ເປັນຕາຍ້ານຂຶ້ນທຸກມື້! ເກີດເຫດຄົນຮ້າຍກໍເຫດລ່ວງລະເມີດຍິງສາວໃນທີ່ສາທາລະນະ

ໃນຕອນເຊົ້າຂອງວັນທີ 4 ຕຸລາ ນີ້ ເກີດເຫດຄົນຮ້າຍກໍເຫດລ່ວງລະເມີດຍິງສາວໃນທີ່ສາທາລະນະ ໂດຍຜູ້ເສຍຫາຍໄດ້ໂພສຜ່ານເຟສບຸກ ຂອງຕົນເອງໂດຍລະບຸວ່າ

ເຕືອນໄພສັງຄົມ ວ່ານັບມື້ນັບປ່າເຖື່ອນ ຢູ່ຍາກອີ່ຫລີ
ຢາກໃຫ້ທຸກຄົນມີສະຕິລະວັງຕົວກັນໃຫ້ຫຼາຍກວ່ານີ້ ຂ້ອຍກະສຸດທີ່ແຕ່ຈະລະວັງແລ້ວ

ເພາະເປັນຊ່ວງທີ່ຈະຮັບໃບປະກາດຄິດຢ້ານກັບເຫດການຫຼາຍໆຢ່າງ ຍັງມີເລື່ອງແບບນີ້ເກີດຂື້ນກັບໂຕເອງ

ຈັ່ງແມ່ນມຶງກ້າຄົນຫຼວງຄົນຫຼາຍຍັງບໍ່ຄິດຢ້ານ ສະຖານທີ່ແບບນີ້ຍັງບໍ່ເວັ້ນ ທີ່ເຫັນໃນວີດີໂອແມ່ນຂ້ອຍໄດ້ໄປຊື້ເຄື່ອງໃນຮ້ານມາແລ້ວກຳລັງຊິບໍລິຈາກຊ່ວຍເຫຼືອໄພນ້ຳຖ້ວມ

ແຕ່ບຸກຄົນນີ້ໄດ້ພະຍາຍາມເຂົ້າມາລວນລາມຂ້ອຍຈາກທາງຫລັງໂດຍທີ່ບໍ່ທັນຕັ້ງໂຕ ດີແຕ່ມັນບໍ່ໄດ້ຖືຂອງມີຄົມມາ ຖ້າມີບໍ່ຢາກຄິດສະພາບໂຕເອງເລີຍ

ຄລິບ1

ຄລິບ2

ທີ່ມາ:

ເຫຼີຶອໃຈແຮງ! ແມ່ໃຈສິຂາດກ່ອນແລ້ວ

ຊວງເຂົ້າໂຮງຮຽນ ວອນສາວຄູເບິ່ງນັກຮຽນຂອງຕົນໃຫ້ດີເດີ້ ແນ່ນອນວ່າເປັນລູກໃຜໆກໍເຈັບຄີຶກັນ

ໂພສຈາກເຟສບຸກ: ທີ່ ອາຫານທະເລ ແລະ ເຄີຶ່ອງດີຶ່ມວ່າ: ໃຈກູຜູ້ເປັນແມ່ນິສິຂາດກ່ອນແລ້ວ

ໂອ້ຍ ອີ່ຕົນເດ້ ລູກ ສາວຄູຄືປອ່ຍໃຫ້ກັດກັນແບບນີ້ ເຮັດຫຍັງຢູ່ .. ເດັກນ້ອຍນະ ກັດບາດ1 ມັນກະໄຫ້ເຈັບພໍແຮງແລ້ວ ລະຄູຊິບໍ່ໄດ້ຍິນສຽງເດັກໄຫ້ເລີຍຫວາ

ສະແດງວ່າຄູບໍ່ໄດ້ຢູ່ເຝົ້າຕິດຕາມເດັກແນວນິນະ ປອ່ຍໃຫ້ເຂົາຢູ່ຕາມລໍາພັງ … ບໍ່ມີຄວາມຮັບຜິດຊອບ ຊິມາລະເຫລີງໃຈກັບເດັກນອ້ຍຊ່ໍານີ້ໄດ້ແນວໃດ ຄວນປັບປຸງດວ່ນເລີຍ ..

ເຫລືອໃຈເດະເນາະ 

ທີ່ມາ

ຊາຍໜຸ່ມໃຊ້ ປື ນ ຍິ ງ ຕົວເອງເສຍຊີວິດຄາລົດຢູ່ບ້ານໂພນພະເນົາເປັນຄົນ ແຂວງສະຫວັນນະເຂດ

ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ແຈ້ງໃຫ້ຮູ້ວ່າ: ຊາຍໜຸ່ມ ອາຍຸ 28 ປີ ໃຊ້ ປື ນ ຍິ ງ ຕົວເອງເສຍຊີວິດຄາລົດຈິບ​ ຟໍຈູນເນີ ໝາຍເລກທະບຽນ ຮຣ 5345 ກໍາແພງນະຄອນ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 2 ຕຸລາ 2022 ທີ່ຜ່ານມານີ້ເປັນປະຊາຊົນຢູ່ບ້ານໂພນສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍໄດ້ມາພັກເຊົາຢູ່ບ້ານໂພນພະເນົາ.

ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ແຈ້ງໃຫ້ຮູ້ຕື່ມວ່າ: ໃນເວລາທີ່ລົງສັນລະສູດ, ລົດຄັນດັ່ງກ່າວ ຍັງຕິດຈັກຢູ່ ແລະ ລົດແມ່ນລັອກປະຕູທາງດ້ານໃນ ແລະ ບໍ່ມີຮ່ອງຮອຍລູກປືນຈາກດ້ານນອກລົດ.

ສ່ວນປະຕູຫຼັງຊ້າຍແມ່ນຫຼານຂອງຜູ້ເສຍຊີວິດເອົາກ້ອນຫີນທຸບເພື່ອເປີດປະຕູ, ຜູ້ເສຍຊີວິດແມ່ນນັ່ງຢູ່ຂ້າງເບາະໜ້າເບື້ອງຄົນຂັບ ຖືກ ປື ນ ຍິ ງ ເຂົ້າຂະໝັບເບື້ອງຂວາທະລຸເບື້ອງຊ້າຍເສຍຊີວິດຄາລົດ, ພົບເຫັນ ປື ນ ສັ້ນ ຊີແຊັດ 75. 9 ມມ 1 ກະບອກ ວາງຢູ່ວ່າງຂາ ມີລູກ ປື ນ ໃນລຳກ້ອງ 1 ນັດ ແລະ ມີລູກ ປື ນ ຢູ່ເບາະນັ່ງເບື້ອງຄົນຂັບ 4 ລູກ ແລະ ເບາະຂ້າງຄົນຂັບ 4 ລູກ ແລະ ຢູ່ໃນຕັບໂລ້ລົດອີກຈໍານວນໜຶ່ງ ແຕ່ຍັງບໍ່ຮູ້ແຮງຈຸງໃຈໃນການໃຊ້ປື ນ ຍິ ງ ຕົວເອງໃນຄັ້ງນີ້.

ຈຸດເກີດເຫດ ແມ່ນຫ່າງຈາກເຮືອນຜູ້ກ່ຽວອາໄສຢູ່ໃນປັດຈຸບັນປະມານ 250-300 ແມັດ.

ທີ່ມາ: ໜັງສືພິມຄວາມສະຫງົບ

ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

ຂໍສະແດງຄວາມຍິນດີກັບ ນ້ອງ ຈັນນາລີ ຈັນທະປັນຍາ ທີ່ຄວ້າ ໃບປະກາດແດງ ພຽງຄົນດຽວ ຢູ່ໃນພາກວິຊາບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ 2022.

ຈັນນາລີ ກ່າວຕໍ່ໜັງສືພິມວຽງຈັນໃຫມ່ວ່າ ຕົນເອງມີຄວາມຝັນ ຢາກເຮັດ ວຽກຢູ່ອົງການລັດ ຫຼື ເອກະຊົນ ບ່ອນທີ່ດີດີ ແລະ ຢາກມີທຸລະກິດ ເປັນຂອງຕົນເອງ ໃນອະນາຄົດ ຈຶ່ງເລືອກຮຽນ ສາຍວິຊານີ້ ແລະ ຈະນໍາເອົາຄວາມຮູ້ທີ່ຮຽນມາ

ໄປສືບຕໍ່ສານຝັນຂອງຕົນເອງ ໃຫ້ເປັນຈິງ ຄືກັບລຸ້ນອ້າຍເອື້ອຍ ທີ່ຈົບໄປກ່ອນໜ້າ

.

Cr ຮູບ: Ly Channaly

ຕາຢ້ານແທ້ ບ້ານເມືອງ ເຫດຖືກຈີ້ເອົາເງິນ 7 ລ້ານ, ຄຳ 3 ບາດ.

ປະມານ 9:00 ໂມງ ຂອງວັນທີ 3 ຕຸລາ 2022 ມີໂຈນ 2 ຄົນ ຂີ່ລົດຈັກ ເອົາ ປື ນ ຈີ້ ເອົາກະເປົ໋າເງິນ ຂອງຜູ້ຍິງຄົນຫນຶ່ງ ຢູ່ທາງເຂົ້າດິນຈັດສັນມາເຕົ້າ ເສັ້ນທາງຕາດມູນ ຫາ ບ້ານໃຫມ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ພ້ອມທັງຍິງ ປື ນໃສ່ອີກ ບາດເຈັບຫນ້ອຍຫນຶ່ງ.

ເຫດຄັ້ງນີ້, ເສຍເງິນ 7 ລ້ານກີບ ແລະ ຄຳ 3 ບາດ ລະມັດລະວັງແດ່ເດິ ພໍ່ແມ່ພີ່ນ້ອງ.

…..