ປະທານສະພາແຫ່ງຊາດ ເນັ້ນໃຫ້ກຳລັງ ປກສ ສືບຕໍ່ຝຶກຝົນທາດແທ້ປະຕິວັດ-ຈົງຮັກພັກດີຕໍ່ປະເທດຊາດ

ໃນໂອກາດທີ່ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຍົກສູງບົດບາດ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງ ປກສ ໃນຕອນບ່າຍຂອງວັນທີ 8 ສິງຫາ 2022 ໃຫ້ກຽດຕ້ອນຮັບຈາກ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງເອົາໃຈໃສ່ຮັກສາມູນເຊື້ອອັນດີງາມ ໂດຍສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຈົງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະລະເພື່ອຊາດເພື່ອປະຊາຊົນ.

ໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກຳລັງປ້ອງກັນຄວາມສະຫງົບທີ່ໄດ້ເຄື່ອນໄຫວໜ້າທີ່ການເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳລັງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ.

ຄຽງຄູ່ກັນນັ້ນທ່ານ, ກໍໄດ້ຍົກໃຫ້ເຫັນດ້ານທີ່ທ້າທາຍທົດສອບ ເຊິ່ງໃນທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງເອົາໃຈໃສ່ຮັກສາມູນເຊື້ອອັນດີງາມ ໂດຍສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຈົງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະລະເພື່ອຊາດ ເພື່ອປະຊາຊົນ ຂອງນາຍ ແລະ ພົນຕຳຫລວດ ໃຫ້ຖືເປັນບັນຫາສຳຄັນໃຈກາງ ແລະ ບໍ່ສາມາດຖືເບົາໄດ້;

ສ້າງຄວາມເປັນເອກະພາບສູງກັບແນວທາງຂອງພັກ, ກົດໝາຍຂອງລັດຢ່າງໜັກແໜ້ນ ພາຍໃນຖັນແຖວກຳລັງ ປກສ, ໃຫ້ກຳລັງ ປກສ ກໍຄື ກຳລັງປະກອບອາ ວຸດປະຊາຊົນ ເປັນກຳລັງແຖວໜ້າໃນການກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຈັດຕັ້ງຜັນຂະຫຍາຍອອກມາເປັນແຜນການອັນລະອຽດ ຂອງກຳ ລັງປ້ອງກັນຄວາມສະຫງົບ;

ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕ້ອງຝຶກຝົນຫລໍ່ຫລອມດ້ານສິລະປະຍຸດ ຍຸດທະວິທີຢ່າງເປັນປະຈຳ (ຮູ້ສະພາບ, ກຳສະພາບໃຫ້ຊັດເຈນ, ມີຫລັກວິຊາສະເພາະ ແລະ ຕົວຈິງ) ກຳສະພາບໄດ້ດີເທົ່າໃດ, ກຳຂ່າວໄດ້ ແໜ້ນເທົ່າໃດ ຈຶ່ງສາມາດເອົາຊະນະພວກຄົນບໍ່ດີໄດ້.

ກອງປະຊຸມໃນຄັ້ງນີ້, ຖືເປັນເຫດການທີ່ມີຄວາມໝາຍສຳຄັນ ໃນຊີວິດການ ເມືອງ, ເປັນຂີດໝາຍສຳຄັນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ເລິກເຊິ່ງເຖິງພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ; ພາລະບົດບາດ, ໜ້າທີ່ ຂອງສະພາປະຊາຊົນແຂວງ, ນະຄອນຫລວງ, ສະມາຊິກສະພາປະຊາຊົນແຂວງ, ນະຄອນຫລວງ

ຮ່ວມມືໃນການຍົກສູງພາລະບົດບາດຂອງ ສະພາ ແລະ ສະມາຊິກສະພາ ໄດ້ຮັບການປັບປຸງເສີມຂະຫຍາຍໄປທາງລວງເລິກ ແລະ ລວງກວ້າງທົ່ວເຖິງໃນກໍາລັງ ແລະ ສັງຄົມນັບມື້ເພີ່ມຂຶ້ນ, ສ້າງຄວາມເອກະພາບ ແລະ ຄວາມຮັບຜິດຊອບ ຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ ຢ່າງຮອບດ້ານກົມ ກຽວ, ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງສະພາ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດສູງສຸດແຫ່ງລັດ ໃນການປະຕິບັດ 3 ພາລະບົດສໍາຄັນຄື:

ພາລະບົດ ບາດ ໃນການຄົ້ນຄວ້າ, ສ້າງ, ປັບປຸງລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ.

