ເພີ່ມຄວາມກ້າ ເສບຢສບ້າ 2 ເມັດ ກ່ອນລົງມືລັກລົດຮຸນໄດ ແຕ່ໜີບໍ່ລອດຖືກຈັບດຳເນີນຄະດີ

ເພີ່ມຄວາມກ້າ ເສບຢສບ້າ 2 ເມັດ ກ່ອນລົງມືລັກລົດຮຸນໄດ ແຕ່ໜີບໍ່ລອດຖືກຈັບດຳເນີນຄະດີ

ເວລາ 03:40 ໂມງ ຂອງວັນທີ 25 ມັງກອນ 2022 ປກສ ເມືອງປາກງື່ມ ນວ ໄດ້ຮັບແຈ້ງຄວາມຈາກເຈົ້າຂອງຮ້ານແປງລົດ ວ່າ:

ມີຄົນມາລັກເອົາລົດຮຸນໄດ ສີຟ້າ ເລກທະບຽນ ກກ 2162 ວຽງຈັນ ທີ່ນໍາມາສ້ອມແປງຢູ່ຮ້ານຂອງຕົນ.ພາຍຫຼັງຮັບແຈ້ງຄວາມ ເຈົ້າໜ້າທີ່ໄດ້ເລັ່ງສືບຄົ້ນຫາ ເປົ້າໝາຍກໍ່ເຫດ

ມາຮອດເວລາ 7:00 ໂມງ ຂອງວັນດຽວກັນ ສາມາດກັກຕົວຜູ້ລັກໄດ້ ຊື່: ທ້າວ ແກ້ວພູວັນ ກໍາມະກອນ ຢູ່ບ້ານໂນນສູງ ເມືອງປາກງື່ມ ນວ, ພ້ອມຂອງກາງລົດຄັນດັ່ງກ່າວ ມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ແກ້ວພູວັນ ຮັບສາລະພາບເບື້ອງຕົ້ນວ່າ: ຜ່ານມາຕົນເອງໄດ້ເຄື່ຶອນໄຫວ ພົວພັນກັບຢາເສບຕິດ ກ່ອນລົງມືລັກລົດ ໄດ້ ເ ສ ບ ຢ າ ບ້ າ 2 ເມັດ, ຈຶ່ງໄດ້ເຂົ້າໄປຂັບຂີ່ເອົາລົດ ທີ່ຈອດໄວ້ຮ້ານສ້ອມແປງ ແລ້ວຂັບຂີ່ໜີໄປ

ພໍຂັບຂີ່ມາຮອດບ້ານທາງໂຄ້ງ ເມືອງປາກງື່ມ ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ ມາດຳເນີນຄະດີຕາມກົດໝາຍ.ປັດຈຸບັນ ກອງບັນຊາການ ປກສ ເມືອງປາກງື່ມ ກຳລັງສືບສວນ-ສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີ.

ຂໍ້ມູນຂ່າວ: ປກສ ນວ

ໃນວັນທີ 25.ມັງກອນ.2022 ເວລາ 06:42ນາທີ ເກີດເຫດຄົນຖືກຍິງ ຜູ້ເສຍຊີວິດ​ 01 ຄົນ

ໃນວັນທີ 25.ມັງກອນ.2022 ເວລາ​ ​06:42ນາທີ ໄດ້ຮັບແຈ້ງ​ຈາກ​ປະຊາຊົນ​ຜ່ານ​ເບີ 0711625 ວ່າມີຄົນເສຍຊີວິດຢູ່ເສັ້ນທາງບ້ານໂພນສະອາດ ​

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຊາຍ01ຄົນ:ຊື່​: ທ້າວ​ເພັດ ອາຍຸ​27ປີ ສັນຊາດ​ລາວ​ ບ້ານຢູ່​ປັດຈຸບັນ​ບ້ານພູຊ້າງຄຳ ນະຄອນ​ຫລວງພະບາງ​

​ ແຂວງຫລວງພະບາງ​ ຜ່ານການກວດສອບພົບວ່າຜູ້ເສຍຊີວິດມີຮອຍຖືກລູກປືນຍິງຢູ່ຂ້າງນົມເບື້ອງຊ້າຍ

