ປກສ ເມືອງໂພນໂຮງ ອອກແຈ້ງການເຖິງເຈົ້າຂອງລົດຈັກທີ່ຖືກຄົນຮ້າຍລັກໄປ

ແຈ້ງການ ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ລົງວັນທີ 25 ຕູລາ 2022 ເຖິງ ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ປັດຈຸບັນ ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ໄດ້ເກັບກູ້ລົດຈັກ ໄດ້ 6 ຄັນ,

ຖ້າແມ່ນລົດທ່ານໃດໃຫ້ເຈົ້າຂອງລົດນຳເອກະສານມາຢັ້ງຢືນເອົາລົດຢູ່ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ.

ລາຍລະອຽດເບີ່ງຕາມແຈ້ງການລຸ່ມນີ້

ຮ້ອງໄຫ້ທັງນ້ຳຕາ ເປັນຄູອາສາ 10ປີ ບໍ່ໄດ້ໂກຕ່າ ຕັດສີນໃຈລາອອກ

ອີຕົນແດ່ !..ສາວຄູ ອາສາ10ປີ ບໍ່ໄດ້ໂກຕ່າ ຕັດສີນໃຈລາອອກດ້ວຍນ້ຳຕາ ສາວຄູ ອາສາສອນມາ 10ປີ ບໍ່ມີວິແວວໄດ້ໂກຕາ ຈຳໃຈລາອອກມາຍ້ອນຄອບຄົວທຸກຍາກຂາດເຂີນ.

ແລະ ອາຍຸກໍ່ສູງແລ້ວ 10ປີບໍ່ມີຄວາມຫມາຍ. ນ້ອງຄົນນີ້ແມ່ນເລີ່ມສອນມາຕັ້ງແຕ່ປີ2013 ແລ້ວ…

ການເສຍເວລາ 10 ປີກໍ່ປານຕາຍເກິດໃຫມ່ ສູນເສຍທັ້ງເງີນ ເວລາ ແລະຄວາມຮູ້ສືກ ຕ່າງໆ ຖ້າໃຜເຫັນແລ້ວດີຕົນລາວສາມາດຊວຍເຫລືອນ້ຳໃຈ ເພື່ອສູ້ຊິວີດຕໍ່ ສາມາດ ຊ່ວຍລາວໄດ້,

ທ້າຍເດືອນຕຸລາ 2022 ທີ່ແຂວງຜົ້ງສາລີ

….

….

ຄລິບ

ອ່ານແລ້ວນ້ຳຕາຊິໄຫຼ! ຄຳວ່າລຳບາກຂອງແຕ່ລະຄົນບໍ່ຄືກັນແທ້ໆ ບາງມື້ກິນເຂົ້າລ້າມື້ນີ້ກິນແຈ່ວປາກະເຕົາ

ອ່ານແລ້ວນ້ຳຕາຊິໄຫຼ! ຄຳວ່າລຳບາກຂອງແຕ່ລະຄົນບໍ່ຄືກັນແທ້ໆ ໃຜທີ່ກຳລັງທໍ້ເບິ່ງລຸງຄົນນີ້ເປັນຕົວຢ່າງເດີ້ ຈາກຜູ້ໃຊ້ເຟສບຸກຄົນໜື່ງໄດ້ໂສວ່າ: ຖາມທຳອິດ ກິນເຂົ້າແລ້ວບໍ່ລຸງ? ບໍ່ຢາກເຂົ້າ ກິນບໍ່ແຊບ (ນ່ານພັດຊິມາຕວະ ຄົນຂີ້ຕວະຄືເຮົາ ບໍ່ຄືໜາາ)

ຖາມຈີ້ເຂົ້າໄປ ຈື່ງຮູ້ວ່າບໍ່ມີເງິນ ຊື້ຂອງກິນ (ເພາະຫາກໍ່ເລີ່ມມາເຮັດວຽກ ຍັງບໍ່ໄດ້ເງິນເດືອນ ຕ້ອງໄດ້ອົດປະຫຍັດ) ເຂົ້າໜຽວ ແມ່ນບໍລິສັດເອົາໃຫ້ ສ່ວນອາຫານ ບາງມື້ຂໍກິນນໍາໝູ່ ບາງມື້ກິນເຂົ້າລ້າ (ມື້ນີ້ກິນແຈ່ວປາກະເຕົາ ກັບເຮົານີ້ນໍລຸງ ແຊບຄືກັນ)

