ພີ່ນ້ອງໃຈຈະຂາດ ! ນຳສົບຄູສາວພອນ ທ້ອງ8ເດືອນສົ່ງໂຮງໝໍຜ່າຄອດ ພ້ອມຕັ້ງຊື່ລູກ

ຍາດຕິພີ່ນ້ອງ ຮ້ອງໄຫ້ນຳສົບ ອາຈານ ຖືພາ 8 ເດືອນ ນຳສົ່ງ ໂຮງໝໍມະໂຫສົດ ແລະ ເປີດເຜີຍຊື່ ນ້ອງ.

ໜ່ວຍກູ້ໄພມູນນິທິອຸດອນ ໄດ້​ຮັບ​ສົບ​ຂອງ​ທ່ານ​ຄູ​ສຸພາ​ພອນ ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ຄວາມ​ໂສກ​ເສົ້າ​ຂອງ​ອາ​ດີດ​ຕໍາ​ຫຼວດ frenzy ໄດ້​ ແຂວງໜອງບົວລຳພູ ກັບລູກທີ່ຖືພາໄດ້ 8 ເດືອນ ຈາກວັດລັດສະໝີ ເອົາເດັກອອກຢູ່ຄລີນິກ ຟີຊິກ ໂຮງໝໍສູນອຸດອນ ເມື່ອ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ຂຶ້ນ​ໄປ​ນຳ​ເອົາ​ສົບ​ຂອງ​ຄູ​ສຸພາ​ພອນ ພ້ອມ​ດ້ວຍ​ລູກ​ອາຍຸ 8 ເດືອນ​ອອກ​ຈາກ​ວັດ​ລັດ​ສະ​ມາ​ຊິກ ໂດຍ​ມີ​ທ່ານ ຂຸນ​ເສ​ສັກ. ສາມີຂອງອາຈານສຸພາພອນ ຖືພັນລະຍາທີ່ເສຍຊີວິດ ຂ້າງຄຽງ ແມ່ນອາຈານສຸພາພອນ ລາວເປັນຜູ້ທີ່ຖືເອົາຫລານສາວທີ່ເສຍຊີວິດໄປກັບແມ່ຂອງລາວກ່ອນທີ່ລາວຈະເບິ່ງໂລກໃນໄວໆນີ້.

ປ້າຂອງອາຈານສຸພາພອນ ບອກຫລານສາວຂອງນາງກ່ອນທີ່ຈະຂຶ້ນລົດສຸກເສີນວ່າ ແກ່ ຂ້ອຍຈະພາເຈົ້າໄປເກີດໃນມື້ນີ້. ຂະນະ​ທີ່​ແມ່​ຂອງ​ສຸພາພອນ​ໄດ້​ຮ້ອງໄຫ້​ແລະ​ບອກ​ລູກ​ສາວ​ວ່າ, ໄປ​ທ່ຽວ​ທີ່​ປອດ​ໄພ. ໄປເກີດລູກ ລຸງຂອງອາຈານສຸພາພອນ ບອກວ່າ ນອກຈາກເປັນເລື່ອງຂອງຄວາມເຊື່ອແລ້ວ ຄອບຄົວກໍ່ຢາກເຫັນໜ້າຂອງຫຼານ.

ພຣະ​ຄູ​ອາ​ດີ​ໄຊ ກິດ​ນະ​ວັດ, ອະ​ທິ​ບໍ​ດີ​ວັດ​ລັດ​ສາ​ມັກ​ຄີ ເລົ່າເຖິງຄວາມເຊື່ອໃນກໍລະນີການຕາຍຂອງອາຈານສຸພາພອນວ່າ ຖ້າມີການຕາຍແບບນີ້ຊາວບ້ານບໍ່ຢາກ ແມ່ແລະລູກຊາຍຖືກໄຟໄຫມ້ຮ່ວມກັນ ພາກສ່ວນຕົ້ນຕໍ ພຸດທະສາສະນິກະຊົນເວົ້າແນວນັ້ນ ມັນຕັດສາຍພົວພັນລະຫວ່າງແມ່ແລະລູກ.

