ຈະເຊີໄພ້ວັນເກີດຜົວ ແຕ່ບໍ່ເປັນດັ່ງທີ່ຄິດໄວ້ ຢືນນ້ຳຕາຊຶມເມຍ

ຈະເຊີໄພ້ວັນເກີດຜົວແຕ່ບໍ່ເປັນດັ່ງທີ່ຄິດໄວ້ ຢືນນ້ຳຕາຊຶມ

ເມື່ອວັນທີ 17 ທັນວາ 2021 ທີ່ຜ່ານມາ ເວີອອຟບັດ ໄດ້ເຜີຍແຜ່ເລື່ອງລາວທີ່ຜ່ານມາ ຫລັງຈາກທີ່ມີຜູ້ຍິງຊາວມາລເຊຍຄົນຫນຶ່ງພະຍາຍາມຈະເຊີໄພ້ສາມີໃນວັນເກີດຂອງຜົວ

ໂດຍວີດີໂອດັ່ງກ່າວຖືກແຊຣ໌ຢູ່ໃນຕິ໊ຕ໊ອກບັນຊີ @c_ehem ເຊີ່ງພາຍໃນຄລີບຈະເຫັນວ່າມີຜູ້ຍິງຄົນຫນຶ່ງກຳລັງລໍຖ້າສາມີກັບເຮືອນຢ່າງໃຈຈົດໃຈຈໍ່ທີ່ເປີດປະຕູ ພ້ອມກັບຖືເຄັກໄວ້ໃນມື ແລະ ຫວັງວ່າຈະເຊີໄພ້ ແຕ່ໃນເມື່ອສາມີເປີດປະຕູເຂົ້າມາເຮັດສີຫນ້າເມີນເສີຍ

ແນມຂ້າມໄປເຫມືອນດັ່ງບໍ່ມີອີຫຍັງເກີດຂື້ນເລີຍ ແລະ ບໍ່ສົນໃຈເຄັກສິ້ນນັ້ນເລີຍເຂົາພຽງແຕ່ຍ່າງຜ່ານເມຍໄປແບບຫນ້າຕາຍ ບໍ່ມີສີຫນ້າໃດໆເລີຍ ເມຍອຸດສາກຽມເອົາໄວ້ມີພຽງລົມພັດທຽນດັບແລ້ວ

ເມຍກໍ່ຈຸດໃຫມ່ ແລະ ກໍ່ຍິ້ມແຫ້ງໆ ເພື່ອມີຄວາມຫວັງວ່າຜົວຈະກັບມາເປົ່າ ສຸດທ້າຍຜົວກໍ່ບໍ່ໄດ້ກັບມາເປົ່າເລີຍເຮັດໃຫ້ເມຍຢືນນ້ຳຕາຄໍເບົ້າ.

ຊົມຄລິບ

ເຄື່ອນໄຫວລັກລົດຈັກ ໜີບໍ່ລອດ ຖືກເຈົ້າໜ້າທີ່ຈັບໂຕໄດ້

ທ້າວ ສອນເພັດ ອາຍຸ 19 ປີ ຫວ່າງງານ ຢູ່ບ້ານໂນນບໍ່ແກ້ວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັບໝູ່ອີກ 1 ຄົນ ເຄື່ອນໄຫວລັກລົດຈັກ ໃນວັນທີ 17 ທັນວາ 2021 ແຕ່ໜີບໍ່ລອດຖືກເຈົ້າໜ້າທີ່ ປກສ ກຸ່ມບ້ານຝາຍ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກັກຕົວ ສ່ວນໝູ່ແມ່ນໄດ້ເອົາຕົວຫຼົບໜີ.

ພັທ ສົມພານ ປະເສີດ ຫົວໜ້າ ປກສ ກຸ່ມ ບ້ານຝາຍ ໃຫ້ຮູ້ວ່າ: ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ວັນທີ 17 ທັນວາ 2021 ໄດ້ມີໝູ່ ມາຫາ ແລ້ວຊວນກັນໄປຊອກລັກລົດຈັກ ແລະ ໄດ້ຂັບຂີ່ລົດໄປເສັ້ນທາງ 13 ໃຕ້, ພໍຮອດເຂດບ້ານ ດອນໄຮ່ ເມືອງປາກງື່ມ ກໍພົບເຫັນ ລົດຈັກເວບ100 ໝາຍເລກທະບຽນ ຕຂ 8923 ກໍາແພງນະຄອນ ຈອດຢູ່ໜ້າເຮືອນ ກໍ່ໄດ້ລັກເອົາ ແລະ ຂັບຂີ່ມາຮອດເຂດ ບ້ານໂຄກສາ ເມືອງປາກງື່ມ ຕົນເອງສັງເກດເຫັນມີຄົນກໍາລັງຂັບຂີ່ລົດໄລ່ນໍາ ຈິ່ງໄດ້ຖີ້ມລົດປະໄວ້ແລ້ວແລ່ນເຂົ້າປ່າ ຈາກນັ້ນກໍ່ຖືກເຈົ້າໜ້າທີ່ເຂົ້າກັກຕົວ.

