ປະກາດຫາກະເປົາເຮ່ຍຢູ່ໃນກະເປົາມີບັດປະກັນສັງຄົມ ແລະ ບັດອື່ນໆ

ປະກາດຫາກະເປົາເຮ່ຍຢູ່ໃນກະເປົາມີບັດປະກັນສັງຄົມ ແລະ ບັດອື່ນໆລວມມີ4ບັດຢູ່ໃນກະເປົາ.

ຖ້າຜູ້ໃດຫາກເກັບໄດ້ກະລຸນາສົ່ງຄືນແດ່ເນີ.ເບີ້ຕິດຕໍ່.99977765ຈະສົມມະນາຄຸນ

ທີ່ມາ

ນ້ອງບີມ ສູ້ຊີວິດເຮັດວຽກແລກຄ່າເທີມຝັນຢາກຮຽນສູງໆ ພໍ່ແມ່ສອນສະເໝີວ່າລູກຕ້ອງເພິ່ງພາຕົວເອງ

ນ້ອງບີມ ນາງສາວ ນັກຮຽນຊັ້ນມັດທະຍົມສຶກສາປີທີ່ 4 ໂຮງຮຽນບໍ່ເກືອ ອໍເພີບໍ່ເກືອ ຈັງຫວັດນ່ານ ພໍ່ແມ່ສອນສະເໝີວ່າລູກຕ້ອງເພິ່ງພາຕົວເອງໃຫ້ໄດ້ເດີ້ ຢ່າໄປພະຍາຍາມເພິ່ງຄົນອື່ນ ຄອບຄົວຂອງບີມເປັນຊາວໄທພູເຂົາເຜົ່າລົວະ

ພໍ່ກັບແມ່ນ້ອງບີມເຮັດໄຮ່ເຮັດນາລ້ຽງລູກ 3 ຄົນ ຫຼັງລະດູເກັບກ່ຽວຈະໄປຊອກວຽກເຮັດຕ່າງອຳເພີເພາະໃນທ້ອງຖິ່ນບໍ່ຄ່ອຍມີງານຮັບຈ້າງ ບີມກັບອ້າຍຕ້ອງຢ່າງໄປໂຮງຮຽນເປັນໄລຍະທາງກ່ວາ 10 ກິໂລແມັດຕໍ່ມື້

ແລະຈະຊ່ວຍກັນເຮັດວຽກເທົ່າທີ່ກຳລັງຂອງແຕ່ລະຄົນຈະສາມາດເຮັດໄດ້ ຄອບຄົວທີ່ຍາກຈົນມີຄວາມຫວັງຫຼາຍຂຶ້ນເມື່ອອ້າຍຂອງບີມກຳລັງຈະໄດ້ຮຽນຕໍ່ປະລິນຍາຕີ ແຕ່ໂຊກຊະຕາກັບເຮັດໃຫ້ໄປໄດ້ບໍ່ເຖິງຝັນ

ບີມເສຍອ້າຍໄປເພາະເກີດອຸບັດຕິເຫດເມື່ອ 4 ປີກ່ອນ ຄອບຄົວພະຍາຍາມຕັ້ງຫຼັກສູ້ທັງທີ່ກຳລັງໃຈຫົດຫາຍ ບີມຍັງມີໂອກາດໄດ້ຮຽນຕໍ່ຊັ້ນ ມ.4 ແລະລາວເລືອກຮຽນທີ່ໂຮງຮຽນບໍ່ເກືອ

ເພາະເປັນໂຮງຮຽນທີ່ຢູ່ໃກ້ເຮືອນທີ່ສຸດ (ຫ່າງຈາກເຮືອນ 30 ກິໂລແມັດ) ໂດຍບີມຈະອາໄສທີ່ຫໍພັກຂອງໂຮງຮຽນເພື່ອປະຫຍັດຄ່າອາຫານແລະຄ່າເດີນທາງ

ຂ່າວຈາກ CTV News Edmonton ໃນວັນທີ 28 ມັງກອນ 2022 ທ່ານ ເບ ສູນດາລາ ຖືກເລກລາງວັນ 1ລ້ານໂດລາ

ຂ່າວຈາກ CTV News Edmonton ໃນວັນທີ 28 ມັງກອນ 2022. ໃຫ້ຮູ້ວ່າ.

