ເຮັດກັນໄດ້ລົງຄໍ ພະນັກງານສົ່ງນ້ຳກ້ອນ ໂກງເງິນ ເສຍຫາຍຫຼາຍກວ່າ 10ລ້ານກີບ

ແຈ້ງການ: ໂຮງງານນໍ້າກ້ອນເມືອງລາວ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ຂໍແຈ້ງວ່າ:

ທ້າວ ແຊ ໂຊເຟິຂັບລົດ ສົ່ງນໍ້າກ້ອນ ບໍ່ໄດ້ເປັນພະນັກງານຂອງໂຮງງານແລ້ວ, ຖ້າມີການກະທຳຜິດ ທາງໂຮງງານຈະບໍ່ຮັບຜິດຊອບ.

ຮອງຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ , ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງຣາຊະອານາຈັກ ກຳປູເຈຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 29-31 ສິງຫາ 2022 ນີ້, ເຊິ່ງ ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ສິງຫາ 2022 ຢູ່ ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.

ພາຍຫຼັງສໍາເລັດພິທີຕ້ອນຮັບ ຢ່າງເປັນທາງການ, ສອງຝ່າຍ ໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ບົນພື້ນຖານທີ່ມີ ມູນເຊື້ອສາຍພົວພັນອັນດີງາມ ລະຫວ່າງ ສອງຊາດ ກໍຄື ສອງ ກອງທັບ ລາວ-ກຳປູເຈຍ ເຖິງວ່າຈະພົບຄວາມຫຍຸ້ງຍາກແນວໃດກໍຕາມໃນໄລຍະຜ່ານມາ ສອງກອງທັບ ລາວ-ກຳປູເຈຍ,ກຳປູເຈຍ-ລາວ ຍາມໃດມີການເພີ່ມທະວີການຮ່ວມມື ເຊິ່ງກັນແລະກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກໍາປູເຈຍ-ລາວ ,

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົວພັນຮ່ວມ ມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານ ການພັດທະນາເສດຖະກິດລະ ຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກ ກຳປູເຈຍ , ໂດຍສະເພາະ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກໍາປູເຈຍ, ກຳປູເຈຍ-ລາວ ສ້າງໃຫ້ສະພາບໃນ ຂອບເຂດເສັ້ນຊາຍແດນມີຄວາມ ສະຫງົບສຸກໂດຍພື້ນຖານ,

ນອກຈາກນັ້ນ ສອງຝ່າຍ ຍັງເຫັນດີ ເປັນເອກະພາບສືບຕໍ່ຮ່ວມມືໃນ ວຽກງານດ້ານການຊ່ວຍເຫຼືອ ມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ, ແລກປ່ຽນເຝິກຊ້ອມໄພພິບັດ 3 ກອງທັບ ລາວ-ກຳປູເຈຍ -ຫວຽດນາມ , ແກ້ໄຂບັນຫາຢາເສບຕິດ ,ອາດຊະຍາກໍາຂ້າມຊາດ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ .

ໃນໂອກາດເດີນທາງມາ ຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ຮອງຜູ້ບັນຊາການທະ ຫານສູງສຸດ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ຍັງໄດ້ ເຂົ້າວາງພວງມາລາຢູ່ອະນຸສາ ວະລີນັກຮົບນິລະນາມ (ດາວ ແດງ) ແລະ ທ່ຽວຊົມບັນດາສະ ຖານທີ່ທ່ອງທ່ຽວທາງປະວັດສາດ ແລະ ວັດທະນະທໍາ ຈຳນວນ ໜຶ່ງຢູ່ນະຄອນຫຼວງວຽງຈັນ .

….

….

ຂ່າວໂດຍ: ໂຊເລ້ ບຸນເຮືອງ

ໄຟຟ້າລາວ ສາຂາແຂວງອຸດົມໄຊ ເລັ່ງສ້ອມແປງລະບົບໄຟຟ້າ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ

ເນື່ອງຈາກສະພາບຝົນຕົກໜັກ ຕິດຕໍ່ກັນຫລາຍຊົ່ວໂມງ ຢູ່ແຂວງອຸດົມໄຊ ໃນວັນທີ 26 ສິງ ຫາ 2022 ເຮັດໃຫ້ເກີດມີນໍ້າຖ້ວມຢ່າງໜັກຢູ່ຫລາຍບ້ານ ໃນ 3 ເມືອງ ຂອງແຂວງອຸດົມໄຊ ຄື: ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້ ເຊິ່ງໄດ້ສົ່ງຜົນກະທົບຢ່າງໜັກຕໍ່ ເຂື່ອນໄຟ້ຟ້ານໍ້າກໍ ແລະ ລະບົບໄຟ ຟ້າ. ຕໍ່ກັບສະພາບການດັ່ງກ່າວ ໂດຍພາຍໃຕ້ການຊີ້ນຳຂອງຄະນະພັກ, ຄະນະສາຂາ ເພື່ອແນໃສ່ຮັບ ປະກັນຄວາມປອດໄພຂອງປະຊາຊົນ ທີ່ອາດຈະເກີດມີ ໄຟຊ໋ອດ ທາງລັດວິສາຫະກິດໄຟຟ້າລາວ ສາຂາແຂວງອຸດົມໄຊ (ຟຟລ.ອຊ)