ຕໍ່ມາໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຂວງອຸດອນທານີ ໄດ້ເອົາສົບຂອງອາຈານສຸພາພອນ ກັບລູກຊາຍ neutered ນຳສົບຂອງທັງສອງກັບຄືນໄປເຮັດພິທີທາງສາສະໜາທີ່ວັດລັດສະໝີ ຄອບຄົວຂອງ ອາຈານ ສຸພາພອນ ເປີດເຜີຍວ່າ: ດຽວນີ້ໄດ້ເຫັນຫລານແລ້ວ. ເຊິ່ງສົບໄດ້ຖືກເກັບຮັກສາໄວ້ໃນບ່ອນດຽວກັນກັບແມ່ ແລະ​ໄດ້​ຕັ້ງ​ຊື່​ໃຫ້​ນ້ອງ​ຊາຍ​ວ່າ ຊີ​ວິ​ກ, ພໍ່​ຂອງ​ນ້ອງ​ຊາຍ​ໄດ້​ຕັ້ງ​ຊື່​ຈາກ​ລົດ​ເປັນ​ຂອງ​ຄອບ​ຄົວ​ກ່ອນ

ຍາດຕິພີ່ນ້ອງ ຮ້ອງໄຫ້ນຳສົບ ອາຈານ ຖືພາ 8 ເດືອນ ນຳສົ່ງ ໂຮງໝໍມະໂຫສົດ ແລະ ເປີດເຜີຍຊື່ ນ້ອງ.

ໜ່ວຍກູ້ໄພມູນນິທິອຸດອນ ໄດ້​ຮັບ​ສົບ​ຂອງ​ທ່ານ​ຄູ​ສຸພາ​ພອນ ຜູ້​ທີ່​ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ຄວາມ​ໂສກ​ເສົ້າ​ຂອງ​ອາ​ດີດ​ຕໍາ​ຫຼວດ frenzy ໄດ້​ ແຂວງໜອງບົວລຳພູ ກັບລູກທີ່ຖືພາໄດ້ 8 ເດືອນ ຈາກວັດລັດສະໝີ ເອົາເດັກອອກຢູ່ຄລີນິກ ຟີຊິກ ໂຮງໝໍສູນອຸດອນ ເມື່ອ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ຂຶ້ນ​ໄປ​ນຳ​ເອົາ​ສົບ​ຂອງ​ຄູ​ສຸພາ​ພອນ ພ້ອມ​ດ້ວຍ​ລູກ​ອາຍຸ 8 ເດືອນ​ອອກ​ຈາກ​ວັດ​ລັດ​ສະ​ມາ​ຊິກ ໂດຍ​ມີ​ທ່ານ ຂຸນ​ເສ​ສັກ. ສາມີຂອງອາຈານສຸພາພອນ ຖືພັນລະຍາທີ່ເສຍຊີວິດ ຂ້າງຄຽງ ແມ່ນອາຈານສຸພາພອນ ລາວເປັນຜູ້ທີ່ຖືເອົາຫລານສາວທີ່ເສຍຊີວິດໄປກັບແມ່ຂອງລາວກ່ອນທີ່ລາວຈະເບິ່ງໂລກໃນໄວໆນີ້.

ປ້າຂອງອາຈານສຸພາພອນ ບອກຫລານສາວຂອງນາງກ່ອນທີ່ຈະຂຶ້ນລົດສຸກເສີນວ່າ ແກ່ ຂ້ອຍຈະພາເຈົ້າໄປເກີດໃນມື້ນີ້. ຂະນະ​ທີ່​ແມ່​ຂອງ​ສຸພາພອນ​ໄດ້​ຮ້ອງໄຫ້​ແລະ​ບອກ​ລູກ​ສາວ​ວ່າ, ໄປ​ທ່ຽວ​ທີ່​ປອດ​ໄພ. ໄປເກີດລູກ ລຸງຂອງອາຈານສຸພາພອນ ບອກວ່າ ນອກຈາກເປັນເລື່ອງຂອງຄວາມເຊື່ອແລ້ວ ຄອບຄົວກໍ່ຢາກເຫັນໜ້າຂອງຫຼານ.

ພຣະ​ຄູ​ອາ​ດີ​ໄຊ ກິດ​ນະ​ວັດ, ອະ​ທິ​ບໍ​ດີ​ວັດ​ລັດ​ສາ​ມັກ​ຄີ ເລົ່າເຖິງຄວາມເຊື່ອໃນກໍລະນີການຕາຍຂອງອາຈານສຸພາພອນວ່າ ຖ້າມີການຕາຍແບບນີ້ຊາວບ້ານບໍ່ຢາກ ແມ່ແລະລູກຊາຍຖືກໄຟໄຫມ້ຮ່ວມກັນ ພາກສ່ວນຕົ້ນຕໍ ພຸດທະສາສະນິກະຊົນເວົ້າແນວນັ້ນ ມັນຕັດສາຍພົວພັນລະຫວ່າງແມ່ແລະລູກ.

