ຈັບອີກແລ້ວ ສາຍປາຕີ໋ດື່ມກາເຟ ມາສຶກສາອົບຮົມ

ໃນວັນທີ 17 ຕຸລາ 2022 ນີ້, ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັບສາຍດື່ມ ກາເຟປະສົມ ຢ າເ ສ ບ ຕິ ດ, ປຸມເປົ້າ ທີ່ດື່ມເກີນກໍານົດເວລາມາສຶກສາອົບຮົມ.

ເຈົ້າຫນ້າທີ່ເຜີຍວ່າ: ໃນວັນທີ 13 ຕຸລາ 2022 ເລວາ 4 ໂມງເຊົ້າ ຢູ່ໜອງປາບ້ານໂພນແພງ ເຈົ້າໜ້າທີ່ໄດ້ບຸກເຂົ້າຈັບກຸມ ກຸ່ມຄົນກິນດື່ມເກີນກໍານົດເວລາ ແລະ ມີການມົ້ວສຸມ ຢ າ ເ ສ ບ ຕິ ດປະເພດກາເຟປາຕີ້ ແລະ ປຸມເປົ້າ ຈໍານວນ 8 ຄົນ ຍິງ 2 ຄົນ.

ດັ່ງນັ້ນ ເຈົ້າຫນ້າທີ່ຈຶ່ງໄດ້ຄວບຄຸມຕົວມາໄວ້ຄຸມຂັງ ປກສ ເມືອງຄໍາເກີດເພື່ອສືບສວນ-ສອບສວນ ແລະ ສຶກສາອົບຮົມ.

ຂ່າວ:ນາງ ທິນນະກອນ ຈັນສຸກ

ປະທານສະພາແຫ່ງຊາດ ເຊີນຊວນຊາວຣັດເຊຍ ມາທ່ຽວ ສປປ ລາວ

ເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ ຄົບຮອບ 62 ປີ ປະທານສະພາແຫ່ງຊາດ ໄດ້ເຊີນຊວນນັກທ່ອງທ່ຽວຈາກຣັດເຊຍມາທ່ອງທ່ຽວ ສປປ ລາວ ແລະ ເພື່ອເປັນການສ້າງສາຍພົວພັນ ລາວ-ຣັດເຊຍ ໃຫ້ເພີ່ມຂະຫຍາຍຍິ່ງຂຶ້ນກວ່າເກົ່າ.

ພາຍຫຼັງທີ່ລັດຖະບານລາວໄດ້ເປີດປະເທດ ລາວເຮົາກໍໄດ້ມີການຊຸກຍູ້ສົ່ງເສີມການທ່ອງທ່ຽວສີຂຽວ ເຊິ່ງນັກທ່ອງທ່ຽວສາມາດມາຮັບຊົມສະຖານທີ່ທ່ອງທ່ຽວຕ່າງໆໃນປະເທດລາວໄດ້, ຜ່ານມາລັດຖະບານລາວກໍໄດ້ປັບປຸງແກ້ໄຂການທ່ອງທ່ຽວໃຫ້ດີຂຶ້ນ ໂດຍສະເພາະແຂວງທີ່ເປັນແຫຼ່ງທ່ອງທ່ຽວ.

ນອກຈາກນີ້ ກໍຍັງມີລົດໄຟລາວ-ຈີນ ທີ່ມີຄວາມທັນສະໄໝ ເປັນຄົມມະນາຄົມທີ່ສຳຄັນຂອງລາວອີກດ້ວຍ. ຍັງບໍ່ໝົດພຽງເທົ່ານີ້ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ໂຄສະນາແຫຼ່ງທ່ອງທ່ຽວອັນໂດດເດັ່ນຢູ່ບັນດາແຂວງຂອງລາວ ຜ່ານສື່ອອນລາຍຕ່າງໆ ແລະ ອີກບໍ່ດົນກໍຈະມີນັກທ່ອງທ່ຽວຈາກຣັດເຊຍຫຼາຍຂຶ້ນ.

ຂໍ້ມູນຈາກ: https://cutt.ly/wBGDCYv ແລະ LaoX

ພໍ່ຂອງອິນແຕ່ງ ຢັ້ງຢືນ ຈະສືບຕໍ່ເຮັດວົງຫມໍລຳຄະນະດອກຟ້າເພັດໂພນທອງ

ພໍ່ຂອງອິນແຕ່ງຢັ້ງຢືນຈະສືບຕໍ່ເຮັດວົງ ຫມໍລຳຄະນະດອກຟ້າເພັດໂພນທອງ ຍັງຮັບງານຄືເກົ່າ ຕິດຕໍ່ງານສະແດງໄດ້ທີ່ 020 55830544 ສືບຕໍ່ສ້າງໝໍລຳລຸ້ນສືບທອດ, ກາງເດືອນຕຸລາ 2022 ທີ່ແຂວງຈຳປາສັກ,

ອິນແຕ່ງ ແກ້ວບົວລາ ຫລື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລຳ. ພໍ່ເປັນໝໍລຳນັ່ງ. ສ່ວນແມ່ເປັນໝໍລຳເລື່ອງຕໍ່ກອນ. ອິນແຕ່ງ ຈິ່ງຊຶມຊັບເອົາການຂັບລຳ ໂດຍສະເພາະ ລຳໂສມ ແລະ ລຳສີພັນດອນ ຕັ້ງແຕ່ຍັງນ້ອຍ. ທຸກຄັ້ງທີ່ລົດມາຮັບເອົາພໍ່ໄປລຳ ນາງກໍ່ຈະແອ່ວຕິດສ້ອຍຫ້ອຍຕາມໄປນຳສະເໝີ ເພາະຄວາມຢາກຮູ້ຢາກເຫັນ.