ທ່ານ ເບ ສູນດາລາ ທີ່ຄົນການາດາ ເຊື້ອສາຍລາວ ທີ່ເມືອງ Edmonton ໄດ້ຖືກເລກ ລາງວັນ 1 ລ້ານໂດລາ ທີ່ ອອກໃນວັນທີ 8 ມັງກອນ 2022 ຜ່ານມາ.

An Edmonton man plans to pay off his mortgage, help his family and go on a vacation after claiming $1 million that he won on a lotto ticket.

ໂດຍຜູ້ໂຊກດີໄດ້ໃຫ້ສໍາພາດກັບນັກຂ່າວວ່າ “ເງິນທີ່ໄດ້ຈາກໂຊກຖືກເລກຄັ້ງນີ້ ຈະນໍາໄປໃຊ້ໜີ້, ຊ່ວຍເຮືອຄອບຄົວ ແລະ ຈະໄປທ່ອງທ່ຽວ”

ຊົມເຊີຍ ເຈົ້າໜ້າທີ່ ຈັບແກ້ງປອມແປງເອກະສານ

ເຈົ້າໜ້າທີ່ຈັບແກ້ງປອມແປງເອກະສານ

ພະແນກສືບສວນ-ສອບສວນຄະດີອາຍາ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ມ້າງກຸ່ມແກ້ງປອມແປງເອກະສານ 5 ຄົນ ໃນລະຫວ່າງວັນທີ 22- 24 ພະຈິກ 2021, ໃນນີ້ມີ:1. ທ້າວ ນ້ອຍ ອາຍຸ 19 ປີ ຢູ່ບ້ານຈອມມະນີໄຊເສດຖາ,2. ທ້າວຈິດອານັນ ອາຍຸ 24 ປີ ກໍາມະກອນ ຢູ່ບ້ານຄໍາສະຫວາດ ເມືອງໄຊເສດຖາ.3. ທ້າວ ສົມສັກ ຫຼື ກົບ ອາຍຸ 27 ປີ ຄ້າຂາຍ ຢູ່ບ້ານ ໂນນສະຫວ່າງ ເມືອງໄຊເສດຖາ ນວ,4. ທ້າວ ອານຸສິດ ຫຼື ເລ້ ອາຍຸ 43 ປີ ພະນັກງານ ຢູ່ບ້ານພະຂາວ ເມືອງໄຊທານີ.5. ນາງ ອໍາພອນ ອາຍຸ 35 ປີ ປະຊາຊົນ ຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນວ.

ຂອງກາງຄະດີ ເກັບກູ້ມາໄດ້ມີ: ປ້າຍທະບຽນປອມ 5 ແຜ່ນ, ໃບຂັບຂີ່ພາຫະນະປອມ 14 ໃບ, ໃບທະບຽນພາຫະນະປອມ 8 ໃບ, ບັດປະຈໍາຕົວປອມ 2 ໃບ, ໃບເສຍຄ່າທາງປອມ 2 ໃບ, ໃບກວດກາເຕັກນິກປອມ 4 ໃບ, ປຶ້ມເຫຼືອງປອມ 3 ຫົວ, ໃບພີວີຊີກາດບໍ່ທັນໄດ້ພິມຕົວໜັງສື 40 ໃບ (ມີໄວ້ເພື່ອເຮັດ ແລະ ພິມຕົວໜັງສືໃສ່ປະເພດ ໃບຂັບຂີ່ຍານພາຫະນະປອມ, ໃບທະບຽນຍານພາຫະນະປອມ, ບັດປະຈໍາຕົວປອມ),

ຕາປະທັບປອມກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ 1 ຕາ, ຕາປະທັບກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ແຂວງຄໍາມ່ວນ ບໍ່ມີອະນຸຍາດໃຫ້ນໍາໃຊ້ ຫຼື ເອີ້ນວ່າຕາປະທັບປອມ 1 ຕາ, ກາຊື່ບຸກຄົນປອມ 3 ກາ, ກາຈໍ້າວັນທີ 1 ອັນ, ຄອມພີວເຕີຕັ້ງໂຕະ 1 ຊຸດ, ເຄື່ອງປິນເຕີ 2 ໜ່ວຍ, ເຄື່ອງລີດບັດແຂງ 1 ໜ່ວຍ ແລະ ເຄື່ອງຕັດເຈ້ຍ 1 ເຄື່ອງ.

ຜ່ານການສືບສວນ-ສອບສວນ ຜູ້ຖືກຫາທັງ 5 ຄົນ ຮັບສາລະພາບວ່າ: ໄດ້ສົມຮູ້ຮ່ວມຄິດແບ່ງຄວາມຮັບຜິດຊອບກັນຕິດຕໍ່ພົວພັນກັບບັນດາບຸກຄົນ ແລະ ເຮັດທະບຽນປອມ ທີ່ຕ້ອງການແລ່ນເອກະສານຂຶ້ນທະບຽນໃບຂັບຂີ່ ແລະ ເສຍຄ່າທາງ ພາຍຫຼັງມີຄົນມາໃຊ້ບໍລິການ ພວກກ່ຽວໄດ້ພາກັນມາຜະລິດຕາປະທັບ ແລະ ກາຊື່ ທີ່ບໍ່ມີອະນຸຍາດນໍາໃຊ້, ປອມແປງດ້ວຍການຮຽກເກັບຄ່າແຮງງານ ລົດຈັກຄັນໜື່ງ 1.200 000 ກີບ, ເອກະສານລົດໃຫຍ່ 3.300 000 ກີບ, ຜ່ານມາໄດ້ຜະລິດທະບຽນລົດຈັກປອມ 15 ຄັນ, ທະບຽນລົດໃຫຍ່ 15 ຄັນ, ບັດປະຈໍາຕົວປອມ 2 ບັດ.

ຊົມຄລິບດ່ວນ! 30/1/2022 ລົດກະບະວີໂກ້+ຮຸນໄດ ຢູ່ທາງດ່ວນວຽງຈັນ-ວັງວຽງ

ດ່ວນ! 30/1/2022 ລົດກະບະວີໂກ້+ຮຸນໄດ ຢູ່ທາງດ່ວນວຽງຈັນ-ວັງວຽງ

ເຂດ ອ່າງນ້ຳງື່ມ ມີຜູ້ບາດເຈັບ 1 ຕິດຢູ່ພາຍໃນລົດ ໜ່ວຍກູ້ໄພກຳລັງເລັງມືໃຫ້ການຊ່ວຍເຫຼືອ.

ຊົມຄລິບ

ມື້ນີ້ີ້ ສປປ ລາວ ກວດພົບຜູ້ຕິດໂຄວິດໃໝ່ +329 ຄົນ ແລະ ເສຍຊີວິດ 3 ຄົນ

ຈາກການຖະແຫຼ່ງຂ່າວໂຄ ວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 31/1/2022 ພົບວ່າມີຜູ້ຕິດເຊື້ ອໂຄ ວິ ດ +329 ຄົນ ແລະ ຊຸມຊົນ + ຄົນ.

