ທ່ານເຈົ້າແຂວງອຸດົມໄຊ ລົງເຄື່ອນໄຫວຕິດຕາມສະພາບຝົນຕົກນ້ຳຖ້ວມຢູ່ພາຍໃນແຂວງ

ພາຍຫລັງທີ່ເກີດມີຝົນຕົກຕິດຕໍ່ກັນເປັນເວລາຫລາຍຊົ່ວໂມງ ເລີ່ມຕັ້ງແຕ່ເວລາ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫານີ້ ເຮັດໃຫ້ນ້ຳກໍ, ນ້ຳມາວ ມີລະດັບປະລິມານນ້ຳສູງຂຶ້ນ ພ້ອມທັງເກີດມີນ້ຳປ່າໄຫລຊຸແຮງ

ເຮັດໃຫ້ເກີດມີນ້ຳອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງເລກ 2 ຕາເວັນອອກ ທາງໄປເມືອງຫລາ, ທາງເລກ 13 ເໜືອ ທາງໄປເມືອງນາໝໍ້, ນອກຈາກນີ້ກໍຍັງຍື່ງຖ້ວມບ້ານເຮືອນຂອງປະຊາຊົນ ຢູ່ຕາມແຄມນ້ຳກໍ ແລະ ເຂດພື້ນທີ່ຕ່ຳ.

ຕໍ່ກັບສະພາບການດັ່ງກ່າວດ້ວຍຄວາມເປັນຫ່ວງເປັນໄຍຂອງຄະນະພັກ, ຄະນະນຳ ຂອງແຂວງອຸດົມໄຊ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ກໍໄດ້ລົງເຄື່ອນໄຫວຕິດຕາມສະພາບການຢ່າງໃກ້ຊິດ

ພ້ອມທັງລົງຕິດຕາມກວດກາຜົນກະທົບຢູ່ເຂດຕ່າງໆພາຍໃນເທດສະບານແຂວງ ແລະ ເສັ້ນທາງ ໃນນີ້ເສັ້ນທາງເລກ 2 ຕາເວັນອອກ ຫລື (2E) ເຫັນວ່າເສັ້ນທາງສາຍດັ່ງກ່າວເກີດມີດິນເຈື່ອນຖົມທາງ,

ຕົ້ນໄມ້ຫັກລົ້ມທັບຕາມເສັ້ນທາງຫລາຍຈຸດ ເສົາໄຟຟ້າຫັກລົ້ມຈຳນວນໜື່ງ ເຮັດໃຫ້ໄຟຟ້າ ສັນຍານໂທລະສັບ ບໍ່ສາມາດໃຊ້ໄດ້ ແລະ ສຳລັບເຂດບ້ານໂຮມໄຊ (ຫລັກ 15 ) ເມືອງຫລາ ແຂວງອຸດົມໄຊ ເກີດມີນ້ຳປ່າໄຫລຊຸແຮງ ພັດເຂົ້າບ້ານເຮືອນຂອງປະຊາຊົນ

ເຮັດໃຫ້ມີເຮືອນຖືກພັດໄຫລນ້ຳຈຳນວນໜຶ່ງ ແລະ ມີດິນເຊາະເຈື່ອນບໍລິເວນຂົວ ພົບຄວາມຫຍຸ້ງຍາກໃນການສັນຈອນ,

ຕໍ່ເຫດການດັ່ງກ່າວນີ້ ທ່ານເຈົ້າແຂວງ ກໍໄດ້ແນະນຳໃຫ້ອົງການປົກຄອງບ້ານໂຮມໄຊ ໃຫ້ເອົາໃຈໃສ່ຊ່ວຍເຫລືອເຊິງກັນ ແລະ ກັນ

ໂດຍສະເພາະແມ່ນໃຫ້ການຊ່ວຍເຫລືອ ຈັດສັນບ່ອນຢູ່ ແລະ ອາຫານ ຊ່ວຍເຫລືອຄອບຄົວທີ່ໄດ້ຮັບຜົນກະທົບໃນເບື້ອງຕົ້ນ ພ້ອມທັງແນະນຳໃຫ້ຕິດຕາມຕໍ່ກັບສະພາບການທີ່ເກີດຂຶ້ນຢ່າງມີສະຕິ.

ປັດຈຸບັນທາງແຂວງອຸດົມໄຊ ໄດ້ລະດົມກຳລັງຊາວໜຸ່ມ ສອງກຳລັງ ປກຊ-ປກສ ລົງຊ່ວຍພື້ນທີ່ ທີຖືກນໍ້າຖວ້ມ ພ້ອມທັງປະເມີນ ແລະ ກຳເກັບຂໍ້ມູນຄວາມເສຍຫາຍ

ສ່ວນລາຍລະອຽດນັ້ນຈະລາຍງານໃຫ້ຊາບເປັນແຕ່ລະໄລຍະ.
ສີຈັນ ເກດວົງສາ
ສຸວັນທອງ ປັນຍາຂັນ

ຂ່າວ: ວິທະຍຸ-ໂທລະພາບ ແຂວງອຸດົມໄຊ

ໂຈນສະຫວັນ ໂຫດຫລາຍ “ລັກລໍ້ລົດໃຫຍ່”

ໃນເວລາປະມານ 1:00 ໂມງ ຂອງຄືນທີ 26 ຕໍ່ໃສ່ ວັນທີ 27 ສິງຫາ 2022 ໂຈນລັກເຂົ້າເຮືອນ ມ້າງເອົາລໍ້ຫລັງ 1 ຄູ່ ລົດຟໍຈູນເນີ້, ປະ 2 ລໍ້ຫນ້າ ໄວ້ໃຫ້ເຈົ້າຂອງເບີ່ງ.

ຜູ້ເສຍຫາຍເລົ່າວ່າ: ເຫດການດັ່ງກ່າວ ເກີດຂຶ້ນທີ່ເຂດບ້ານໂພນສະຫວ່າງເໜືອ ເສັ້ນທາງ A1 ນະຄອນໄກສອນ ແຂວງສະຫວັນນະເຂດ,

ເກີດຂຶ້ນຕອນທ່ຽງຄືນຊ່ວງຝົນຕົກ ໂຈນໄດ້ລັກເຂົ້າເຮືອນ ພ້ອມຫັກມູມກ້ອງວົງຈອນປິດ ປິ່ນອອກນອກເຮືອນ ແລະ ອຳພາງຕົວຕົນ ໂດຍປິດໜ້າ ເຮັດແບບມືອາຊີບ.

ໂຈນໄດ້ລັກລໍ້ຫຼັງ 1 ຄູ່, ເຈົ້າຂອງລົດໃຫ້ການວ່າ ພໍຕື່ນເຊົ້າມາໄຂຕູໜ້າເຮືອນ ພົບເຫັນແຕ່ກະລິກຄ້ຳລົດປະໄວ້ ສ່ວນລໍ້ລົດຖອດໄປຮຽບຮ້ອຍ, ສຳລັບກ້ອງວົງຈອນປິດ ກໍຖືກຫັກມູມກ້ອງ ຈົນບໍ່ສາມາດບັນທຶກເຫດການທັງຫມົດໄວ້ໄດ້.