ດັ່ງນັ້ນທີມງານ​ກູ້ຊີບອົງກ​ານກາແດງລາວ​ແຂວ​ງຫລວງພະບາງ​ໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວ​ນຳສົ່ງ​ໂຮງເຢັນ​ໂຮງຫມໍແຂວງ​ຫລວງພະບາງ

#ສ່ວນສາເຫດແມ່ນຢູ່ໃນຂະບວນການປະຕິບັດງານຂອງເຈົ້າຫນ້າທີ່

ຟັງກັນແລ້ວຫວາ? “ເພງ ລໍພີ້ທີ່ເຂື່ອນນ້ຳງື່ມ” ສາວພອນ – ບ່າວແມັກຮັບບົດເປັນພະເອກ ນາງເອກເອັມວີ (ມີຄລິບ)

ວິນາທີນີ້ຕ້ອງຍົກໃຫ້ ສາວພອນ ຄົນດັງໃນສື່ສັງຄົມອອນລາຍທີ່ກາຍເປັນກະແສບໍ່ວ່າຈະຕີງໂຕເຮັດຫຍັງກໍໄດ້ຮັບຄວາມສົນໃຈຈາກສັງຄົມ ຫຼ້າສຸດກໍຍິ່ງຖືກຈັບຕາຂຶ້ນໄປອີກຫຼັງຈາກທີ່ເຟສບຸກທາງການຂອງ ຈິນຕະຫຼາ ພູນລາບ ນັກຮ້ອງດັງຂອງໄທໄດ້ອອກມາເປີດເຜີຍວ່າ ເອັມວີເພງໃໝ່ຂອງຕົນເອງຢ່າງ “ຄອຍອ້າຍທີ່ເຂື່ອນນໍ້າງື່ມ” (รอพี่ที่เขื่อนน้ำงึม) ຈະໄດ້ສາວພອນ ແລະ ບ່າວແມັກ ເຊິ່ງເປັນຄູ່ຮັກຄົນດັງຊາວສະຫວັນນະເຂດທີ່ກຳລັງເປັນກະແສໃນຂະນະນີ້.

ເພງນີ້ນອກຈາກຈິນຕະຫຼາແລ້ວ ຍັງໄດ້ນັກຮ້ອງຈາກລາວຢ່າງ ແພັດ ເພັດດາວອນ ມາຮ້ອງຮ່ວມນຳ ເຊິ່ງ ແພັດເອງກໍເປັນທີ່ຮູ້ຈັກກັນດີທັງຝັ່ງລາວ ແລະ ໄທ ຈາກການໄປຮ່ວມແຂ່ງຂັນຮ້ອງເພງໃນລາຍການ ເສິກວັນດວນເພງ. ເວົ້າໄດ້ວ່າ ເປັນການລວມໂຕຂອງຄົນດັງທີ່ເປັນທີ່ຮູ້ຈັກກັນທັງສອງຝັ່ງຂອງ.

ສຳລັບເພງ ຄອຍອ້າຍທີ່ເຂື່ອນນໍ້າງື່ມ, ເຟສບຸກທາງການຂອງຈິນຕະຫຼາໄດ້ເປີດເຜີຍວ່າ ຈະປ່ອຍໃຫ້ຟັງກັນໃນວັນທີ 25 ມັງກອນ 2022 ນີ້ ເຊິ່ງນັບຈາກມື້ນີ້ໄປກໍອີກບໍ່ເທົ່າໃດມື້ເທົ່ານັ້ນ. ມາຖ້າກັນວ່າ ບົດບາດຂອງ ສາວພອນ ແລະ ບ່າວແມັກ ໃນຖານະນາງເອກ ແລະ ພະເອກເອັມວີ ຈະເປັນແນວໃດ ກໍຕ້ອງມາລໍຖ້າເບິ່ງນຳກັນ.

ລ່າສຸດ ປ່ອຍອອກມາໃຫ້ໄດ້ເບິ່ງກັນແລ້ວພີ່ນ້ອງ ເອົາວ່າຈະມ່ວນສ່ຳໃດໄປຮັບຊົມພ້ອມໆ ກັນເລີຍ.

ກວດພົບຜູ້ຕິດເຊື້ອໂຄວິດ 560 ຄົນ ແລະ ເສຍຊີວິດ 2

ວັນທີ25.01.2022 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ ທັງໝົດ ຄົນ ພາຍໃນ 24 ຊມ.

