ເຂັ້ມງວດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ໃນວັນປີໃໝ່

ນະຄອນຫລວງວຽງຈັນ ເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະສະຫຼອງຕ້ອນຮັບປີໃໝ່ສາກົນ 2022.

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ເຂັ້ມງວດກວດກາ ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າປະເພດຕ່າງໆ ທີ່ຈໍາເປັນໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2021 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2022, ທັງຮັບປະກັນໃຫ້ມີສິນຄ້າ ໂດຍສະເພາະສິນຄ້າບໍລິໂພກຕາມທ້ອງຕະຫລາດພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.

ທ່ານ ນັນຕາ ສານຸວົງ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ໄດ້ອອກແຈ້ງການໃຫ້ບັນດາຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຕິດຕາມສະພາບການສະໜອງສິນຄ້າຕາມທ້ອງຕະຫລາດພາຍໃນທ້ອງຖິ່ນຂອງຕົນໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່.

ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາ ຫລື ກັກຕຸນສິນຄ້າຕາມລໍາພັງໃຈ, ກໍານົດລາຄາສິນຄ້າທີ່ຢູ່ໃນການຄຸ້ມຄອງ ໂດຍສະເພາະ ເຂົ້າສານ, ຊີ້ນໝູ ແລະ ປານິນກະຊັງ.

ໂດຍລະດົມໃຫ້ຜູ້ຜະລິດນໍາເອົາຜົນຜະລິດຂອງຕົນມາຈໍາໜ່າຍໃຫ້ຫລາຍ ພ້ອມນີ້ ຍັງໄດ້ຫ້າມນໍາເອົາສິນຄ້າເກືອດຫ້າມມາຈໍາໜ່າຍຢ່າງເດັດຂາດ ເປັນຕົ້ນໝາກກະໂພກ, ດອກໄມ້ໄຟ ທີ່ເປັນອັນຕະລາຍຕໍ່ສັງຄົມ ຖ້າພົບເຫັນຈະຖືກປັບໃໝຕາມລະບຽບກົດໝາຍຂອງບ້ານເມືອງ.

ລາຍຊື່ 14 ປະເທດ! ທີ່ສາມາດເຂົ້າມາທ່ອງທ່ຽວໃນລາວໄດ້ ໃນໄລຍະທີ 1

ລາຍຊື່ 14 ປະເທດ! ທີ່ສາມາດເຂົ້າມາທ່ອງທ່ຽວໃນລາວໄດ້ ໃນໄລຍະທີ 1

ກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ເພື່ອຕ້ອນຮັບນັກທ່ອງທ່ຽວ ທາງລັດຖະບານກໍໄດ້ຄົ້ນຄວ້າ ກ່ຽວກັບການກໍານົດບັນດາລາຍຊື່ປະເທດທີ່ສາມາດເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ນີ້ ເຊິ່ງມີ:

ປະເທດ ບຣູໄນ, ອິນໂດເນຍເຊຍ, ຟີລິບປິນ, ນອກແວ, ຊແອັດ, ແຟັງລັງ, ອິສະລາເອນ, ອຽກລັງ, ຮົງກາລີ, ໂອຕຣິດ, ນິວຊີແລນ, ໂປໂລຍ, ດານມາກ, ແລະ ເປັນຊິກ

ອ່ານ​ລາຍລະອຽດ ແຈ້ງການ​ລຸ່ມນີ້:

ປີ 2021 ເກີດອຸບັດຕິເຫດ 5,576 ຄັ້ງ ເສຍຊີວິດ 831 ຄົນ

ຂໍ້ມູນຈາກ ກົມຕໍາຫລວດຈະລາຈອນ ກົມໃຫຍ່ຕຳຫລວດ ກະຊວງປ້ອງ ປກສ ແຈ້ງໃຫ້ຮູ້ວ່າໃນປີ 2021

ທົ່ວປະເທດມີອຸບັດເຫດເກີດຂຶ້ນ 5.576 ຄັ້ງທຽບໃສ່ປີ 2020 ຜ່ານມາຫຼຸດລົງ 1.198 ຄັ້ງ ໃນນີ້ ພາຫະນະເປ່ເພ 9.910 ຄັນ,ຄົນໄດ້ຮັບບາດເຈັບ 8.388 ຄົນ,ຄົນເສຍຊີວິດ 831 ຄົນ ລວມມູນຄ່າເສຍ ຫາຍທັງໝົດຫລາຍກວ່າ 92 ຕື້ກີບ.

ພັນເອກ ກົງສີ ສຸວັນນະຕຸ້ມ ຫົວຫນ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕຳຫລວດ ກະຊວງປ້ອງ ປກສ ໃຫ້ຮູ້ວ່າ: ໄລຍະ1ຫນື່ງຜ່ານມາການເກີດອຸບັດເຫດຢູ່ປະເທດເຮົາມີທ່າອ່ຽງຫລຸດລົງຖ້າສົມທຽບໃສ່ປີ 2020 ແຕ່ໂດຍລວມຈໍານວນຕົວເລກຜູ້ໄດ້ຮັບບາດເຈັບ ເເລະ ເສຍຊີວິດຍັງມີຫລາຍ.