ຂ່າວ: ບຸນເຫລືອ
ພາບ: ພູເງິນ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ(ຂອດບໍລິການຂາຍປິ້ນແລະບໍລິການປິ່ນອ້ອມສະຖານີ)

ວັນທີ 7 ສີງຫາ 2022 ນີ້ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຢູ່ສະຖານີ ລົດໄຟລາວ-ຈີນ ບ້ານ ຊຽງລ້ອມ ນະຄອນ ຫຼວງພະບາງ.

ຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບ ຢູ່ສະຖານີລົດໄຟຫຼວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ສະຖານີຫຼວງພະບາງ ເປັນສະຖານີລະດັບສອງ ຂອງແລວທາງລົດໄຟລາວ-ຈີນ ຮອງຈາກສະຖານີນະຄອນຫຼວງວຽງຈັນ, ມີເນື້ອທີ່ຫຼາຍກວ່າ 7.000 ຕາແມັດ, ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ,

ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກ ສອດຄ່ອງກັບມໍລະດົກໂລກຫຼວງພະບາງ, ມີພະນັກງານທັງໝົດ ເກືອບ 100 ຄົນ ,ໃນນັ້ນ ເປັນຄົນລາວສ່ວນໃຫຍ່ ແລະພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫຼາຍກວ່າ 30 ຄົນ, ປັດຈຸບັນພວມສືບຕໍ່ໃນການປັບປຸງສີ່ງອຳນວຍຄວາມສະດວກ,

ເປັນຕົ້ນ ຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂື້ນລົດໄຟ ແລະອື່ນໆ, ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຈຳໜ່າຍປີ້ລົດໄຟແລ້ວເກືອບ 200.000ປີ້, ສະເພາະເດືອນກໍລະກົດ ເປັນໄລຍະທີ່ມີການໃຊ້ບໍລິການຫຼາຍກວ່າໝູ່, ເຊີ່ງມີຜູ້ໂດຍສານຂາອອກທັງໝົດ 53.436 ຄົນ,

ສ່ວນສະຖານີຂົນສົ່ງສີນຄ້າ ແມ່ນມີ 2 ຊ່ອງທາງສຳລັງຄ່ຽນຖ່າຍສີນຄ້າ, ແຕ່ລະຊ່ອງທາງສາມາດບັນຈຸສີນຄ້າໄດ້ 32 ຕູ້, ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສີນຄ້າປະມານ 10.000 ຕາແມັດ ສາມາດຮອງຮັບຕູ້ສີນຄ້າໄດ້ 924 ຕູ້, ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕ່ນຕໍ່ປີ, ປັດຈຸບັນມີສີນຄ້າສົ່ງອອກປະເພດແຮ່ເຫຼັກ, ແປ້ງມັນຕົ້ນ ແລະຢາງພາລາ, ສ່ວນສີນຄ້ານຳເຂົ້າປະກອບມີປະເພດປຸຍ ແລະເຫຼັກຈຳນວນໜື່ງ, ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ໄດ້ມີສີນຄ້າສົ່ງອອກ 3.519 ຕູ້, ນ້ຳໜັກ 146.662ໂຕ່ນ.

ພ້ອມດຽວກັນນີ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ເນັ້ນ ໃຫ້ຄະນະຮັບຜິດຊອບ ຢູ່ສະຖານີລົດໄຟຫຼວງພະບາງ ພ້ອມກັນຄົ້ນຄວ້າ,ປັບປຸງຂອດບໍລິການ ຢູ່ສະຖານີ ຫຼວງພະບາງ ເປັນຕົ້ນ ແມ່ນລະບົບການຂາຍປີ້ຂຶ້ນລົດໄຟ ທີ່ທັນສະໄໝ ແລະສະດວກສະບາຍກວ່າເກົ່າ,

ການໃຫ້ບໍລິການປິ່ນອ້ອມສະຖານີ້,ຈຸດບໍລິການຜ່ານທາງໂດຍສານ,ຮ້ານອາຫານ,ຈຸດກວດກາຄົນເຂົ້າອອກ,ດ່ານພາສີ ແລະອື່ນໆ.

ໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ຄັ້ງນີ້ ນອກຈາກເຮັດວຽກຮ່ວມກັບຄະນະຮັບຜິຊອບສະຖານີລົດໄຟຫຼວງພະບາງແລ້ວ ວັນທີ 8 ສີງຫາ 2022 ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກຮ່ວມກັບການນຳຂອງແຂວງຫຼວງພະບາງ ພ້ອມທັງໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຕື່ມອີກ.

ຂ່າວ: MediaLao

ນໍ້າຖ້ວມຫຼາຍຈຸດ ໃນນະຄອນຫຼວງວຽງຈັນ

ນໍ້າຖ້ວມ ໃນວັນທີ 8 ສິງຫາ 2022 ນໍ້າຖ້ວມຫຼາຍຈຸດ ໃນນະຄອນຫຼວງວຽງຈັນ

ຊໍ້າເຕີມຊີວິດຄົນຫ້ອງເຊົ່າ ເຄື່ອງໃຊ້ຈຳເປັນ ແລະ ເຄື່ອງໃຊ້ໄຟຟ້າ ເສຍຫາຍຫມົດ.

….

….

(ພາບບ້ານໂນນແກ້ວ ເມືອງສີໂຄດ ນະຄອນຫລວງ ) ຂໍເປັນກຳລັງໃຈໃຫ້ສູ້ຊີວິດຕໍ່ໄປ.

ອຸທາຫອນ! ເຫດຈອດລົດໄວ້ກ້ອງກົກໄມ້ໃຫຍ່ ລົ້ມທັບລົດ

ອຸທາຫອນ. ຈອດລົດໄວ້ກ້ອງຕົ້ນໄມ້ໃຫຍ່, ຍາມຟ້າຝົນ ລົມແຮງ ໃນຕອນເຊົ້າ ຂອງວັນທີ 8/8/2022 ເວລາປະມານ 08:20

….

ສະຖານທີ່ເຫີດເຫດແມ່ນ ຢູ່ໃນເດີນຈອດລົດ ວັດຊຽງຢືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

….

….

ລະມັດລະວັງກັນແດ່ເດີ ຍາມຝົນ ໜ້າຝົນແບບນີ້.

….

….

ຂ່າວດ້ວຍ: ສື່ລາວ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ອ່ານສານ ໃນ​ໂອກາດ ​ວັນຄົບຮອບ 55 ປີ ​​ແຫ່ງ​ການສ້າງຕັ້ງອາ​ຊຽນ ​ແລະ ​ຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກ​​ອາ​ຊຽນ

ຮຽນບັນດາ ທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ, ບັນດາພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່​ແມ່ພີ່ນ້ອງຊາວລາວ​​ ທີ່ນັບຖື ແລະ ຮັກ​ແພງ ທັງຫຼາຍ,

​​​ສະມາຄົມບັນ​ດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ໃນ​ວັນ​ທີ 8 ສິງ​ຫາ 1967 ແລະ ອາຊຽນ ໄດ້​ຖື​ເອົາ​ວັນ​ທີ 8 ສິງ​ຫາ ເປັນວັນ​ອາ​ຊຽນ.

ມື້​ນີ້ ວັນ​ທີ 8 ສິງ​ຫາ 2022 ​ເປັນ​ມື້​ຄົບ​ຮອບ 55 ປີ ຂອງການ​ສ້າງ​ຕັ້ງ​ອາ​ຊຽນ. ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນວັນທີ 23 ກໍລະກົດ 1997, ເຊິ່ງປີນີ້ກໍເປັນປີຄົບຮອບ 25 ປີທີ່ ສປປ ລາວເປັນສະມາ ຊິກອາຊຽນ.

ຂ້າ​ພະ​ເຈົ້າ ຕາງ​ຫນ້າໃຫ້ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ມາ​ຍັງ ​ພໍ່​ແມ່​ພີ່​ນ້ອງ​ຊາວ​ລາວ ກໍ​ຄື​ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວ​ອາ​ຊຽນ ເນື່ອງ​ໃນ​ໂອ​ກາດວັນ​ອາ​ຊຽນ ແລະ ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນ ຂອງ ສປປ ລາວ.