ລາຍງານພາກເຊົ້າ ຂອງວັນທີ 25/1/22, ໄດ້ກວດວິເຄາະ ທັງຫມົດ ຕົວຢ່າງ, ໃນນັ້ນ, ກວດພົບເຊື້ອ 560 ຕົວຢ່າງ, .

ຊ່ວຍກັນແຊຣ໌ ໃຜມີເບາະແສ ຜູ້ຮ້າຍກໍ່ເຫດຂີ່ລົດຕຳເຮັດໃຫ້ມີຄົນເສຍຊີວິດ ຢູ່ທາງ 450ປີ ແລ້ວລົບໜີ ຕິດຕໍ່ຫາດ່ວນ

ເຊົ້າວັນທີ 24/1/2022 ເວລາປະມານ 9:15- 9:45 ນາທີລົດທີ່ຜ່ານມາມີກ້ອງວົງຈອນປິດເຫັນເຫດການຂໍທ່ານໃຈບຸນສົ່ງຂໍ້ມູນຫາ ທີ່ເບີ 22224149 ໝໍອິດ ຕາມຂໍ້ມູນລົດກະບະສີດຳ ພ້ອມດ້ວຍຊີ້ນສ່ວນລົດຄູ່ກໍລະນີ.

ເບີ: 02022224149.ຂໍວອນຜູ້ໃຈບຸນ ໃຜເຫັນບໍ່ແສ ເຫດການ ຜູ້ຮ້າຍກໍ່ເຫດຂີ່ລົດຕຳເຖີງຂັ້ນເສຍຊີວິດ ແລ້ວໜີ ຂໍທ່ານສົ່ງຂໍ້ມູນຫາເບີ 22224149.

ໃຜເຫັນບໍ່ແສ ເຫດການ ຜູ້ຮ້າຍກໍ່ເຫດຂີ່ລົດຕຳເຖີງຂັ້ນເສຍຊີວິດ ແລ້ວໜີ

ທີ່ມາ

ແພດ ແລະ ຜູ້ຊ່ຽວຊານໄທ ເຕືອນອຸປະກອນຟອກອາກາດ” ບໍ່ສາມາດປ້ອງກັນຫຼື ທຳລາຍໂຄວິດ-19 ໄດ້

ແພດ ແລະ ຜູ້ຊ່ຽວຊານໄທອອກມາເຕືອນວ່າ ອຸປະກອນຟອກອາກາດ” ບໍ່ສາມາດປ້ອງກັນຫຼື ທຳລາຍໂຄວິດ-19 ໄດ້.

– ບໍ່ມີການຢັ້ງຢືນຈາກອົງກອນໃດໆໃນໂລກ ນອກຈາກໂຄສະນາ.

– ທ່ານຫ້ອຍຄໍແລ້ວກໍຕິດເຊື້ອໄດ້ຫາກບໍ່ປະຕິບັດມາດຕະການອື່ນໆ.

ເຖິງກັບນ້ຳຕາໄຫຼ! ຫຼັງທົວຖະຫຼົ່ມບໍ່ຢຸດ ສ່ວນເພງແມ່ນຖືກລົບອອກແລ້ວຈາກຊ່ອງຫຼັກ

ເຖິງກັບນ້ຳຕາໄຫຼ! ຫຼັງທົວຖະຫຼົ່ມບໍ່ຢຸດ ໃຫ້ອາໄພລາວສາທຸກຄົນ ສ່ວນເພງ ເນີນ X ອາລັງການ ຕົ້ນສະບັບຖືກລົບອອກແລ້ວ (ມີຄລິບ)

ທຸກມື້ນີ້ເຊື່ອເລີຍຫຼາຍຄົນບໍໝັ້ນໃຈໃນຫູໂຕເອງ ໂດຍສະເພາະພາຍຫຼັງຟັງເພງເນີນ xີ ຈະຕັ້ງຄຳຖາມກັບໂຕເອງມັນແມ່ນແທ້ບໍ ຫຼື ຫູຟາດໄປຈົນໄດ້ກັບມາຟັງອີກຄັ້ງກໍຍັງເປັນເນີນ hee ຢູ່ດີ ແຮແຮ

