ດ່ວນກຳນົດແລ້ວ! ງານບຸນພຣະທາດ ປີນີ້ຈະຈັດຂຶ້ນວັນທີ 4-8 ພະ​ຈິກ 2022 ແບບຍິ່ງໃຫຍ່ເນັ້ນຂາຍສິນຄ້າລາຄາຖືກ

ກຳນົດແລ້ວ! ງານບຸນພຣະທາດຫຼວງວຽງຈັນປີນີ້ຈະຈັດຂຶ້ນແຕ່ວັນທີ 4-8 ພະ​ຈິກ 2022 ແບບຍິ່ງໃຫຍ່ມີຫຼາຍກິດຈະກໍາວັນທີ 19 ຕຸລາ 2022 ຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2022 ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມງານບຸນປະເພນີດັ່ງກ່າວທີ່ເດີນພຣະທາດຫຼວງວຽງຈັນ ໂດຍການຖະແຫຼງຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ.

ນະຄອນຫຼວງວຽງຈັນ (ນວ) ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນວ ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ແລະ ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ມີ ຫົວໜ້າ ຮອງຫົວໜ້າພະແນກ ຂະແໜງກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ທ່ານ ຖະໜອມ ທໍາທອງ ກ່າວວ່າ: ການຈັດງານຄັ້ງນີ້ມີຈຸດປະສົງເພື່​ອະ​ນຸ​ລັກ​ຮັກ​ສາ ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມຂອງບຸນນ​ະ​ມັດ​ສະ​ການ​ພ​ຣະ​ທາດຫຼວງຂອງ​ຊາວ​ລາວ​ກໍ​ຄື​ຊາວ​ ນວ ທີ່​ເຄີຍ​ສືບ​ທອດ​ກັນ​ມາ​ແຕ່​ບູ​ຮານ​ນະ​ການໃຫ້​ມີ​ຄວາມ​ໂດດ​ເດັ່ນ ແລະ ເປັນ​ທີ່​ຮັບ​ຮູ້​ໃນ​ເວ​ທີ​ສາ​ກົນ ພ້ອມນັ້ນເພື່ອ​ເປັນ​ການ​ສ້າງ​ໂອ​ກາດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ​ກໍ່​ຄືການຟື້ນ​ຟູ​ເສດ​ຖະ​ກິດ ດ້ວຍ​ຮູບ​ການ​ຊຸກ​ຍູ້​ສົ່ງ​ເສີ່ມ​ການ​ທ່ອງ​ທ່ຽວ ສົ່ງ​ເສີ່ມ​ການ​ຄ້າ ສິນ​ຄ້າ​ຄອບ​ຄົວ​ຕົວ​ແບບ​ທີ່​ຈະ​ກ້າວ​ເປັນ​ສິນ​ຄ້າ​ໂອ​ດ໋ອບ ທີ່​ໄດ້​ກາ​ໝາຍ​ແຫ່ງ​ຊາດ ແລະ ສິນ​ຄ້າ​ຂອ​ງບັນ​ດາ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ກາງ ໄດ້​ມາ​ວາງ​ສະ​ແດງ ຈຳ​ໜ່າຍ​ສິນ​ຄ້າ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃຫ້​ປະ​ຊາ​ຊົນ​ຊາວ​ ນວ ຕະຫຼອດຮອດແຂ​ກ​ຕ່າງ​ປະ​ເທດ​ໄດ້​ເຫັນ ແລະ ໄດ້​ຊົມ​ໃຊ້​ສິນ​ຄ້າ ພ້ອມ​ທັງ​ເປັນ​ການ​ແລກ​ປ່ຽນ​ບົດ​ຮຽ​ນ ປະ​ສົບ​ການ​ຕ່າງໆ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ດ້ວຍ​ກັນ.