ອາ​ຊຽນ ເປັນ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​ ລະ​ຫວ່າງ​ລັດ​ຖະ​ບານ ທີ່​ມີ​ເອກ​ກະ​ລັກ​ສະ​ເພາະ, ເພາະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເປັນ​ພາກ​ພື້ນ​ທີ່​ມີ​ຄວາມ​ຫລາກ​ຫລາຍ ດ້ານ​ວັດ​ທະ​ນະ​ທຳ, ຮີດຄອງປະ ເພນີ, ສາດ​ສະ​ຫນາ, ປະ​ຫວັດ​ສາດ, ລະ​ບອບ​ການ​ເມືອງ, ລະ​ດັບ​ການ​ພັດ​ທະ​ນາ ແລະ ອື່ນໆ ຊຶ່ງ​ບໍ່​ຄື​ກັບ​ພາກ​ພື້ນ​ອື່ນໆໃນ​ໂລກ. ​

ຕະ​ຫລອດ​ໄລ​ຍະ 55 ປີ ຜ່ານ​ມາ, ອາ​ຊຽນ ໄດ້​ດຳ​ເນີນ​ການ​ຮ່ວມ​ມື ດ້ວຍ “ວິ​ຖີ​ທາງ​ອາ​ຊຽນ” ຊຶ່ງ​ອີງ​ໃສ່​ຈຸດ​ພິ​ເສດ​ຂອງ​ພາກ​ພື້ນ ກໍ​ຄື​ບັນ​ດາ​ຫ​ລັກ​ການ​ພື້ນ​ຖານ​ຂອງ​ອາ​ຊຽນ, ​ອັນໄດ້​ເຮັດ​ໃຫ້​ອາ​ຊຽນ​ສາ​ມາດ​ຜ່ານ​ຜ່າ​​ອຸ​ປະ​ສັກ ແລະ ການ​ທົດ​ສອບ​ນາ​ໆ​ປະ​ການ ແລະ ໄດ້ປະສົບຜົນສໍາເລັດ ໃນການພັດທະນາເສດຖະກິດ, ສັງຄົມມີການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ເທື່ອ​ລະ​ກ້າວ ແລະ ກາ​ຍມາ​ເປັນ​ປະ​ຊາ​ຄົມ​ອາ​ຊຽນທີ່ມີເສດຖະກິດໃຫຍ່ອັນດັບ 5 ຂອງໂລກ​ ແລະ ມີພົນ ລະເມືອງຫຼາຍກວ່າ 600 ລ້ານຄົນ. ພ້ອມດຽວກັນນັ້ນ, ກໍໄດ້ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ​ພາຍ ນອກ ​ບົນ​ຫລັກ​ການເປີດກວ້າງ, ກວມ​ລວມ ແລະ ບໍ່​ຈຳ​ແນກ ພາຍ​ໃຕ້​ກົນ​ໄກ​ການ​ຮ່ວມ​ມື​ທີ່​ອາ​ຊຽນ​ສ້າງຂຶ້ນ ແລະ ອາ​ຊຽນມີບົດບາດເປັນ​ແກນ​ກາງ ຊຶ່ງໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ.

ໃນ​ຊຸມ​ປີ​ຜ່ານ​ມາ ກໍ​ຄືໃນ​ປີ 2022 ນີ້, ອາ​ຊຽນ ແລະ ພາກ​ພື້ນ​ຕ່າງໆໃນ​ໂລກ ສືບ​ຕໍ່​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທາງ​ດ້ານ​ພູມ​ສາດ​ການ​ເມືອງ, ຄວາມ​ຫມັ້ນ​ຄົງ, ວິກິດການດ້ານເສດຖະ ກິດ-ການເງິນ, ພະ​ຍາດ​ລະ​ບາດ ໂດຍ​ສະ​ເພາະ​ແມ່ນ​ພະ​ຍາດ​ໂຄວິດ-19, ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຂາດແຄນດ້ານ​ພະ​ລັງ​ງານ ແລະ ດ້ານ​ສະ​ບຽງ​ອາ​ຫານ ແລະ ອື່ນໆ​.