ປັດຈຸບັນ ປກສ ກຸ່ມ ນາຝາຍ ໄດ້ນໍາສົ່ງຜູ້ກ່ຽວໃຫ້ ກອງບັນຊາການ ປກສ ເມືອງປາກງື່ມ ສືບຕໍ່ດໍາເນີນການສືບສວນ-ສວນສວນ ຊອກຫາຜູ້ຮ່ວມຂະບວນ ການມາດໍາເນີນຄະດີ ຕາມລະບຽບກົດໝາຍ.

ຊົມເຊີຍ​ ສປປ ລາວ ສັກວັກຊິນ ເຂັມ 1 ບັນລຸ 60% ແລ້ວ

🔥 ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຊາບວ່າ

ຮອດວັນທີ 19/12/2021 ທົ່ວປະເທດໄດ້ຮັບການສັກວັກຊີນ ເຂັມ 1 ບັນລຸແລ້ວ 60% ແລະ ທຸກເຂັມທີ່ແນະນໍາ ອັດຕາປົກຄຸມຫຼາຍກ່ວາ 40%.

ນັບແຕ່ມີການລະບາດຂອງເຊື້ອໂຄວິດ ຢູ່ ສປປ ລາວ ມາແຕ່ປີ 2020, ມາຮອດປະຈຸບັນ ທົ່ວປະເທດຕິດເຊື້ອໂຄວິດ ເກືອບ 100.000 ຄົນແລ້ວ ແລະ ເສຍຊີວິດສະສົມ ຫຼາຍກ່ວາ 200 ຄົນ.

ແຂວງທີ່ມີການເສຍຊີວິດ ສູງກ່ອນຫມູ່ ແມ່ນຢູ່ ນະຄອນຫຼວງວຽງຈັນ 53 ຄົນ, ແຂວງວຽງຈັນ 22 ຄົນ, ບໍ່ແກ້ວ 8 ຄົນ ແລະ ຫຼວງພະບາງ 7 ຄົນ.

ການສັກວັກຊີນ ແມ່ນສາມາດຫຼຸດຜ່ອນ ການເສຍຊີວິດ ຈາກໂຄວິດລົງໄດ້.ພາບປະກອບ: ສາວພອນ

ລົດໄຟຟ້າ ຈາກ ລາວ ນອກຈາກສາມາດເຊື່ອມກັບ ສປ ຈີນ ຍັງສາມາດເຊື່ອມຕໍ່ໃນແຖບເອີຮົບ

? ຢາກໄປທ່ຽວ ກັນບໍ່ ? ທ່ານຮູ້ບໍ່ວ່າ ລົດໄຟຟ້າ ຈາກ ລາວ ນອກຈາກສາມາດເຊື່ອມຈອດກັບ ສປ ຈີນ ແລ້ວ, ຍັງສາມາດເຊື່ອມຕໍ່ໄປຫຼາຍປະເທດຕື່ມ ໃນແຖບເອີຣົບ.

ປະຈຸ​ບັນ, ມີ 3 ​ເສັ້ນທາງ​ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ​ລະຫວ່າງ​ຈີນ​ກັບ​ເອີຣົບ

1) ເສັ້ນທາງ​ພາກ​ເໜືອ ຈາກ​ຈີນ​ເພື່ອ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ Trans-Siberian.

2) ເສັ້ນ​ທາງ​ສູນ​ກາງ​ ຈາກ​ຈີນ​ຜ່ານ​ກາ​ຊັກ​ສະ​ຖານ​, ໄປ ຣັດເຊຍ, ເບຣາຮຸດ, ໂປແລນ, ເຢຍລະມັນ, ເບລຢ້ຽມ, ຝຣັ່ງ ແລະ ອັງກິດ.

3) ເສັ້ນທາງອື່ນ ທີ່​ຫຼາຍ​ຝ່າຍ​ທີ່​ກ່ຽວຂ້ອງ​ເຊື່ອ​ວ່າ ສາມາດພັດທະນາໄດ້ໃນອະນາຄົດ ແມ່ນ​ເສັ້ນ​ທາງ​ພາກ​ໃຕ້​ ຈາກຈີນຜ່ານອາຊີກາງ, ອີຣ່ານ, ຈໍເຈຍ ແລະ ຕຸລະກີ.

ແຂວງຫຼວງພະບາງ ກວດພົບ ຜູ້ຕິດເຊື້ອໂຄວິດໃນຊຸມຊົນເພີ່ມອີກ 100 ຄົນ

ສະຖານະການຂອງພະຍາດໂຄວິດ-19 ປະຈຳວັນທີ 19 ທັນວາ 2021​ ທີ່ແຂວງ ຫຼວງພະບາງ ກວດພົບຜູ້ຕິດເຊື້ອໃນຊຸມຊົນ 100 ກໍລະນີ. ທັງ 100 ກໍລະນິຜູ້ຕິດເຊື້ອນັ້ນລ້ວນແຕ່ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ.

ລາຍ​ລະອຽດ​ທາງຄະນະສະເພາະກິດຈະແຈ້ງມາຕາມຫຼັງ