ແຈ້ງການ ເຖິງ: ບັນດາລູກຄ້າ ຂອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ທີ່ເຄົາລົບ ແລະ ນັບຖື, ເລື່ອງ: ການຖອນເງິນຝາກສະກຸນເງິນຕາຕ່າງປະເທດ ໂດຍມາລາຍລະອຽດດັ່ງນີ້: ທີ່ມາ:
ອີງຕາມແຈງ້ການເລກທີ 1143/ທຄຕລ2022 ລົງວັນທີ່ 13 ມິຖຸນາ 2022 ແຈ້ງການເລື່ອງ: ການຈ່າຍໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram. ເນື່ອງຈາກຄວາມພ້ອມທາງດ້ານການຈັດຕັ້ງປະຕິບັດພາຍໃນ ແລະ ສາກົນ, ທຄຕລ ໃຫ້ບັນດາພະແນກ, ສູນ, ສາຂາ, ໜ່ວຍບໍລິການ, ຫ້ອງແລກປ່ຽນທົ່ວລະບົບ ທຄຕລ ແລະ ບັນດາຮ້ານຕົວແທນຍ່ອຍ ທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ໂຈະທີ່ຈະປະຕິບັດຕາມແຈ້ງການເລກທີ 1120-1121/ທຄຕລ ລົງວັນທີ...
ພາຍຫລັງ ທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 13 ມິຖຸນາ 2022 ນີ້ ໂດຍຂໍໍດັດແກ້ຕົວເລກຫລາຍຄາດໝາຍດ້ານເງິນຕາ, ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບເສດຖະກິດໂລກ ທີ່ຜັນຜວນຢ່າງຮຸນແຮງ ທີ່ຈະເຮັດໃຫ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນປີນີ້ ບໍ່ບັນລຸຕາມຄາດໝາຍວາງໄວ້. ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ...
ປັດຈຸບັນ ອັດຕາແລກປ່ຽນ ຫລື ຄ່າເງິນກີບ ໂດຍລວມໄດ້ມີການເໜັງຕີງໃນທິດທາງທີ່ອ່ອນຄ່າຕໍ່ເນື່ອງ ໃນຈັງຫວະແຮງ ແລະ ມີຄວາມແຕກໂຕນລະຫວ່າງ ອັດຕາແລກປ່ຽນຂອງທະນາ ຄານ ແລະ ຕະຫລາດນອກລະບົບ; ໃນນີ້, ອັດຕາແລກປ່ຽນໄດ້ມີການເໜັງຕີງແຮງຫລາຍ ນັບແຕ່ໄລ ຍະທ້າຍເດືອນມີນາ 2022. ສາເຫດທີ່ພາໃຫ້ເກີດສະພາບດັ່ງກ່າວ ແມ່ນເກີດຈາກປັດໄຈພາຍນອກ ການແຂງຄ່າຂອງເງິນໂດລາຢູ່ສາກົນ, ການເພີ່ມຂຶ້ນສູງຫລາຍຕໍ່ເນື່ອງຂອງລາຄາຄໍາ, ລາຄານໍ້າມັນ ແລະ ທ່າອ່ຽງ ການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ...
ໃຜກະຮູ້ເນາະຕອນນີ້ ລາຄາຄຳຂຶ້ນເອົາໆ ລ່າສຸດ 18,309,000 ກີບຕໍ່ບາດແລ້ວ ຫຼາຍຄົນກຳລັງຄິດກັນຢູ່ ຊື້ ຫຼືຂາຍດີ? ຂໍບອກເລີຍວ່າ ທີ່ລາຄາຄຳຂຶ້ນຕອນນີ້ ບໍ່ແມ່ນປັດໄຈຂອງທອງຄຳເລີຍ ແຕ່ປັດໄຈສ່ວນໃຫຍ່ແມ່ນ ຄ່າເງິນກີບທີ່ອ່ອນຄ່າ ລາຄາຄຳໃນຕະຫຼາດໂລກ (ເບິ່ງຮູບໃນຄອມເມັ້ນ) ບໍ່ໄດ້ຂຶ້ນສູງແບບນີ້ເລີຍ ສັງເກດເບິ່ງລາຄາຄຳໃນຕະຫຼາດໂລກຕອນນີ້ ຍັງບໍ່ສູງກວ່າຈຸດສູງສຸດທີ່ຜ່ານມາຊໍ້າ ລາຄາຍັງຢູ່ໃນລະດັບປີ 2011 ກັນຢູ່ເລີຍ ແຕ່ເປັນຫຍັງລາຄາຕອນນີ້ ກັບປີ 2011 ຈຶ່ງຕ່າງກັນແທ້? ນັ້ນກໍເພາະຄ່າຂອງເງິນກີບອ່ອນຄ່າເທົ່ານັ້ນ...
ໄລຍະ 6 ເດືອນຜ່ານມາ ລັດຖະບານຊຸດທີ 9 ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ ແລະ 6 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ສະພາແຫ່ງຊາດໄດ້ຮັບຮັບຮອງ ເພື່ອສ້າງການຫັນປ່ຽນໃໝ່ໃຫ້ແຂງແຮງ ແລະ ເລິກເຊິ່ງຮອບດ້ານຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກທີ່ໄດ້ກຳນົດໄວ້. ການປະຕິວັດແຜນດັ່ງກ່າວດຳເນີນໄປໃນເງື່ອນໄຂທີ່ສະພາບການສາກົນພາກພື້ນ ແລະ ຢູ່ພາຍໃນປະເທດ ມີທັງຂໍ້ສະດວກ ແລະ...
ໜັກໄປກັນໃຫຍ່ ສູ້ໄຫວບໍ່ພີ່ນ້ອງເອີຍ ອັບເດດລາຄາຄໍາປະຈໍາວັນ ວັນທີ13/06/2022 ຄັ້ງທີ1(09:50 1 ບາດ 18.189.000 ກີບ 1 ສະຫຼືງ 4.549.000 ກີບ
ໄຂກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 13 ມິຖຸນາ 2022 ແລະ ກອງປະຊຸມຈະດຳເນີນໄປ ຮອດວັນທີ 8 ກໍລະກົດ 2022 ໂດຍຈະພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ. ຂໍເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ,...