ຕອນຮຽນຢູ່ຊັ້ນປະຖົມ ສາວຄູຢາກໃຫ້ອິນແຕ່ງເປັນຕົວແທນຂອງໂຮງຮຽນໄປແຂ່ງລຳ ຍ້ອນວ່ານາງເປັນລູກໝໍລຳ ຄືຊິລຳໄດ້. ແຕ່ໃນຄວາມເປັນຈິງແລ້ວ ໃນຕອນນັ້ນ ນາງລຳຍັງບໍ່ເປັນເລີຍ. ພໍ່ຈິ່ງເລີ່ມແຕ່ງກອນໃຫ້ທ່ອງ ຈາກກອນໜຶ່ງ ເປັນສອງກອນ ແລະ ແຕ່ງໃຫ້ເລື້ອຍໆ. ເມື່ອພໍ່ຝຶກແອບໝໍລຳຄົນອື່ນ ນາງກໍ່ມັກໄປຈອບຟັງແລະຈົດຈຳ. ພໍພໍ່ຫັນມາສອນໃຫ້ພຽງເລັກນ້ອຍ ນາງກໍ່ລຳເປັນໂລດ.

ຫລັງຈາກທ່ອງກອນລຳໄດ້ຫລາຍກອນ ແລະ ລຳເປັນແດ່ ພໍ່ກໍ່ເລີ່ມໃຫ້ລອງລຳໃນງານຕົວຈິງ. ຫລັງເລີກຮຽນວັນສຸກ ແລະ ເສົາທິດ ພໍ່ກໍ່ຈະເອົາອິນແຕ່ງ ໄປນັ່ງລຳນຳ. ທຳອິດ ນາງຈະລຳດ້າມກອນສອງກອນ ແລ້ວໄປລີ້ຫລັງໝໍແຄນເພື່ອນອນຈົນກວ່າງານຈະເລີກ. ແຕ່ພໍໄດ້ໄປລຳຫລາຍບ້ານຫລາຍເມືອງ ມີຊາວບ້ານຍ້ອງຍໍໍຊົມເຊີຍ ອິນແຕ່ງກໍ່ເລີ່ມຕິດອົກຕິດໃຈ ຢາກລຳຫລາຍກອນຂື້ນ. ຈຸດປ່ຽນສຳຄັນໜຶ່ງຂອງຊີວິດອິນແຕ່ງ ຄືຕ້ອງໄດ້ເລືອກລະຫວ່າງການຮຽນຕໍ່ ຫລື ຊິອອກມາເປັນຫມໍລຳເຕັມໂຕ ຕອນນາງຮຽນຢູ່ຊັ້ນມໍ 3 ໃນປີ 2004-5.

ຍ້ອນຜົນການຮຽນບໍ່ດີຄືໝູ່ຄົນອື່ນ, ນາງຮູ້ສຶກວ່າ ເຖິງຊິຝືນຮຽນຕໍ່ ກໍ່ບໍ່ເກີດປະໂຫຍດຫຍັງ, ປະກອບກັບຕອນນັ້ນ ສະພາບເສດຖະກິດຄອບຄົວກໍ່ຫຍຸ້ງຍາກແດ່ ນາງບໍ່ຢາກເປັນພາລະຂອງພໍ່ແມ່, ດັ່ງນັ້ນ, ອິນແຕ່ງຈິ່ງເລືອກເສັ້ນທາງເປັນໝໍລຳເຕັມໂຕ ແລະ ທຸ້ມເທທຸກຢ່າງໃຫ້ກັບອາຊີບນີ້ຕັ້ງແຕ່ນັ້ນເປັນຕົ້ນມາ. ອິນແຕ່ງເລົ່າວ່າ: “ອອກໂຮງຮຽນມາ ແລ້ວຍ້າຍຖິ່ນຖານມາຢູ່ບ້ານຄັນແຍງນີ້ (ເມືອງໂພນທອງ, ແຂວງຈຳປາສັກ) ແລ້ວນ້ອງບຸກທ່ອງກອນລໍາ ແບບວ່າຄັນກາງຄືນກະທ່ອງຕັ້ງແຕ່ ກິນເຂົ້າແລງແລ້ວຈົນຮອດ 8-9 ໂມງກາງຄືນຈຶ່ງໄດ້ນອນ.

ແຕ່ເຊົ້າກະແມ່ນ 4 ໂມງ 5 ໂມງ ລຸກມາໜຶ້ງເຂົ້າກະທ່ອງກອນລໍານໍາ. ຕັ້ງໃຈທ່ອງອີ່ຫລີ ຍ້ອນວ່າມັນຈໍາເປັນທີ່ເຮົານີ້ໄດ້ກອນລໍາຫລາຍໆ ເພື່ອຊິໄປລໍາເພາະວ່າຕັດສິນອອກໂຮງຮຽນມາແລ້ວ ເຮົາຊິໄປລໍາ ເປັນໝໍລໍາເຕັມໂຕ.” ອິນແຕ່ງ ທ່ອງຈຳບົດກອນລຳທີ່ພໍ່ແຕ່ງໃຫ້ ແລະ ຝຶກແອບຢ່າງໜັກເປັນເວລາ 1 ປີ ຈິ່ງເລີ່ມຮັບງານຢ່າງຈິງຈັງ ໂດຍສະເພາະລຳນັ່ງ (ລຳສີພັນດອນ). ຈາກໄປລຳເສີມຊ່ວຍພໍ່ ແລະ ໝໍລຳລຸ້ນໃຫຍ່, ອິນແຕ່ງ ເລີ່ມໄດ້ຮັບໂອກາດຈາກຜູ້ໃຫຍ່ ໃຫ້ເລີ່ມໄປລຳນັ່ງເປັນໂຕຫລັກ ໃນໄວພຽງ 13-14 ປີ ເທົ່ານັ້ນ.

