ເຈົ້າຂອງເຮືອນ ຊີ້ແຈງ ຕຳຫລວດກວດຄົ້ນເຮືອນ ພົບຊັບສິນຈຳນວນຫລວງຫລາຍ.

ຈາກກໍລະນີ ເຈົ້າຫນ້າທີ່ກວດເຮືອນຫລັງຫນຶ່ງພາຍໃນແຂວງຫລວງນໍ້າທາພົບຊັບສິນຈຳນວນຫລວງຫລາຍ ແລະ ເປັນຂ່າວດັງໃນສັງຄົມອອນລາຍ.

ຕໍ່ກັບບັນຫາດັ່ງກ່າວ ມີຜູ້ໃຊ້ບັນຊີເຟສບຸກ ຊື່ນາງ ບົວຈັນ ອິນທະວີ ຄ້ອມເມັ້ນວ່າ: ບໍ່ໄດ້ເຮັດແນວຜິດກົດຫມາຍຫຍັງດອກແອດເອີຍບໍ່ຮູ້ກໍຮ່າວລົງນໍ ເຮົາຮູ້ລ່ວງຫນ້າ 3 ວັນແລ້ວມີລາຍຊື່ຖືກກວດສອບແຕ່ເຮົາບໍລິສຸດໃຈເງິນບໍ່ແມ່ນມີແຕ່ມື້ 1 ຍາມດຽວວຕອນເປັນຮອງເຈົ້າແຂວງດອກລາວຫາເງິນແຕ່ 1997, ມີຮ້ານຂາຍຢາ,ບ້ານພັກ, ເຮືອນຫລາຍຫລັງໃຫ້ເພີ່ນເຊົ່າ;

ລູກເຂີຍລາວລວຍກໍເປັນນັກທຸລະກິດຈີນຖ້າກິນບ້ານເມືອງ ເງິນບໍ່ໄວ້ເຮືອນດອກພຽງກວດສອບທີ່ມາຍັງບໍ່ມີຄຳຕັດສີນວ່າຜິດແທ້ຫລື ບໍ່ຜິດຍັງບໍ່ຮູ້ຢ່າຟ້າວຕັດສີນກັນເທື່ອ, ນີ້ກໍແມ່ນກ່າວອ້າງຂອງບຸກຄົນທີ່ຖືກກ່າວຫາ.

ເຊື່ອແນ່ວ່າການປະຕິບັດຫນ້າທີ່ຄັ້ງນີ້, ເຈົ້າຫນ້າທີ່ຕ້ອງມີຫລັກຖານແຫນ້ນ ແລະ ຮັດກຸມ, ບໍ່ດັ່ງນັ້ນ ອາດຖືກຟ້ອງກັບກໍເປັນໄດ້.

Cr: ບົວຈັນ ອິນທະວີ

ພະຍຸຖະຫລົ່ມ ໜັກ ແຂວງອຸດົມໄຊ

ຕອນເຊົ້າ​ວັນທີ​ 26​ ສິງຫາ​ 2022​ ເນື່ອງຈາກວ່າຝົນໜັກຕໍ່ເນື່ອງ 5-6​ ຊົ່ວ​ໂມງ​ຕໍ່​ກັນ​ມາຮອດປັດຈຸບັນ ເມືອງໄຊ​ ແຂວງອຸດົມໄຊ​

ແຖວບ້ານຫລັກ 4, ບ້ານປ່າສັກ ແລະ​ ເຂດບ້ານອື່ນໃນເທດສະບານມີນ້ຳໜອງຕົກຄ້າງ ແລະ​ ມີດິນສະໄລ,​ ດິນເຈື່ອນບາງເຂດ.

ສະນັ້ນ​ໃຫ້ພໍ່ແມ່ພີ່ນ້ອງ​ຊາວເມືອງໄຊ​ ຫລື ພໍ່ແມ່ປະຊາຊົນທີ່ຢູ່ແຄມແມ່ນ້ຳ ແລະ​ ຕີນພູ

ຈົ່ງມີສະຕີລະວັງຕົວ​ ແລະ​ ຂອບເຂດ​ໃດເກີດມີໄພນ້ຳຖ້ວມ ແລະ​ ດິນເຈື່ອນໃຫ້ສົ່ງທາງຄອມເມັນເພື່ອສົ່ງຂ່າວໃຫ້ກັນເດີ້.

