ຈັບພໍ່-ແມ່ເລົ້າ ຫຼອກລວງຍິງສາວມາຂາຍບໍລິການ

ໃນວັນທີ 25 ກໍລະກົດ 2022 ຜ່ານມາ ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ຈັບຜົວ-ເມຍ ທີ່ເປັນພໍ່ເລົ້າ-ແມ່ເລົ້າ ຫຼອກລວງ ຍິງມາຂາຍບໍລິການ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໄດ້ຈັບຕົວ ນາງ ດວງຈັນ ອາຍຸ 44 ປີ ແລະ ທ້າວ ບຸນ ອາຍຸ 53 ປີ ຜົວ-ເມຍ ຢູ່ບ້ານ ນາໂອ ເມືອງແປກ ທີ່ຫຼອກລວງຍິງສາວ ມາຂາຍບໍລິການທາງເພດ.

ຜູ້ກ່ຽວສາລະພາບວ່າ: ໄດ້ມີຜູ້ຮ່ວມຂະບວນການຢູ່ ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຕິດຕໍ່ມາຫາວ່າ ມີຍິງສາວ 4 ຄົນ ຕ້ອງການຢາກເຮັດວຽກ, ຈາກນັ້ນ, ກໍໄດ້ຕົກລົງກັນ ໂດຍ ນາງ ດວງຈັນ ອ້າງວ່າ ຈະໃຫ້ເງິນ 1.000.000 ກີບຕໍ່ເດືອນ,

ພ້ອມທັງຈ່າຍຄ່າເດີນທາງໃຫ້ທັງໝົດ, ຕໍ່ມາຜູ້ຮ່ວມຂະບວນການ ມາສົ່ງຢູ່ທີ່ເມືອງພູກູດ ແຂວງຊຽງຂວາງ ພາຍຫຼັງຮັບມາແລ້ວກໍເອົາມາຢູ່ຮ້ານຂາຍເບຍ ໂດຍບຫງ ຄັບໃຫ້ຂາຍບໍລິການທາງເພດ ແຕ່ຍິງສາວບໍ່ຍອມ.

ຂ່າວ: ປກສ ແຂວງຊຽງຂວາງ

ເປັນແນວໃດນໍ… ຂ່າວຄາວເຈ້ທິບ “ບໍ່ໄດ້ໂກງ, ບໍ່ໄດ້ໜີແຕ່ໄປຕັ້ງຫຼັກ” ສະຫຼຸບເປັນຈັ່ງໃດແທ້? ຄະດີດຳເນີນຮອດໃສແລ້ວ

ເປັນແນວໃດນໍ… ຂ່າວຄາວເຈ້ທິບ “ບໍ່ໄດ້ໂກງ, ບໍ່ໄດ້ໜີແຕ່ໄປຕັ້ງຫຼັກ”
ສະຫຼຸບເປັນຈັ່ງໃດແທ້? ຄະດີດຳເນີນຮອດໃສແລ້ວ!

ຫຼັງຈາກໄດ້ສົ່ງໂຕ “ເຈ້ທິບ ແລະ ສາມີ” ໃຫ້ກັບເຈົ້າໜ້າທີ່ລາວດຳເນີນຄະດີຕໍ່ ໃນວັນທີ 31/07/2022 ທີ່ຜ່ານມາ.
ກໍບໍ່ມີໃຜຮູ້ເລີຍວ່າເລື່ອງທີ່ ເຈ້ທິບ ໃຫ້ສຳພາດກັບສື່:

ຖືກແອັດມິນໂກງ

ບໍ່ໄດ້ໂກງເງິນ ລູກຫວຍ

ເງິນຈຳນວນນັ້ນບໍ່ແມ່ນຄວາມຈິງ ຕົນເອງຖືກໃສ່ຮ້າຍ


ແຕ່ຝ່າຍຜູ້ອ້າງວ່າເສຍຫາຍກໍໄດ້ອອກມາສະແດງຫຼັກຖານຕ່າງໆນາໆ ຕອນນີ້ເຊື່ອວ່າຫຼາຍຄົນຢາກຮູ້
ເລື່ອງນີ້! ຕອນນີ້! ດຳເນີນຮອດໃສແລ້ວ?