ໃນປີ 2008-2009 ຕອນອາຍຸ ໄດ້ 15-16 ປີ, ອິນແຕ່ງກໍ່ຖືກປັ້ນໃຫ້ເປັນນາງເອກໝໍລຳເລື່ອງຕໍ່ກອນ ແທນນາງເອກປະຈຳຄະນະທີ່ກຳລັງຖືພາໃກ້ຈະຄອດລູກ. ໄລຍະທຳອິດທີ່ເປັນໝໍລຳເລື່ອງກໍ່ມັກມີຫາງສຽງຈາກຜູ້ເບິ່ງຜູ້ຟັງວ່າລຳບໍ່ຄ່ອງບໍ່ໄຫລປານໃດ. ແຕ່ນາງບອກວ່າ: “ແຕ່ກະເປັນຄົນທີ່ຖືຄະຕິວ່າ ດ້ານໄດ້ອາຍອົດ; ລໍາໄດ້ສໍ່າໃດ ກະລໍາສໍ່ານັ້ນ. ຄົນຊິວ່າມາຈັ່ງໃດກະວ່າ. ນ້ອຍໃຈຢູ່ໜ້ອຍໜຶ່ງ ແຕ່ກະຍັງບໍ່ສູ້ຄວາມມຶນຂອງເຮົາທີ່ວ່າ ຢາກບືນລໍາ….” ຕໍ່ມາບໍ່ນານ ອິນແຕ່ງ ກໍ່ເລີ່ມໄດ້ຮັບຄວາມຊື່ນຊົມ ແລະ ຖືກເວົ້າເຖິງເປັນວົງກວ້າງ ຍ້ອນເປັນໄວລຸ້ນ ແຕ່ມີຄວາມສາມາດໃນການຂັບລຳທ້ອງຖິ່ນພາກໃຕ້ ແລະ ມີນໍ້າສຽງທີ່ເປັນເອກະລັກ (ສຽງແຫບສະເໜ່) ເພາະຕອນນັ້ນ ໝໍລຳສ່ວນໃຫຍ່ ຈະເປັນລຸ້ນໃຫຍ່, 40-50 ປີແລ້ວ.

ການທີ່ໄວລຸ້ນລຳທ້ອງຖິ່ນໄດ້ດີ ຈິ່ງເປັນສິ່ງແປກໃໝ່ ແລະ ດຶງດູດຄວາມສົນໃຈ ຈົນເກີດມີການຈ້າງງານຢ່າງລຽນຕິດ ຈາກການບອກເລົ່າປາກຕໍ່ປາກຂອງຜູ້ເບິ່ງຜູ້ຟັງ. ໃນໄລຍະປີ 2009-2014 ຖືເປັນໄລຍະທີ່ອິນແຕ່ງມີຊື່ສຽງແລະໄດ້ຮັບຄວາມນິຍົມທີ່ສຸດ ພ້ອມທັງຄະນະດອກຟ້າເພັດໂພນທາງ ໂດຍສະເພາະໃນບັນດາ 4 ແຂວງພາກໃຕ້. ອິນແຕ່ງເວົ້່າວ່າ: ຊ່ວງງານຫຸ້ມຫລາຍ, ເດືອນໜຶ່ງ ໄດ້ນອນເຮືອນພຽງແຕ່ 2-3 ມື້ເທົ່ານັ້ນ. “ເພາະໃນຄວາມຄິດເຮົາຄິດວ່າເຮົາຕ້ອງຟ້າວລໍາພວມເຂົາຍັງຈ້າງ. ຄັນເຮົາຊິບໍ່ຮັບງານ ມາລຽນກັນເລີຍຫັ້ນນະ ມາຄິດພໍ້ວ່າຈັກມື້ໃດ ເຂົາຊິເຊົາຈ້າງເຮົາ.

ມັນກະເລີຍເຮັດໃຫ້ເຮົາຕ້ອງໄດ້ບຸກບືນໃນ ຊ່ວງນັ້ນ ແລະ ອີກສ່ວນໜຶ່ງກະຄົນແນມເບິ່ງວ່າເຮົາຫັ້ນເຫັນແກ່ເງິນຈົນບໍ່ຈັກພັກຈັກຜ່ອນ; ເຂົາບໍ່ຮູ້ວ່າຄວາມຈໍາເປັນຂອງເຮົາເປັນແນວໃດ.” ອິນແຕ່ງເປັນທີ່ຮູ້ຈັກໃນຖານະເປັນໝໍລຳສີພັນດອນ ແລະ ລຳໂສມ. ທຸກການສະແດງຂອງຄະນະ ກໍ່ມັກໃຫ້ນາງເປັນຜູ້ເປີດ ດ້ວຍກອນລຳສີພັນດອນ ຫລື ລຳໂສມ ເປັນປະຈຳ. ແຕ່ພໍຮອດປີ 2015 ເປັນຕົ້ນມາ ເລີ່ມມີຄະນະໝໍລຳນ້ອງໃໝ່ເກີດຂື້ນຫລາຍ. ໃນທາງກັບກັນ, ຜູ້ຈ້າງງານພັດເລີ່ມມີໜ້ອຍລົງ ແຕ່ເລືອກຫລາຍຂື້ນ ແລະ ຕ້ອງການຈ້າງໃນລາຄາທີ່ຖືກລົງ.

ອິນແຕ່ງແລະຄະນະ ໄດ້ມີການເພີ່ມລາຍການສະແດງ ໃຫ້ມີຫລາກຫລາຍສີສັນຂື້ນ ເພື່ອຕອບສະໜອງກັບຄ່ານິຍົມທີ່ປ່ຽນໄປ ໂດຍມີທັງລຳນັ່ງ (ລຳສີພັນດອນ), ລຳເລື່ອງຕໍ່ກອນ, ລຳຊິ້ງ…. ອິນແຕ່ງເອງກໍ່ໄດ້ຫັນມາຮ້ອງເພງລູກທົ່ງບ້ານນາຫລາຍຂື້ນ ເພາະເປັນສິ່ງທີ່ນາງມັກຕັ້ງແຕ່ຍັງນ້ອຍ (ນອກຈາກການລຳ) ແລະ ໄດ້ອອກອາລະບໍ້າເພງ ແລະ ຂັບລຳ ຮ່ວມກັບໝໍລຳໃນຄະນະ.