ຕໍ່ມາໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຂວງອຸດອນທານີ ໄດ້ເອົາສົບຂອງອາຈານສຸພາພອນ ກັບລູກຊາຍ neutered ນຳສົບຂອງທັງສອງກັບຄືນໄປເຮັດພິທີທາງສາສະໜາທີ່ວັດລັດສະໝີ ຄອບຄົວຂອງ ອາຈານ ສຸພາພອນ ເປີດເຜີຍວ່າ: ດຽວນີ້ໄດ້ເຫັນຫລານແລ້ວ. ເຊິ່ງສົບໄດ້ຖືກເກັບຮັກສາໄວ້ໃນບ່ອນດຽວກັນກັບແມ່ ແລະ​ໄດ້​ຕັ້ງ​ຊື່​ໃຫ້​ນ້ອງ​ຊາຍ​ວ່າ ຊີ​ວິ​ກ, ພໍ່​ຂອງ​ນ້ອງ​ຊາຍ​ໄດ້​ຕັ້ງ​ຊື່​ຈາກ​ລົດ​ເປັນ​ຂອງ​ຄອບ​ຄົວ​ກ່ອນ

ຢ່າຫາເຮັດ… ເກີດເຫດຄົນລອງພະເຄື່ອງ ຢູ່ເຊບັງຫຽງ ສະຫວັນນະເຂດ

ເມື່ອຕອນເຊົ້າຂອງວັນທີ 14 ຕຸລາ 2022 ເວລາປະມານ 9 ໂມງ ເກີດເຫດຄົນລອງຂອງ ນັດດຽວເສຍຊີວິດຄາທີ່ ຢູ່ ເຊບັງຫຽງ ສະຫວັນນະເຂດ

ແນວໃດກໍ່ຕາມລໍຖ້າຟັງຂ່າວວ່າເກີດຈາກເຫດຫຍັງແທ້ ຈາກການຢາກລອງ ພະເຄື່ອງ ຫຼື ເກີດຈາກເຫດອື່ນລໍຖ້າເຈົ້າໜ້າທີສອບສືມ ຢ່າງເປັນທາງການອີກຄັ້ງ

……

ທີມງານ ສື່ລາວ ພວເຮົາຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊິວິດດ້ວຍ

….

…..

ຄລິບບໍ່ສາມາດເອົາລົງໄດ້

ທະນາຄານແຫ່ງ ສປປ ລາວ ແຈ້ງຂ່າວກ່ຽວກັບການນໍາເອົາທະນະບັດປັບປຸງ ປະເພດໃບ 10000 ກີບ ແລະ 20000 ກີບ (ລຸ້ນປີ 2020) ອອກສູ່ສັງຄົມເພື່ອນໍາໃຊ້

ໃນວັນທີ 14 ຕຸລາ 2022, ທີ່ທະນາຄານແຫ່ງ ສປປລາວ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງວ່າການ ທະນາຄານແຫ່ງ​ ສປປ​ ລາວ​ ໄດ້ຖະແຫຼງຂ່າວ ກ່ຽວກັບການນຳເອົາທະນະບັດປະເພດໃບ​ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2020 ( ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນຳໃຊ້ ໃນເດືອນຕຸລາ 2022 ເຊິ່ງມີລາຍລະອຽດດັ່ງນີ້:

ນັບແຕ່ປີ 2003 ເປັນຕົ້ນມາ ທະນາຄານແຫ່ງສປປ ລາວ ໄດ້ນຳເອົາທະນະບັດ ປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ອອກສູ່ຂອດຈໍລະຈອນ ໃຫ້ສັງຄົມໄດ້ນໍາໃຊ້ ເຊຶ່ງເປັນ ໂຄງປະກອບປະເພດໃບທະນະບັດທີ່ມີມູນຄ່າສູງທີ່ສຸດໃນເວລານັ້ນ, ມາຮອດປະຈຸບັນ ຖືກນໍາໃຊ້ໝູນວຽນໃນຂອດຈໍລະຈອນເປັນເວລາ​ 19 ປີ, ປະກອບກັບການຂະຫຍາຍຕົວທາງດ້ານນະວັດຕະກຳເທັກນິກ ໂລຊີໃນໄລຍະໃໝ່,

ບັນດາປະເທດໃນພາກພື້ນ​ ແລະ ສາກົນ ກໍ່ໄດ້ມີການພັດທະນາປັບປຸງທະນະບັດຂອງ ຕົນເອງ ໃຫ້ມີຄຸນນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ; ສະນັ້ນ, ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄ້ວາປັບປຸງທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ຈາກລຸ້ນປີ 2003 ມາເປັນລຸ້ນປີ 2020 (ຮູບແບບປັບປຸງໃໝ່) ເພື່ອສະເໜີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ຈັດພິມໃນປີ 2020.​

ທັງນີ້ກໍ່ເພື່ອຍົກສູງ ຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄໝຫຼາຍຂຶ້ນກວ່າເກົ່າ ມີຄວາມໂດດເດັ່ນສວຍງາມ ສາມາດຈຳແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ ໃຫ້ຫຼາຍຂຶ້ນ.

