ດ່ວນ! ເກີດອຸປະຕິເຫດ ໃຫຍ່ປະທະໃຫຍ່

(18.10.22) ເວລາປະມານ 16:00 ໂມງ ເກີດເຫດລົດ ໃຫຍ່ຕຳໃຫຍ່ ຢູ່ຫນ້າສາງທ່ານາແລ້ງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເຮັດໃຫ້ໂຊເຟິລົດຕິດຢູ່ພາຍໃນລົດ 1 ຄົນ.

ຫນ່ວຍກູ້ໄພ ແລະ ພາກສ່ວນກ່ຽວຂ້ອງໄດ້ເລັ່ງໃຫ້ຄວາມຊ່ວຍເຫລືອໂດຍດ່ວນ!

…..

ປະກາດດ່ວນ! ຫາຍາດພີ່ນ້ອງ ຜູ້ກ່ຽວຕົກຫນອງນໍ້າທ້າຍບ້ານດອນຫນູນ ບໍ່ສາມາດໃຫ້ຂໍ້ມູນຫຍັງໄດ້ເທື່ອ

ປະກາດ ຫາຍາດພີ່ນ້ອງ ໄດ້ຮັບແຈ້ງຂ່າວຈາກທ່ານນາຍບ້ານດອນຫນູນ ໄດ້ພົບເຫັນແມ່ຍິງຄົນຫນຶ່ງ ອາຍຸປະມານ 30 ປາຍປີ ຕົກຫນອງນໍ້າທ້າຍບ້ານດອນຫນູນ.

ປະຈຸບັນໄດ້ນຳສົ່ງຜູ້ກ່ຽວໄປກວດກາ ແລະ ປິ່ນປົວຢູ່ໂຮງຫມໍເມືອງໄຊທານີ ແລະ ຜູ້ກ່ຽວກໍຍັງບໍ່ສາມາດໃຫ້ຂໍ້ມູນຫຍັງໄດ້ເທື່ອ ຖ້າໃຜເຄີຍເຫັນ ຫລື ຮູ້ຈັກກັບຜູ້ກ່ຽວ ແລະ ຍາດພີ່ນ້ອງ ຂໍໃຫ້ປະສານມາດ່ວນ!

ເບີໂທຕິດຕໍ່: ທ່ານຮອງນາຍບ້ານດອນຫນູນ 020 5531 1401  ພາກສ່ວນ ສົງເຄາະ ເມືອງ ໄຊທານີ 020 9996 6631 ຮສສ ເມືອງ ໄຊທານີ 020 9628 2356

..

..

..

..

ທີ່ມາ

ບໍ່ລອດອີກລາຍ ປກສ ບ້ານນາຊອນ ຈັບໂຈນລັກຊັບປະຊາຊົນ

ໃນວັນທີ 18/10/2022 ປະຊາຊົນ ແລະ ປກຊ-ປກສ ບ້ານນາຊອນ ເມືອງປາກງື່ມ ນະຄອນຫລວງວຽງຈັນ ພາກັນໄລ່ຈັບ

…..

ທີ່ລັກຊັບປະຊາຊົນ ເຂດນາຊອນ-ບ້ານພ້າວ.

ຜູ້ຍິງຖືກໃຈສິ່ງນີ້ “ຢາກໄດ້ເມຍງາມ ຮີບຫາເງິນແລ້ວພາເມຍເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າ ຍ້ອນເມຍບໍ່ງາມ”

ເປັນປະໂຫຍກສັ້ນໆ ທີ່ເອົາໃຈສາວໆ ຫຼື ພັນລະເມຍ ຫຼາຍຄົນກັນເລີຍ “ຢາກໄດ້ເມຍງາມກະຮີບຫາເງິນແລ້ວພາເມຍໄປເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າເປັນຍ້ອນເມຍບໍ່ງາມ! ເນາະ ເນາະ Mirindar Seekhamphanh ກັບໂພສຂອງ Lamphoun Soukchaleun ທີ່ໂພສແຄັບຊັ້ນ ພ້ອມຮູບເມຍຂອງເພິ່ນທີ່ງາມ ແລະ ໜ້າຮັກໂດຍໂພສແບບນີ້ ແບບນີ້ເອົາໃຈໄປເລີຍ ເອົ້າ ຂໍໃຫ້ໄດ້ແບບນີ້ເດີ້ ພາໄປເຮັດງາມເລີຍ ງາມແລ້ວງາມອີກ ງາມເລື້ອຍໆໄປ ຮາຮາ.

ຢາກໃຫ້ຜົວທຸກຄົນເປັນແບບນີ້ເດ້ເນາະ ແຕ່ທັງນິ້ທັງນັ້ນກໍ່ແລ້ວແຕ່ຄົນ ບາງຄົນມີເງີນກໍ່ບໍ່ຢາກໃຫ້ເມຍສັນຍະກຳ ຢາກໃຫ້ເປັນທຳມະຊາດ ບາງຄົນມີເງີນກໍ່ຄິດອີກແບບໜຶ່ງພາເມຍໄປສັນຍະກຳ ອັນນີ້ກໍ່ແລ້ວແຕ່ປັດໃຈຕ່າງໆ ເພາະຢາກໃຫ້ເມຍງາມທັງນີ້ກໍ່ຕ້ອງມີເງີນນຳຈຶ່ງໄດ້ ສະນັ້ນເຫດຜົນຂອງແຕ່ລະຄອບຄົວຄິດບໍ່ຄືກັນ ແຕ່ຈັ່ງໃດຜູ້ຍິງທີຂື້ນຊື່ວ່າເມຍ ແລະ ຜູ້ຍິງທຸກຄົນລ້ວນແຕ່ຢາກງາມຄືກັນຫັ້ນລະ.