ຜົນງານເພງທີ່ເຮັດໃຫ້ຄົນຮູ້ຈັກອິນແຕ່ງຫລາຍຂື້ນ ລວມມີ ສາວຈຳປາສັກຮັກຈິງ, ເຊົ້າສອງ ແລງສາມ, ຜ່ານຊາຍອ້າຍຍັງເອົາ…. ອິນແຕ່ງ ຖືກເຊີນໄປສະແດງທົ່ວລາວ ແລະ ປະເທດເພື່ອນບ້ານຫລາຍຄັ້ງ ພ້ອມທັງມີການຮ່ວມສ້າງຜົນງານກັບວົງດົນຕີປະເທດໄທຫລາຍຜົນງານ. ໃນໄລຍະໂຄວິດ-19, ອິນແຕ່ງພ້ອມດ້ວຍຄະນະ ກໍ່ປະສົບປັນຫາຄືກັບຫລາຍໆອາຊີບ ທີ່ບໍ່ມີງານຈ້າງ ແຕ່ຍັງຕ້ອງໄດ້ດິ້ນຮົນໃຫ້ຢູ່ລອດ.

ນາງຫັນໄປເຮັດອາຊີບເສີມຫລາຍຢ່າງ ຕັ້ງແຕ່ຂາຍນໍ້າປັ່ນ, ເປີດຮ້ານຂາຍຕໍາແລະອາຫານຕາມສັ່ງ, ຂາຍເລກ, ເປັນແມ່ຄ້າອອນລາຍ… ເພື່ອຈຸນເຈືອຄອບຄົວ ໃນຂະນະທີ່ລໍຖ້າການຈ້າງງານໃຫ້ກັບມາເປັນປົກກະຕິ. ອິນແຕ່ງເຄີຍເວົ້າວ່າ: ໃນໄລຍະທີ່ມີຊື່ສຽງ ນາງປຽບເໝືອນດາວປະດັບງານ ທີ່ໃຜໆກໍ່ຊື່ນຊົມແລະໝາຍປອງ.

ແຕ່ໄລຍະຫລັງໆມາ ເມື່ອກະແສຫລຸດລົງ ນາງປຽບໂຕເອງເປັນເໝືອນດັ່ງດອກໄມ້ປະດັບງານ, “ຊິເປັນດອກໄມ້ປະດັບຍ້ອນວ່າມັນມີຫຼາຍຄົນສາມາດເຮັດໄດ້ສໍ່າກັນກັບເຮົາ. ແຕ່ເຮົາກະບໍ່ທັນທໍ້ໃຈຢູ່ບ່ອນວ່າ: ດອກໄມ້ຕົ້ນໜຶ່ງມັນຊິມີຫລາຍດອກ. ຄົນກໍ່ຈະເລືອກເອົາວ່າເຂົາຊິເອົາດອກໃດ….

ອັນເຂົາມັກດອກທີ່ເກີດມາກ່ອນ ຫຼື ວ່າຊິມັກດອກທີ່ກໍາລັງຊອນມາໃໝ່ – ມັນກະກິ່ນຫອມຕ່າງກັນ; ກະແລ້ວແຕ່ຜູ້ມັກ. ໄລຍະຜ່ານມາບໍ່ວ່າ ງານເຮົາຈະຫລຸດລົງຫລືບໍ່ຫລຸດ ແຕ່ເຮົາກໍ່ຍັງດີໃຈຢູ່ບ່ອນວ່າ ຄົນເຄີຍຈ້າງເຮົາໄປລໍາຕັ້ງແຕ່ປີ 2007-2008…ຫລາຍປີຜ່ານມາເຂົາຍັງຖາມຫາເຮົາຢູ່; ເຂົາຍັງນໍາມາຈ້າງເຮົາຢູ່…ເຮົາກະຊິບໍ່ໝົດອາຍຸການລໍາ (ໄວໆນີ້)ດອກ; ຄືຊິຍັງມີຜູ້ຟັງເຮົາຢູ່.”

ຂ່າວດ່ວນ! ເກີດເຫດໄຟໄໝ້ ລົດບັນທຸກຢູ່ພູສະແກນ ເມືອງນານ(ມີຄລິບ)

ຂ່າວດ່ວນ! ເກີດເຫດໄຟໄໝ້ ລົດບັນທຸກຢູ່ພູສະແກນ ເມືອງນານ (ມີຄລິບ) ວັນທີ 17/10/2022

ຈາກທ່ານຜູ້ໃຊ້ເຟສບຸກຊື່Khao Chittrphong ໄດ້ໂພສວ່າ:

ໄຟໄຫມລົດຢູ່ຕີນພູສະແກນ.17/10/2022 ເວລາ 11:15, ທີ່ເມືອງນານ , ແຂວງຫຼວງພະບາງ ບໍ່ມີລາຍງານຜູ້ບາດເຈັບ.

ສ່ວນລາຍລະອຽດ ແລະ ສະພາບຄວາມເສຍຫາຍຈະແຈ້ງໃຫ້ຮູ້ອີກພາຍຫຼັງ.

ຄລິບ

ນາຍົກກ່າວ! ສ້າງຊັບພະຍາກອນມະນຸດ ດີກວ່າຂຸດຄຳ ເຮົາຂຸດຄົ້ນຄຳບໍ່ຈັກເທົ່າໃດ ຄືບໍ່ເຫັນລວຍ

ກຳລັງຂັບເຄື່ອນທີ່ສຳຄັນ ຂອງການພັດທະນາຂອງປະເທດໃດໜຶ່ງແມ່ນຄົນ, ຖ້າພວກເຮົາມີຊັບພະຍາກອນ ທຳມະຊາດທີ່ມີຄ່າຫຼາຍປານໃດກໍຕາມ ແຕ່ຖ້າຂາດຊັບພະຍາກອນມະນຸດທີ່ມີຄຸນນະພາບໃນການຄຸ້ມຄອງນຳໃຊ້ ທີ່ຍືນຍົງ ແລະມີຄຸນຄ່າແກ່ປະເທດຊາດແລ້ວ ຍ່ອມບໍ່ຮ່ອນຈະເລີນ.