ເຊິ່ງມີຄາດໝາຍເພື່ອຮັບ​ປະ​ກັນ​ຄວາມ​ສະ​ຫງົບ ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ປ້ອງ​ກັນ ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ສະ​ອາດ​ງາມ​ຕາໃນ​ຂອບ​ເຂດ​ການ​ຈັດ​ງ​ານ ແລະ ບໍ​ລິ​ເວນ​ໃກ້​ຄຽງ ດຳ​ເນີນ​ບັນ​ດາ​ກິດ​ຈະ​ກຳໃນ​ງານ​ບຸນໃຫ້​ຖືກ​ຕ້ອງ​ສອດ​ຄ່ອງ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພ​ນີ ແລະ ມີ​ບັນ​ຍາ​ກາດ​ເບີກ​ບານ​ມ່ວ​ນ​ຊື່ນ ເປັນ​ຜູ້​ດຶງ​ດູດ​ໃຈ​ຂອງ​ຜູ້ນ​ມາ​ທ່ຽວ​ຊົມ ສ້າງ​ໂອ​ກາດ​ໃຫ້​ບັນ​ດາ​ຜູ້​ປະ​ກອບ​ການ ທຸ​ລະ​ກິດ​ຈຳ​ໜ່າຍ​ສິນ​ຄ້າ ໄດ້​ມີ​ໂອ​ກາດ​ນຳ​ເອົາ​ສິນ​ຄ້າ ແລະ ຜະ​ລິດ​ຕະ​ພັນ​ທີ່​ຄ້າ​ງ​ຈຳ​ໜ່າຍໃນ​ຊ່ວງ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ​ອອກ​ມາ​ຈຳ​ໜ່າຍໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ເດີນ​ທາງ​ມາ​ຮ່ວມ​ງານ​ບຸນ ໄດ້​ມີ​ໂອ​ກາດ​ເຂົ້າ​ເຖິງໃນ​ລາ​ຄາ​ທີ່​ເໝາະ​ສົມ​ສາ​ມາດ​ຊື້​ໄດ້ ແລະ ເຮັດ​ໃຫ້​ມີ​ເງິນ​ໝູນ​ວຽນ​ໃນ​ການ​ວາງສະ​ແດງ ແລະ ຂາຍ​ສິນ​ຄ້າ​ໃນ​ໂອ​ກາດງານ​ບຸນ​ນະ​ມັດ​ສະ​ການ​ພ​ຣະ​ທາດຫຼວງ​ພາຍຫຼັງ​ທີ່ບໍ່ໄດ້ຈັດ​ງານ​ບຸນ​ໃຫຍ່ດັ່ງ​ກ່າວ​ມາ​ເປັນ​ເວ​ລາ 2 ປີ.

​ຈັດ​ງານ​ບຸນ​ນະ​ມັດ​ສະ​ກາ​ນ​ພ​ຣ​ະ​ທາດຫຼວງປີນີ້ໄດ້ກຳ​ນົດ 5 ວັນ ເລີ່ມ​ແຕ່​ວັນ​ທີ 4-8 ພະ​ຈິກ 2022 ລາຍ​ລະ​ອຽດມີ​ຄື:ວັນ​ທີ 4 ພະ​ຈິກ ເວ​ລາ 16:30 ໂມງ ເປັນ​ມື້​ເລີ່ມ​ງານ​​ບຸນ​ປະ​ເພ​ນີ ວັນ​ທີ 6 ພະ​ຈິກ ເວ​ລາ 16:00 ໂມງ ພິ​ທີ​ສູດ​ປະ​ລິ​ຕະ​ມຸງ​ຄຸ​ນທີ່​ພ​ຣະ​ທາດຫຼວງ ວັນ​ທີ 7 ພະ​ຈິກ ເວ​ລາ 13:30 ໂມງ ພິ​ທີ​ແຫ່​ຜາ​ສາດ​ເຜິ້ງ ວັນ​ທີ 8 ພະ​ຈິກ ເວ​ລາ 7:00 ໂມງ ພິ​ທີ​ໃສ່​ບາດ​ຖວາຍ​ສັງ​ກະ​ທານ ເວ​ລາ 13:00 ໂມງ ພິ​ທີ​ແຫ່​ລູກ​ຄີ ແລະ ການ​ແຂ່ງ​ຈັນ​ກີລາ​ພື້ນ​ບ້ານ​ຕີ​ຄີ ເວ​ລາ 19:00 ໂມງ ພິ​ທີ​ວຽນ​ທຽ​ນ ແລະ ຈູ​ດ​ທູບ​ທຽນບັ້ງ​ໄຟ​ສັກ​ກະ​ລະ​ບູ​ຊາອົງ​ພ​ຣະ​ທາດ.

