ນັກຮຽນສາວ ຕີກັນ ຍາດແຟນກັນ

ຈາກຜູ້ໃຂ້ເຟສບຸກຄົນໜື່ງໄດ້ໂພສວ່າ ຄົນຖ່າຍຫັ້ນນາແທນທີ່ຈະໃຫ້ໝູ່ໄປຊ່ວຍຫ້າມບໍ່ໃຫ້ເຂົາຕີກັນ ພັດເວົ້າວ່າໃຜໄປຫ້າມຊິຕົບອີກ…

ນັກຮຽນ ແຫ່ງໜຶ່ງໃນແຂວງວຽງຈັນ ທັງຜູ້ຍິງຜູ້ຊາຍພາກັນຫົວປານເບິ່ງນັກມວຍປໍ້າເຂົາຕີກັນຢູ່ສະໜາມ ຈັ່ງແມ່ນພໍ່ແມ່ພວກເຈົ້າສັ່ງສອນໃຫ້ມາຕົບມາຕີກັນຢູ່ໂຮງຮຽນ ແລະ ຄູອາຈານກໍ່ບໍ່ເວົ້າບໍ່ວ່າຫຍັງນໍ້.

ຖ້າມາໂຮງຮຽນແລ້ວມາສະແດງລະຄອນຕີກັນແບບນີ້ກໍ່ອອກໄປສາມາຮຽນບໍ່ຮູ້ແນວດີແນວບໍ່ດີຮຽນຮ້ອຍປີພັນປີກໍ່ບໍ່ຈະເລີນດອກອີ່ຫຼ້າເອີຍ, ທ້າຍເດືອນຕຸລາ 2022 ທີ່ແຂວງວຽງຈັນ

ທີ່ມາ:

ເລີ່ມແລ້ວ ວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທແຫ່ງທີ 5 ບໍລິຄຳໄຊ-ບຶງການ

ພິທີວາງສີລາລຶກ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2022 ໂດຍໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ພັນຄຳວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ມີບັນດາການນໍາຂັ້ນສູງຂອງສອງຝ່າຍ ເຂົ້າຮ່ວມ, ຊຶ່ງພິທີວາງສີລາລຶກດັ່ງກ່າວ ໄດ້ຈັດຂຶ້ນຢູ່ທັງສອງຟາກຝັ່ງແມ່ນໍ້າຂອງລາວ ແລະ ໄທ ໂດຍເລີ່ມຈັດພິທີ ຂຶ້ນຢູ່ເບື້ອງ ສປປ ລາວ ແລະ ຣາຊະອານາຈັກໄທ ຕາມລໍາດັບ.

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊາຊົນ ຣາຊະອານາຈັກໄທ ກໍຄື ສໍານັກງານຄວາມຮ່ວມມືເພື່ອພັດທະນາເສດຖະກິດກັບປະເທດເພື່ອບ້ານ (ອົງການ NEDA ຫລື Neighbouring Countries Economic Development Cooperation Agency) ທີ່ໄດ້ສະໜອງທຶນກູ້ຢືມ ໃນການກໍ່ສ້າງຂົວມິດ ຕະພາບແຫ່ງນີ້,

ຊຶ່ງໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມຂອງສອງລັດຖະບານ ລາວ ແລະ ໄທ ໃນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໄປ-ມາຫາສູ່ກັນ ຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງປະເທດ ເພື່ອສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ທ່ອງທ່ຽວ ກໍຄື ການນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດ ຢູ່ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ຕາມແລວເສດຖິກິດຕາເວັນອອກ-ຕາເວັນຕົກ, ຊຶ່ງຈະເປັນການອໍານວຍຄວາມສະດວກ ແລະ ສະໜັບສະໜູນການພັດທະນາການເຊື່ອມໂຍງການຂົນສົ່ງໃຫ້ໂລ່ງລ່ຽນ ລະຫວ່າງ ສອງປະເທດ ລາວ-ໄທ ກັບບັນດາປະເທດອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຮັບການເຫັນດີໃຫ້ມີການລິເລີ່ມ ປຶກສາຫາລືຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງຂົວດັ່ງກ່າວ ໃນປີ 2012, ຕໍ່ມາໃນປີ 2014 ໄດ້ມີການສໍາຫລວດຄວາມເປັນໄປໄດ້ ໃນການກໍ່ສ້າງ ພາຍໃຕ້ການສະໜັບສະໜູນຂອງສໍານັກງານຄວາມຮ່ວມມື ເພື່ອພັດທະນາເສດຖະກິດກັບປະເທດເພື່ອນບ້ານ, ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ແລະໄດ້ມີການເລີ້ມການກໍ່ສ້າງໃນຕົ້ນປີ 2021, ຊຶ່ງຂົວມິດຕະພາບດັ່ງກ່າວ ມີຄວາມຍາວ 1.350 ແມັດໂດຍບໍ່ລວມທາງເຂົ້າ-ອອກຂົວທັງສອງຟາກແມ່ນໍ້າຂອງ ແລະ ຈະກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ໃນຕົ້ນປີ 2024.

