ແຈ້ງການ ໃຫ້ຮູ້ເພື່ອມີຄົນຖາມ!​ ໄທຈະເປີດດ່ານວັນທີ 4 ມັງກອນ 2022

ດ່ວນ! ເເຈ້ງໃຫຮູ້ເພື່ອມີຄົນຖາມ!​ ໄທຈະເປີດດ່ານວັນທີ 4 ມັງກອນ 2022

ທາງການກວດຄົນເຂົາເມື່ອງຈັງຫວັດໜອງຄາຍ ປະກາດຢຸດໃຫບໍລິການເຂົາ-ອອກຊົ່ວຄາວ ເພາະເປັນວັນຢຸດຊ່ວງເທດສະການປີໃຫມ່

ຕັ້ງແຕ່ ວັນທີ 31ທັນວາ ປີ 2021 ທີຜ່ານມາ ຈົນຮອດ ວັນທີ3 ມັງກອນ 2022 ປີໃຫມ່ປີນີ້

ແລ້ວຈະພ້ອມເປີດໃຫ້ບໍລິການອີກຄັ້ງ ວັນທີ4 ມັງກອນ 2022ເປັນຕົ້ນໄປ..

ຂໍຂອບໃຈ (ລາຍລະອຽດຕາມໃບແຈ້ງການ)

ມື້ນີ້ກວດພົບຜູ້ຕິດເຊື້​ອ​​ +1,023 ຄົນ ແລະ ເສຍຊີວິດ 2 ຄົນ

🔥 ການຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິດ-19​ ປະຈຳວັນ​ທີ​ 1 ມັງກອນ 2022 ໃຫ້ຮູ້ວ່າ:​ ກວດພົບເຊື້ອໃໝ່ຕົວຢ່າງ+ ຄົນ.

ສະຫລຸບການຕິດເຊື້ອໂຄວິດ-19 ມື້ນີ້

ລາຍລະອຽດທາມລາຍ ໃນແຕ່ລະແຂວງຈະໄດ້ແຈ້ງໃຫ້ຊາບຕື່ມໄວໄວນີ້ !

ແຂວງ ຫຼວງພະບາງ ກວດພົບຜູ້ຕິດເຊື້ອໃນຊຸມຊົນເພີ່ມ 44 ຄົນ

ສະ ຖ າ ນະ ການຂອງພະຍາດໂຄວິດ-19 ປະຈຳວັນທີ 01 ມັງກອນ 20212 ທີ່ ແຂວງ ຫຼວງພະບາງ ກວດພົບຜູ້ຕິດເຊື້ອໃນຊຸມຊົນ 44ກໍລະນີ. ທັງ 44 ກໍລະນິຜູ້ຕິດເຊື້ອນັ້ນລ້ວນແຕ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົ່ງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ.

ລາຍ​ລະອຽດ​ທາງຄະນະສະເພາະກິດຈະແຈ້ງມາຕາມຫຼັງ.

ຈົບເກມ !….ຈັບໄດ້ແລ້ວ ທ້າວຄຳແພງ ( ດາວຕິກຕັອກ ) ທີ່ແອບອ້າງເປັນທະຫານ

ຈົບເກມ !….ຈັບໄດ້ແລ້ວທ້າວ ຄຳແພງ ( ດາວຕິກຕັອກ ) ທີ່ຕົວະຍົວະເອົາເງິນຄົນອື່ນ

ໃນວັນທີ 31 ທັນວາ 2021, ເຈົ້າໜ້າທີ່ສາ ມາດ ຈັບຕົວ ທ້າວ ຄຳແພງ ( ຫຼື ດາວ ຕິກຕັອກ ) ໄດ້ແລ້ວ;

ເຊິ່ງທ້າວ ຄຳແພງ ໄດ້ແອບອ້າງເປັນທະຫານ ໂດຍຕິດຊັ້ນພັນຕີ ພ້ອມທັງແອບອ້າງສາມາດແລ່ນເອົາລູກຫຼານ ພໍ່-ແມ່ປະຊາຊົນເຂົ້າທະຫານໄດ້, ເຮັດໃຫ້ມີຄົນຫຼົງເຊື່ອຈຳນວນຫຼາຍຄົນ ເສຍເງິນລວມກັນເກືອບ 600 ລ້ານກີບ.

ສຳລັບຄະດີດັ່ງກ່າວ, ພາຍຫຼງສືບສວນ-ສອບສວນສຳເລັດຈະລາຍງານໃຫ້ທ່າບຊາບອີກ.

ທ້າວ ຄຳແພງ ບ້ານດອນແດງ ເມືອງຈັນທະບູລີ ( ບໍ່ມີທີ່ຢູ່ຖາວອນ ) ທີ່ແອບອ້າງເປັນທະຫານ ໂດຍສວມໃສ່ຊຸດເຄື່ອງແບບ ເພື່ອເຮັດໃຫ້ຫນ້າເຊື່ອຖື ໄດ້ສໍ້ໂກງຊັບພົນລະເມືອງ

ຢ່າງໃດກໍຕາມ, ທາງພາກສ່ວນກ່ຽວຂ້ອງ ໄດ້ຮຽກຮ້ອງມາຍັງບໍ່ແມ່ປະຊາຊົນ ຢ່າຫລົງເຊື່ອເດັດຂາດ ກ່ຽວກັບບຸກຄົນ ທີ່ແອບອ້າງເອົາເງິນ ເພື່ອແລ່ນເອົາລູກ, ຫລານ ເຂົ້າ ພະນັກງານ, ທະຫານ ແລະ ຕຳຫລວດ, ດັດຂາດ,

ໃນການທີ່ຈະເຂົ້າເປັນພະນັກງານ, ທະຫານ ແລະ ຕຳຫລວດ ທາງພາກສ່ວນກ່ຽວຂ້ອງ ກໍມີລະບຽບ ຫລັກການ ທີ່ເຂັ້ມງວດ ແລະ ຮັດກຸມ.

ຊົມຄລິບ1

ຊົມຄລິບ2

ທີ່ມາ