ໂອກາດນີ້, ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາໃຫ້ມີສະຖຽນລະພາບ, ຂໍຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງ ເຜີຍແຜ່ໃຫ້ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ ແລະຕຳຫຼວດໃນ ຂອບເຂດທົ່ວປະເທດ

ຈົ່ງມີຄວາມເຊື່ອໝັ້ນ ຕໍ່ກັບການນຳເອົາທະນະບັດ ປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ກໍ່ຄືສັງຄົມໃຫ້ໄດ້ນຳ ໃຊ້ໃນຄັ້ງນີ້ ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ ຫວັງດີ, ຈົ່ງຊ່ວຍກັນເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ດ້ວຍການປົກປ້ອງ ແລະ ນຳໃຊ້ເງີນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນຳໃຊ້ເງີນກີບ, ເສີມສ້າງຄຸນຄ່າຂອງເງີນກີບ ແລະ ຮັກສາສະຖຽນລະພາບເງີນຕາແຫ່ງຊາດ ໃຫ້ໝັ້ນຄົງ.

ອ່ານເພີ່ມຕື່ມ: bol.gov.la

ໃນວັນທີ 14 ຕຸລາ 2022 ທີ່ທະນາຄານແຫ່ງ ສປປ ລາວ, ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວຫນ້າ ຫ້ອງການ ທຫລ ແລະ ທ່ານ ບຸນທະວີ ສຸກດາວົງ ຫົວຫນ້າກົມພິມຈໍາຫນ່າຍ ໄດ້ແຈ້ງຂ່າວໃຫ້ບັນດາສື່ມວນຊົນໄດ້ຮັບ ຊາບວ່າ:

ໃນເດືອນຕຸລາ 2012 ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນໍາໃຊ້, ດັ່ງມີລາຍລະອຽດລຸ່ມນີ້:

ນັບແຕ່ປີ 2003 ເປັນຕົ້ນມາ ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດ ປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ອອກສູ່ຂອດຈໍລະຈອນ ຈົນມາຮອດປະຈຸບັນ ຖືກນໍາໃຊ້ຫມູນວຽນໃນຂອດຈໍລະຈອນເປັນເວລາ 19 ປີ.

ທັ້ງນີ້ ການປັບປຸງ ກໍເພື່ອຢາກໃຫ້ທະນະບັດມີຄຸນນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ;

ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄ້ວາປັບປຸງທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ຈາກລຸ້ນປີ 2003 ມາເປັນລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ເພື່ອສະເຫນີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ ທຫລ ຈັດພິມໃນປີ 2020, ຈຸດປະສົງຂອງການນໍາເອົາທະນະບັດໃບ 10000 ກີບ ແລະ 20000 ກີບ ອອກໃຫ້ສັງຄົມໄດ້ນໍາໃຊ້ໃນຄັ້ງນີ້ແມ່ນເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ ທັນສະໄຫມຫຼາຍຂຶ້ນກວ່າເກົ່າ, ມີຄວາມໂດດເດັ່ນສວຍງາມ ສາມາດຈໍາແນກປະເພດໃບທະນະບັດໄດ້ງ່າຍ, ສ້າງຄວາມເຊື່ອ ຫມັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ຊຶ່ງເປັນສະກຸນເງິນຕາຂອງຊາດ ໃຫ້ຫຼາຍຂຶ້ນ;

ທະນະບັດທັງ 2 ປະເພດດັ່ງກ່າວ ມີລັກສະນະໂດຍລວມດັ່ງນີ້:

ເປັນທະນະບັດບໍ່ມີຂອບມີຂະຫນາດລວງຍາວຫຼຸດລື່ນກັນ 3 ມມ ຄື: ປະເພດໃບ 10000 ກີບ ມີລວງຍາວ 153 ມມ ແລະ ລວງກວ້າງ 72 ມມ ແລະ ປະເພດໃບ 20000 ກີບ ມີລວງຍາວ 156 ມມ ແລະ ລວງກວ້າງ 72 ມມ, ໂທນສີ ຂອງໃບທະນະບັດທັງສອງປະເພດຍັງຄ້າຍຄືກັບໂທນສີທະນະບັດປະເພດໃບ 10.000 ກີບ ແລະ 20.000 ກີບ ລຸ້ນປີ 2003 ທີ່ນໍາໃຊ້ປະຈຸບັນ.