ເພື່ອບໍ່ໃຫ້ມີການແອອັດ ຄະນະຮັບຜິດຊອບຈັດງານບຸນ ໄດ້ກໍານົດການຈັດງານ​ຢູ່​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ເລີ່ມແຕ່ວັນ​ທີ 2-8 ພະ​ຈິກ ມີ​ຈຳ​ນວນ​ບູ​ດ​ໄວ້​ຮອງ​ຮັບ 488 ບູ​ດ ສ່ວນທີ່​ເດີ່ນ​ທາ​ດຫຼວງ ແລະ ເດີ່ນ​ສ​ະ​ໜາມຫຼວງ​ປະ​ກອບ​ມີ ການ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ ນະ​ວັດ​ຕະ​ກຳ​ໃໝ່ ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເຂດ​ໂລ​ຈິດ​ສະ​ຕິກ ທາງ​ດ່ວນ ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ ຈາກ ສ​ສ ຫວຽດ​ນາມ (ຮ່າ​ໂນ້ຍ ໂຮ່​ຈີ່​ມິນ ຢ່າ​ຈາງ) ສິນ​ຄ້າ​ໂອ​ດ໋ອບ ສິນ​ຄ້າ​ຄອບ​ຄົວ​ຕົວ​ແບບ ສິນ​ຄ້າ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ແລະ ວາງ​ສະ​ແດງ​ສິນ​ຄ້າ ປະ​ເທດ​ທ່ອງ​ທ່ຽວຄາ​ດ​ຄະ​ເນ​ລວມ 215 ຫ້ອງ ສິນ​ຄ້າ​ປະ​ເພດ:

ບໍ​ລິ​ສັດ​ຂາ​ເຂົ້າ-ຂາ​ອອກ ເສື້ອ​ຜ້າ ສິນ​ຄ້າ​ທົ່ວ​ໄປ ແລະ ເຄື່ອງຫຼິ້ນ​ຈຳ​ນວນ 669 ຫ້ອງ ປະ​ເພ​ດ​ອາ​ຫານ ແລະ ເຄື່ອງ​ດື່ມ ເຂົ້າຫຼາມ ປີ້ງ​ໄກ່ ຢູ່​ເຂດ​ຮອບນອກ​ 134 ຫ້ອງ ລວມ​ທັງ​ໝົດ​ມີ​ປະ​ມານ 1.018 ຫ້ອງ.

ທັງຫລໍ່ທັງເຮັ່ງເດ ທີ່ມາຂອງຄຳວ່າ “ເປັນຄົນຫລໍ່ທີ່ຖືກເລກ” 400ລ້ານກີບ

ແບບນີ້ເອງເນາະ ທີເຂົາວ່າເປັນຄົນຫລໍ່ ທີ່ຖືກເລກ

ຂໍສະແດງຄວາມຍິນດີນຳຜູ້ໂຊກດີຢູ່ທີ່ນະຄອນຫຼວງວຽງຈັນ

ຖືກຫວຍຜ່ານແອັບໂຊກໄຊພລັສ ມູນຄ່າ 400,000,000 ກີບ

….