ຖ້າກໍລະນີເປັນຄວາມຈິງ ຄະດີແບບນີ້ຕ້ອງຖືກໃສ່ໂທດປະມານໃດ?

ປັບຂຶ້ນລາຄານໍ້າມັນກາຊວນ 200 ກີບ/ລິດ ສ່ວນນໍ້າມັນຊະນິດອື່ນຈຶ້ງລາຄາເກົ່າ

ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ອີງຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ລົງວັນທີ 24 ສິງຫາ 2022

ວ່າດ້ວຍການປະກາດປ່ຽນແປງລາຄານ້ຳມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 25 ສິງຫາ 2022 ເວລາ 6 ໂມງເຊົ້າເປັນຕົ້ນໄປ.

ຮູບ: ລາວພັດທະນາ

ດ່ວນໆ!!! ຍຸບເລີກມູນນິທິອາສາຊ່ວຍເຫລືອຜູ້ປະສົບໄພແຂວງສະຫວັນນະເຂດ ຍ້ອນເຄື່ອນໄຫວລະເມີດລະບຽບການ

ມູນນິທິອາສາຊ່ວຍເຫລືອຜູ້ປະສົບໄພແຂວງສະຫວັນນະເຂດຍ້ອນເຄື່ອນໄຫວລະເມີດລະບຽບການ ມູນນິທິ ອາສາຊ່ວຍເຫລືອຜູ້ປະສົບໄພ ແຂວງສະຫວັນນະເຂດ ໜ່ວຍງານມີການລະເມີດກົດລະບຽບ ໂດຍມີການຮຽກຮ້ອງເອົາຜົນປະໂຫຍດຕອບແທນຫລາຍຄັ້ງ, ແຈ້ງການ:ພະແນກພາຍໃນແຂວງເລກທີ75/ພນຂ ລົງວັນທີ17/8/2022

ເລື່ອງ:ການຍຸບເລິກມູນນິທິອາສາຊ່ວຍເຫລື່ອຜູ້ປະສົບໄພແຂວງສະຫວັນນະເຂດ, ສັ່ງຍຸບມູນນິທິ “ຍ້ອນຮຽກເກັບເງິນ”. ພະແນກພາຍໃນແຂວງສະຫວັນນະເຂດ ສັ່ງຍຸບມູນນິທິ ອາສາຊ່ວຍເຫລືອ ຜູ້ປະສົບໄພ ແຂວງສະຫວັນນະເຂດ ຍ້ອນລະເມີດກົດລະບຽບ, ພາຍຫລັງຊ່ວຍເຫລືອແລ້ວ ຍັງຮຽກຮ້ອງເອົາເງິນນຳຍາດພີ່ນ້ອງຜູ້ປະພົບໄພ.

ທີ່ຜ່ານມາ ອົງການຈັດຕັ້ງຂັ້ນແຂວງ ໄດ້ເຊີນເອົາຄິນະບໍລິຫານມູນນີທີມາສຶກສາອົບຮົມ ແລະ ກ່າວເຕືອນ ຫລາຍຄັ້ງແຕ່ກໍຍັງຝ່າຝືນ, ສະນັ້ນ ໃາເມື່ອມູນນິທິບໍ່ຈິງໃຊ່ວຍເຫລືອ ສັງຄົມຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ໃນເບື້ອງຕົ້ນ ຈິ່ງສັ່ງຍຸບ.