“ເງິນເຕັມພາ ບໍ່ເທົ່າພະຫຍາເຕັມປູມ” ຄຳເວົ້າອັນເກົ່າແກ່ຂອງລາວ ຍັງສາມາດນຳໃຊ້ໄດ້ດີກັບສະພາບປັດຈຸບັນ. ພວກເຮົາຮັບຮູ້ດີວ່າ ອົງປະກອບທີ່ເປັນໝາກຫົວໃຈຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃດກໍຕາມ

ໃນໂລກນີ້ ແມ່ນຕ້ອງອີງອາໄສຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ມີຄວາມຮູ້ ມີຈັນຍາທຳ ຈັນຍາບັນ ເຊິ່ງຕ່າງກັບຫາຍປະເທດທີ່ມີຊັບພະຍາກອນທຳມະຊາດອັນຮັ່ງມີ ແຕ່ປະຊາຊົນຍັງທຸກຍາກ.

“ລາວເຮົາຍັງເອື່ອຍອີງໃສ່ຊັບພະຍາກອນທຳມະຊາດຫຼາຍເກີນໄປ ທຽບໃສ່ສິງກະໂປ ບໍ່ມີຫຍັງ ນໍ້າຍັງໄດ້ຊື້ຈາກມາເລເຊຍເຂົາພັດຮັ່ງ ເຮົາຂຸດຄຳບໍ່ຈັກເທົ່າໃດບໍ່ ບໍ່ເຫັນຮັ່ງ”

(ຄລິບ)

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປລາວ ໄດ້ກ່າວໃນກອງປະຊຸມ ປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດ IX ເມື່ອອາທິດທີ່ຜ່ານມາ ເຊິ່ງເປັນການຢໍ້າເຕືອນພວກເຮົາອີກເທື່ອໜຶ່ງວ່າ ເສັ້ນທາງການພັດທະນາ ທີ່ຍືນຍົງ ແລະຮຸ່ງເຮືອງຂອງພວກເຮົານັ້ນ ບໍ່ແມ່ນການອາໄສການສ້າງລາຍຮັບເປັນຕົ້ນຕໍໃສ່ຊັບພະຍາກອນທຳມະຊາດ.

ເປັນສິ່ງຈະແຈ້ງວ່າ ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາໃນປັດຈຸບັນ ແມ່ນອີງໃສ່ຊັບພະຍາກອນ ທຳມະຊາດເປັນຕົ້ນຕໍ ບໍ່ວ່າຈະເປັນ ການຂຸດຄົ້ນບໍ່ແຮ່, ການພັດທະນາ ເຂື່ອນໄຟຟ້ານໍ້າຕົກ, ກະສິກຳ-ປ່າໄມ້ ແລະ ອື່ນໆ ທີ່ຕິດພັນກັບການນຳໃຊ້ຊັບພະຍາກອນທຳມະຊາດ

ເປັນສິ່ງຈະແຈ້ງວ່າ ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາໃນປັດຈຸບັນ ແມ່ນອີງໃສ່ຊັບພະຍາກອນ ທຳມະຊາດເປັນຕົ້ນຕໍ ບໍ່ວ່າຈະເປັນ ການຂຸດຄົ້ນບໍ່ແຮ່, ການພັດທະນາ ເຂື່ອນໄຟຟ້ານໍ້າຕົກ, ກະສິກຳ-ປ່າໄມ້ ແລະ ອື່ນໆ ທີ່ຕິດພັນກັບການນຳໃຊ້ຊັບພະຍາກອນທຳມະຊາດ

ເຊິ່ງສ່ວນຫຼາຍ ຍັງເປັນການຂຸດຄົ້ນທີ່ ບໍ່ມີຄວາມຍືນຍົງ ແລະບົກແຫ້ງລົງເລື້ອຍໆ, ໜໍາຊໍ້າບາງກໍລະນີ ຍັງເຮັດໃຫ້ ລະບົບນິເວດເສື່ອມໂຊມຂຶ້ນນັບມື້ ເຊັ່ນ ການນຳໃຊ້ ສານເຄມີເກີນຂອບເຂດ ທຳລາຍນໍ້າ ແລະທຳລາຍດິນ ປະຊາຊົນອຶດຢາກຂຶ້ນນັບມື້ ເຊິ່ງເປັນອົດສູຍິ່ງ.

ເຖິງຢ່າງໃດກໍຕາມ ເມື່ອພວກເຮົາເບິ່ງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ນັ້ນເຫັນວ່າ ລັດຖະບານໃຫ້ ບູລິມະສິດໃນການພັດທະນາ ໄປຕາມທິດສີຂຽວ-ຍືນຍົງຂຶ້ນຕື່ມ ເຊິ່ງກໍມີຄວາມຫວັງວ່າ ພວກເຮົາຈະຫັນທິດທາງ ທີ່ມີການເອື້ອຍອີງໃສ່ຊັບພະຍາກອນທຳມະຊາດໜ້ອຍລົງ ແລ້ວ ມຸ່ງເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕາມ ທິດທາງ ການບຸກທະລຸ ທາງດ້ານຊັບພະຍກອນມະນຸດ.

ໃນບົດລາຍງານການພັດທະນາມະນຸດ (HDI) ປີ 2020 ຂອງອົງການສະຫະປະຊາຊາດ ເພື່ອການພັດທະນານັ້ນ ເຫັນວ່າ ສປປລາວເຮົາ ຈັດໃນລຳດັບທີ 137 ໃນຈຳນວນທັງໝົດ 189 ປະເທດ ເຊິ່ງຍັງເປັນວຽກບູລິມະສິດ ໄລຍະຍາວແກ່ພວກເຮົາ ທີ່ຈະບຸກບືນໃຫ້ ການພັດທະນາຊັບພະຍາກອນມະນຸດກ້າວຂຶ້ນສູ່ລະດັບສູງ.