ໂຊກດີ ກວ່າຖືກເລກ ພາແຟນໄປກິນຊີ້ນດາດ ໄດ້ໄຂ່ມຸກລາຄາຫຼັກລ້ານບາດ ໃນຫວຍ

ໂຊກດີ ກວ່າຖືກເລກ ຫຼັງພາແຟນໄປກິນຊີ້ນດາດ ໄດ້ໄຂ່ມຸກລາຄາຫຼັກລ້ານບາດ


ວັນທີ 24 .8.2022 ໜຸ່ມພາແຟນໄປກິນຊີ້ນດາດຢູ່ຮ້ານອາຫານທະເລແຫ່ງໜຶ່ງ ຢູ່ຈັງຫວັດຊຽງລາຍ

ເພື່ອສະຫຼອງວັນເກີດ ໄດ້ກິນຫອຍ ກັດຖືກສິ່ງແຂງໆ ຄິດວ່າກ້ອນຫີນ ແຕ່ພໍເອົາໄປກວດສອບ

ປະກົດວ່າເປັນມຸກເມໂລ ເຊິ່ງເປັນໄຂ່ມຸກລາຄາແພງທີ່ຂາຍກັນຢູ່ຫຼັກລ້ານບາດ

ຖືກຄຸກ ຍ້ອນເກັບເງິນຫວຍ ” ແທນແຟນ “.

ໃນວັນທີ 16 ສິງຫາ 2022 ສານນະຄອນຫລວງວຽງຈັນ ຕັດສິນ ທ້າວ ຟາມຫິວຮຸຍ ອາຍຸ 34 ປີ ສັນຊາດຫວຽດນາມ
ພັກເຊົາຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ຈໍາຄຸກ 2 ປີ 2 ເດືອນ,ໃນ ສະຖານສໍ້ໂກງຊັບ(ເກັບເງິນຫວຍໃຫ້ແຟນ ).

ນາງ ເລທິໝີເຟືອງ ໄດ້ເຂົ້າມາປະເທດລາວ ແລະ ຄົບກັບ ທ້າວ ຟາມຫີວຮຸຍ;

ຕໍ່ມາໃນປີ 2019 ນາງ ເລທິໝີເຟືອງ ( ແມ່ຫວຍ ) ໄດ້ຕັ້ງຫວຍຂຶ້ນ 2 ສາຍ ຄືສາຍທີ 1:ມີລູກຫວຍຈໍານວນ 10 ມື ມູນຄ່າ 60 ລ້ານກີບ, ພໍຮອດນາງ ຫງຽນທິລານຢຸງ ( ລູກຫວຍ )ເປຍ ແຕ່ແມ່ຫວຍ ຈ່າຍເງິນໃຫ້ ພຽງແຕ່ 42 ລ້ານກີບ, ສ່ວນທີ່ເຫຼືອແມ່ນແມ່ຕິດຫນີ້ 18 ລ້ານກີບ.

ສ່ວນຫວຍສາຍທີ 2 ມີລູກຫວຍຫຼິ້ນນຳກັນ 8 ມື ມູນຄ່າ 72 ຈລ້ານກີບ ກໍານົດເວລາ 240 ວັນ,ຈ່າຍມື້ລະ 3 ແສນກີບ; ມາຮອດມື ນາງ ຫງຽນທິລານຢຸງ ເອົາຫວຍ ຕ້ອງໄດ້ເງິນທັງໝົດ 82 ລ້ານ 5 ແສນ ກີບ ແຕ່ແມ່ຫວຍຈ່າຍໃຫ້ພຽງແຕ່ 31 ລ້ານ 2 ແສນກີບ ( ນາງ ຫງຽນທິລານຢຸງ ບໍ່ຈ່າຍ ໃຫ້ແມ່ຫວຍຄົບ ເພາະໄປຫັກເງິນ 18 ລ້ານກີບ ທີ່ແມ່ຫວຍ ຕິດຫນີ້ໃນສາຍ ທີ 1 ກ່ອນຫນ້ານັ້ນ ) .