ຂໍ້ຕົກລົງເຈົ້າແຂວງ ແລະ ແຈ້ງການພະແນກພາຍໃນແຂວງ ວ່າດ້ວຍການຍຸບເລີກ ມູນນິທິ ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ພະແນກພາຍໃນ ຂໍແຈ້ງມາຍັງທ່ານຊາບວ່າ:

1. ການເຄື່ອນໄຫວຂອງ ມູນນິທິ ອາສາຊ່ວຍເຫຼືອຜູ້ປະສົບໄພ ແຂວງສະຫວັນນະເຂດ ບໍ່ສອດຄ່ອງຕາມດຳລັດມູນນິທິ ສະບັບເລກທີ 149/ນຍ, ລົງວັນທີ 19 ພຶດສະພາ 2011;

2. ມີການລະເມີດບັນດາລະບຽບກົດໝາຍທີ່ວາງອອກເຊັ່ນ: ພາຍຫຼັງຊ່ວຍເຫຼືອຜູ້ປະສົບໄພແລ້ວ ມູນນິທິແມ່່ນຮຽກຮ້ອງເອົາຜົນປະໂຫຍດຕອບແທນ (ເງິນ) ຊຶ່ງເຫັນວ່າຜິດຕໍ່ລະບຽບການກຳນົດ;

3. ທາງຄະນະຄຸ້ມຄອງວຽກອົງການຈັດຕັ້ງທາງສັງຄົມຂັ້ນແຂວງ ໄດ້ເຊີນມູນນິທິມາກ່າວເຕືອນ, ສຶກສາອົບຮົມຫຼາຍຄັ້ງແຕ່ມູນນິທິກໍ່ຍັງຝ່າຝືນ ສິບຕໍ່ລະເມີດກົດລະບຽບຂອງຕົນ ແລະ ກົດໝາຍຂອງລັດ ສະນັ້ນ, ໃນເມື່ອມູນນິທິບໍ່ຈິງໃຈຊ່ວຍເຫຼືອສັງຄົມຕາມຈຸດປະສົງ ແລະ ເປົ້າໝາຍຂອງມູນນິທິເອງທີ່ວາງໄວ້ໃນເບື້ອງຕົ້ນຈຶ່ງເຮັດໃຫ້ບໍ່ສາມາດເຄື່ອນໄຫວຕໍ່ໄປໄດ້.

ສະນັ້ນ, ບັນດາພະແນກການ ກົມກອງອ້ອມຂ້າງແຂວງ, ບັນດາຫ້ອງການພາຍໃນ 14 ເມືອງ, 01 ນະຄອນ ຈົ່ງຮັບຮູ້ ແລະ ລາຍງານຕໍ່ການນຳເມືອງ ແຈ້ງການໃຫ້ສັງຄົມຮັບຊາບ ຖ້າຫາກເຫັນວ່າ ມູນນິທິດັ່ງກ່າວຍັງອອກເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພ ຫຼື ລະດົມວັດຖຸປັດໃຈນຳພາກສ່ວນຕ່າງໆ ແມ່ນມູນນິທິຈົງໃຈຕົວະຢົວະຫຼອກລວງປະຊາຊົນ ເພາະໃນນາມມູນນິທິແມ່ນບໍ່ມີສິດເຄື່ອນໄຫວແລ້ວ.

….

$one particular Down payment Online casino Usa ᐈ Ideal Low First deposit On line casinos 2022

Content

It’utes called Zodiac On line casino NZ, therefore’erinarians favoured on competitors for on the web video poker machines. Zodiac features 60 cost-free moves if you want to different individuals to the main $one post. Read More “$one particular Down payment Online casino Usa ᐈ Ideal Low First deposit On line casinos 2022”