ຄວາມຈີງແລ້ວເພງນີ້ມ່ວນ ຜູ້ຮ້ອງສຽງກໍດີບັນຍາກາດບ້ານໆເບິ່ງແລ້ວສະບາຍຕາ ພຽງແຕ່ຄຳດຽວນັ້ນແລເປັນຂໍ້ກັງຂາຂອງບົດເພງທັ້ງບົດ ຈົນສຸດທ້າຍຕ້ອງກາຍເປັນເລື່ອງເປັນລາວດຣາມ້າເຖິງຄວາມບໍ່ເໝາະສົມ ຜູ້ໃຫຍ່ຕ້ອງສັ່ງກວດສອບຄືນເພງ-ລຳທັ້ງໝົດທັ້ງມວນ ເພື່ອຄວາມເປັນລະບຽບສວຍງາມຂອງຮີດຄອງປະເພນີລາວ.

ສ່ວນຕົວຜູ້ກ່ຽວເອງກໍ່ຖືກຮຽກເຂົ້າສຶກສາອົບຮົມ ໃນວັນທີ 18 ມັງກອນ 2022 ນີ້ ໂດຍຂະແໜງວັດທະນະທຳ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ ນຳໂດຍ ທ່ານ ສີສະຫວາດ ຍີ່ລັດໃຈ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຜູ້ຊີ້ນຳວຽກງານວັດທະນະທຳ, ພ້ອມດ້ວຍ ທ່ານ ວິໄລ ແກ້ວປະເສີດ ຫົວໜ້າຂະແໜງວັດທະນະທຳ

ພະແນກ ຖວທ ພ້ອມດ້ວຍຄະນະ, ໄດ້ຮຽກຕົວ ທ້າວ ພີມມະສອນ ພິລາຈັນ, ສັນຊາດ ລາວ, ອາຍຸ 31 ປີ, ຢູ່ບ້ານຊຽງແກ້ວ, ນະຄອນ ຫຼວງພະບາງ, ແຂວງຫຼວງພະບາງ

ເຊິ່ງເປັນຜູ້ປະດິດຄິດແຕ່ງບົດເພງ ທີ່ມີຊື່ວ່າ: ເຮັດນົມສາບໍ່ຕ້ອງເຮັດນາ ແລະ ເພງ ອະສຽບອະ ເຊິ່ງມີເນື້ອຫາລາມົກອະນາຈານ ບໍ່ສອດຄອງກັບວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ, ທັງບໍ່ໄດ້ຜ່ານການກວດກາ ແລະອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ

ຜ່ານການເກັບກຳຂໍ້ມູນ, ສຶກສາອົບຮົມ, ຕັກເຕືອນ ຜູ້ກ່ຽວກໍຍ້ອນຮັບຜິດວ່າ ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ແລະຄິດວ່າບົດເພງທີ່ປະດິດຂື້ນມາສ້າງຂື້ນເພື່ອຄວາມບັນເທີງເທົ່ານັ້ນ ຕໍ່ກັບບັນຫາດັ່ງກ່າວ ທາງຂະແໜງວັດທະນະທຳ ແລະຫ້ອງການ ຖວທ ນະຄອນ ຫຼວງພະບາງ ໄດ້ມີມາດຕະການ ໃຫ້ຜູ້ກ່ຽວລຶບເພງ ເຮັດນົມສາບໍ່ຕ້ອງພ້ອມນີ້ໃຫ້ເຮັດໜັງສືຂໍໂທດຕໍ່ສັງຄົມ, ແລະດຳເນີນການໄດ້ສຶກສາອົບຮົບຜູ້ກ່ຽວ ໃຫ້ຮູ້ເຖິງການກະທຳທີ່ລະເມີດຕໍ່ລະບຽບກົດໝາຍ ຄັ້ງທີ 01 ພ້ອມທັງເຮັດບົດບັນທຶກ ແລະຖ້າຜູ້ກ່ຽວຈະດຳເນີນທຸລະກິດດ້ານນີ້ຕ້ອງໄດ້ປະກອບເອກະສານໃຫ້ຖືກຕ້ອງຕາມລະບຽບການ, ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍສິນລະປະການສະແດງ ແລະກົດໝາຍວ່າດ້ວຍສື່ມວນຊົນ ສະບັບປັບປຸງ ທີ່ກຳນົດໄວ້.