ົຜົນຫວຍ

ເຟສບຸກຄົນຫລໍ່ທີ່ຖືກເລກ 400ລ້ານ

ໂຕໂນ້ເດີນທາງມາຮອດນະຄອນພະນົມ ກຽມພ້ອມລອຍຂ້າມຂອງແທ້ວັນເສົານີ້

ວັນເສົາທີ 22 ຕຸລາ 2022 ຄາດວ່າຈະໃຊ້ເວລາເຖິງ 3 ຊົ່ວໂມງໃນການລອຍໄປຝັ່ງລາວ

ໃນມື້ນີ້ທີ 19 ຕຸລາ 2022 ໂຕໂນ້ ພາຄິນ ໄດ້ເດີນທາງມາຮອດແຄມຂອງຈັງຫວັດນະຄອນພະນົມ ເພື່ອສຳຫຼວດນໍ້າຂອງກຽມຄວາມພ້ອມກ່ອນມື້ລອຍແທ້

ແລ້ວລອຍກັບມາໄທອີກຄັ້ງ ລວມໄລຍະທາງໄດ້ 15 ກິໂລແມັດ

ທັງໝົດນີ່ແມ່ນເພື່ອເປັນການກຸສົນບໍລິຈາກເງິນໃຫ້ແກ່ໂຮງໝໍລາວ-ໄທ

…..

….

.

….

ຂ່າວດີ… ທະນາຄານກາງ ອອກຂໍ້ຕົກລົງ ກໍານົດອັດຕາແລກປ່ຽນຂອງທະນາຄານ ແລະຮ້ານແລກປ່ຽນ

ດ່ວນໆ ຂ່າວດີ ຂ່າວດີ ທະນາຄານ ອອກຂໍ້ຕົກລົງ ກໍານົດອັດຕາແລກປ່ຽນຂອງທະນາຄານ ແລະຮ້ານແລກປ່ຽນ.

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ:

ມາດຕາ 1. ຈຸດປະສົງ ຂໍ້ ຕ ົ ກລ ົ ງສະບ ັ ບນ ີ້ ກໍານ ົ ດລະບຽບ ການກ່ຽວກັບການກໍານົດອັດຕາແລກປ ່ ຽນຂອງທະນາຄານແຫ່ງ ສປປ ລາວ, ທະນາຄານທ ຸ ລະກ ິ ດ ແລະ ຮ້ານແລກປ ່ຽນເງິນຕາຕົວແທນ ໃຫ ້ ສອດຄ ່ ອງກ ັ ບກ ົ ນໄກຕະຫຼາດທ ີ່ ມ ີ ການຄ ຸ ້ ມ ຄອງຂອງລ ັ ດ, ສ ້ າງເງ ື່ ອນໄຂໃຫ ້ ລະບົບທະນາຄານສາມາ ດເຄ ື່ ອນໄຫວບໍລ ິ ການແລກປ ່ຽນເງ ິນຕາໄດ ້ ຢ ່າງຄ່ອງຕ ົ ວ ເພ ື່ ອປະກອບສ ່ ວນເຂ ົ້ າໃນການຮ ັ ກສາສ ະເຖຍລະພາບເງີນຕາ.

ມາດຕາ 2. ການກໍານ ົ ດອ ັ ດຕາແລກປ ່ຽນຂອງທະນາຄ ານແຫ ່ ງ ສປປ ລາວ ກົມນະໂຍບາຍເງິນຕາກໍານົດອັດຕາແລ ກປ່ຽນອ້າງອີງ.

ລະຫວ່າງເງິນກີບກັບເງິນໂດລາສະຫະ ລັດ ປະຈໍາ ວັນ ແລະ ແຈ້ງອັດຕາແລກປ່ຽນອ້າງອີງດັ່ງ ກ່າວ ຜ່ານເວັບໄຊທ໌ຂອງທະນາຄານແຫ່ງ ສປປ ລາວ ພາຍໃນເວລາ 8:10 ໂມງເຊົ້າຂອງທຸກໆວັນລັດຖະການ ເພື່ອໃຫ້ບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວ ແທນ ນໍາໃຊ້ເປັນບ່ອນອີງໃນການກໍານົດ ອັດຕາແລກປ່ຽນຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກ ລົງສະບັບນີ້.