ຈຶ່ງໄດ້ແຕ່ງຕັ້ງແບ່ງກຳລັງ ລົງກວດກາລະບົບຕາຂ່າຍໄຟຟ້າແຮງກາງ ແລະແຮງຕ່ຳ ພ້ອມທັງຕັດໄຟຢູ່ບັນດາປ້ອມໝໍ້ແປງທີ່ມີຄວາມສ່ຽງ ເພື່ອຮັບປະກັນຄວາມປອດໄພ ແລະ ຫລີກ ລ່ຽງຜົນກະທົບຈາກໄພນ້ຳຖ້ວມອຸປະກອນໄຟຟ້າ.

ພາຍຫລັງລະດັບນ້ຳຫລຸດລົງ ວັນທີ 27 ສິງຫາ 2022 ໄຟຟ້າລາວ ສາຂາແຂວງອຸດົມໄຊ ໄດ້ສືບຕໍ່ສຸມກຳລັງລົງເກັບກຳຂໍ້ມູນ ພ້ອມທັງສ້ອມແປງ, ແກ້ໄຂ ລະບົບຕາຂ່າຍ ແລະ ອຸປະກອນໄຟຟ້າ ທີ່ໄດ້ຮັບຜົນກະທົບ ເຊິ່ງສາມາດກວດກາ ແລະ ເກັບກຳຂໍ້ມູນຄວາມເສຍຫາຍເບື້ອງຕົ້ນມີ ເສົາໄຟຟ້າຫັກໂຄ່ນ ແລະ ສູນຫາຍ ຈຳນວນ 100 ກວ່າຕົ້ນ, ຄອນສາຍຫັກ 200 ກວ່າອັນ, ດອກກັນໄຟແຕກຫັກຫລາຍກວ່າ 400 ດອກ, ສາຍໄຟຂາດ ແລະ ສູນຫາຍ ປະມານ 25.000 ແມັດ/ວົງຈອນ, ໜ່ວຍຕັດຕໍ່ 2 ຊຸດ, ອຸປະກອນຕັດແຍກ 5 ຊຸດ ແລະ ໝໍ້ນັບໄຟ ສູນຫາຍຫລາຍກວ່າ 30 ໜ່ວຍ.

ນີ້ເປັນຂໍ້ມູນເບື້ອງຕົ້ນບາງສ່ວນທີ່ເກັບກຳໄດ້ ເຊິ່ງຍັງມີຫລາຍຈຸດທີ່ຍັງບໍ່ສາມາດເຂົ້າໄປກວດກາ ແລະ ເກັບກຳ ເນື່ອງຈາກສະພາບເສັ້ນທາງຖືກຕັດຂາດຫລາຍຈຸດ. ຕໍ່ກັບຜົນເສຍຫາຍດັ່ງກ່າວ ຟຟລ.ອຊ ໄດ້ຮີບຮ້ອນສຸມທຸກກຳລັງ ເພື່ອແກ້ໄຂ ແລະ ກູ້ລະບົບຄືນໃຫ້ໄວທີ່ສຸດ ດ້ວຍການສ້ອມແປງລະບົບຕາຂ່າຍແຮງກາງ ແລະ ແຮງຕ່ຳ ຢູ່ບັນດາຈຸດທີ່ສາມາດນຳເອົາພາຫະນະ ແລະ ອຸປະກອນເຂົ້າໄປສ້ອມແປງໄດ້ ເປັນຕົ້ນແມ່ນ ຢູ່ບັນດາເຂດ: ບ້ານຫ້ວຍຊູ, ບ້ານຫລັກ 4, ບ້ານຫລັກ 22.