ເຊິ່ງຫວຍສາຍທີ 2 ບາງຄັ້ງທ້າວ ຟາມຫີວຮຸຍ ເປັນຄົນໄປເກັບເງິນນຳ ນາງ ຫງຽນທິລານຢຸງ ແທນນາງ ເລທິໝີເຟືອງ ( ແຟນ )ຈຳນວນ 69 ມື້, ມື້ລະ 3 ແສນກີບລວມ ເປັນເງິນ 20 ລ້ານ 7 ແສນກີບ,ພາຍຫລັງເກັບເງິນໄດ້ແລ້ວກໍເອົາມາ ໃຫ້ແຟນ;

ໃນເວລາຕໍ່ມາ ນາງ ຫງຽນທິລານຢຸງ ເປຍຫວຍ ແມ່ຫວຍ ບໍ່ຈ່າຍເງິນໃຫ້ຄົບ ໂດຍອ້າງ ຜູ້ກ່ຽວຍັງຄ້າງເງິນຫວຍສາຍທີ 2 ; ປັດຈຸບັນ ນາງ ເລທິໝີເຟືອງ ໄດ້ເອົາຕົວຫຼົບໜີ.

ພາຍຫລັງຖືກສານຕັດສິນຈຳຄຸກແລ້ວ ແຟນຫນຸ່ມຍັງຕ້ອງຈ່າຍເງິນໃຫ້ແກ່ໂຈດທາງແພ່ງຈໍານວນ 20 ລ້ານ 7 ແສນ ກີບ ທີ່ຕົນໄປເກັບເງິນແທນແຟນສາວ.

ຂ່າວ: ຫນັງສືພິມຄວາມສະຫງົບ

ທ່ານຮູ້ຫຼືບໍ່ວ່າ ແຂວງທີ່ມີ ການກິນປາໜ້ອຍທີ່ສຸດ ຢູ່ ສປປ ລາວ

ອາທິດໜຶ່ງ ທ່ານ… ກິນປາ ຈັກເທື່ອ ??
ທ່ານຮູ້ຫຼືບໍ່ວ່າ ແຂວງທີ່ມີ ການກິນປາໜ້ອຍທີ່ສຸດ ຢູ່ ສປປ ລາວ

ແມ່ນ ຜົ້ງສາລີ ບໍ່ແກ້ວ ຫົວພັນ ແລະ ແຂວງທີ່ກິນປາຫຼາຍທີ່ສຸດ ແມ່ນ ຈໍາປາສັກ, ສາລະວັນ ແລະ ສະຫວັນນະເຂດ, ຕາມລໍາດັບ !!!

ຂໍ້ມູນ: ກົມປະມົງ

ຈັບພໍ່-ແມ່ເລົ້າ ຫຼອກລວງຍິງສາວມາຂາຍບໍລິການ

ໃນວັນທີ 25 ກໍລະກົດ 2022 ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ຈັບຜົວ-ເມຍ ທີ່ເປັນພໍ່ເລົ້າ-ແມ່ເລົ້າ ຫຼອກລວງ ຍິງມາຂາຍບໍລິການ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໄດ້ຈັບຕົວ ນາງ ດວງຈັນ ອາຍຸ 44 ປີ ແລະ ທ້າວ ບຸນ ອາຍຸ 53 ປີ ຜົວ-ເມຍ ຢູ່ບ້ານ ນາໂອ ເມືອງແປກ ທີ່ຫຼອກລວງຍິງສາວ ມາຂາຍບໍລິການທາງເພດ.

ຜູ້ກ່ຽວສາລະພາບວ່າ: ໄດ້ມີຜູ້ຮ່ວມຂະບວນການຢູ່ ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຕິດຕໍ່ມາຫາວ່າ ມີຍິງສາວ 4 ຄົນ ຕ້ອງການຢາກເຮັດວຽກ, ຈາກນັ້ນ, ກໍໄດ້ຕົກລົງກັນ ໂດຍ ນາງ ດວງຈັນ ອ້າງວ່າ ຈະໃຫ້ເງິນ 1.000.000 ກີບຕໍ່ເດືອນ,

ພ້ອມທັງຈ່າຍຄ່າເດີນທາງໃຫ້ທັງໝົດ, ຕໍ່ມາຜູ້ຮ່ວມຂະບວນການ ມາສົ່ງຢູ່ທີ່ເມືອງພູກູດ ແຂວງຊຽງຂວາງ ພາຍຫຼັງຮັບມາແລ້ວກໍເອົາມາຢູ່ຮ້ານຂາຍເບຍ ໂດຍບຫງ ຄັບໃຫ້ຂາຍບໍລິການທາງເພດ ແຕ່ຍິງສາວບໍ່ຍອມ.

