ຮັກແທ້ ຮັກຈິງ ຮັກໝັ້ນນິລັນດອນ ເຈົ້າບ່າວ 70 ກັບ ເຈົ້າສາວ 15 ປີ

ຮັກໝັ້ນນິລັນດອນ ເຈົ້າບ່າວ 70 ເຈົ້າສາວ 15 ປີ

ເປັນປະເດັນຂຶ້ນມາທັນທີ ເມື່ອເຈົ້າບ່າວສູງໄວໄດ້ຄອງໃຈສາວລະອ່ອນອາຍຸພຽງ 15 ງານນີ້ ບໍ່ເວົ້າກໍຮູ້ວ່າຜູ້ຊາຍຫຼາຍຄົນແອບອິດສາຢ່າງບໍ່ຕ້ອງສົງໄສ ສ່ວນສາວໆແປກໃຈ.

ງານນີ້ເກີດຂຶ້ນສົດໆໝາດໆນີ້ເອງ 24/12/2021 ງານແຕ່ງມື້ນີ້ ທີ່ບ້ານຫົວຝາຍ ເມືອງຈຳພອນ ສະຫວັນນະເຂດນັ້ນເອງ, ເຈົ້າບ່າວອາຍຸກໍບໍທັນຫຼາຍຍັງເອາະໆ 70 ປີ ເອົາຊື່ໆ ສ່ວນເຈົ້າສາວອາຍຸ 15 ປີ ວ່າເດວ້າວໆ.

ຈະແມ່ນດ້ວຍເຫດຜົນໃດກໍ່ຕາມແຕ່ ເຖິງຂັ້ນຕົກລົງປົງໃຈເຂົ້າຮ່ວມປະຕູວິວາແລ້ວກໍ່ຕ້ອງມາຈາກໃຈຮັກແທ້ພຽງແຕ່ສອງຄົນພົບເຫັນກັນຊ້າເທົ່ານັ້ນແລນໍ ຂໍໃຫ້ທັງສອງຮັກແພງກັນຍາວນານເດີ້.

Cr:ທັນເຫດການ

ຜົວ ໃຈໂຫດ ໃຊ້ກຳປັ້ນສົກຕາເມຍ ພ້ອມສອກສັບ ຍ້ອນເມຍດຶກໂທລະສັບຖິ້ມ

” ຜົວໃຈ ໂ ຫ ດ ໃຊ້ກຳປັ້ນສົກຕາເມຍ ພ້ອມສອກສັບ ຍ້ອນເມຍດຶກໂທລະສັບຖິ້ມ ຕອນກຳລັງຫຼິ້ນເກມ ”

ຈາກຜູ້ໃຊ້ເຟສ໌ບຸກ ຊື່ Touy Homphan Donluangphachan ໄດ້ລະບຸວ່າ: ຜົວໃຈ🐕🐕😡ຜົວຫລິ້ນເກມຟີຟາຍກຳລັ່ງມັນ ເມຍລະຫິວເຂົ້າຊວ່ນຜົວອອກໄປກີນເຂົ້າ ຜົວກຳລັງເພີນກັບເກມ ເມຍເລືອໃຈໄປຍາດໂທລະສັບຜົວດືກຖີມ ຜົວລຸກຂື້ນກຳປັ້ນໃຊ້ຕາ2ບາດ , ສອກສັບຖືກປາກຈົນປາກແຕກ, ບີບຄໍຈົນສະລົບ ເມຍໄປຟືນຢູ່ໂຮງໝໍ