ຜູ້ຍິງຖືກໃຈ “ຢາກໄດ້ເມຍງາມ ຮີບຫາເງິນແລ້ວພາເມຍເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າ ຍ້ອນເມຍບໍ່ງາມ”

ຜູ້ຍິງຖືກໃຈ “ຢາກໄດ້ເມຍງາມ ຮີບຫາເງິນແລ້ວພາເມຍເຮັດງາມ ບໍ່ແມ່ນນອກໃຈເມຍແລ້ວບອກວ່າ ຍ້ອນເມຍບໍ່ງາມ”

ເປັນໄປໄດ້ແທ້ບໍ່ ແອັດ ຄາຣາບາວ ອາດຖືກປົດຈາກສິນລະປິນແຫ່ງຊາດ

ເປັນເລື່ອງ! ແອັດ ຄາຣາບາວ ອາດຖືກປົດຈາກສິນລະປິນແຫ່ງຊາດ

ຜູ້ວ່າລາດຊະການຈັງຫວັດສຸພັນບຸຣີ ( ປະເທດໄທ) ເປີດເຜີຍກໍລະນີທີ່ ແອ໊ດ ຄາຣາບາວ ສິນລະປິນເພງເພື່ອຊີວິດແຫ່ງຊາດ ໄດ້ໂພສຂໍ້ຄວາມຂໍໂທດທາງເຟສບຸກເຊິ່ງທາງຜູ້ວ່າໄດ້ຮັບຄຳຂໍໂທດ

ໂດຍສ່ວນໂຕຕົນເອງກໍ່ບໍ່ໄດ້ມີເລື່ອງບາດໝາງໃຈກັນແຕ່ເລື່ອງຄະດີກໍ່ຍັງມອບໝາຍໃຫ້ນິຕິກອນໄປແຈ້ງຄວາມຮ້ອງທຸກຕໍ່ພະນັກງານສອບສວນ ໃນຂໍ້ຫາໝິ່ນປະມາດພະນັກງານ ເພື່ອຕ້ອງການສ້າງມາດຕະຖານ ບໍ່ຍອມໃຫ້ໃຜມາໝິ່ນກ່ຽວກັບຂ້າລາດຊະການ

ລ່າສຸດສຳນັກງານວັດທະນາທຳໄດ້ລາຍງານເຫດການດັ່ງກ່າວໄປເຖິງກົມສົ່ງເສີມວັດທະນາທຳແລ້ວ ໂດຍລາຍງານວ່າໃນປະເດັນເຂົ້າຂ່າຍສິນລະປິນແຫ່ງຊາດທີ່ມີຄວາມປະພຶດເສື່ອມເສຍຫຼືບໍ່

ຫາກຄະນະກຳມະການວັດທະນາທຳແຫ່ງຊາດ ພິຈາລະນາແລ້ວເຫັນວ່າເປັນຄວາມປະພຶດທີ່ເຮັດໃຫ້ເສື່ອມເສຍ ກໍ່ສາມາດພິຈາລະນາຖຶອດຖອນອອກຈາກສິນລະປິນແຫ່ງຊາດໄດ້

ອຸຕຸແຈ້ງເຕືອນ! ທຸກພາກ ກຽມຮັບມີຶອາກາດເຢັນ ຫາ ໜາວເຢັນ ອຸນຫະພູມຕ່ຳສຸດ 1-3 ອົງສາ

ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ໃນໄລຍະວັນທີ 17-23 ຕຸລາ 2022


ສະພາບອາກາດ ໃນໄລຍະວັນທີ 17-23 ຕຸລາ 2022 ມວນອາກາດເຢັນຈາກປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່

ຊຶ່ງຈະ ເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ 1-3 ອົງສາ ຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ປາກຊ່ອງ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ.


ສໍາລັບພາຍຸເຂດຮ້ອນ ເນສາດ (NESAT) ຫົວທີ 20 ທີ່ກໍາລັງເຄື່ອນທີ່ ມາທາງທະເລຈີນໃຕ້ ແລະ ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານທາງພາກໃຕ້ ຂອງເກາະໄຮໜານ ແລະ ຈະເຄື່ອນທີ່ເຂົ້າໃກ້ຝັ່ງເຂດພາກເໜືອຂອງ ປະເທດຫວຽດນາມ ໃນວັນທີ 19-21 ຕຸລາ 2022 ນີ້,

ຈາກນັ້ນກໍຈະອ່ອນ ກໍາລັງລົງຕາມລໍາດັບກາຍເປັນພາຍຸດີເປຊັນ ຊຶ່ງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ບາງບໍລິເວນໃນແຕ່ລະພາກ ແລະ ຕົກປານ ກາງ ຫາ ຕົກໜັກ

ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.