ຂ່າວໜ້າເສົ້າ ນັກຮຽນວິຈານຄູໃນໂຮງຮຽນເລີຍຖືກໄລ່ອອກຈາກໂຮງຮຽນ

ຈາກຜູ້ໃຊ້ເຟສບຸກຄົນໜື່ງໄດ້ໂພສວ່າ ດ່ວນ! ຂະນະນີ້ນັກຮຽນ 2 ຄົນ ຈາກ ມສ ໂພນໄຊ ນະຄອນປາກເຊ ໄດ້ຖືກອາຈານໄລ່ອອກຍ້ອນວ່າ “ບໍ່ເຫັນດີນຳກົດລະບຽບຊົງຜົມ” ຈາກຄຼິບ “ຄູແຫກຜົມນັກຮຽນ” ທີ່ເປັນກະແສເທິງສື່ສັງຄົມອອນລາຍ ຢ່າງ ຕິກຕ້ອກ ໃນ 2-3 ມື້ທີ່ຜ່ານມາ, ຄົນທີ 1 ຖືກໄລ່ອອກພຽງເພາະ “ແຊຣ໌” ໂພສຈາກເພກໜື່ງ ເຊິ່ງເປັນເພກກ່ຽວກັບສັງຄົມການເມືອງ,

ຄົນທີ 2 ຖືກໄລ່ອອກພຽງເພາະຂຽນປ້າຍພ້ອມຂໍ້ຄວາມທີ່ບໍ່ເຫັນດີກັບກົດລະບຽບໄປຕິດຢູ່ກະດານໂຮງຮຽນ, ນອກຈາກການໄລ່ນັກຮຽນອອກ ມສ ໂພນໄຊ ຍັງປະຕິເສດທີ່ຈະມອບຄືນເອກະສານການຮຽນໃຫ້ກັບນັກຮຽນທີ່ຖືກໄລ່ອອກ ໂດຍປະກອບມີໃບຍົກຍ້າຍ ປະຫວັດການຮຽນ ແລະ ອີກຫຼາຍໆ ເອກະສານ,

ຂະນະນີ້ຍັງໄຮ້ການຊີ້ແຈງຈາກທາງໂຮງຮຽນ, ແລະຍັງບໍ່ຮູ້ລາຍລະອຽດທີ່ຊັດເຈນເທື່ອຕ້ອງລໍຖ້າຕິດຕາມກັນຕໍ່ໄປວ່າແມ່ນເລື່ອງຈີງແທ້ຫຼືບໍ່?? ກາງເດືອນກັນຍາ 2022 ທີ່ແຂວງຈຳປາສັກ

ອີກແລ້ວ ຈັບແກ໋ງ “ບ່າວ-ສາວ” ປາຕີ້ຢາແລະກາເຟ

ເຈົ້າຫນ້າທີ່ ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ຈັບຕົວບ່າວຫລໍ່-ສາວງາມ ຈັດປາຕີ້ຢາເສບຕິດ ໄດ້ 11 ຄົນ ຍິງ 5 ຄົນ.

ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ : ໃນວັນທີ 13 ກັນຍາ 2022 ປກສ ເມືອງຄຳເກີດ ໄດ້ລົງປະຕິບັດໜ້າທີ່ ແລະ ລົງກວດກາຕາມສະຖານບັນເທິງຕ່າງໆ ແລະ ໄດ້ຈັບກຸມບັນດານັກດື່ມທີ່ດື່ມເກີນກຳນົດເວລາ ແລະ ມີການມົ່ວສຸມຢາເສບຕິດ ແລະ ຟີວກາເຟ ຈຳນວນ 11 ຄົນ, ໃນນີ້ ຍິງ 5 ຄົນ.

ທັງຫມົດ ເຈົ້າຫນ້າທີ່ນຳຕົວ ໄປສຶກສາອົບຮົມ ແລະ ດຳເນີນຄະດີ.

….

ເຈົ້າໜ້າທີ່ພາສີຂົວມິດຕະພາບ I ກວດພົບພ້ອມຢຶດ ເງິນສົດຈໍານວນ 3,6 ລ້ານບາດ ນໍາເຂົ້າ ສປປ ລາວ

ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນຂົວມິດຕະພາບ I ສຸມໃສ່ການປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດໃນການຕິດຕາມກວດກາພາຫະນະທີ່ເຂົ້າ-ອອກຜ່ານດ່ານຊາຍແດນ, ຊຶ່ງສາມາດກວດພົບເຫັນພ້ອມຢຶດເງິນສົດຈໍານວນ 3,6 ລ້ານບາດ (ສະກຸນເງິນປະເທດໄທ) ທີ່ນຳເຂົ້າ ສປປ ລາວ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ ແລະ ນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.

ອີງຕາມການລາຍງານຂອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າໃນທ້າຍເດືອນສິງຫາ 2022 ຈະມີບຸກຄົນ 02 ຄົນ, ນໍາໃຊ້ພາຫະນະສ່ວນບຸກຄົນເປັນລົດເກັງຫຍີ່ຫໍ້ Mazda, ໝາຍເລກທະບຽນ ຮຍ 8558 ນໍາເງິນສົດ (ສະກຸນເງິນປະເທດໄທ) ເຂົ້າມາໃນສປປ ລາວ, ເມື່ອຊາບຂ່າວຄະນະດ່ານ ແລະ ເຈົ້າໜ້າທີ່ພາສີທີ່ປະຈໍາການຢູ່ຈຸດກວດກາພາຫະນະຂາເຂົ້າ, ໄດ້ຕິດຕາມເປົ້າໝາຍພາຫະນະດັ່ງກ່າວ, ຊຶ່ງພາຍຫຼັງຜູ້ກ່ຽວໄດ້ແຈ້ງເອກະສານນໍາຕໍາຫຼວດ ຕມ ປະຈໍາດ່ານແລ້ວ, ເຈົ້າໜ້າທີ່ພາສີໄດ້ສອບຖາມເຈົ້າຂອງພາຫະນະ ແລະ ໄດ້ຂໍອະນຸຍາດກວດກາຕາມລະບຽບການ.

ຜ່ານການກວດກາຕົວຈິງໄດ້ພົບເຫັນເງິນສົດຈໍານວນ 3.600.000 ບາດ (ສາມລ້ານຫົກແສນບາດສະກຸນເງິນໄທ) ໂດຍຜູ້ນໍາເງິນເຂົ້າມາສ ປປ ລາວ, ໄດ້ຊຸກເຊື່ອງເງິນຈໍານວນ 1.600.000 ບາດຢູ່ໃນກະເປົາ ແລະ ຈໍານວນ 2.000.000 ບາດຊຸກເຊື່ອງຢູ່ໃນຕົນຕົວຂອງຜູ້ກ່ຽວ, ຊຶ່ງເງິນຈໍານວນດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ເຫັນວ່າເປັນການລະະເມີດຕໍ່ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ແລະ ກົດໝາຍອື່ນໆ ແລະ ນິຕິກຳທີ່ກ່ຽວຂ້ອງ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີປະຈໍາດ່ານຈຶ່ງໄດ້ເຮັດບົດບັນທຶກໃຫ້ການ ສະບັບເລກທີ 648/ພສ.ຂມພ1 ແລະ ບົດບັນທຶກຢຶດສິນຄ້າ, ເຄື່ອງຂອງ ສະບັບເລກທີ 05/ພສ.ຂມພ1, ສ່ວນຂອງກາງເງິນສົດ ແລະ ພາຫະນະແມ່ນຝາກໄວ້ນໍາພະແນກສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ເພື່ອຄວາມປອດໄພຂອງຊັບສິນ ແລະ ດຳເນີນການຕາມລະບຽບ.

ສ່ວນຜູ້ທີ່ນໍາເງິນສົດເຂົ້າມາໃນສປປ ລາວ ໄດ້ເຮັດບົດບັນທຶກມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ຕມ ປະຈໍາດ່ານດໍາເນີນການຕາມພາລະບົດບາດ ແລະ ປະຕິບັດຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ຢຶດລົດ TOYOTA FOTUNER ລົບໜີພາສີ

ຊົມເຊີຍ! ເຈົ້າໜ້າທີ່ພາສີ ປະຈຳແຂວງໄຊຍະບູລີ ໂດຍສະເພາະເຈົ້າໜ້າທີ່ພາສີຂະແໜງ ພສປ ປະຈຳຈຸດແກ້ງສາວ ເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ອອກກວດກາເຄື່ອນໄຫວວຽກງານຕາມພາລະບົດບາດ, ຄວາມຮັບຜິດຊອບ, ພ້ອມທັງຕິດຕາມແຫຼ່ງຂ່າວຕາມເສັ້ນທາງເມືອງປາກລາຍ ຫາ ເມືອງທົ່ງມີໄຊ ແຂວງໄຊຍະບູລີ, ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງ, ພົບເຫັນລົດ TOYOTA FOTUNER ຊຸກເຊື່ອງໄວ້ໃນສາງໂຮງງານໝາກເດືອຍເກົ່າຢູ່ເຂດບ້ານໃໝ່ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ຕາມການລາຍງານເບື້ອງຕົ້ນຂອງພາສີ ປະຈຳແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2022 ຜ່ານມານີ້, ເວລາ 20:30 ໂມງ, ພາສີ ປະຈໍາແຂວງໄຊຍະບູລີ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການລັກລອບນໍາເຂົ້າພາຫະນະ ເຂດຊາຍແດນປະເທດໃກ້ຄຽງບໍລິເວນເມືອງທົ່ງມີໄຊ ແຂວງໄຊຍະບູລີ.