ຕໍ່​ຫນ້າ​ສະ​ພາບ​ການ​ດັ່ງ​ກ່າວ​, ອາ​ຊຽນ ໄດ້​ຮັດ​ແຫນ້ນ​ການ​ຮ່ວມ​ມື​ພາຍ​ໃນ​ອາ​ຊຽນ ແລະ ລະ​ຫວ່າງ​ອາ​ຊຽນ​ກັບ​ພາຍນອກ ເພື່ອຟື້ນ​ຟູເສດຖະກິດ​ທີ່ໄດ້ຮັບ​ຜົນ​ກະ​ທົບ​ຈາກການ​ລະ​ບາດ​ຂອງ​ພະ​ບາດ​ໂຄວິດ-19 ແລະ ​ສິ່ງ​ທ້າ​ທາຍ​ຕ່າງໆເຫລົ່າ​ນັ້ນ ເພື່ອ​ສືບ​ຕໍ່ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ຢ່າງ​ມີ​ປະ​ສິດ​ທິຜົນ ແລະ ກະກຽມສ້າງວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ​ຫລັງ​ປີ 2025 ໃຫ້​ແທດ​ເຫມາະ​ກັບ​ຈຸດ​ພິ​ເສດຂອງ​ອາ​ຊຽນ ກໍຄືສະ​ພາບ​ການ​ທີ່​ພວມ​ຜັນ​ແປ​ໄປໃນປັດຈຸບັນ ແລະ ຕໍ່ໜ້າ.

​ບົນ​ຈິດ​ໃຈ​ດັ່ງ ກ່າວ, ສ​ປ​ປ ລາວ ເຊື່ອ​ຫມັ້ນ​ວ່າ ການ​ເປັນ​ປະ​ທານ​ອາ​ຊຽນ​ຂອງ ກຳ​ປູ​ເຈຍ ໃນ​ປີ 2022 ພາຍ​ໃຕ້​ຄຳ​ຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ” ຈະ​ໄ​ດ້​ຮັບຜົນ​ສຳ​ເລັດ ອັນເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ອາ​ຊຽນໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

ບັນດາທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ,

​ອາ​ຊຽນ ເປັນ​ບູ​ລິ​ມະ​ສິດ​ຫນຶ່ງ ທີ່​ສຳ​ຄັນ​ຂອງ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ສັນ​ຕິ​ພາບ, ເອ​ກະ​ລາດ, ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຂອງ ສ​ປ​ປ ລາວ. ຕະຫລອດໄລຍະ 25 ປີ ຂອງການເປັນສະມາຊິກອາຊຽນ ທຸກຂະ​ແຫນງ​ການຂອງ ສ​ປ​ປ ລາວ ນັບແຕ່ສູນກາງຮອດທ້ອງຖິ່ນ ປະ​ຊາ​ຊົນ​ລາວບັນດາເຜົ່າ ໄດ້ເຄື່ອນໄຫວວຽກ​ງານອາ​ຊຽນ​ຕາມ​ພາ​ລະ​ບົດ​ບາດ​ຂອງ​ຕົນຢ່າງຕັ້ງຫນ້າ ອັນເປັນການປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ລວມ ແຫ່ງ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ກໍ​ຄື​ການ​​ປົກ​ປັກ​ຮັກ​ສາ ແລະ ສົ່ງ​ເສີມສັນ​​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ ໃນ​ພາກ​ພື້ນ ແລະ ໃນ​ໂລກ,

ທັງເປັນການສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍ​ໃຫ້ແກ່​ພາ​ລະ​ກິດ ແຫ່ງ​ການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກ​ເຮົາ ກໍຄື ການຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ​ ​ເຮັດ​ໃຫ້ ສ​ປ​ປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກປະເທດສະມາຊິກອາຊຽນ ແລະ ບັນ​ດາຄູ່ຮ່ວມມືພາຍນອກ.

