້າວກະໂດດ.

ອ່ານແລ້ວຢ່າລືມກົດແຊຣ໌ ໃຫ້ໝູ່ຄູ່ໄດ້ອ່ານນຳຄົນເກີດວັນດຽວກັນ ຂໍໃຫ້ທຸກຄົນທີ່ເກີດວັນດຽວກັນນີ້ຈົ່ງໄດ້ດັ່ງຄຳທຳນາຍທີ່ກ່າວແຕ່ທ້າງເທີງນັ້ນທຸກປະການເຖີ້ນ.

ຂ່າວດີ! ປັບລາຄານ້ຳມັນລົງແລ້ວ ເລີ່ມວັນທີ8ທັນວາ ເປັນຕົ້ນໄປ

ຂ່າວດີ! ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 08 ທັນວາ 2022 ຕາມແຈ້ງການຈາກ

ກຊ ອຸດສະຫະກຳແລະການຄ້າ ເລກທີ 1820/ອຄ ລົງວັນທີ 07 ທວ 2022.ສະເພາະຈຸດນະຄອນຫຼວງ

ເດືອດ!! ຕັ້ກບົງກົດເຮັດສິ່ງນີ້ ຫລັງຖືກກວ່າຫາ ວ່າເປັນເມຍນ້ອຍ

ທີ່ເມື່ອບໍ່ດົນມານີ້ໄດ້ອອກມາໂພສເລື່ອງສາວໆທີ່ເຂົ້າມາ. ​ເລື່ອງ​ຈະ​ເປັນ​ແນວ​ໃດ​ມາ​ເບິ່ງ​ພ້ອມໆ​ກັນ​ເລີຍ ​ເປັນ​ຂ່າວ​ດັງ​ຂຶ້ນ. ທີ່ກ່ອນໜ້ານີ້ ມີຄົນອອກຄຳເຫັນຫຼາຍໃນສື່ສັງຄົມ

ພາຍຫຼັງທີ່ “ຕັ້ກ ບົງກົດ” ໄດ້ອອກມາເປີດໃຈເຖິງຊີວິດ ພາຍຫຼັງທີ່ຢູ່ຮ່ວມກັນກັບເຈົ້າຟ້າງຸ່ມ ບຸນມີ ມາໄດ້ 10 ກວ່າປີແລ້ວ ເຖິງວ່າຄວາມຮັກຈະຍັງຫວານຊື່ນຢູ່ກໍຕາມ.

ແຕ່ ທາກ ໃຫ້ສໍາພາດວ່າ ຜົວເປັນຜູ້ຊາຍ ທີ່ມັກຜູ້ຍິງຫຼາຍ. ເຊິ່ງລາວຕ້ອງມີຄວາມອົດທົນ ແລະ ເຂົ້າໃຈກັນຫຼາຍ ແລະ ເຕືອນຜູ້ຍິງທີ່ເຂົ້າຫາເຂົາເຈົ້າຢ່າເຮັດດີກວ່າ

ທັງບາບ ທັງເສຍເວລາ ຫຼ້າສຸດ ທາກ ບອງກອດ ໄດ້ເລື່ອນຜ່ານ IG. bong_kod_tak ໂດຍການໂພສຮູບໃບທະບຽນແຕ່ງງານ ພ້ອມກັບຂໍ້ຄວາມວ່າ ຫົວຂໍ້ແມ່ນ

ທ່ານ​ບຸນ​ໄຊ​ໃຫ້​ກຽດ​ແກ່​ທ່ານ​ຕາກ​ແລະ​ຮັກ​ທ່ານ​ຕາກ​ຫຼາຍ. ຄໍາເຫັນກ່ຽວກັບຂ່າວ ວ່າ ທາກ ເປັນເມຍນ້ອຍ, ທາກໃຫ້ເຈົ້າອ່ານເພື່ອຄວາມມ່ວນ ແລະຫົວຂວັນຕອນອ່ານ,

ລາວບອກໃຫ້ເລື່ອນໃບທະບຽນການແຕ່ງງານ, ຖ້າເປັນເມຍນ້ອຍ, ສາມາດມີໃບທະບຽນແຕ່ງງານໄດ້ບໍ່? ມັນເປັນຄວາມຄິດຂອງຜົວຂອງຂ້ອຍສໍາລັບການຕອບນີ້.

ລາວຄົງເປັນຫ່ວງລູກຊາຍບໍ່ຢາກໃຫ້ໃຜຕໍາຫນິ, ແຕ່ເຮົາໃຈເຢັນໆ ເພາະເຮົາຢູ່ໃນວົງການມາດົນແລ້ວ. ຄຳເຫັນແມ່ນໄຮ້ສາລະ. ແຕ່ຜົວບໍ່ຄຸ້ນເຄີຍ