ມື້ຕໍ່ໄປຈື່ງວ່າກັນນໍ ປ່ອນຍື່ນ ຊ່ວຍກັນເພື່ອນມະນຸດ. ຊິວິດໃນເມືອງ ຜັກ1ເສັ້ນກໍ່ໄດ້ຊື້ກິນ ບໍ່ຄືຢູ່ເຂດນອກນໍລຸງ ພໍໄດ້ເຂົ້າປ່າຫາກິນ ເກັບຜັກຫັກໜໍ່ ປະທັງຊີວິດໄປ. ທ້າຍເດືອນຕຸລາ 2022 ທີ່ ນຄວຈ

ແບບນີ້ກໍມີ ຖືກໝູ່ຢືມຄຳໄປຂາຍແລ້ວບໍ່ໃຊ້ຄືນ

ຈາກເພກ “Law learning ຮຽນຮູ້ເລື່ອງກົດຫມາຍ” ໄດ້ໂພສວ່າ ໃນກໍລະນີ້ ທ້າວກໍ ຈະມີຄວາມຜິດໃນຂໍ້ຫາ ການສໍ້ໂກງຊັບ ບຸກຄົນໃດ ຫາກໄດ້ໃຊ້ເລ່ລ່ຽມ ຕົວະຍົວະຫຼອກລວງ ດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບ ໃຫ້ຕົນ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ສາມປີ ໃນກໍລະນີເອົາການສໍ້ໂກງຊັບເປັນອາຈີນ,

ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີກໍ່ຄວາມເສຍຫາຍ ແຕ່ສາມປີ ຫາ ແປດປີ ແລະ ຈະຖືກປັບໃໝ ແຕ່ ຄວາມພະຍາຍາມກໍ່ການກະທໍາຜິດ ກໍຈະຖືກລົງໂທດ. ທ້າຍເດືອນຕຸລາ 2022 ທີ່ ນຄວຈ

ສັງຄົມສະໄໝນີ້ ຢູ່ຍາກຂື້ນທຸກມື້ ເຫດຄົນແກ່ເຟືອງມາຈູດເຮືອນ

ມື້ຄືນນີ້ ເວລາ 2:00 ໂມງ(26-27/10/2022) ໄດ້ມີຄົນບໍ່ດີ ແກ່ເອົາເຟືອງຈາກທົ່ງນາ ຫວັງມາຈູເເຮືອນ ແຕ່ເຈົ້າຂອງເຮືອນ ມອດທັນ, ເຫດເກີດທີ່ບ້ານໂພນສະຫວັນ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ.

ເຈົ້າຂອງເຮືອນເລົ່າວ່າ: ກຳລັງນອນອນແຊບຄົນບໍ່ດີໄດ້ນຳເອົາເຟືອງຈາກບ່ອນອື່ນມາຢາຍໃສ່ບໍລິເວນໜ້າເຮືອນ ໃຊ້ນ້ຳມັນລາດ ແລ້ວຈູດ.

ໂຊກດີໄດ້ຍິນສຽງໄຟແຕກ ຈຶ່ງອອກມາເບິ່ງ ພົບວ່າໄຟກຳລັງລຸກໄໝ້ ຈຶ່ງຮີບຮ້ອນພາກັນເອົານ້ຳມາມອດໄດ້ທັນ”.

ຂໍຄວາມຊ່ວຍເຫລືອປະກາດຕາມຫາຍາດພີ່ນ້ອງຂອງ ພໍ່ຕູ້ ສົມຈັນ

ຈາກຜູ້ໃຊ້ເຟສບຸກໄດ້ໂພສ

ສະບາຍດີຫມົດທຸກຄົນ ຂໍຄວາມຊ່ວຍເຫລືອປະກາດຕາມຫາຍາດພີ່ນ້ອງຂອງ ພໍ່ຕູ້ ສົມຈັນ ດວງວິໄລ ຢູ່ບ້ານ ວັງອໍ້ ເມືອງປາກແຊງ ແຂວງຫລວງພະບາງ

ເພີ່ນໄດ້ຂີ່ລົດໄຟຈາກຫລວງພະບາງ ໄປ ວັງວຽງ ເພື່ອໄປຫາລູກຊາຍຂອງເພີ່ນ ຊື່ ທອງເດືອນ ເປັນທະຫານຢູ່ ກອງພົນທີ່1 ເມືອງວຽງວຽງ