ໂຄງການກໍ່ສ້າງຂົວມິດຕະພາບແຫ່ງນີ້, ຍັງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນປະຕິບັດງານວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໄລຍະ 5 ປີ(2022-2026) ທີ່ທັງສອງປະເທດພວກເຮົາໄດ້ເຊັນຮ່ວມກັນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ ເພື່ອປະຕິບັດຕາມເຈດຕະນາລົມຂອງປະຊາຊົນສອງຊາດ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານຫລາຍກວ່າ 7 ທົດສະວັດ. ພ້ອມກັນນີ້, ຂົວມິດຕະພາບແຫ່ງທີ 5 ຍັງຈະເປັນໂຄງການທີ່ຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດເປົ້າໝາຍທີ 5 ໃນການຮ່ວມມື,

ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ກໍຄືການຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດສັງຄົມໄລຍະ 10 ປີ (2016-2025), ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນຂອງລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ການຫັນເອົາ ສປປ ລາວ ຈາກປະເທດທີບໍ່ມີຊາຍແດນຕິດກັບທະເລ ເປັນສູນກາງການເຊື່ອມຈອດ.

ໂຄງການຂົວມິດຕະພາບລາວ-ໄທແຫ່ງທີ່ 5 ເປັນໂຄງການທີ່ມີຄວາມສໍາຄັນໃນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດ ກໍຄື ອະນຸພາກພື້ນ ກໍຄືໂຄງການເຊື່ອມໂຍງທາງດ້ານເສດຖະກິດຕາເວັນອອກ-ຕາເວັນຕົກ ໂດຍສະເພາະແມ່ນການເຊື່ອມໂຍງດ້ານຂົນສົ່ງຂອງ ສປປ ລາວ ຣາຊະອານາຈັກກັບໄທ ຜ່ານທາງຫລວງແຫ່ງຊາດເລກທີ 13 ໃຕ້ ແລະ ເສັ້ນທາງເລກ 8 ເພື່ອອອກສູ່ຫວຽດນາມ ໂດຍມີໄລຍະທາງພຽງແຕ່ 150 ກິໂລແມັດ, ຊຶ່ງລັດຖະບານລາວ ມີແຜນການ ປັບປຸງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານ ເພື່ອຮອງຮັບໃຫ້ແກ່ການຄົມມານາຄົມ ແລະ ຂົນສົ່ງ. ສະນັ້ນ, ໂຄງການນີ້ ຈຶ່ງເປັນສ່ວນໜຶ່ງທີ່ສໍາຄັນໃນການຍູ້ໜູນ ແລະ ສົ່ງເສີມການຄ້າ-ການລົງທຶນ, ການບໍລິການທາງຜ່ານ ແລະ ການທ່ອງທ່ຽວອະນາຄົດ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

ຜູກຄໍຕາຍເອງຢູ່ເທິງຕົ້ນໄມ້ ໜີຄວາມຜິດ ທະຫານທີກໍ່ເຫດ ສອງແມ່ລູກ

ພົບແລ້ວ! ທະຫານຂ້ າ ຕ ະ ກຳ ສອງແມ່ລູກ ທີ່ບ້ານດອນເຊັງ ແຂວງສະຫວັນະເຂດ ວັນທີ 28/10/2022 ເຊິ່ງຜູ້ກ່ຽວໄດ້ຜູກຄໍຕາຍເອງຢູ່ເທິງຕົ້ນໄມ້ ບ້ານຫ້ວຍໄຜ່ ນະຄອນໄກສອນ ແຂວງສະຫວັນນະເຂດ

…..

ຫຼ້າສຸດ ຜູ້ກ່ຽວ ໄດ້ປິດຊີບໂຕເອງໜີຄວາມຜິດ

….

….

ໄປບໍ່ລອດ ຈັບຕົວຜູ້ລັກ ຄວາຍ ແລະ ງົວ

ເຈົ້າຫນ້າທີ່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ກັກຕົວທ້າວ ຢົວໄທຢ່າງ ອາຍຸ 52 ປີ ຢູ່ບ້ານໂພນຄໍາໃຕ້ ເມືອງໂພນໂຮງ ທີ່ເຄື່ອນໄຫວລັກຄວາຍ ແລະ ງົວ ປະຊາຊົນ ຫລາຍຄັ້ງ ຈຳນວນຫລາຍໂຕ.

ທ້າວ ຢົວໄທຢ່າງ ໄດ້ຮັບສາລະພາບວ່າ: ລັກເອົາຄວາຍແມ່ດ່ອນ ຢູ່ບ້ານນາເພີຍ ເມືອງທຸລະຄົມ 1 ໂຕ ໄປຂາຍ 4.000.000 ກີບ, ໃນຄັ້ງວັນທີ 5 ກຸມພາ 2022 ໄດ້ໄປລັກງົວເພດແມ່ສີແດງ ຢູ່ບ້ານນາເລົາ ເມືອງໂພນໂຮງ 1 ໂຕ ຂາຍ2.000.000 ກີບ, ລັກງົວແມ່ສີເຫຼືອງ 1 ໂຕ ຢູ່ບ້ານໂພນຄຳເໜືອ ລາຄາ 1.800.000 ກີບ.

ໃນນຄັ້ງວັນທີ 20 ພຶດສະພາ 2022 ລັກງົວເຖີກສີຂາວເຫຼືອງ ຢູ່ບ້ານໂຮງເລື່ອຍ ເມືອງໂພນໂຮງ 1 ໂຕ ແລ້ວໄປລັກເອົາອີກ 1 ໂຕ ຢູ່ຂອບເຂດບ້ານໂພນຄໍາເໜືອ ເມືອງໂພນໂຮງ ຂາຍ 6.000.000 ກີບ.

ເຈົ້າຫນ້າທີ່ກັກລົດແກ່ ຄວາຍ ງົວ ເຂົ້າໄປທາງດ່ວນ ເປັນລົດ ທ້າວ ຢົວໄທຢ່າງ, ຕົກມາຮອດວັນທີ 24 ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫຼວດຈິ່ງສາມາດຈັບຕົວໄດ້ສຳເລັດ.

ປກສ ແຂວງວຽງຈັນ: ຈັນດາລາ