ການສຶກສາ ຂອງທະນາຄານໂລກນັ້ນ ຊີ້ໃຫ້ເຫັນວ່າ ການຂາດທັກສະການ ອ່ານ ແລະ ການຂຽນຂອງໄວໜຸ່ມລາວ ຈຳນວນຫຼາຍນັ້ນ ເປັນສິ່ງທ້າທາຍສຳຄັນໃນການຈ້າງງານຂອງ ແຮງງານລາວ ເຊິ່ງມີຜົນກະທົບຕໍ່ ການລົງທຶນຂອງ ພາກສ່ວນເອກະຊົນ ທັງພາຍໃນແລະຕ່າງປະເທດທີ່ຂາດແຄນແຮງງານທີ່ມີທັກສະ ແລະຜົນສຸດທ້າຍຂອງ ມີຜົນໂດຍລວມຕໍ່ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ.

ເພາະສະນັ້ນ ຈຶ່ງວ່າການພັດທະນາຊັບພະຍາກອນນຸດທີ່ມີຄຸນນະພາບນັ້ນ ເປັນໂອກາດທີ່ສຳຄັນທີ່ສຸດຂອງ ສປປລາວ ທີ່ຈະນຳພາປະເທດຊາດກ້າວສູ່ປະເທດ ສີວິໄລໃນອະນາຄົດ ໂດຍຖືເອົາຂໍ້ໄດ້ປຽບທີ່ວ່າ ປະເທດພວກເຮົາ ຍັງໜຸ່ມແໜ້ນ ເພາະມີຄົນໜຸ່ມກວມ 60% ຂອງປະຊາກອນ, ຖ້າໄວໜຸ່ມນີ້ເປັນຊັບພະຍາກອນທີ່ມີ ຄຸນນະພາບແລ້ວ ການພັດທະນາພວກເຮົາກໍເປັນໄປໄດ້ຢ່າງຄ່ອງຕົວ.

ດາມ້າ ຮ້ານຂາຍຄຳຊື່ດັງແຖວໄອເຕັກ ເລືອກປະຕິບັດລູກຄ້າຈາກການແຕ່ງໂຕ ທຳມະດາຊື້ຄຳ ຖືກພະນັກງານເມີນເສີຍ

ຂໍອະນຸຍາດຝາກຖາມເຖິງ ພະນັກງານຮ້ານຂາຍຄຳຊື່ດັງ ແຖວໄອເຕັກ

ໂພສຈາກເຟສບຸກທ່ານໜຶ່ງລະບາຍຄວາມຮູ້ສຶກທີ່ຖີຶກພະນັກງານຂາຍຄຳເຮັດດູຖູກ

ຂໍອະນຸຍາດຝາກຖາມເຖິງ ພະນັກງານຮ້ານຂາຍຄຳຊື່ດັງ ແຖວໄອເຕັກ ແດ່ເດີ້ເຈົ້າ ການທີ່ເຮົາຈະໄປຊື້ຄຳ ເຮົາຕ້ອງແຕ່ງໂຕໂຄດດີດີໄປບໍ່ ຫຼື ວ່າແນວໃດ

ຈຶ່ງຈະໄດ້ຮັບການບໍລິການທີ່ດີ ພໍດີມື້ນີ້ເປັນມື້ຄົບຮອບທີ່ຄົບກັນກັບເມຍກະເລີຍໃຫ້ເພີ່ນໄປຊື້ຄຳຢູ່ຫັ້ນເພື່ອເປັນຂອງຂວັນວັນຄົບຮອບ ບໍ່ໄດ້ຊື້ຫຼາຍດອກ ໃຫ້ເພີ່ນຊື້ສາຍຄໍ2ບາດ ສາຍແຂນ1ບາດ ກັບຂອງຂ້ອຍ ສາຍຄໍ3ບາດ ລວມແລ້ວ ໜ້າຈະ6ບາດ (ຂ້ອຍບໍ່ໄດ້ໄປນຳ ເພາະຄາເຝົ້າຮ້ານ

ຂາຍເຄື່ອງສຳອາງ ຖ້າໄປກະຄືຊິມ່ວນກ່ອນນີ້ຢູ່ )ໃຫ້ເພີ່ນໄປກັບອ້າຍກັບເມຍອ້າຍເພີ່ນ ສ່ວນການແຕ່ງໂຕເມຍຂ້ອຍກະແມ່ນປົກກະຕິ ເພາະລາວເປັນແມ່ຄ້າຢູ່ແລ້ວ ສ່ວນຫຼາຍບໍ່ໄດ້ໄປໃສຢູ່ລະ ເຝົ້າແຕ່ຮ້ານກະເລີຍນຸ່ງເຄື່ອງທຳມະດາໄປ ຊິໃຫ້ຕັ້ງໃຈແຕ່ງໂຕຫລູຫລາໄປຊື້ຫັ້ນ

ຄືຊິເຮັດໃຫ້ບໍ່ໄດ້ດອກ ເພາະພວກຂ້ອຍກະມີເວລາຈຳກັດ ບໍ່ໄດ້ມີເວລາແຕ່ງໂຕດູດີປານນັ້ນ ເຂົ້າເລື່ອງເລີຍກະຄື ພະນັກງານເພີ່ນຢູ່ຫັ້ນ ເມຍຂ້ອຍບອກເອົາສາຍຄໍອອກມາໃຫ້ເບິ່ງກະບໍ່ມີໃຜມາບໍລິການ ບາງຄົນກະບອກວ່າ ບໍ່ແມ່ນໜ້າທີ່ ບາງຄົນກະເຮັດບໍ່ເຫັນ ບາງຄົນກະບອກວ່າ

ໜ້າທີ່ເພີ່ນແມ່ນຂາຍແຕ່ສາຍແຂນ ເມຍຂ້ອຍກະບໍ່ວ່າຫຍັງກະຖ້າໄດ້ ແຕ່ອັນທີ່ເສຍໃຈສຸດກະຄື ມີຄົນມານຳຫຼັງ ລະໄປບໍລິການຄົນອື່ນເສີຍທັງທີ່ເຮົາມາກ່ອນແລະກະຢືນຢູ່ຫັ້ນ ກະເລີຍພໍເຂົ້າໃຈລະ ວ່າຕ້ອງແຕ່ງໂຕດີມາຊື້

ເພີ່ນຈຶ່ງຈະບໍລິການດີດີໃຫ້ ບໍ່ເປັນຫຍັງດອກ ຖືວ່າເປັນປະສົບການໃນການໃຊ້ຊີວິດ ພວກຂ້ອຍຄືຊິບໍ່ເໝາະກັບການໃສ່ຄຳດອກ ເໝາະທີ່ຈະໃສ່ສາຍຄໍດຳຫ້ອຍພຣະ ກັບ ຝ້າຍຜູກແຂວນທໍ່ນັ້ນລະ.