ຄຸນລັກສະນະຕ້ານການປອມແປງ:

1) ເຄື່ອງຫມາຍຊາດ ຂອງ ສປປ ລາວ ຈະເຮືອງແສງເປັນສີເຫຼືອງ ເມື່ອສ່ອງຜ່ານແສງໄຟສີມ້ວງ;

2) ຕົວຫນັງສື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອສໍາພັດຈະສະດຸດມື;

3) ລາຍນ້ຳປະທານ ໄກສອນ ພົມວິຫານ ແລະ ຕົວເລກບອກມູນຄ່າ ຢູ່ໃນເນື້ອເຈ້ຍ ເມື່ອສ່ອງໃສ່ແສງສະຫວ່າງຈະເຫັນຢ່າງຊັດເຈນ ທັງດ້ານຫນ້າແລະ ດ້ານຫຼັງ;

4) ເສັ້ນນິລະໄພ ມີຕົວເລກລາວບອກມູນຄ່າ ໑໐໐໐໐ ສໍາລັບປະເພດໃບ 10000 ກີບ ແລະ ຕົວເລກລາວບອກມູນຄ່າ ໒0000 ສໍາລັບປະເພດໃບ 20000 ກີບ;

 5) ຕົວເລກບອກມູນຄ່າ 10000 ແລະ 20000 ຢູ່ດ້ານຫນ້າຈະປ່ຽນສີໄດ້ ເມື່ອພິກອຽງທະນະບັດໄປມາ.

ທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ທີ່ນໍາອອກສູ່ ຂອດຈໍລະຈອນຄັ້ງນີ້ ແມ່ນສາມາດນໍາໃຊ້ຖືກຕ້ອງຕາມກົດຫມາຍ, ໂດຍນໍາໃຊ້ຄຽງຄູ່ກັບທະນະບັດປະເພດໃບ 10000 ກີບ ແລະ ໃບ 20000 ກີບ ລຸ້ນປີ 2003 ທີ່ຈໍລະຈອນໃນປະຈຸບັນແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບ ເງິນຕາແຫ່ງຊາດ ເພາະເປັນການສະຫນອງທະນະບັດຮູບແບບປັບປຸງໃຫມ່ ທີ່ມີຄຸນນະພາບສູງ ເຂົ້າສູ່ລະບົບເສດຖະກິດ;

ສໍາລັບທະນະບັດປະເພດໃບ 10000 ກີບ ແລະ ໃບ 20000ກີບ ລຸ້ນປີ 2003 ທີ່ນໍາໃຊ້ໃນຂອດຈໍລະຈອນ ປະຈຸບັນ ຍັງສາມາດນໍາໃຊ້ຫມູນວຽນເຂົ້າໃນການຊໍາລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລິກ ການນໍາໃຊ້ ແຕ່ຢ່າງໃດ;

ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງ ມະຫາພາກທາງດ້ານເງິນຕາ, ຂໍ ຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ ແລະ ຕໍາຫຼວດໃນຂອບເຂດທົ່ວປະເທດ, ຈົ່ງມີຄວາມເຊື່ອຫມັ້ນຕໍ່ກັບການນໍາເອົາທະນະບັດ ປະເພດໃບ 10000 ກີບ ແລະ 20000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ອອກສູ່ຂອດຈໍລະຈອນ ກໍ່ຄືສັງຄົມໃຫ້ໄດ້ນໍາໃຊ້ ໃນຄັ້ງນີ້, ພ້ອມນີ້ກໍ່ໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆ ຂອງກຸ່ມຄົນທີ່ບໍ່ຫວັງດີສວຍ ໂອກາດສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ພ້ອມດຽວກັນນີ້, ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ໄດ້ເສີມຂະຫຍາຍສິດເປັນ ເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນໍາໃຊ້ ເງິນກີບ, ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ຫມັ້ນຄົງຍາວນານ.