ດັ່ງນັ້ນ, ຈຶ່ງໄດ້ອອກສົມທົບກັບເຈົ້າໜ້າທີ່ພາສີຂະແໜງ ພສປ ປະຈຳຈຸດແກ້ງສາວ ເມືອງປາກລາຍ ແຂວງໄຊຍະບູລີ, ໄດ້ອອກກວດກາເຄື່ອນໄຫວວຽກງານຕາມພາລະບົດບາດ, ຄວາມຮັບຜິດຊອບ, ພ້ອມທັງຕິດຕາມແຫຼ່ງຂ່າວຕາມ ເສັ້ນທາງເມືອງ ປາກລາຍ ຫາ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ, ໄດ້ພົບເຫັນພາຫະນະ 1 ຄັນ (ປະເພດລົດຈິບ, ຫຍີ່ຫໍ້ TOYO TA FOTUNER, ສີຂາວ, ປີຜະລິດ 2020, ຄວາມແຮງ 2400cc, ເລກຈັກ 2GDC791120, ເລກຖັງ MROAB3GS30558681) ຊຶ່ງກໍາລັງມີການປ່ຽນພວງມະໄລຈາກຂວາ ຫາ ຊ້າຍ.

ໃນການປະຕິບັດໜ້າທີ່ວິຊາສະເພາະຄັ້ງນີ້, ເຈົ້າໜ້າທີ່ພາສີໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 156 ແລະ ອຳນາດການປົກຄອງເມືອງທົ່ງມີໄຊ, ເຂົ້າທຳການກວດກາ, ພົບເຫັນພາຫະນະດັ່ງກ່າວ, ຈຶ່ງໄດ້ຂໍອະນຸຍາດກວດກາເອກະ ສານຂອງພາຫະນະບໍ່ພົບເອກະສານຫຼັກຖານອ້າງອີງ. ດັ່ງນັ້ນ,ຈຶ່ງໄດ້ຢຶດພາຫະນະຄັນດັ່ງກ່າວໄວ້ເປັນຂອງກາງ, ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ. ສ່ວນລາຍລະອຽດກ່ຽວກັບການຢຶດພາຫະນະດັ່ງກ່າວທາງທີມຂ່າວສານການເງິນຈະໄດ້ລາຍງານນໍາສະເໜີເພີ່ມເຕີມຕາມພາຍຫຼັງ.

ສປປ ລາວ ແລະ ສປ ຈີນ ບັນລຸຂໍ້ຕົກລົງ ວ່າດ້ວຍ ການຊຳລະສະສາງເປັນເງິນຢວນ.

ເພື່ອເປັນການອຳນວຍຄວາມສະດວກໃນການຊຳລະເງິນລະຫວ່າງປະເທດ ແລະ ສົ່ງເສີມວຽກງານດ້ານການຄ້າ ການລົງທຶນຂອງທັງ ສປປ ລາວ ແລະ ສປ ຈີນ ທັງສອງປະເທດຈຶ່ງໄດ້ຮ່ວມກັນ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງເປັນເງິນຢວນ ຮ່ວມກັບ ທະນາຄານປະຊາຊົນຈີນ.

ເມື່ອບໍ່ດົນມານີ້ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ອີ້ ກັງ, ຜູ້ວ່າການ ທະນາຄານປະຊາຊົນຈີນ ໄດ້ສໍາເລັດການລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານ ຊໍາລະສະສາງເງິນຢວນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ ໃນຮູບແບບຈົດໝາຍວຽນ.

ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ຈະເປັນຈຸດໝາຍສໍາຄັນໃຫ້ແກ່ການຮ່ວມມືໃນວຽກງານບໍລິການດ້ານການເງິນລະຫວ່າງ ສປປ ລາວ-ສປ ຈີນ ໂດຍສະເພາະແມ່ນການຄຸ້ມຄອງລະບົບການຊຳລະຂ້າມແດນ ສປປ ລາວ-ສປ ຈີນ ເຮັດໃຫ້ການຊຳລະຂ້າມແດນລະຫວ່າງສອງປະເທດ ໄດ້ຮັບການຕິດຕາມ, ເກັບກຳ ແລະ ສັງລວມຂໍ້ມູນ ໄດ້ຢ່າງລວມສູນ ພ້ອມທັງເປັນການຊ່ວຍຊຸກຍູ້ສົ່ງເສີມໃຫ້ບັນດາວິສາຫະກິດ ແລະ ສະຖາບັນການເງິນຂອງທັງສອງປະເທດນໍາໃຊ້ສະກຸນເງິນຢວນ ເຂົ້າໃນການດໍາເນີນທຸລະກໍາຂ້າມແດນ ສປປ ລາວ-ສປ ຈີນ ແລະ ຊຸກຍູ້ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນສອງຝ່າຍໃນຕໍ່ໜ້າ

ທີ່ມາ : ວຽງຈັນທາຍ

ໄລຍະ​ 6​ ປີຜ່ານມາ ສປປ ລາວ ສາມາດລົບລ້າງຄວາມທຸກຍາກໄດ້ ເກືອບ 14.000 ຄອບຄົວ

ນັບແຕ່ 2016-2021 ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະ ບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ສາມາດຍາດໄດ້ຜົນສໍາເລັດໃຫ່ຍຫລວງ ແລະສໍາຄັນຫລາຍດ້ານ ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ ແລະເປັນລະບົບຕໍ່ເນື່ອງ.

ທ່ານ ທອງສະລິດ ມັງໜໍ່ເມກ, ຫົວໜ້າຫ້ອງວ່າການສູນກາງພັກ ຍົກໃຫ້ເຫັນຕໍ່ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ 2016-2021 ແລະທິດທາງຮອດປີ 2025 ຈັດຂື້ນລະຫວ່າງວັນທີ 14 ຫາ 15 ກັນຍານີ້, ທີ່ຫ້ອງວ່າການສູນກາງພັກວ່າ: ສູນກາງພັກ, ລັດຖະບານ ແລະອຳນາດການປົກຄອງທຸກຂັ້ນໃນຂອບເຂດທົ່ວປະເທດໄດ້ສຸມໃສ່ນໍາພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງຢ່າງຕໍ່ເນື່ອງ, ນັບແຕ່ຂັ້ນສູນກາງ, ຂັ້ນທ້ອງຖີ່ນ ກໍຄືຂະແໜງການອ້ອມຂ້າງແຂວງ, ເມືອງໄດ້ຫັນເປັນແຜນວຽກ, ຫັນພະນັກງານ ແລະງົບປະມານລົງສູ່ຮາກຖານບ້ານ ແລະ ຈຸດສຸມກຸ່ມບ້ານດ້ວຍການສ້າງບາດກ້າວບຸກທະລຸ ໂດຍເລັ່ງໃສ່ເຂດຊົນນະບົດພູດອຍຫ່າງໄກສອກຫລີກ ເຮັດໃຫ້ລະບົບການເມືອງຂັ້ນຮາກຖານມີຄວາມໜັກແໜ້ນ, ເຂັ້ມແຂງ ແລະເຕີບໃຫ່ຍຂະຫຍາຍຕົວທາງດ້ານປະລິມານ ແລະຄຸນນະພາບ.

ປັດຈຸບັນຄອບຄົວທຸກຍາກໃນທົ່ວປະເທດໄດ້ຫລຸດລົງເກືອບ 14.000 ຄອບຄົວ, ຈາກຈໍານວນ 76.000 ຄອບຄົວປີ 2016 ຍັງເຫຼືອ 62.384 ຄອບຄົວ ກວມເອົາ 5,16 ສ່ວນຮ້ອຍຂອງຄອບຄົວທັງໝົດໃນທົ່ວປະເທດ ແລະ ສາມາດລົບລ້າງບ້ານທຸກຍາກໄດ້ 265 ບ້ານ, ຈາກ 1.689 ບ້ານໃນປີ 2016 ຍັງເຫລືອ 1.424 ບ້ານເທົ່າກັບ 16,87 ສ່ວນຮ້ອຍ, ສ້າງບ້ານພັດທະນາໄດ້ 420 ບ້ານ ລວມເປັນ 4.305 ບ້ານ ແລະ ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດຈາກ 28 ບ້ານໃນປີ 2016 ລວມເປັນ 66 ບ້ານ, ສ່ວນວຽກງານ 3 ສ້າງ ພາຍຫຼັງກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 25/ກມສພ ລົງວັນທີ 22 ທັນວາ2014, ກະຊວງພາຍໃນໄດ້ອອກຄຳສັ່ງແນະນຳເລກທີ 05/ພນ, ລົງວັນທີ 31 ທັນວາ 2019,