ພວກຂ້ອຍກະພໍ່ຄ້າແມ່ຄ້າກະຊຳ່ພະນັກງານຂາຍຄືກັນແຕ່ບໍ່ເຄີຍດູຖູກຄົນໂດຍການແຕ່ງໂຕ.

ຂໍອະນຸຍາດຝາກຖາມເຖິງ ພະນັກງານຮ້ານຂາຍຄຳຊື່ດັງ ແຖວໄອເຕັກ

ໂພສຈາກເຟສບຸກທ່ານໜຶ່ງລະບາຍຄວາມຮູ້ສຶກທີ່ຖີຶກພະນັກງານຂາຍຄຳເຮັດດູຖູກ

ຂໍອະນຸຍາດຝາກຖາມເຖິງ ພະນັກງານຮ້ານຂາຍຄຳຊື່ດັງ ແຖວໄອເຕັກ ແດ່ເດີ້ເຈົ້າ ການທີ່ເຮົາຈະໄປຊື້ຄຳ ເຮົາຕ້ອງແຕ່ງໂຕໂຄດດີດີໄປບໍ່ ຫຼື ວ່າແນວໃດ

ຈຶ່ງຈະໄດ້ຮັບການບໍລິການທີ່ດີ ພໍດີມື້ນີ້ເປັນມື້ຄົບຮອບທີ່ຄົບກັນກັບເມຍກະເລີຍໃຫ້ເພີ່ນໄປຊື້ຄຳຢູ່ຫັ້ນເພື່ອເປັນຂອງຂວັນວັນຄົບຮອບ ບໍ່ໄດ້ຊື້ຫຼາຍດອກ ໃຫ້ເພີ່ນຊື້ສາຍຄໍ2ບາດ ສາຍແຂນ1ບາດ ກັບຂອງຂ້ອຍ ສາຍຄໍ3ບາດ ລວມແລ້ວ ໜ້າຈະ6ບາດ (ຂ້ອຍບໍ່ໄດ້ໄປນຳ ເພາະຄາເຝົ້າຮ້ານ

ຂາຍເຄື່ອງສຳອາງ ຖ້າໄປກະຄືຊິມ່ວນກ່ອນນີ້ຢູ່ )ໃຫ້ເພີ່ນໄປກັບອ້າຍກັບເມຍອ້າຍເພີ່ນ ສ່ວນການແຕ່ງໂຕເມຍຂ້ອຍກະແມ່ນປົກກະຕິ ເພາະລາວເປັນແມ່ຄ້າຢູ່ແລ້ວ ສ່ວນຫຼາຍບໍ່ໄດ້ໄປໃສຢູ່ລະ ເຝົ້າແຕ່ຮ້ານກະເລີຍນຸ່ງເຄື່ອງທຳມະດາໄປ ຊິໃຫ້ຕັ້ງໃຈແຕ່ງໂຕຫລູຫລາໄປຊື້ຫັ້ນ

ຄືຊິເຮັດໃຫ້ບໍ່ໄດ້ດອກ ເພາະພວກຂ້ອຍກະມີເວລາຈຳກັດ ບໍ່ໄດ້ມີເວລາແຕ່ງໂຕດູດີປານນັ້ນ ເຂົ້າເລື່ອງເລີຍກະຄື ພະນັກງານເພີ່ນຢູ່ຫັ້ນ ເມຍຂ້ອຍບອກເອົາສາຍຄໍອອກມາໃຫ້ເບິ່ງກະບໍ່ມີໃຜມາບໍລິການ ບາງຄົນກະບອກວ່າ ບໍ່ແມ່ນໜ້າທີ່ ບາງຄົນກະເຮັດບໍ່ເຫັນ ບາງຄົນກະບອກວ່າ

ໜ້າທີ່ເພີ່ນແມ່ນຂາຍແຕ່ສາຍແຂນ ເມຍຂ້ອຍກະບໍ່ວ່າຫຍັງກະຖ້າໄດ້ ແຕ່ອັນທີ່ເສຍໃຈສຸດກະຄື ມີຄົນມານຳຫຼັງ ລະໄປບໍລິການຄົນອື່ນເສີຍທັງທີ່ເຮົາມາກ່ອນແລະກະຢືນຢູ່ຫັ້ນ ກະເລີຍພໍເຂົ້າໃຈລະ ວ່າຕ້ອງແຕ່ງໂຕດີມາຊື້

ເພີ່ນຈຶ່ງຈະບໍລິການດີດີໃຫ້ ບໍ່ເປັນຫຍັງດອກ ຖືວ່າເປັນປະສົບການໃນການໃຊ້ຊີວິດ ພວກຂ້ອຍຄືຊິບໍ່ເໝາະກັບການໃສ່ຄຳດອກ ເໝາະທີ່ຈະໃສ່ສາຍຄໍດຳຫ້ອຍພຣະ ກັບ ຝ້າຍຜູກແຂວນທໍ່ນັ້ນລະ.

ພວກຂ້ອຍກະພໍ່ຄ້າແມ່ຄ້າກະຊຳ່ພະນັກງານຂາຍຄືກັນແຕ່ບໍ່ເຄີຍດູຖູກຄົນໂດຍການແຕ່ງໂຕ.