ໃນຕໍ່ຫນ້າທະນາຄານແຫ່ງ ສປປ ລາວ ຈະໄດ້ຄົ້ນຄວ້າປັບປຸງທະນະບັດປະເພດໃບອື່ນໆ ໂດຍຄໍານຶງເຖິງຄຸນ ນະພາບມາດຕະຖານ ແລະ ເຕັກນິກຕ້ານການປອມແປງທີ່ທັນສະໄຫມ ເພື່ອໃຫ້ສັງຄົມໄດ້ນໍາໃຊ້ທະນະບັດ ຢ່າງມີ ຄວາມປອດໄພ ສະດວກສະບາຍໃນການຈັບຈ່າຍໃຊ້ສອຍເຂົ້າໃນຊີວິດປະຈໍາວັນ.

ເສົ້າສະຫຼົດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ

ເມື່ອວັນທີ11/10/2022ທີ່ຜ່ານມາ ໄດ້ເກີດເຫດລົດໃຫຍ່ຕຳລົດຈັກນ້ອງນັກຮຽນທີ່ສົ້ນຂົວສັງຄະໂລກ

ລ່າສຸດໄດ້ມີນັກຮຽນເສຍຊີວິດຈາກເຫດການນີ້ແລ້ວ1ຄົນຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ

ຄລິບ

ໂຈນຂື້ນເຮືອນປະຊາຊົນ ກາງເວັນ

ເກີດເຫດໂຈນຂີຶ້ນເຮີຶອນປະຊາຊົນ ວັນທີ 13 ຕຸລາ ຢູ່ໃກ້ໂຮງໝໍ 150 ຕຽງ

ກາງເວັນມັນຍັງບໍ່ຢ້ານ ຈັບບໍ່ໄດ້ໄລ່ບໍ່ທັນກະສູນເສຍຊັບສິນ ສຸດທ້າຍກໍ່ແມ່ນຕົວເອງເພິ່ງຕົວເອງ

ກວດລ້າງໄຫ້ກຽ໊ງເດິພວກນີ້ກາງເວັນແທ້ໆກ້າເຮັດອັນຕະລາຍຍໂພດຢູ່ນໍາຄົນອື່ນບໍໄດ້ແລ້ວ

….

ຄລິບ

ຊ່ວຍແຊຣ໌ ປະກາດຕາມຫາ ນາງແສງ ບໍ່ເຫັນ 3 ມື້ືແລ້ວ ຕິດຕໍ່ບໍ່ໄດ້

#ປະກາດຕາມຫາ

ຊື່ນາງແສງອາຍຸ19ປີຢູ່ບ້ານນາຄານ.ເມືອງປາກລາຍ.

ແຂວງໄຊຍະບູລີໄດ້ອອກໄປເບີ່ງບຸນຊ່ວງເຮືອໄດ້3ມື້ແຕ່ວັນທີ10/10/2022ແລ້ວບໍ່ກັບບ້ານຕອນນີ້ຄອບຄົວເປັນຫ່ວງແລະອອກຕາມຫາໂທບໍ່ຮັບສາຍແລະບໍ່ສາມາດຕິດຕໍ່ຜູ້ກ່ຽວໄດ້ທ່ານໃດເຫັນຜູ້ກ່ຽວກະຂໍຄວາມຊ່ວຍເຫືລອບອກໃຫ້ຜູ້ກ່ຽວກັບບ້ານດ່ວນ.

ເພາະວ່າຕອນນີ້ຜົວແລະລູກນ້ອຍກຳລັງອອກຕາມຫາແລະເປັນຫ່ວງຫືລທ່ານໃດມີຂໍ້ມູນຕິດຕໍ່ຫາເບີ+856 20 78 651 580

..

ທີ່ມາ.

ແພດອາສາຂໍລາແລ້ວ ເຮັດວຽກມາ 7-8 ປີ ເສຍເວລາລ້າ

ຈາກໂພສນີ້ຕັດພໍ້ Jo Khamvongsa ໂພສວ່າ ຂໍໂທດທີ່ເປັນແບບຢ່າງທີ່ບໍດີໃຜທີ່ຍັງຢູ່ກະສູ້ຕໍ່ໄປ ແພດອາສາ ຂ້ອຍລາແລ້ວ ຄິດຮອດແພດໂຮງຫມໍເມືອງປາກຊ່ອງທຸກຄົນເດີ້

ເສຍດາຍຜົນງານທີ່ສ້າງມາ7ປີ ຕີເປັນມູນຄ່າບໍ່ໄດ້ .ປີທີ 8 ຢູ່ຕໍ່ ບໍ່ໄດ້ເສຍເວລາໄປຫາເງີນລ້ຽງຊີວິດ ຂໍໂທດພໍ່ແມ່ທີສົ່ງເສຍຮຽນມາ ເສຍເງີນບໍ່ຫນ້ອຍ.ແລະ ຂໍຂອບໃຈ ເພື່ອນມິດສະຫາຍທຸກຄົນ