ກ່ຽວກັບປະເມີນຜົນສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ບ້ານເປັນຫົວໜ່ວຍພັດທະນາ ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ຂະບວນການປະເມີນວຽກງານ 3ສ້າງ ແລະສະຫຼຸບຕີລາຄາການຈັດຕັ້ງວຽກງານໄລຍະຜ່ານມາ ພ້ອມທັງຖອດຖອນບົດຮຽນຮ່ວມກັນລະຫວ່າງແຂວງໃກ້ຄຽງ ມີເນື້ອໃນເລິກເຊິ່ງສົມຄວນ. ກົງຈັກການຈັດຕັ້ງນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນໄດ້ຮັບການປັບປຸງ ຕິດພັນກັບການແບ່ງຄວາມຮັບຜິດຊອບແບ່ງຂັ້ນຄຸ້ມຄອງໃຫ້ແຂວງ, ເມືອງ ແລະບ້ານ, ຄະນະພັກແຂວງ, ເມືອງໄດ້ສຸມໃສ່ຈັດກອງປະຊຸມສະຫຼຸບຕີລາ ຄາຖອດຖອນບົດຮຽນດ້ານດີ,

ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໂດຍສະເພາະບັນດາເມືອງເປົ້າໝາຍເຮັດທົດລອງວຽກງານ 3 ສ້າງ ໃນ 51 ເມືອງ 109 ບ້ານ, ພາຍຫຼັງສຳເລັດການເຮັດທົດລອງວຽກງານ 3 ສ້າງ ລັດຖະບານໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງເຂົ້າສູ່ລວງເລິກ ໂດຍການຫັນວຽກດັ່ງກ່າວ ໃຫ້ເປັນວຽກປົກກະຕິຂອງລັດຖະບານ ແລະມອບໃຫ້ກະຊວງພາຍໃນເປັນຜູ້ປະສານງານ, ຊຸກຍູ້, ຕິດຕາມ, ກວດກາ, ພ້ອມກັນນັ້ນບັນດາກະຊວງ,ອົງການທຽບເທົ່າ ແມ່ນໄດ້ເອົາໃຈໃສ່ ເປັນເຈົ້າໃນການແບ່ງຂັ້ນຄຸ້ມຄອງຂອງຂະ ແໜງການຕົນຖືກກັບທິດ 3 ສ້າງ ໂດຍໄດ້ມີການປັບປຸງຄືນພາລະບົດບາດ, ໜ້າທີ່ ແລະສິດ ພ້ອມທັງອອກຂໍ້ຕົກລົງ,ຂໍ້ກຳນົດລວມ ທັງເຮັດບົດບັນທຶກແບ່ງສິດ, ໜ້າທີ່, ຄວາມຮັບຜິດ ຊອບ ແລະຜົນປະໂຫຍດໃຫ້ແກ່ທ້ອງຖິ່ນ

ເພື່ອສືບຕໍ່ຄຸ້ມຄອງວຽກງານຕ່າງໆ ຂອງຂະແໜງການຕົນຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມຮັບຜິດຊອບຫຼາຍຂຶ້ນ ແລະໄດ້ວາງຄາດໝາຍສູ້ຊົນຮອດປີ 2020 ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໃຫ້ໄດ້ 5-10 ແຂວງ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໃຫ້ໄດ້ 2-5 ເມືອງຕໍ່ແຂວງແລະສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ 2/3 ຂອງຈຳນວນບ້ານໃນແຕ່ລະເມືອງ,

ດັ່ງນັ້ນ, ເພື່ອເປັນການປະເມີນ, ຕີລາຄາກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ກະຊວງພາຍໃນ ຈຶ່ງໄດ້ອອກຄຳແນະນໍາ ເລກທີ 05/ພນ ກ່ຽວກັບການປະເມີນຜົນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ,ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະໄດ້ດຳເນີນການປະເມີນສຳເລັດທົ່ວປະເທດ ໃນຕົ້ນປີ 2020. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມາຮອດປັດຈຸບັນສາມາດສ້າງແຂວງເປັນຫົວໜ່ວຍຍຸດທະສາດ ມີ 1 ນະຄອນຫຼວງ, 2 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ບັນລຸການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ມີ 3 ນະຄອນ, 16 ເມືອງ ; ບັນລຸການສ້າງບ້ານເປັນຫົວໜ່ວຍພັດທະນາ ມີ 3.038 ບ້ານ.

ໂດຍ: ຈັນທະສອນ ສີຫານາດ