ຫຼ້າສຸດຜູ້ກ່ຽວຂ້ອງທີ່ປະດິດແຕ່ງບົດເພງດັ່ງກ່າວແມ່ນໄດ້ຂຽນໜັງສືຂໍໂທດຕໍ່ສັງຄົມແລ້ວ ທີ່ປະພັນບົດເພງບໍ່ເໝາະສົມຕາມຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງລາວເຮົາ ທັງບໍ່ໄດ້ກວດຜ່ານຈາກຂະແໜງການທີ່ກ່ຽວຂ້ອງ.

ເຊິ່ງເພິ່ນເອງຈະຂໍຮັບຜິດຊອບຕໍ່ການກະທຳຄັ້ງນີ້ຍ້ອນຄວາມຮູ້ເທົ້າບໍເຖິງການ ຈິ່ງເຮັດໃຫ້ເກີດສຽງວິພາກວິຈານຕ່າງໆນາໆ ແລະຂໍໃຫ້ສັງຄົມໃຫ້ໂອກາດ ແລະໃຫ້ອະໄພຖ້າຫາກຜິດພາດຄັ້ງໜ້າແມ່ນໃຫ້ລົງໂທດຕາມກົດໝາຍບ້ານເມືອງໄດ້.ຜູ້ແຕ່ງເພງ ເຮັດນົມສາບໍ່ຕ້ອງເຮັດນາ ແລະເພງ ອະສຽບອະ ໄດ້ຂຽນຫນັງຂໍໂທດເຖິງການຈັດຕັ້ງພັກ-ລັດ ແລະສັງຄົມ ກ່ຽວກັບເນື້ອຫາເພງທີ່ມີເນື້ອໃນລາມົກອານາຈານ.

ຊ່ວຍແຊຣ໌ຊ່ວຍຂ້ອຍແດ່ ໃຜຮູ້ຄອບຄົວນີ້ ຕິດຕໍ່ຫາຂ້ອຍແດ່ ເຂົາເຈົ້າຢູ່ບ້ານ ໂພນທອງ ເມືອງຊຽງຄໍ້ ແຂວງຫົວພັນ ຂ້ອຍຢາກຊ່ວຍເຫຼືອເຂົາເຈົ້າ

ໃຜຊ່ວຍຂ້ອຍໄດ້ແດ່. ຄອບຄົວນີ້ຢູ່ບ້ານ ໂພນທອງ ເມືອງຊຽງຄໍ້ ແຂວງຫົວພັນ. ໃຜຮູ້ຊອ່ຍຕິດຕໍ່ຫາຂ້ອຍແດ່. ຫລືເປັນຕົວແທນຂ້ອຍ. ເປັນສະພານບູນໃຫ້ແດ່.

ຂ້ອຍຢາກຊ່ວຍຂະເຈົ້າ. ຂ້ອຍຢາກໃຫ້ເຄື່ອງນູ່ງ ເຂົ້າກີນ ເຄື່ອງໃຊ້.ຫລືຫາຫົນທາງໃຫ້ຊີວິດໃຫມ່ຂະເຈົ້າ…ອີຕົນລູກຊາຍນ້ອຍ ກຳລັງຫນ້າຮັກ ຊົງເປັນຄົນສະຫລາດ…

. ຂ້ອຍນັບຖື ຊາບຊື້ງ ນ້ຳໃຈ ຜູ້ເປັນເມັຍ. ທີ່ເອົາຜົວຕາບອດ. ເປັນຄວາມຮັກອັນລ້ຳຄ່າ.. ຊອ່ຍແດ່ພີ່ນ້ອງ ຊາວເມືອງຊຽງຄໍ້.

ທ່ານສາມາດ ຕິດຕໍ່ຂ້ອຍໄດ້ ທາງ ອີນບອກ໊ ຫຼືທາງທີມງານ ຜູ້ມີຄວາມຫວັງ ແບ່ງປັນນ້ໍາໃຈ.

ຢາກໄດ້ ເບີໂທ ປະທານບ້ານ ໂພນທອງ ເມືອງຊຽງຄໍ້ ແຂວງຫົວພັນ….ຊອ່ຍແດ່. ຊອ່ຍແຊໃຫ້ຮອດ ໃຫ້ເຖີງເພີ່ນແດ່ ເອົາບູນນຳກັນ. ພີ່ນ້ອງເອີຍ…..

ທີ່ມາ