ຄັນເອ້າປະສົບການທີ່ເຄີຍເຮັດວຽກມາ7ປີ.ແລ້ວມາຂຽນເປັນເລື່ອງມັນຄົງຈະເປັນປື້ມພັດຈະນານຸກົມໄປແລ້ວ

ຂອບໃຈທຸກຫນ້າວຽກທີ່ໄດ້ເຮັດຜ່ານມາເຖີງວ່າມື້ນີ້ຫມົດສິດແລ້ວ ຄັນສິຢູ່ຕໍໄປກະບໍ່ມີຫວັງ ຄັນເອ້າປະສົບການທີ່ເຄີຍເຮັດວຽກມາ7ປີ.ແລ້ວມາຂຽນເປັນເລື່ອງມັນຄົງຈະເປັນປື້ມພັດຈະນານຸກົມໄປແລ້ວ

ອົງກອນໃດຈະຫມັ້ນຄົງກະຕໍ່ເມື່ອ ອົງກອນນັ້ນມີສາຍສະບຽງອາຫານເຂົ້າເຖີງທຸກຄົນນັບຕັ້ງແຕ່ຫົວຫນ້າຈົນຮອດບຸກຄາລາກອນພ້ອມດ້ວຍອາສາສະຫມັກ. ຊີວິດຄົນໃດບໍ່ແມ່ນລະຄອນ ເຂົ້າກະຕ້ອງຊື້ ບໍ່ແມ່ນເງີນສິແລ່ນມາຫາເອງ

ຢ່າຄິດເຫັນແຕ່ຜົນທີ່ຈະໄດ້ຮັບຈົນລືມ ບຸກຄົນທີ່ເປັນຈຸລັງ{ຫລືອາສາ}ວ່າມັນກະຕ້ອງການສີ່ງຄໍ້າຈູນຊີວິດຄືກັບພວກທ່ານ“ຕາບໃດທີ່ຈຸລັງຫລື{ບຸກຄະລາກອນ}ຍັງອົດໆຢາກໆ ການຮງນສູງຂອງທ່ານກະເປັນພຽງກະດາດທີ່ບໍ່ມີຄວາມຫມາຍ

{ຜິດຜາດປະການໃດ ກະຂໍໂທດມາຍັງທີ່ນີ້} ຂຽນມາດ້ວຍຄວາມຈິງ ຂໍຂອບໃຈຊີວິດໃຫມ່ ຫລັງຈາກອອກໂຮງຫມໍລັດ ກະສິທຸກໆແນ່ ແພດນອກລະບົບກໍາລັງສ້າງໂຕ.

ປະສົບການຄຶເຮັດວຽກມາ 7-8ປີ ໃຜສົນໃຈຢາກໄດ້ແພດຫມໍດີໆ ເຮັດວຽກດ້ວຍການໃຊ້ຫົວໃຈດູແລຄົນເຈັບ {020 97720816} ຕິຕໍ່ໄດ້{ຕອນນີ້ຢູ່ນະຄອນຫລວງວຽງຈັນ}ເລກບັນຊີທະນາຄານການຄ້າ 043120001437286001ຈາກ: Jo Khamvongsa

ທີ່ມາ.

ປັດຈຸບັນ ທົ່ວປະເທດ ມີຄູອາສາ 7.693 ຄົນ

ອີງຕາມການຊີ້ແຈງຂອງທ່ານ ຮສ ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ພວມດໍາເນີນໃນປັດຈຸບັນນີ້ ໂດຍໄດ້ຊີ້ໃຫ້ເຫັນຜົນສໍາເລັດໃນການຈັດບູລິມະສິດຄູອາສາສະໝັກຕາມ 3 ບັນຊີ ທີ່ມີຈຳນວນ 7.693 ຄົນ.

– ບັນຊີ 1 ມີຈໍານວນ 3.604 ຄົນເຊິ່ງແມ່ນຄູອາສາສະໝັກ ທີ່ຈົບຖືກຊັ້ນຖືກສາຍວິຊາ ທີ່ຜ່ານການປະເມີນການສອນ ຢູ່ໃນເກນດີ ແລະ ສະ ຖານການສຶກສາມີຄວາມຕ້ອງການ.