– ອີງໃສ່ອັດຕາແລກປ່ຽນອ້າງອີງທີ່ກົມນະໂຍບາຍເງິນຕາກໍານົດອອກ, ກົມບໍລິການທະນາຄານກໍານົດອັດ. ຕາແລກປ່ຽນສໍາລັບການຊື້ ແລະ ຂາຍເງິນກີບ ກັບເງິນໂດລາສະຫະລັດ ແລະ ເງິນຕາຕ່າງປະເທດສະກຸນອື່ນໆ ພ້ອມທັງແຈ້ງອັດຕາແລກປ່ຽນຊື້-ຂາຍດັ່ງກ່າວຂອງຕົນ ຜ່ານເວັບໄຊທ໌ຂອງທະນາຄານແຫ່ງ ສປປ ລາວ ພາຍໃນ ເວລາ 8:30 ໂມງເຊົ້າຂອງທຸກໆວັນລັດຖະການ. ສໍາລັບການກໍານົດອັດຕາແລກປ່ຽນໃນວັນພັກລັດຖະການ ແມ່ນໃຫ້ຖືເອົາອັດຕາແລກປ່ຽນອ້າງອີງຂອງ ທະນາຄານແຫ່ງ ສປປ ລາວ ທີ່ໄດ້ກໍານົດອອກຫຼ້າສຸດ ກ່ອນວັນພັກລັດຖະການເປັນບ່ອນອີງໃນການຈັດຕັ້ງ ປະຕ ິ ບ ັ ດ.

ມາດຕາ 3ການກໍານ ົ ດອ ັ ດຕາແລກປ ່ຽນຂອງທະນາຄານທ ຸ ລະກ ິ ດ ທະນາຄານທຸລະກິດເປັນເຈົ້າການກໍານົດອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນຕາຕ່າງປະເທດສ ະກຸນ ຕ່າງໆດ້ວຍຕົນເອງ ໃນແຕ່ລະວັນ ຕາມຫຼັກການດັ່ງນີ້:

….

ຈັບສອງສ່ຽວ ອາຍຸພຽງ 17-18 ປີ ໃຊ້ອາວຸດປຸ້ນຈີ້ເອົາລົກຈັກ

ຈັບເປົ້າໝາຍກໍ່ເຫດ ປຸ້ນຊັບພົນລະເມືອງມາດຳເນີນຄະດີ, ພາຍຫຼັງທີ່ໄດ້ຮັບ ແຈ້ງຄວາມຈາກຜູ້ເສຍຫາຍ ແລະ ສາມາດຈັບຜູ້ກໍ່ເຫດໄດ້ 2 ຄົນ ພ້ອມທັງອາວຸດ ແລະ ຂອງກາງລົດຈັກໄປ ດຳເນີນຄະດີ

ຜ່ານການສອບສວນພວກກ່ຽວສາລະພາບວ່າ: ໄດ້ ພາກັນເຄື່ອນໄຫວປຸ້ນຊັບ ແລະ ຊີງຊັບມາແລ້ວ ຈຳນວນ 6 ຄັ້ງ ແລະ ຄັ້ງຫຼ້າສຸດແມ່ນໃນວັນທີ 12 ກັນຍາ 2022, ເວລາ 3:00 ໂມງເຊົ້າ ພວກກ່ຽວໄດ້ພາກັນນຳໃຊ້xືນສັ້ນ ຈີ້ປຸ້ນເອົາລົດຂອງ ທ້າວ ບຸນລອດ ພ້ອມທັງxິງນາບຂູ່ 1 ບາດ ແລ້ວເອົາຕົວຫຼົບໜີ. ນອກຈາກນັ້ນ, ທ້າວ ພອນ ສະຫວັນ ຍັງໄດ້ຮ່ວມກັບໝູ່ອີກ 2 ຄົນ ຊິງຊັບມາແລ້ວ ຫຼາຍຄັ້ງ, ເຊິ່ງພາຫະນະນໍາໃຊ້ກໍ່ເຫດແມ່ນລົດຈັກພີຊີເອັກ ສີຂາວ ບໍ່ມີປ້າຍທະບຽນ 2 ຄັນ

ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງ ບັນຊາການ ປກສ ເມືອງໄຊທານີ ໃຫ້ສຳພາດຕໍ່ນັກຂ່າວ ປ້ອງກັນສະຫງົບ ວ່າ: ໃນວັນທີ 12 ກັນຍາ 2022 ຜ່ານມາ, ເຈົ້າ ໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຢູ່ ບ້ານນາ ເມືອງໄຊທານີ ວ່າ:

ມີກຸ່ມຄົນບໍ່ດີຈຳນວນ 2 ຄົນ ໄດ້ນຳໃຊ້xືນ ສັ້ນ ມາ ຈີ້-ປຸ້ນເອົາລົດຈັກຂອງຕົນ ພ້ອມທັງ xິງນາບຂູ່ 1 ບາດ ແລ້ວເອົາຕົວຫຼົບໜີ; ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະຂອງກອງບັນຊາການ ປກສ ເມືອງ ໄຊທານີ ຈຶ່ງໄດ້ສົມທົບກັບກອງພັນເຄື່ອນທີ່ ນະຄອນຫຼວງວຽງຈັນ, ປກສ ກຸ່ມບ້ານໄຊ ແລະ ການຈັດ ຕັ້ງບ້ານດ່ານຊ້າງ ຕິດຕາມແກ້ໄຂເປົ້າໝາຍ ສາມາດຈັບ ຕົວຜູ້ກໍ່ເຫດ ຊື່ ທ້າວ ພອນສະຫວັນ ຫຼື ຈ່ອຍ ອາຍຸ 18 ປີ ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ແລະ ທ້າວ ພິມມະສອນ ຫຼື ແຫຼ້ ອາຍຸ 17 ປີ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ພ້ອມຂອງກາງອາວຸດxືນສັ້ນ 1 ກະບອກ, ປືນຍາງສີດຳ 1 ກະບອກ ແລະ ລົດຈັກຢາມາຮາສີ ດຳ ແດງ 1 ຄັນ ໄປສອບສວນ

ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕິດຕາມຈັບເປົ້າໝາຍກໍ່ເຫດ ປຸ້ນຊັບພົນລະເມືອງມາດຳເນີນຄະດີ, ພາຍຫຼັງທີ່ໄດ້ຮັບ ແຈ້ງຄວາມຈາກຜູ້ເສຍຫາຍ ແລະ ສາມາດຈັບຜູ້ກໍ່ເຫດໄດ້ 2 ຄົນ ພ້ອມທັງອາວຸດປືນສັ້ນ ແລະ ຂອງກາງລົດຈັກໄປ ດຳເນີນຄະດີ

ເຫດລົດໃຫຍ່ຕຳກັບລົດຈັກ ນັກຮຽນ

ຕອນເຊົ້າເວລາປະມານ 7:20 ວັນທີ 19/10/2022 ເກີດອຸປະຕິເຫດ ລົດຈັກຕຳກັບລົດຫຍ່ ທີ່ກຳລັງຈະໄປໂຮງຮຽນມີລົດມາຕັດໜ້ານັກຮຽນ

ອາການເບື້ອງຕົ້ນເດັກຂາຫັກ ແລະ ແຂນຫັກ ເສັ້ນທາງເຕ 2 ແຖວຄີນິກ IMDC ເມືອງສີໂຄດຕະບອງ ນະຄອຫລວງວຽງຈັນ.

