ທົ່ວປະເທດມີຜູ້ທີ່ມີໃບຂັບຂີ່ພຽງ 11% ຂອງຈໍານວນປະຊາກອນໃນທົ່ວປະເທດ

ຈາກບົດລາຍງານ ຂອງພະແນກຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊີ້ໃຫ້ຮູ້ວ່າ ທົ່ວປະເທດ ມີຜູ້ທີ່ມີໃບຂັບຂີ່ ທັງໝົດ ຮອດປີ 2021 ພຽງແຕ່ 838.717 ຄົນ ຄິດເປັນ 11% ຂອງຈໍານວນປະຊາກອນ ໃນທົ່ວປະເທດ (7.2 ລ້ານ).

ໃນນັ້ນ ໃບຂັບຂີ່ ທີ່ເປັນລົດຈັກ ກວມເອົາ 48%, ລົດໃຫຍ່ 8.75% ແລະ ລົດບັນທຸກ 3.19%.

ສປປ ລາວ ມີສູນສອບເສັງເອົາໃບຂັບຂີ່ ຢູ່ທຸກແຂວງ ໃນທົ່ວປະເທດ.

ທ່ານຄິດວ່າ ແມ່ນຫຍັງແມ່ນສາເຫດ ໃຫ້ຄົນໄປເສັງໃບຂັບຂີ່ ຍັງໜ້ອຍ ຢູ່ ສປປ ລາວ ?

ຫວຽດນາມ ຖືກຍົກເປັນປະເທດເສດຖະກິດເຕີບໂຕລະດັບສູງສຸດໃນພື້ນຖານເສດຖະກິດອາຊີ – ປາຊີຟິກ

ບໍລິສັດ Moodys (ບໍລິສັດຈັດອັນດັບຄວາມໄວ້ວາງໃຈແຖວໜ້າຂອງໂລກ) ໄດ້ຍົກລະດັບການຄາດຄະເນການເຕີບໂຕ ປີ 2022 ຂອງ ຫວຽດນາມ ຂຶ້ນລະດັບ 8,5% ຊຶ່ງແມ່ນລະດັບສູງສຸດໃນຈຳນວນບັນດາພື້ນຖານເສດຖະກິດອາຊີ – ປາຊີຟິກ.

Moodys ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍັງແມ່ນປະເທດທີ່ໄດ້ຮັບແຫຼ່ງທຶນຫັນປ່ຽນຈາກບາງປະເທດໃກ້ຄຽງ.

Fitch (ບໍລິສັດໃຫ້ຄຳປຶກສາດ້ານເສດຖະກິດ-ການເງິນ ແຖວໜ້າຂອງໂລກ) ຖືວ່າ, ຫວຽດນາມ ພວມມີທ່າພົ້ນເດັ່ນຂຶ້ນ ປຽບເໝືອນດັ່ງສູນຜະລິດທີ່ສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ປັດຈຸບັນ, ມີວິສາຫະກິດຕ່າງປະເທດຫຼາຍແຫ່ງພວມປະກາດແນວຄິດເປີດກວ້າງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ຄື: Foxconn (ບໍລິສັດຮັບຜະລິດເຄື່ອງເອເລັກໂຕຣນິກໃຫຍ່ທີ່ສຸດໃນໂລກ), Central Group (ບໍລິສັດທີ່ດຳເນີນທຸລະກິດໃນຫຼາຍຂົງເຂດ).

ທີ່ມາ: ວິທະຍຸກະຈາຍສຽງຫວຽດນາມ

ຂໍຄວາມຊ່ວຍເຫລືອດ່ວນ! ພົບລົດປີ້ນຢູ່ກະວາກນາເປງ ເມືອງບົວລະພາ​ ແຂວງຄຳມ່ວນ

ຜູ້ໃຊ້ເຟສບຸກ Phetsamone Chanthald ໂພສຕອນ 6:13ນາທີ​ ວັນທີ​ 31 ສິງຫາ​ 2022 ນີ້ວ່າ: “ຫາຄວາມຊ່ວຍເຫຼືອແດ່ເດີ້ແຊຣຕໍ່ໃຫ້ແນ່​ ບໍ່ຮູ້ລົດໃຜປີ້ນຢູ່ບ້ານກະວາກນາເປງ ເມືອງບົວລະພາຫາຊ່ວຍຖືກພີ່ນ້ອງໃຜກະບໍ່ຮູ້ຊິຊ່ວຍແນວໃດຈັກຄົນຕາຍຄົນຍັງຫາແຈ້ງຕຳຫລວດໃຫ້ແນ່ບໍ່ມີເບີຕຳຫລວດ”​.

ຍັງບໍ່ມີຂໍ້ມູນລາຍລະອຽດ​ ຫາກມີຄວາມຄືບໜ້າຈາກເຈົ້າໜ້າທີ່​ຈະລາຍງານໃຫ້ຊາບຕື່ມພາຍຫລັງ.

ຂໍອະນຸຍາດບໍ່ໄດ້ປິດບັງປ້າຍ ເພື່ອວ່າຜູ້ເປັນພີ່ນ້ອງຈະໄດ້ຮູ້ຈັກປ້າຍ ບໍ່ໄດ້ມີເຈດຕະນາອື່ນ.

ຂໍໃຫ້ທຸກຄົນປອດໄພ

ເຫດການ​ #ອຸບັດເຫດ