10 ລ້ານກີບ ຕຳໝາກຮຸ່ງຄົກດຽວ ງານນີ້ສາວພອນບອກຄຸ້ມສຸດຄຸ້ມ

ສາວພອນບອກດີໃຈຫຼາຍ ຫຼັງຜິຫວັງເລື່ອງເງິນຄ່າຕົວ ມີຄົນໃຈດີໃຫ້ເງິນ 10 ລ້ານ ແລກກັບຕຳໝາກຫຸ່ງ 1 ຄົກ (ມີຄລິບ)

ຈາກປະເດັ້ນດາມຣາການຈ້າງງານສາວພອນ ເນັດໄອອໍ້ ທີ່ເປັນສະຕຣາຍ ຂອງຕົນເອງ ໂດຍມີຜູ້ຈ້າງງານ ຜູ້ໜຶ່ງສະເໜີ ໃຫ້ສາວພອນຂື້ນມາວຽງ.

ໂດຍຕົກລົງຈະໃຫ້ຄ່າ ໂຕສາວພອນ ແລະ ທີມງານ 7ລ້ານກີບ.

ແຕ່ເຮັດແລ້ວໆ ພັດເອົາພຽງແຕ່ 3ລ້ານກີບເທົ່ານັ້ນ ເຊິ່ງບໍ່ພໍຄ່ານ້ຳມັນລົດ ແລະ ຄ່າທີ່ພັກ ກັບທີມງານ.

ທັງນີ້ ທາງເຮົາກໍ່ເຂົ້າໃຈ ແລະ ເຫັນໃຈທັງສອງຝ່າຍ ທັງຜູ້ຈ້າງ, ຜູ້ຖືກຈ້າງ.

ສາວພອນບອກດີໃຈຫຼາຍ ຫຼັງຜິຫວັງເລື່ອງເງິນຄ່າຕົວ ມີຄົນໃຈດີໃຫ້ເງິນ 10 ລ້ານ ແລກກັບຕຳໝາກຫຸ່ງ 1 ຄົກ (ມີຄລິບ)

ຈາກປະເດັ້ນດາມຣາການຈ້າງງານສາວພອນ ເນັດໄອອໍ້ ທີ່ເປັນສະຕຣາຍ ຂອງຕົນເອງ ໂດຍມີຜູ້ຈ້າງງານ ຜູ້ໜຶ່ງສະເໜີ ໃຫ້ສາວພອນຂື້ນມາວຽງ.

ໂດຍຕົກລົງຈະໃຫ້ຄ່າ ໂຕສາວພອນ ແລະ ທີມງານ 7ລ້ານກີບ.

ແຕ່ເຮັດແລ້ວໆ ພັດເອົາພຽງແຕ່ 3ລ້ານກີບເທົ່ານັ້ນ ເຊິ່ງບໍ່ພໍຄ່ານ້ຳມັນລົດ ແລະ ຄ່າທີ່ພັກ ກັບທີມງານ.

ທັງນີ້ ທາງເຮົາກໍ່ເຂົ້າໃຈ ແລະ ເຫັນໃຈທັງສອງຝ່າຍ ທັງຜູ້ຈ້າງ, ຜູ້ຖືກຈ້າງ.

ຄລິບ:

ຄວນດີໃຈບໍ່ອັນດັບ 1ແບບນີ້ ປະເທດລາວ ເງິນເດືອນໜ້ອຍສຸດ ໃນບັນດາປະເທດອາຊຽນ

ປາຕິໂທ້..!! ປະເທດລາວ ໄດ້ອັນດັບ 1 ເງິນເດືອນໜ້ອຍສຸດ ໃນບັນດາປະເທດອາຊຽນ

ຄ່າເເຮງຂັ້ນຕໍ່າ ເເລະ ອັດຕາເງິນເຟີ້ ໃນ 10 ປະເທດ ອາຊຽນ (ASEAN)

1. ສິງກະໂປ 21,345,000 ກີບ/ເດືອນ

2. ບູຣໄນ 9,960,000 ກີບ/ເດືອນ

3.. ອິນໂດເນເຊຍ 6,660,000 ກີບ/ເດືອນ

4. ຟິລິບປິນ 5,175,000 ກີບ/ເດືອນ

5. ໄທ 4,695,000 ກີບ/ເດືອນ


6. ມາເລເຊຍ 4,365,000 ກີບ/ເດືອນ

7. ກຳປູເຈຍ 3,255,000 ກີບ/ເດືອນ

8. ຫວຽດນາມ 2,250,000 ກີບ/ເດືອນ

9.ມຽນມາ 1,350,000 ກີບ/ເດືອນ

10 ລາວ 1,300,000 ກີບ/ເດືອນ


(ໝາຍເຫດ ສໍາລັບ ປະເທດລາວ ຂໍ້ມູນ ແມ່ນອີງຕາມແຈ້ງການໃໝ່ ເລກທີ 829/ຫສນຍ ຈາກ 1.100.000 ກີບ ມາເປັນ 1.300.000ກີບ ຈະປັບຄັ້ງທີ 01 ປັບຂຶ້ນ 100.000 ກີບ ເລີ່ມໃນວັນທີ 1/8/2022 ຄັ້ງທີ 02 ປັບຂຶ້ນຕື່ມ 100.000 ກີບ ເລີ່ມໃນວັນທີ 1/5/2023)

ນີ້ກໍຄື ອັດຕາເງິນເຟີ້ໃນ 10 ປະເທດອາຊຽນ:

ລາວ 12.80 %

ມຽນມາ 12.63 %

ໄທ 7.10 %

ກຳປູເຈຍ 6.30 %

ສິງກະໂປ 5.40 %

ຟິລິບປິນ 5.40 %


ອິນໂດເນເຊຍ 3.55 %

ບຣູໄນ 3.20 %

ຫວຽດນາມ 2.8 %

ມາເລເຊຍ 2.30 %