ຝາກເປັນອຸດທາຫອນເດີ ຜູ້ຍິງທຸກຄົນເລືອກຜູ້ຊາຍ ຕ້ອງເລືອກຄົນທີ່ເປັນນີໄສຜູ້ໃຫຍ່ ບໍ່ຕິດເກມ ບໍ່ຕິດບານ ບໍ່ຕີດເຫຼົ້າຕິດເບຍ ຜູ້ຊາຍທີ່ມັກໃຊ້ຄວາມຮຸນແຮງ ຊວງໃຊ້ຊີວີດຕອນກຳລັງເປັນແຟນກັນ ບໍ່ເກີນໜື່ງເດືອນ ກະຮູ້ຜູ້ຊາຍປະເພດນີ້ ມັກຈະເປັນຜູ້ຊາຍອາລົມຮ້ອນ ຜູ້ຊາຍມັກໂມຫາ ມັກໃຊ້ຄຳວ່າກູມຶງ ເອົ້າແຕ່ໃຈໂຕເອງ ຖ້າໂລດຕອນເປັນຜົວເມຍ ຈະເຈີສອກເຈີກຳປັນມັນ ເພາະໃນຊວງເປັນແຟນກັນ ມັນກໍ້ອາດຈະເກັງໃຈ ເພາະຍັງບໍ່ທັນໄດ້ແຕ່ງ

ຖ້າມື້ໃດແຕ່ງງານກັນແລ້ວກຽມເຈີໂລດ😡

ທີ່ມາ

ແຈ້ງການ ໂຈະການເກັບຄ່າຜ່ານທາງແບບໃໝ່ ທີ່ ແຂວງຈໍາປາສັກ

ແຈ້ງໂຈະການເກັບຄ່າຜ່ານທາງແບບໃໝ່ທີ່ແຂວງຈໍາປາສັກ

ແຈ້ງໂຈະການເກັບຄ່າຜ່ານທາງແບບໃໝ່ ໂພນທອງ ຫາ ຊາຍແດນວັງເຕົ່າ ໂພນທອງ ແລະ ທາງ 14A ຫ້ວຍເພັກ ເມືອງໂພນທອງ ຫາ ຊາຍແດນເມືອງຈໍາປາສັກ

ເຈົ້າແຂວງຈຳປາສັກ ອອກຄຳສັ່ງດ່ວນ ເລກທີ 19/ຈຂ.ຈສ, ລົງວັນວັນທີ 22 ທັນວາ 2021 ວ່າດ້ວຍ ການໂຈະການຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບ ເລກທີ 1294/ຈຂ.ຈສ, ລົງວັນທີ 01 ທັນວາ 2021

ວ່າດ້ວຍການຮັບຮອງ ໂຄງສ້າງລາຄາ ຄ່າຜ່ານທາງ ເລກທີ 16 ຊ່ວງຫົວຂົວຂ້າມນໍ້າຂອງ ປາກເຊ-ໂພນທອງ ຫາ ຊາຍແດນວັງເຕົ່າ ເມືອງໂພນທອງ ແລະ ທາງ 14A ຫ້ວຍເພັກ ເມືອງໂພນທອງ ຫາ ຊາຍແດນເມືອງຈໍາປາສັກ ຈົນກວ່າຈະມີນິຕິກຳສະບັບໃໝ່ປ່ຽນແທນ.

ຫົວໜ້າຫ້ອງວ່າການແຂວງ ກໍໄດ້ອອກແຈ້ງການແນະນໍາກ່ຽວກັບການຈັດຕັ້ງເຜີຍແຜ່ຄໍາສັ່ງດັ່ງກ່າວ.

ແບບນີ້ກໍ່ເຮັດເນາະ! ເອື້ອຍແທ້ໆ ລັກຂາຍເຮືອນນ້ອງຄີງໆ

ແບບນີ້ກໍ່ເຮັດເນາະ! ເອື້ອຍແທ້ໆລັກຂາຍເຮືອນນ້ອງຄີງໆ ເຈົ້າໜີ້ມາໄລ່ໜີບໍ່ມີຮອດບ່ອນຊຸກຫົວນອນ.