ບັນ​ດາ​ທ່ານ, ພໍ່​ແມ່​ພີ່ນ້ອງ ທີ່ຮັກ​ແພງ ​ທັງຫຼາຍ,

ນັບ​ແຕ່ ສ​ປ​ປ ລາວ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ, ປະເທດຂອງພວກເຮົາ ໄດ້ເປັນປະທານອາຊຽນ ດ້ວຍຜົນສຳເລັດອັນຈົບງາມ ມາແລ້ວ 2 ຄັ້ງ ແລະ ໃນປີ 2024 ນີ້, ພວກເຮົາກໍຈະໄດ້ຮັບກຽດເປັນປະທານຫມູນວຽນອາຊຽນອີກ ເປັນຄັ້ງທີ 3. ຂ້າພະເຈົ້າ ຂໍຖືໂອກາດນີ້ ເຊີນຊວນພະ ນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວທຸກຖ້ວນ ໜ້າຈົ່ງພ້ອມ​ກັນເລີ່ມການ​ກະ​ກຽມ​ຄວາມ​ພ້ອມ ​ເພື່ອເປັນ​ປະ​ທານ​ອາ​ຊຽນ ແລະ ເປັນເຈົ້າພາບຈັດກອງປະຊຸມອາຊຽນໃນລະດັບຕ່າງໆ ໃນ​ປີ 2024.

ຂ້າ​ພະ​ເຈົ້າ​ ເຊື່ອ​ຫມັ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ-ນຳ​ພາ​ຢ່າງ​ໃກ້​ຊິດ​ຂອງ​​ການ​ນຳ​ພັກ-ລັດ ແລະ ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ​ຂອງ​ພີ່​ນ້ອງ​ຊາວ​ລາວ, ພວກ​ເຮົາຈະ​ສາ​ມາດ​ເປັນ​ປະ​ທານ​ອາ​ຊຽນ ແລະ ເປັນ​ເຈົ້າ​ພາບ​ທີ່​ດີ ໃນ​ປີ 2024 ໄດ້​ຢ່າງ​ສຳ​ເລັດ​ຜົນ.

ສຸດ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫ​ລວດ ຕະຫລອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ​ອັນມີກຽດສະຫງ່າຂອງທ່ານ ແລະ ຮ່ວມກັນ​ສະເຫລີມສະຫລອງວັນ​ອາ​ຊຽນ ຄົບຮອບ 55 ປີ ກໍຄື ຄົບຮອບ 25 ປີ ຂອງການເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງ​ມີເນື້ອໃນ ແລະ ມີຄວາມໝາຍ. ຂໍ​ຂອບ​ໃຈ.

ຟ້າຝ່າລົງແທງເກັບນໍ້າມັນໃນຄິວບາ ເຮັດໃຫ້ເກີດລະເບີດ 4 ແທງ

ໃນວັນທີ 7 ສິງຫາ 2022 AFP ລາຍງານວ່າ: ໄດ້ເກີດເຫດຟ້າຝ່າລົງໃສ່ຄັງນໍ້າມັນຂະໜາດໃຫ່ຍ ໃນແຂວງມາຕັນຊັສ ປະເທດຄິວບາ ໃນຄໍ່າຄືນວັນສຸກທີ່ 5 ສິງຫາ 2022 ເບື້ອງຕົ້ນມີຜູ້ເສຍຊີວິດຢ່າງນ້ອຍ 1 ຄົນ, ບາດເຈັບ 121 ຄົນໃນນີອາການສາຫັດ 5 ຄົນ, ສູນຫາຍ 17 ຄົນ

ເປັນເຈົ້າໜ້າທີ່ດັບເພີງ ທາງການຕ້ອງປະກາດອົບພະຍົບປະຊາຊົນ 1,900 ຄົນໃນພື້ນທີ່ໃກ້ຄຽງເນືື່ອງຈາກໄຟໄດ້ລຸກລາມໄປຍັງຄັງເກັບນໍ້າມັນທີສອງແລ້ວ ສະຫະພາບນໍ້າມັນຄິວບາເປີດເຜີຍວ່າ:

ຄັງນໍ້າມັນທີ່ຖືກຟ້າຝ່ານັ້ນບັນຈຸນໍ້າມັນຂະໜາດ 26,000 ລູກບາດແມັດ ແລະມີນໍ້າມັນດິບຢູ່ໃນຄັງເຄິ່ງໜື່ງສ່ວນຄັງນໍ້າມັນທີ່ສອງບັນຈຸນໍ້າມັນ 52,000 ລູກບາດແມັດ

……..

….

….

…..

….

ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