ແຕ່ເພີ່ນໄດ້ຫລົງລົງສະຖານີລົດໄຟກາສີ ຖ້າໃຜຮູ້ຈັກຂໍປະກາດແຈ້ງບອກຕໍ່ໃຫ້ລູກຊາຍ, ຍາດຕິພີ່ນ້ອງຂອງເພີ່ນໃຫ້ແດ່

ຕອນນີ້ລາວບໍຮູ້ສິຕິດຕໍ່ຫາຜູ້ໃດ ເບີ້ໂທລະສັບກະບໍ່ມີ ເງິນກະບໍ່ມີ

ຂໍຂອບໃຈນໍາທຸກໆຄົນທີ່ຊ່ວຍພໍ່ຕູ້ຫລາຍໆ ຕິດຕໍ່ຫາຂ້ອຍ 020 95168393

ຂ່າວດ່ວນ ມື້ອື່ນມີການປັບລາຄານໍ້າມັນເຊື້ອໄຟ

ແຈ້ງປັບລາຄານ້ຳມັນ ເລິ່ມປະຕິບັດ 06:00 ໂມງຂອງວັນທີ 27/10/2022 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 1506/ອຄ ລົງວັນທີ 26 ຕລ 2022

ລາຍລະອຽດ

ສາທຸ ສາທຸ ພົບພຣະພຸດທະຮູບຢູ່ແຄມຂອງ

ໃນວັນທີ 26/10/2022 ເວລາປະມານ 7:25 ໂມງ ມີປະຊາຊົນບ້ານນາຫລວງ ເມືອງປາກກະດິງ ແຂວງບໍລິຄຳໄຊ ພົບເຫັນພຣະພຸດທະຮູບ 1 ອົງ ຢູ່ແຄມນໍ້າຂອງ ຄາດວ່າຈະຖືກນໍ້າພັດມາ.

ປັດຈຸບັນ, ປະຊາຊົນໄດ້ນຳເອົາໄປໄວ້ວັດຂອງບ້ານດັ່ງກ່າວ.

….

..

..

ຂອບໃຈ ແຟນເພຈ: Mai Maiemma

ຮ່ວມໃຫ້ກຳລັງໃຈ ແລະ ບໍລິຈາກ ການແລ່ນ 385 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ສູ່ ນະຄອນຫຼວງພະບາງ ເພື່ອລະດົມທຶນ ຊ່ວຍເຫຼືອ ໂຮງໝໍ ເດັກນ້ອຍ ຢູ່ແຂວງພາກເໜືອ

ການແລ່ນ 385 ກິໂລແມັດ ຈາກນະຄອນຫຼວງວຽງຈັນ ສູ່ ນະຄອນຫຼວງພະບາງ ເພື່ອລະດົມທຶນ ຊ່ວຍເຫຼືອ ໂຮງໝໍ ເດັກນ້ອຍ ຢູ່ແຂວງພາກເໜືອ ໃຫ້ໄດ້ຮັບການປິ່ນປົວ ໂດຍບໍ່ເສຍຄ່າ.

ທີມແລ່ນ ລວມມີທັງຄົນລາວ ແລະ ຄົນຕ່າງປະເທດ ທີ່ມີຈິດໜຶ່ງໃຈດຽວກັນ ສ້າງສັງ ສິ່ງທີ່ດີ ໃຫ້ກັບສັງຄົມລາວ. ການແລ່ນ ໃນມື້ທີ່ສອງ ແມ່ນຈາກ ແສນຊຸມ-ວັງວຽງ ລວມ ໄລຍະທາງ 75 ກມ.

ປະຈຸບັນ ມວນນໍ້າໃຈ ຈາກຄົນລາວ ຮ່ວມສະໜັບສະໜູນ ການແລ່ນ ເພື່ອຊ່ວຍເຫຼືອເດັກ ຮອດ 258 ກ່ວາລ້ານກີບແລ້ວ !!!

ທ່ານສາມາດ ຮ່ວມສົ່ງແຮງໃຈໃຫ້ນັກແລ່ນ ທຸກຄົນ ໂດຍການ ຮ່ວມບໍລິຈາກ ຜ່ານກິດຈະກຳນີ້ນຳກັນ.

ຂໍໃຫ້ນັກແລ່ນທຸກຄົນ ແລ່ນຢ່າງປອດໄພ ແລະຂໍໃຫ້ທຸກຄົນມີຄວາມສຸກ.

….