ຍິນດີຕ້ອນຮັບ ໂຕໂນ້ ພາຄິນ ລອຍຂ້າມຂອງຮອດ ສປປ ລາວແລ້ວເດີ

ຍິນດີຕ້ອນຮັບ ໂຕໂນ້ ພາຄິນ ນັກຮ້ອງ, ນັກສະແດງ ຈາກ ປະເທດ ໄທ ເດີນທາງມາຢ້ຽມຍາມ ໂຮງຫມໍ ແຂວງຄຳມ່ວນ, ແຟນຄັບຖ້າຕ້ອນຮັບດ້ວຍຄວາມອົບອຸ່ນ.

ຢ່າງທີ່ເຮົາຮູ້ ໂຕໂນ້ ພາຄິນ ຕັ້ງໃຈຈະລອຍຂ້າມປະເທດຈາກຝັ່ງໄທມາຫາ ຝັ່ງ ສປປລາວ ແລະ ​ກັບ​ໄທ​ ໂດຍ​ເລືອກ​ເອົາ​ແມ່​ນ້ຳຂອງ ເພື່ອຫາເງິນບໍລິຈາກທີ່ໄດ້ຮັບຈາກການລອຍນໍ້າຄັ້ງນີ້ ທັງໝົດມອບໃຫ້ໂຮງໝໍສອງຝັ່ງແມ່ນ້ຳຂອງ ທັງ ລາວ-ໄທ.

ວັດພຣະທາດ ສີໂຄດຕະບອງ ຍິນດີຕ້ອນຮັບພໍ່ອອກ ໂຕໂນ່ ພາຄິນ ຄຳວິໄລສັກ.

ປະຈຸບັນ ແມ່ນລອຍຂ້າມຂອງຮອດ ສປປ ລາວແລ້ວ ກຳລັງເຂົ້າພັກຜ່ອນກິນເຂົ້າ

ແລ້ວລອຍຂ້າມກັບປະເທດໄທ ໃນເວລາ 15:30 ຂອງມື້ນີ້

..

ເລີ່ມແລ້ວ ໂຕໂນ້ ລອຍນ້ຳຂອງກຳລັງມຸ່ງໜ້າ ມາຝັ່ງ ສປປ ລາວ

ສູ້ໆ! ໂຕໂນ້ລົງລອຍນໍ້າແລ້ວຕອນນີ້ ມຸ່ງໜ້າໄປທີ່ເມືອງທ່າແຂກ ແຂວງຄຳມ່ວນ ສປປ ລາວ

ສົ່ງກຳລັງໃຈໃຫ້ສຳເລັດຢ່າງປອດໄພ

….

..

ເບິ່ງໄລ້ສົດທີ່ນີ້: https://www.facebook.com/421673075324799/videos/644048127337961/