ຈາກຜູ້ໃຊ້ເຟສບຸກຊື່ Khen’muay Philalai ໄດ້ໂພໃນວັນທີ 23/12/2021ວ່າ: ບ້ານເມືອງເອີຍໃຜເຄີຍເຫັນແດ່ເອື້ອຍຂາຍເຮືອນ ນ້ອງສາວເຮືອນຕິດກັນ ໃບຕາດີນໃບດຽວ ເອື້ອຍລັກຂາຍໂດຍທີ່ນ້ອງສາວບໍ່ໄດ້ຮັບຮູ້ເລື່ອງນຳຈັກຢ່າງ ບ້ານໃດເປັນແບບນີ້ແດ່ເມືອງໃດມີບອກຂ້ອຍແດ່ທອນຂ້ອຍເກີດມາບໍ່ເຄີຍເຫັນພີ່ນ້ອງທາງເຟດເອີຍເຮົາສູ້ເຂົາບໍໃດ້ຈັກຢາງເພາະເຮົາບໍ່ມີເງີນໄຜຮູ້ວີທີຊ່ວຍເອື້ອຍຂ້ອຍແດ່ທອນຊ່ວຍແຊໄຫ້ແດໄຫ້ຮອດຫູຜູ້ໄຫຍເພີ່ນແດ່ເດີໃຫ້ຜູ້ໃຫຍ່ເພີ່ນຊ່ອຍແດ່ ບ້ານສະໄກ ເມືອງສັງທອງ ນະຄອນຫຼວງ.

ຂໍຂອບໃຈລວງໝາ້ນຳຜູ້ແຊສ.

ທີ່ມາ

ລັດຖະບານ ອອກຂໍ້ຕົກລົງຊົ່ວຄາວວ່າດ້ວຍ ການຈັດເກັບຄ່າບໍລິການສິນຄ້າ

ລັດຖະບານ ອອກຂໍ້ຕົກລົງຊົ່ວຄາວວ່າດ້ວຍ ການຈັດເກັບຄ່າບໍລິການສິນຄ້າຜ່ານແດນສາກົນຜ່ານທາງລົດໄຟ,​ ອັດຕາເກັບສູງສຸດ 3.000.000 ກີບຕໍ່ຕູ້

ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການກໍານົດຄ່າບໍລິການສໍາລັບສິນຄ້າຜ່ານແດນສາກົນໄປປະເທດທີສາມຜ່ານທາງລົດໄຟ ເພື່ອຄຸ້ມຄອງຈັດເກັບລາຍຮັບຢ່າງລວມສູນ ແລະ ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ສ້າງໂອກາດໃຫ້ແກ່ລາຍຮັບພາກລັດ ໃນການຫັນມານໍາໃຊ້ການຂົນສົ່ງສິນຄ້າຜ່ານທາງລົດໄຟໃຫ້ເກີດຜົນປະໂຫຍດສູງສຸດ ປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງແລະ ຍືນຍົງ.

ກະຊວງການເງິນ ໄດ້ອອກຂໍ້ຕົກລົງຊົ່ວຄາວວ່າດ້ວຍ ການຈັດເກັບຄ່າບໍລິການສິນຄ້າຜ່ານແດນສາກົນຜ່ານທາງລົດໄຟ ສະບັບເລກທີ 6003/ກງ, ລົງວັນທີ 1 ທັນວາ 2021.ອີງຕາມເນື້ອໃນຂອງຂໍ້ຕົກລົງ ລະບຸວ່າ:

ຄ່າບໍລິການສິນຄ້າຜ່ານແດນສາກົນທາງລົດໄຟ ແມ່ນຄ່າບໍລິການທາງຜ່ານທີ່ນໍາໃຊ້ທ່າແຮງດ້ານພູມສາດຂອງປະເທດໃນການໃຊ້ເປັນທາງຜ່ານ ສປປ ລາວ ໄປປະເທດທີສາມ ເພື່ອສ້າງໂອກາດເກັບລາຍຮັບພາກລັດ ປະກອບສ່ວນເຂົ້າໃນການບໍາລຸງຮັກສາສະພາບແວດລ້ອມ, ພື້ນຖານໂຄງລ່າງທີ່ຈໍາເປັນ ໃຫ້ມີຄວາມຍືນຍົງ ໂດຍກຳນົດອັດຕາການຈັດເກັບຄ່າບໍລິການສິນຄ້າຜ່ານແດນສາກົນທາງລົດໄຟ ແລະ ຮູບແບບການຊໍາລະ

ມື້ນີ້ີ້​ ສປປ ລາວ ກວດພົບຜູ້ຕິດເຊື້​ອ​​ +1,037 ຄົນ ແລະ ເສຍຊີວິດ 6 ຄົນ

ວັນທີ24.12.2021 ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ ທັງໝົດ ຄົນ ພາຍໃນ 24 ຊມ