ໄປອີກຄົນ! ອາສາມາ 4-5 ປີ ບໍ່ໄດ້ລັດຖະກອນ ສູ້ບໍ່ໄຫວຈຳໃຈລາອອກ

ລາກ່ອນອາຊີບຄູອາສາ ຮູ້ສືກພາກພູມໃຈທີ່ເຄີຍເປັນສ່ວນໜຶ່ງປະກອບເຂົ້າໃນການສິດສອນ


ຂໍຂອບໃຈມາຍັງພໍ່ແມ່ ອ້າຍເອື້ອຍນ້ອງ ໝູ່ເພື່ອນທຸກໆຄົນທີ່ຄອຍໃຫ້ກໍາລັງໃຈຕະຫອດມາ ພິເສດຂໍຂອບໃຈມາຍັງອ້າຍເອື້ອຍຄູ

ອາຈານ ໂຮງຮຽນ ມສ ຊໍາໃຕ້ ທີ່ເຄີຍຊ່ວຍເຫືອເບິ່ງຂ້າພະເຈົ້າຕະຫອດໄລຍະເວລາ 4-5 ປີຜ່ານມາ ຂ້າພະເຈົ້າຈະຈົດຈໍາບຸນຄຸນນີ້ບໍ່ມີວັນລືມ.

….

ແຫລ່ງທີ່ມາ:

ປະກາດຕາມຫາ! ທ້າວ ປັນທະວີ ມົນປັນຍາ ຜູ້ກ່ຽວລັກເງິນບໍລິສັດລົບໜີ ຫາກໃຜຮູ້ເບາະແສ ຫຼື ພົບເຫັນມີລາງວັນໃຫ້ 200.000.000 ກີບ

ຈາກຜູ້ໃຊ້ເຟສບຸກຊື່Pikky Sonethida ໄດ້ໂພສໃນວັນທີ 18/10/2022 ວ່າ:  ປະກາດຕາມຫາ ທ້າວ ປັນທະວີ ມົນປັນຍາ ໄດ້ລັກເງີນບໍລິສັດ ແລະ ຂໍ້ມູນຂອງບໍລິສັດໄປ ຖ້າຫາກໃຜພົບເຫັນໃຫ້ບໍ່ແສຈັບໂຕລາວໄດ້ ມີເງີນລາງວັນໃຫ້ 8ມືນຢວນ(200ລ້ານ)

#ໄດ້ລັກຫນີໃນວັນທີ17/10/2022
#ຫ້ວຍຊາຍ ບ້ານນ້ຳປຸກ ແຂວງ ບໍແກ້ວ

….

#ປະຈຸບັນລາວໄດ້ຕັດຜົມຄືໂປຮຟາຍແລ້ວ

ແຫລ່ງທີ່ມາ:

ປັບລາຄາໃຫມ່! ຄ່າໂດຍສານລົດເມປະຈຳທາງບົກ ໃນຂອບເຂດທົ່ວປະເທດ

ອີງຕາມແຈ້ງການຂອງ ກະຊວງໂຍທາທິການແລະຂົນສົ່ງ ສະບັບເລກທີ 24669/ຫກ. ລົງວັນທີ 7 ຕຸລາ 2022.

ທາງສະຖານີລົດເມ ຈະໄດ້ຈັດຕັ້ງປະຕິບັດລາຄາຄ່າໂດຍສານສະບັບປັບປຸງໃຫ່ມ ຕາມແຈ້ງການຂອງ ກະຊວງ ຍທຂ ເຊີ່ງຈະເລີ່ມປະຕິບັດນໍາໃຊ້ລາຄາດັ່ງກ່າວນັບແຕ່ວັນທີ 19 ຕຸລາ 2022 ເປັນຕົ້ນໄປ

……

…..

…..