ຂ່າວ: ປກສ ແຂວງຊຽງຂວາງ

ເປັນແນວໃດນໍ… ຂ່າວຄາວເຈ້ທິບ “ບໍ່ໄດ້ໂກງ, ບໍ່ໄດ້ໜີແຕ່ໄປຕັ້ງຫຼັກ” ສະຫຼຸບເປັນຈັ່ງໃດແທ້? ຄະດີດຳເນີນຮອດໃສແລ້ວ

ເປັນແນວໃດນໍ… ຂ່າວຄາວເຈ້ທິບ “ບໍ່ໄດ້ໂກງ, ບໍ່ໄດ້ໜີແຕ່ໄປຕັ້ງຫຼັກ”
ສະຫຼຸບເປັນຈັ່ງໃດແທ້? ຄະດີດຳເນີນຮອດໃສແລ້ວ!

ຫຼັງຈາກໄດ້ສົ່ງໂຕ “ເຈ້ທິບ ແລະ ສາມີ” ໃຫ້ກັບເຈົ້າໜ້າທີ່ລາວດຳເນີນຄະດີຕໍ່ ໃນວັນທີ 31/07/2022 ທີ່ຜ່ານມາ.
ກໍບໍ່ມີໃຜຮູ້ເລີຍວ່າເລື່ອງທີ່ ເຈ້ທິບ ໃຫ້ສຳພາດກັບສື່:

ຖືກແອັດມິນໂກງ

ບໍ່ໄດ້ໂກງເງິນ ລູກຫວຍ

ເງິນຈຳນວນນັ້ນບໍ່ແມ່ນຄວາມຈິງ ຕົນເອງຖືກໃສ່ຮ້າຍ


ແຕ່ຝ່າຍຜູ້ອ້າງວ່າເສຍຫາຍກໍໄດ້ອອກມາສະແດງຫຼັກຖານຕ່າງໆນາໆ ຕອນນີ້ເຊື່ອວ່າຫຼາຍຄົນຢາກຮູ້
ເລື່ອງນີ້! ຕອນນີ້! ດຳເນີນຮອດໃສແລ້ວ?

ຖ້າກໍລະນີເປັນຄວາມຈິງ ຄະດີແບບນີ້ຕ້ອງຖືກໃສ່ໂທດປະມານໃດ?

ປັບຂຶ້ນລາຄານໍ້າມັນກາຊວນ 200 ກີບ/ລິດ ສ່ວນນໍ້າມັນຊະນິດອື່ນຈຶ້ງລາຄາເກົ່າ

ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ອີງຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ລົງວັນທີ 24 ສິງຫາ 2022

ວ່າດ້ວຍການປະກາດປ່ຽນແປງລາຄານ້ຳມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 25 ສິງຫາ 2022 ເວລາ 6 ໂມງເຊົ້າເປັນຕົ້ນໄປ.

ຮູບ: ລາວພັດທະນາ

ດ່ວນໆ!!! ຍຸບເລີກມູນນິທິອາສາຊ່ວຍເຫລືອຜູ້ປະສົບໄພແຂວງສະຫວັນນະເຂດ ຍ້ອນເຄື່ອນໄຫວລະເມີດລະບຽບການ

ມູນນິທິອາສາຊ່ວຍເຫລືອຜູ້ປະສົບໄພແຂວງສະຫວັນນະເຂດຍ້ອນເຄື່ອນໄຫວລະເມີດລະບຽບການ ມູນນິທິ ອາສາຊ່ວຍເຫລືອຜູ້ປະສົບໄພ ແຂວງສະຫວັນນະເຂດ ໜ່ວຍງານມີການລະເມີດກົດລະບຽບ ໂດຍມີການຮຽກຮ້ອງເອົາຜົນປະໂຫຍດຕອບແທນຫລາຍຄັ້ງ, ແຈ້ງການ:ພະແນກພາຍໃນແຂວງເລກທີ75/ພນຂ ລົງວັນທີ17/8/2022

ເລື່ອງ:ການຍຸບເລິກມູນນິທິອາສາຊ່ວຍເຫລື່ອຜູ້ປະສົບໄພແຂວງສະຫວັນນະເຂດ, ສັ່ງຍຸບມູນນິທິ “ຍ້ອນຮຽກເກັບເງິນ”. ພະແນກພາຍໃນແຂວງສະຫວັນນະເຂດ ສັ່ງຍຸບມູນນິທິ ອາສາຊ່ວຍເຫລືອ ຜູ້ປະສົບໄພ ແຂວງສະຫວັນນະເຂດ ຍ້ອນລະເມີດກົດລະບຽບ, ພາຍຫລັງຊ່ວຍເຫລືອແລ້ວ ຍັງຮຽກຮ້ອງເອົາເງິນນຳຍາດພີ່ນ້ອງຜູ້ປະພົບໄພ.