ເຊິ່ງສາເຫດທີ່ເຮັດໃຫ້ເກີດອຸບັດເຫດສ່ວນໃຫຍ່ ຍ້ອນນັກຂັບຂີ່ສ່ວນໃຫຍ່ຂາດສະຕິໃນການໃຊ້ລົດ-ໃຊ້ ຖະຫນົນເປັນຕົ້ນ: ເດັກອາຍຸບໍ່ທັນເຖີງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ດື່ມສິ່ງມືນເມົາ, ດົມສານເສບຕິດແລ້ວຂັບຂີ່ລົດ,

ຂັບຂີ່ລົດໄວເກີນກໍານົດ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ,ລ້ຽວບໍ່ຮັບປະກັນ ໃນເວລາບໍ່ມີເຈົ້າໜ້າທີ່ ຫຼື ບໍ່ມີລົດສ່ວນທາງມາ ສ່ວນຫຼາຍແມ່ນໄປເລີຍ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ ກາຍເປັນສາເຫດຫຼັກໃນການເກີດອຸບັດຕິເຫດໄດ້ງ່າຍ ແລະ ສ້າງຜົນເສຍຫາຍຢ່າງຫຼວງຫຼາຍ.

ແຂວງຫຼວງພະບາງສັ່ງເດັດຂາດ ຫ້າມເຈົ້າຂອງວົງດົນຕີຮັບງານໃນປີໃໝ່

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພະບາງ, ຂໍຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຊາບວ່າ:

ໃນໄລຍະສົ່ງທ້າຍປີເກົ່າ 2021 ແລະຕ້ອນຮັບປີໃຫມ່ສາກົນ 2022 ນີ້, ໃຫ້ລົງຕິດຕາມ , ກວດກາ, ແນະນໍາ ບັນດາເຈົ້າຂອງວົງດົນຕີ, ຫ້າມບໍ່ໃຫ້ມີການສ້າງສັນຊຸມແຊວ ໂດຍການນໍາໃຊ້ລະບົບເຄື່ອງດົນຕີ, ເຄື່ອງຂະຫຍາຍສຽງ ແລະເຄື່ອງເສບເອເລັກໂທນ ຢູ່ຕາມສະຖານທີ່ຕ່າງໆ ຢ່າງເດັດຂາດ;

ເນື່ອງຈາກວ່າ ປັດຈຸບັນ ສະພາບການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຢູ່ແຂວງຫຼວງພະບາງ ຍັງມີການແຜ່ລະບາດອອກເປັນວົງກວ້າງ ແລະຍັງຈະສືບຕໍ່ເພີ່ມຂື້ນຢ່າງຕໍ່ເນື່ອງ.

ຊຶ່ງການປ້ອງກັນຮັກສາໄລຍະຫ່າງ ແລະປ້ອງກັນຕົວເອງ ຈາກການຕິດເຊື້ອ ແລະແຜ່ເຊື້ອ ແມ່ນມາດຕະການທີ່ສໍາຄັນທີ່ຈະ ຕ້ອງໄດ້ປະຕິບັດ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານ ເພື່ອຊາບ ແລະພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂອງແຈ້ງການສະບັບນີ້ ຢ່າງ ເຂັ້ມງວດ.

ມື້ນີ້ ລາວພົບຜູ້ຕິດເຊື້ອ ໂຄວິດ 1,006 ຄົນ ແລະ ເສຍຊີວິດ 12 ຄົນ

ມື້ນີ້ຈະລາຍງານການຕິດ ເ ຊື້ອ ໂ ຄ ວ ິດ ຂອງຫນ່ວຍສະເພາະກິດ ຢູ່ສປປລາວ ເຊີ່ງລາຍລະອຽດແມ່ນມີດັ່ງລຸ່ມນີ້.

ຈາກຜົນກວດເຊື້ອຫລືເກັບຕົວຢ່າງມື້ວານນີ້ ມີທັງຫມົດແມ່ນ 5320 ຕົວຢ່າງ, ເຊີ່ງໃນນັ້ນກວດພົບເຫັນຜູ້ຕິດເຊື້ອໃຫມ່ທັງໝົດ 1006 ຄົນ.(ນຳເຂົ້າ ຄົນ,​ຊຸມຊົນ ຄົນ.)! ຜູ້ຕິດເຊື້ອສະສົມ 109000 ກວ່າ ຄົນ ທັງໝົດ, ເສຍຊີວິດສະສົມ 355 ຄົນ.

