ຂ່າວພາຍໃນ3 ອາທິດ ago
ສາມາດຈັບຜູ້ກໍ່ເຫດ ແລະ ກຸ່ມແກ້ງທີ່ລັດຍິງລົດຢູ່ທາງດ່ວນວຽງຈັນ-ວັງວຽງ ໄດ້ຮຽບຮ້ອຍແລ້ວ
ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງວຽງຈັນ ຢືນຢັນວ່າ: ສາມາດຈັບຜູ້ກໍ່ເຫດ ແລະ ກຸ່ມແກ້ງທີ່ລັດຍິງລົດຢູ່ທາງດ່ວນວຽງຈັນ-ວັງວຽງ ໄດ້ຮຽບຮ້ອຍແລ້ວ. ປັດຈຸບັນ ພວມເລັ່ງສືບສວນ-ສອບສວນເພື່ອຂະຫຍາຍຜົນການກໍ່ເກດໃນຄັ້ງນີ້, ຄາດວ່າພາກສ່ວນທີ່ກ່ຽວຂ້ອງຈະຖະແຫລງຂ່າວ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງເປັນທາງການໃນໄວໆ ນີ້. ພັທ ບົວທອງ ບໍລິບານ, ຫົວໜ້າຫ້ອງຕໍາຫລວດ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງວຽງຈັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 10 ມິຖຸນາ 2022 ວ່າ: ພາຍຫລັງເກີດເຫດກຸ່ມຄົນຮ້າຍລັດຍິງລົດຢູ່ທາງດ່ວນວຽງຈັນ-ວັງວຽງ ໃນວັນທີ...