ບໍ່ເຄັດບໍ່ລາບ! ລັກສາຍຕະຂ່າຍໄຟຟ້າເຍືອງທາງລັກມາແລ້ວ2ຄັ້ງ

ຈັບໄດ້ໄລ່ທັນ ຊາຍໜຸ່ມທີ່ລັກສາຍຕະຂ່າຍ ໄຟຟ້າເຍືອງທາງ ມາດໍາເນີນຄະດີ ເຄີຍລັກ ມາແລ້ວ 2 ຄັ້ງ, ຂ່າວ ປກສ ນະຄອນຫລວງວຽງຈັນ ລາຍງານໃຫ້ຮູ້ວ່າ: ວັນທີ 23 ສິງຫາ 2022 ຜ່ານມາປກສ ກຸ່ມບໍ່ໂອ ສົມທົບຈັບຜູ້ຖືກສົງໄສຊື່ທ້າວ ໄພສິດ ອາຍຸ 35 ປີ ອາຊີບ ກໍາມະກອນ ພັກເຊົາຢູ່ບ້ານໂພນສະຫວ່າງ ເມືອງສີສັດຕະນາກ ໃນຂໍ້ຫາລັກຊັບ (ລັກສາຍຕະຂ່າຍໄຟຟ້າເຍືອງທາງ) ຢູ່ເຂດຖະໜົນບ້ານທ່ານາ

ນໍ້າໜັກ 6 ກິໂລກຣາມ ມູນຄ່າ 5 ລ້ານກວ່າກີບ ພາຍຫຼັງຈັບຕົວແລ້ວ ໄດ້ພາຕົວມາ ປກສ ກຸ່ມບໍ່ໂອ ເພື່ອສອບຖາມເອົາຂໍ້ມູນເບື້ອງຕົ້ນ. ເບື້້ອງຕົ້ນ ທ້າວໄພສິດ ຮັບສາລະພາບວ່າ: ໄດ້ລັກສາຍຕະຂ່າຍໄຟຟ້າເຍືອງທາງ ມາແລ້ວ 2 ຄັ້ງ ຄື: ໃນວັນທີ 19 ສິງຫາ 2022 ເວລາ 24:00 ໂມງ

ໄປລັກຕັດເອົາສາຍຕະຂ່າຍໄຟຟ້າເຍືອງທາງເຂດບ້ານທ່ານາ ດ້ວຍວິທີເອົາຄີມໃຫຍ່ມາໜີບຕັດເອົາ ແຕ່ບໍ່ຮູ້ວ່າຍາວຈັກແມັດ ນໍ້າໜັກ 6 ກິໂລກຣາມ ພາຍຫຼັງໄດ້ແລ້ວກໍນໍາໄປຂາຍຢູ່ຮ້ານຮັບຊື້-ຂາຍເຫຼັກເສດຢູ່ບ້ານໜອງໄຮ ໄດ້ເງິນຈໍານວນ 540.000 ກີບ ກໍ່ນໍາໃຊ້ຈ່າຍໝົດ ແລະ ຄັ້ງທີສອງໃນວັນທີ 21 ສິງຫາ 2022 ເວລາ 24:00 ໂມງ

ໄດ້ໄປລັກເອົາສາຍຕະຂ່າຍໄຟຟ້າເຍືອງທາງຢູ່ຈຸດເກົ່າຕື່ມອີກໄດ້ສາຍໄຟຍາວປະມານ 10 ແມັດ ແຕ່ບໍ່ທັນໄດ້ປອກ ຈາກນັ້ນ ກໍນຳຊຸກເຊື່ອງໄວ້ຫ້ອງເເຖວ ຢູ່ບ້ານໂຄກນິນ ເມືອງສີສັດຕະນາກ. ປະຫວັດຜ່ານມາ ທ້າວ ໄພສິດ ໄດ້ພົວພັນເສບຢາເສບຕິດຈົນເຖິງປະຈຸບັນ. ຕົກມາຮອດວັນທີ 23 ສິງຫາ 2022 ເຈົ້າໜ້າທີ່ ປກສ ກຸ່ມບໍ່ໂອ ໄດ້ສືບຄົ້ນຫາ ພົບເຫັນ ຈຶ່ງຈັບຕົວມາດຳເນີນຄະດີຕາມກົດໝາຍ.

ປັດຈຸບັນ ທ້າວ ໄພສິດ ແລະ ເຄື່ອງຂອງກາງທີ່ເກັບກູ້ຄືນມາໄດ້ ປກສ ກຸ່ມ ບໍໂອ ສົ່ງມອບໃຫ້ກອງບັນຊາການ ປກສ ເມືອງຫາດຊາຍຟອງ ດຳເນີນຄະດີ.