ບັນຊີ 2 ແມ່ນຜູ້ທີ່ສອນບໍ່ຖືກຊັ້ນຖືກສາຍ ເປັນຄູສອນລາຍວິຊາທີ່ມີຫລາຍເກີນຄວາມຕ້ອງການຂອງສະຖານສຶກສາ, ແຕ່ມີຄວາມກະຕືລືລົ້ນທີ່ຈະສືບຕໍ່ສອນ, ສຳລັບກຸ່ມນີ້ມີຈໍານວນ 1.404 ຄົນ ທີ່ຈະໄດ້ລະດົມໃຫ້ໄປບຳລຸງຍົກລະດັບ ໃນວິຊາທີ່ຂາດຢູ່ວິທະຍາໄລຄູແຫ່ງຕ່າງໆ ເພື່ອຈະສືບຕໍ່ບັນຈຸໃນຕໍ່ໜ້າ.

– ສ່ວນ ຜູ້ທີ່ຈັດຢູ່ໃນບັນຊີ 3 ແມ່ນຈະລະດົມໃຫ້ໄປຮຽນອາຊີວະສຶກສາ ຫລື ຂະແໜງການອື່ນ, ເວລາຈົບມາແມ່ນໃຫ້ໄປເຮັດວຽກອື່ນ ເຊິ່ງມີຈໍານວນ 2.685 ຄົນ.

ຊັ້ນການສຶກສາກ່ອນໄວຮຽນ ມີ 1.417 ຄົນ, ຊັ້ນປະຖົມສຶກສາ 2.601 ຄົນ, ຊັ້ນມັດທະຍົມຕອນຕົ້ນ1.372 ຄົນ, ຊັ້ນມັດທະຍົມສົມບູນ 2.303 ຄົນ.

ໃນນີ້ ເປັນອາສາສະໝັກ ມາໄດ້ 8-9 ປີ ມີຈຳນວນ 38 ຄົນ, 6-7 ປີ ມີຈໍານວນ 1.636 ຄົນ ແລະ ຄູອາສາສະໝັກ ປະມານ 3-5 ປີ ມີຈໍານວນ 6.019 ຄົນ.

ຂະນະດຽວກັນ ໄດ້ສຳເລັດແບ່ງປັນຕົວເລກ(ທຶນໃນແຜນ) ໃຫ້ຄູອາສາສະໝັກ ບັນຊີທີ 2 ໄປຍົກລະດັບຊັ້ນປະລິນຍາຕີ(ຕໍ່ເນື່ອງ) ພາກປົກກະຕິ ພາຍໃນປະເທດ ຈຳນວນ 166 ຄົນ.

ໃນນັ້ນ ຊັ້ນມັດທະຍົມປະກອບມີວິຊາ: ຄະນິດສາດ, ພາສາລາວ-ວັນນະຄະດີ, ໄອຊີທີ, ພື້ນຖານວິຊາຊີບ, ພະລະສຶກສາ ແລະ ສິລະປະສຶກສາ.

ແຕ່ລະປີ ໄດ້ບັນຈຸຄູອາສາສະໝັກທີ່ສອນໃນແຕ່ລະຊັ້ນຮຽນ ເຂົ້າເປັນລັດຖະກອນຄູ ປະມານ 94% ຂອງໂກຕ້າ ທີ່ໄດ້ຮັບທັງໝົດ ເຊິ່ງເຮັດໃຫ້ຈໍານວນຄູອາສາສະໝັກໄດ້ຫລຸດລົງໃນແຕ່ລະປີ ເຊັ່ນ: ໃນສົກຮຽນ 2020-2021 ທົ່ວປະເທດ ມີຈໍານວນຄູອາສາສະໝັກ ທັງໝົດ 8.423 ຄົນ (ນັບສະເພາະຜູ້ມີອາຍຸການສິດສອນ 3 ປີຂຶ້ນໄປ) ຕົກມາສົກຮຽນ 2021-2022 ທົ່ວປະເທດ ມີຈໍານວນຄູອາສາສະໝັກທັງໝົດເຫລືອພຽງ 7.693 ຄົນ ແລະ ຜ່ານການປະເມີນການສິດສອນຂອງຄູອາສາສະໝັກຂອງບັນດາແຂວງ, ເມືອງ ແລະ ໂຮງຮຽນ ເຫັນວ່າປະສິດທິພາບໃນການນໍາໃຊ້ຄູອາສາສະໝັກ ແມ່ນຢູ່ໃນລະດັບດີພໍສົມຄວນ ແລະ ສາມາດຮັບຮອງເປັນຄູໄດ້ ຖ້າວ່າມີໂຄຕາ ຫລື ຖ້າວ່າມີລະບົບຄູພາລາກອນ.