ຈາກການຖະແຫຼ່ງຂ່າວໂຄວິດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 24 ທັນວາ​ 2021 ພົບວ່າມີຜູ້ຕິດເຊື້ອໂຄວິິິິດເພີ່ມໃໝ່ 1037 ຄົນ​​​​​​​​.​ ລາຍລະອຽດແຕ່ລະແຂວງ ລຸ່ມນີ້:

ປະກາດຕາມຫາພີ່ນ້ອງ ເກີດເຫດລົດຈັກລົ້ມເອງ ເສຍຊີວິດ

ປະກາດຕາມຫາພີ່ນ້ອງແດ່ ວັນທີ 23/12/2021 ເວລາ 22:ໂມງ.

ຂໍອະນຸຍາດປະກາດຫາຍາດຕິພີ່ນ້ອງຄົນເຈັບຊື່:ທ.ຊຽມ (ບໍ່ຊາບນາມສະກຸນ) ອາຍຸ 19ປີ ອາໄສຢູ່ບ້ານ ຊຽງດາ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ.

ນາງ ຄຳຫຼ້າ ,ຢູ່ບ້ານໂພນທັນ ໄດ້ເຮັດລົດລົ້ມເອງຢູ່ຕໍ່ໜ້າເຈ້ມາກ ດົງໂດກ ແລະ ເສຍຊີວິດຄາທີ່, ລົດຈັກປ້າຍ 9204

ຖ້າຫາກທ່ານໃດຮູ້ຈັກຍາດຕິພີ່ນ້ອງຂອງເພິ່ນແມ່ນລົບກວນບອກເພິ່ນຕິດຕໍ່ເຂົ້າເບີຂອງຄົນເຈັບໃຫ້ນຳເດີ້ເຈົ້າ ເພາະເພິ່ນໄດ້ຮັບອຸບັດຕິເຫດ.

ເບີຕິດຕໍ່: 020 98481580 ແລະ 02078640833

ຕອນນີ້ໄດ້ນຳສົ່ງແລ້ວຢູ່ໂຮງຫມໍ150ຕຽງ📌

ປະກາດຕາມຫາຄົນຫາຍຊື່ ທ້າວ ເຢັ້ງຊົ່ງ ອາຍຸ 42 ປີ

ປະກາດຕາມຫາຄົນຫາຍຊື່ ທ້າວ ເຢັ້ງຊົ່ງ ອາຍຸ42ປີ ປັດຈຸບັນຢູ່ບ້ານໂນນຕ້ອງ ເມືອງໝື່ນ ແຂວງວຽງຈັນ.

ລາວໄດ້ອອກຈາກບ້ານ ວັນທີ່13/12/2021 ດ້ວຍລົດຈັກແວັດ100 ສີຂາວຕອນນີ້ທາງຄອບຄົວຕິດຕໍ່ຫາບໍ່ໄດ້ ແລະເປັນຫວ່ງຫລາຍ ເລີຍຢາກຂໍຄວາມຊ່ວຍເຫຼືອຈາກທຸກຄົນ ຖ້າໃຜເຫັນໂພສນີ້ຊ່ວຍແຊຮ ໄປເພຶ່ອມີຄົນເຫັນ ຫຼື ຄົນທີ່ເຄີຍເຫັນລາວຜ່ານໄປມາ ຈຶ່ງໄດ້ບໍແສ ເພື່ອຕາມຫາງ່າຍຂື້ນ ຖ້າໃຜເຫັນຊ່ວຍແຈ້ງມາເບີນີ້ເລີຍເດີ້02029900774 .

ທີ່ມາ

ແຂວງຫຼວງພຣະບາງ ກວດພົບ ຜູ້ຕິດໂຄວິດ +62 ຄົນ

ສະຖານະການຂອງໂຄວິ ດ-19 ປະຈຳວັນທີ 24 ທັນວາ 2021​ ຢູ່ທີ່ ແຂວງ ຫຼວງພຣະບາງ ກວດພົບຜູ້ຕິດໂຄວິ ດ +62 ຄົນ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້