ສະຫລຸບຫຍໍ້ ສະຖານະການ ໂຄວິ ດ ໃນມື້ນີ້ຖະແຫຼງຂ່າວສະຖານະການແຜ່ລະບາດຂອງພະຍາດໂຄວິ ດປະຈຳວັນ​ທີ​ 31/12/2021​ ໃຫ້ຮູ້ວ່າ:​

ຄັບຄາໜາແໝ້ນ..!! ເຊົ້ານີ້ມວນຊົນຕໍ່ຄິວຊື້ປີ້ລົດໄຟ ເພື່ອກັບພູມລຳເນົາຂອງຕົນເອງ

ຄັບຄາໜາແໝ້ນ..!! ເຊົ້ານີ້ມວນຊົນຕໍ່ຄິວຊື້ປີ້ລົດໄຟ ເພື່ອກັບພູມລຳເນົາຂອງຕົນເອງ.

ຕື່ນແຕ່ເຊົ້າໄປຕໍ່ຄິວຊື້ປີ້ລົດໄຟເພື່ອກັບພູມລຳເນົາຂອງຕົນເອງ…​ບໍ່ແມ່ນເລື່ອງງ່າຍເລີຍຈາກຄຳບັນຍາຍຂອງຫຼາຍໆທ່ານເຫັນວ່າມີຫຼາຍຄົນໄປຕັ້ງແຕ່4ໂມງເຊົ້າເພື່ອໄປລໍຖ້າຊື້ປີ້ ແລະ ຢືນຖ້າດົນກວ່າ3ຊົ່ວໂມງ ( ຄືຖ້າດົນແທ້ນໍ້ )​

ແນະສຳລັບທ່ານໃດທີ່ມາລໍຖ້າຕໍ່ຄິວແມ່ນໃຫ້ກຽມຕົວເຂົ້າຫ້ອງນ້ຳມາກ່ອນ ເພາະຍັງບໍ່ມີຫ້ອງນ້ຳທາງນອກໃຫ້ບໍລິການ.ຢ່າງໃດກໍຕາມ ຂໍໃຫ້ທຸກຄົນລະມັດລະວັງຕົວ ຮັກສາມາດຕະການປ້ອງກັນໂຄວິດນຳກັນ ແລະ ຂໍໃຫ້ທຸກທ່ານເດີນທາງໂດຍສະວັດດີພາບແລະປອດໄພ.

YouLike ComMents

ແຂວງຫຼວງພະບາງ ກວດພົບຜູ້ຕິດເຊື້ອໃນຊຸມຊົນເພີ່ມ 22 ຄົນ

ສະ ຖ າ ນະ ການຂອງພະຍາດໂຄວິດ-19 ປະຈຳວັນທີ 31 ທັນວາ 2021​ ທີ່ ແຂວງ ຫຼວງພະບາງ ກວດພົບຜູ້ຕິດເຊື້ອໃນຊຸມຊົນ 22 ກໍລະນີ. ທັງ 22 ກໍລະນິຜູ້ຕິດເຊື້ອນັ້ນລ້ວນແຕ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົ່ງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ.

ລາຍ​ລະອຽດ​ທາງຄະນະສະເພາະກິດຈະແຈ້ງມາຕາມຫຼັງ.

ທາງດ່ວນວຽງຈັນ-ວັງວຽງ ແຈ້ງຂຶ້ນລາຄາໃໝ່ ເລີ່ມ ວັນທີ 1 ມັງກອນ 2022

ແຈ້ງການ ເຖິງ: ຜູ້ຂັບຂີ່ທາງດ່ວນທຸກທ່ານ ທີ່ນັບຖືຢ່າງສູງ

ເນື່ອງຈາກທະນາຄານແຫ່ງ ສປປ ລາວ ໄດ້ມີການດຳເນີນການປັບອັດຕາການແລກປ່ຽນຕໍ່ສະກຸນເງິນກີບ-ເງິນໂດລາສະຫະລັດ,

ດັ່ງນັ້ນ, ນັບຕັ້ງແຕ່ເວລາ 00:00 ໂມງ ຂອງ ວັນທີ 1 ມັງກອນ 2022 ເປັນຕົ້ນໄປການເກັບຄ່າຜ່ານທາງຂອງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແມ່ນຈະໄດ້ອີງຕາມລາຄາເງິນກີບທີ່ລະບຸໃນປ້າຍປະກາດນີ້ໃນການຈັດຕັ້ງປະຕິບັດ. ບໍລິສັດຮ່ວມ ທຶນພັດທະນາທາງດ່ວນ ລາວ-ຈີນ

ແມ່ນໄດ້ອີງຕາມກົດລະບຽບໂດຍໄດ້ລາຍງານຕໍ່ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາງທິການ ແລະ ຂົນສົ່ງ ແລະ ກະຊວງການເງິນແຫ່ງ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ, ພ້ອມນັ້ນກໍ່ໄດ້ດຳເນີນການແຈ້ງລາຄາໃນປ້າຍປະກາດອີກດ້ວຍ.