ທີ່ຜ່ານມາ ອົງການຈັດຕັ້ງຂັ້ນແຂວງ ໄດ້ເຊີນເອົາຄິນະບໍລິຫານມູນນີທີມາສຶກສາອົບຮົມ ແລະ ກ່າວເຕືອນ ຫລາຍຄັ້ງແຕ່ກໍຍັງຝ່າຝືນ, ສະນັ້ນ ໃາເມື່ອມູນນິທິບໍ່ຈິງໃຊ່ວຍເຫລືອ ສັງຄົມຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ໃນເບື້ອງຕົ້ນ ຈິ່ງສັ່ງຍຸບ.

ຂໍ້ຕົກລົງເຈົ້າແຂວງ ແລະ ແຈ້ງການພະແນກພາຍໃນແຂວງ ວ່າດ້ວຍການຍຸບເລີກ ມູນນິທິ ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ພະແນກພາຍໃນ ຂໍແຈ້ງມາຍັງທ່ານຊາບວ່າ:

1. ການເຄື່ອນໄຫວຂອງ ມູນນິທິ ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ບໍ່ສອດຄ່ອງຕາມດຳລັດມູນນິທິ ສະບັບເລກທີ 149/ນຍ, ລົງວັນທີ 19 ພຶດສະພາ 2011;

2. ມີການລະເມີດບັນດາລະບຽບກົດໝາຍທີ່ວາງອອກເຊັ່ນ: ພາຍຫຼັງຊ່ວຍເຫຼືອຜູ້ປະສົບໄພແລ້ວ ມູນນິທິແມ່່ນຮຽກຮ້ອງເອົາຜົນປະໂຫຍດຕອບແທນ (ເງິນ) ຊຶ່ງເຫັນວ່າຜິດຕໍ່ລະບຽບການກຳນົດ;

3. ທາງຄະນະຄຸ້ມຄອງວຽກອົງການຈັດຕັ້ງທາງສັງຄົມຂັ້ນແຂວງ ໄດ້ເຊີນມູນນິທິມາກ່າວເຕືອນ, ສຶກສາອົບຮົມຫຼາຍຄັ້ງແຕ່ມູນນິທິກໍ່ຍັງຝ່າຝືນ ສິບຕໍ່ລະເມີດກົດລະບຽບຂອງຕົນ ແລະ ກົດໝາຍຂອງລັດ ສະນັ້ນ, ໃນເມື່ອມູນນິທິບໍ່ຈິງໃຈຊ່ວຍເຫຼືອສັງຄົມຕາມຈຸດປະສົງ ແລະ ເປົ້າໝາຍຂອງມູນນິທິເອງທີ່ວາງໄວ້ໃນເບື້ອງຕົ້ນຈຶ່ງເຮັດໃຫ້ບໍ່ສາມາດເຄື່ອນໄຫວຕໍ່ໄປໄດ້.

ສະນັ້ນ, ບັນດາພະແນກການ ກົມກອງອ້ອມຂ້າງແຂວງ, ບັນດາຫ້ອງການພາຍໃນ 14 ເມືອງ, 01 ນະຄອນ ຈົ່ງຮັບຮູ້ ແລະ ລາຍງານຕໍ່ການນຳເມືອງ ແຈ້ງການໃຫ້ສັງຄົມຮັບຊາບ ຖ້າຫາກເຫັນວ່າ ມູນນິທິດັ່ງກ່າວຍັງອອກເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພ ຫຼື ລະດົມວັດຖຸປັດໃຈນຳພາກສ່ວນຕ່າງໆ ແມ່ນມູນນິທິຈົງໃຈຕົວະຢົວະຫຼອກລວງປະຊາຊົນ ເພາະໃນນາມມູນນິທິແມ່ນບໍ່ມີສິດເຄື່ອນໄຫວແລ້ວ.

….

$one particular Down payment Online casino Usa ᐈ Ideal Low First deposit On line casinos 2022

Content

It’utes called Zodiac On line casino NZ, therefore’erinarians favoured on competitors for on the web video poker machines. Zodiac features 60 cost-free moves if you want to different individuals to the main $one post. Read More “$one particular Down payment Online casino Usa ᐈ Ideal Low First deposit On line casinos 2022”