ລາຍລະອຽດແຕ່ລະແຂວງມີຄື:

ຈີນເຮັດແທ້!! ສັ່ງລົງໂທດ ເຈົ້າໜ້າທີ່ໃຊ້ຊີວິດຟຸມເຟືອຍ-ຢຶດຖືລະບົບເຈົ້າຂຸນມຸນນາຍ

ຈີນສັ່ງລົງໂທດເຈົ້າໜ້າທີ່ໃຊ້ຊີວິດຟຸມເຟືອຍ-ຢຶດຖືລະບົບເຈົ້າຂຸນມຸນນາຍ, ເດືອນທັນວາຜ່ານມາເດືອນດຽວເກືອບ 20.000 ຄົນ ຜົນຈາກການບັງຄັບໃຊ້ກົດປະຢັດເຂັ້ມງວດໃນຊ່ວງຫລາຍປີຜ່ານມາ.

ຈີນລົງໂທດເຈົ້າໜ້າທີ່ຝ່າຝືນກົດປະຢັດ ທັນວາເດືອນດຽວເກືອບ 20.000 ຄົນ ເຫດຟຸມເຟືອຍ-ຢຶດຖືລະບົບເຈົ້າຂຸນມຸນນາຍວັນທີ 29 ມັງກອນ 2022 ເວັບໄຊຊິນຮົວລາຍງານວ່າ:

ໜ່ວຍງານຕໍ່ຕ້ານການສໍ້ລາດບັງຫລວງສູງສຸດຂອງຈີນປະກາດຜ່ານເວັບໄຊວ່າ: ໃນເດືອນທັນວາ 2021 ຈີນລົງໂທດເຈົ້າໜ້າທີ່ 19.489 ຄົນ ຂໍ້ຫາລະເມີດກົດລະບຽບ 8 ປະການ ວ່າດ້ວຍການຍົກລະດັບການດຳເນີນງານຂອງພັກ ແລະ ລັດຖະບານ.

ຄຳຖະແຫລງປະຈຳເດືອນຈາກຄະນະກຳມະການກວດສອບວິໄນສ່ວນກາງແຫ່ງພັກກອມມູນິດຈີນ (CCDI) ແລະ ຄະນະກຳມະການກວດສອບແຫ່ງຊາດ ລະບຸວ່າ:

ເຈົ້າໜ້າທີ່ທີ່ຖືກລົງໂທດມີສ່ວນກ່ຽວຂ້ອງໃນຄະດີການລະເມີດກົດຈຳນວນ 13.431 ຄະດີ ແລະ ມີເຈົ້າໜ້າທີ່ໄດ້ຮັບໂທດທາງວິໄນ ຫລື ທາງປົກຄອງທີ່ກ່ຽວຂ້ອງກັບການຢຶດຖືລະບົບເຈົ້າຂຸນມຸນນາຍ, ການຢຶດຖືພິທີລີຕອງ ແລະ ພຶດຕິກຳທີ່ມຸ່ງແຕ່ຄວາມສຸກສະບາຍ ຫລື ພຶດຕິກຳທີ່ຟຸມເຟືອຍ ຈຳນວນ 13.806 ຄົນ.

ທີ່ທຸກຄົນເຫັນເປັນຄືໜອກໃນຕອນເຊົ້າ ສາເຫດຄືໄຟໄໝ້ສະໝາມຂີ້ເຫຍື້ອ

ທີ່ທຸກຄົນເຫັນເປັນຄືໜອກໃນຕອນເຊົ້າ🔥🔥🔥ທີຈີ່ງແມ່ນສະໜາມຂີ້ເຫຍື້ອຖຶກໄຟໄໜ້ເດີ. #ກົດແຊ່

ໄຟໄໝ້ແຕ່ເຊົ້າໆ 🔥🔥🔥 ທີ່ເປັນສາເຫດຄວັນຢູ່ເມືອງໄຊທານີ ແມ່ນ ສະໜາມຂີ້ເຫຍື້ອ ເກີດໄຟໄໝ້ລາມເປັນວັງກວ້າງ

ຈົນເຮັດໃຫ້ ຫຼາຍບ້ານເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍາລັງປະເຊີນມົນລະພິດທາງອາກາດຕອນນີ້ເຊົ້າວັນທີ 30 ມັງກອນ 2022.