ເພື່ອສືບຕໍ່ການສ້ອມແປງ ແລະ ກູ້ລະບົບຕາຂ່າຍໄຟຟ້າ ໃຫ້ກັບມາຢູ່ໃນສະພາບປົກກະຕິໂດຍໄວທີ່ສຸດນັ້ນ ໃນວັນທີ 28 ສິງຫາ 2022 ຟຟລ.ອຊ ໄດ້ເພີ່ມກໍາລັງ ພະນັກງານ-ກໍາມະກອນ ໃນທົ່ວສາຂາ ເລັ່ງສ້ອມແປງ ແລະ ແກ້ໄຂ ຢູ່ບັນດາຈຸດທີ່ສາມາດນຳເອົາພາຫະນະ ແລະ ອຸປະກອນເຂົ້າໄປເຖິງໄດ້.

ຂ່າວ: ລັດວິສາຫະກິດໄຟຟ້າລາວ ສາຂາອຸດົມໄຊ

ເຕືອນໄພ!!! ຮູ້ຫນ້າບໍ່ຮູ້ໃຈ ຖ້າໃຜເຫັນບຸກຄົນນີ້ຂໍໃຫ້ທຸກໆຄົນລະວັງໃຫ້ດີເດີ້

ຜູ້ໃຊ້ເຟສບຸກຊື່ Nilamon Ponesavanh ໂພສລົງພ້ອມທັງຂໍ້ຄວາມ: “ຮູ້ຫນ້າບໍ່ຮູ້ໃຈ ຖ້າໃຜເຫັນບຸກຄົນໆນີ້ຂໍໃຫ້ທຸກໆຄົນລະວັງໃຫ້ດີເດີ້ ເພາະເປັນຄົນອັນຕະລາຍຕໍ່ບ້ານເມືອງບໍ່ຮູ້ວ່າເປັນຕຳຫລວດແທ້ຫລືວ່າປອມແປງມາ ເລື່ອງມີຢູ່ວ່າໃນເວລາ 7:15 ນາທີ ຂອງວັນ ອາທິດ ທີ 28 /8/2022

ບຸກດັ່ງກ່າວໄດ້ຍ່າງເຂົ້າມາທີ່ເຮືອນຂອງຂ້ອຍ ເບື້ອງຕົ້ນລາວຍົກມືນົບສະບາຍດີ ນຳແມ່ ເຖົ້າຂ້ອຍທີ່ກຳລັງປັດໃບໄມ້ຢູ່ຫນ້າບ້ານແລ້ວເວົ້າ” ສະບາຍດີ ຂ້ອຍເປັນເຈົ້າຫນ້າທີ່ຕຳຫລວດ ເພິ່ນໃຫ້ຂ້ອຍມາເອົາລົດ( ລົດໃຫຍ່ )ໃຫ້ໄປເອົາກຸນແຈມາໃຫ້ແນ່ ແມ່ເຖົ້າຕອບວ່າ

ເພິ່ນຍັງບໍ່ລົງມາແຕ່ເທິງເຮືອນ ແຕ່ລາວກະຍັງຈັ້ນຈໍ້ໃຫ້ໄປເອົາມາໃຫ້ ແມ່ເຖົ້າເລີຍບອກໃຫ້ລາວໂທ ເວົ້ານຳເພິ່ນເອງເຈົ້າມີເບີໂທເພິ່ນບໍ ລາວບໍ່ຕອບ

ພ້ອມທັງຍ່າງໄປດຶງປະຕູລົດໃຫຍ່ແລ້ວຍ່າງມາຈຶ້ງຕາໃສ່ແມ່ເຖົ້າ ແມ່ເຖ້າກໍ່ເລິຍຄິດວ່າ

ມັນບໍ່ແມ່ນຄົນດີແລ້ວ ລາວເລີຍຍ່າງເຂົ້າປະຕູຂ້າງເຮືອນແລ້ວໃສ່ກອນມັນຍັງຍ່າງມານຳແລ້ວດຶ່ງປະຕູແລະຍ່າງຂ້າມທາງໄປມາພ້ອມທັງໄປດຶງປະຕູລົດແລ້ວກັບມາດຶງປະຕູຂ້າເຮືອນມັນຢາກຮ້າຍຢູ່ຫັ້ນປະມານເກືອບເຄິ່ງຊົ່ວໂມງແລ້ວຍ່າງຂ້າມໄປອີກຟາກທາງກົງກັນຂ້າມກັບເຮືອນຂ້ອຍ ຖ້າແມ່ເຖ້າບໍ່ມີສະຕິແມ່ນລົດຂອງຂ້ອຍມັນຕ້ອງໄດ້ໄປແນ່ນອນຈຶ່ງຝາກເຕືອນທຸກຄົນຖ້າເຈິະແນວນີ້ຕ້ອງມີສະຕິໃຫ້ດີ.”

ຂໍທຸກຄົນມີສະຕິລະວັງໂຕເເດ່ເດີພີ່ນ້ອງ!

ທີ່ມາ: Nilamon Ponesavanh