ແຂວງເຊກອງ ອະນຸຍາດໃຫ້ເປີດ ຮ້ານກີນດື່ມເຫຼົ້າ-ເບຍ ແລະ ຄາຣາໂອເກະ

ແຂວງເຊກອງ ອະນຸຍາດໃຫ້ເປີດ ຮ້ານກີນດື່ມເຫລົ້າ-ເບຍ, ຮ້ານບັນເທິງ, ຄາຣາໂອເກະ, ຮ້ານນວດ, ຮ້ານສະນຸກເກີ ແລະ ຮ້ານເກມທຸກປະເພດ.

ກຳນົດ 8 ແຂວງເປົ້າໝາຍ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວທຳອິດ

ລັດຖະບານກະກຽມເປີດປະເທດ ແຕ່ບໍ່ສາມາດບູມບາດດຽວທັງໝົດທຸກແຂວງ ເຊິ່ງຈະເປີດເປັນເທື່ອລະເຂດແຂວງ ໂດຍສະເພາະແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວ ແຕ່ກ່ອນຮອດກຳນົດເວລາປະຊາຊົນໃນພື້ນທີ່ຕ້ອງກຽມພ້ອມໃນການປ້ອງກັນ ກ່ອນອື່ນໝົດຄືການໄປສັກວັກຊິນເຂັມ 3, ຮຽນຮູ້ຢູ່ຕາມເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ໃຫ້ເປັນ, ອຸປະກອນປ້ອງກັນໂຕເອງຈຳພວກເຈວລ້າງມື, ສະເປຂ້າຊ້າ, ຜ້າອັດປາກອັດດັງຢ່າໄດ້ຂາດຈາກກະເປົາໃນທຸກທີ່ທຸກເວລາທີ່ອອກໄປຂ້າງນອກ.

ຕາມຂໍ້ມູນໃນກອງປະຊຸມຄະນະຮັບຜິດຊອບກຽມພ້ອມເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ໃນວັນທີ 15 ທັນວາ ທ່ານ ນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ວ່າ: ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ ທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ໃນການກະກຽມແຜນການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວໃຫ້ມີຄວາມປອດໄພຈາກໂຄວິດ-19 ຕາມທິດຊີ້ນຳຂອງລັດຖະບານ ໃນວັນທີ 9 ທັນວາ 2021 ຜ່ານມາ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມລະຫວ່າງພາກລັດ ແລະ ພາກທຸລະກິດ ຮ່ວມກັບບັນດາແຂວງທີ່ຢູ່ໃນເປົ້າໝາຍການທ່ອງທ່ຽວສີ ຂຽວ, ຊຶ່ງປະກອບ ມີ: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງຫລວງພະບາງ, ແຂວງຈໍາປາສັກ, ແຂວງຄໍາມ່ວນ, ແຂວງຊຽງຂວາງ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ.

ຜ່ານການຮັບຟັງການລາຍງານຂອງບັນດາແຂວງ ຮັບຮູ້ໄດ້ວ່າ ບັນດາແຂວງໄດ້ມີການກະກຽມຄວາມພ້ອມ ເຊັ່ນ: ການເຮັດອະນາໄມ ປັບປຸງແຫລ່ງທ່ອງທ່ຽວຈໍານວນໜຶ່ງ, ບາງແຂວງ ກໍໄດ້ນໍາສະເໜີການນໍາແຂວງແຕ່ງຕັ້ງຄະນະກະກຽມການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ, ໄດ້ມີການຝຶກອົບຮົມການ ບໍລິການຈໍານວນໜຶ່ງ ໂດຍສະເພາະແມ່ນໂຄງການ LaoSafe ໄດ້ມີການຝຶກອົບຮົມຄູຝຶກ (ແຕ່ຍ້ອນການລະບາດຂອງພະຍາດໂຄວິດ-19) ຈຶ່ງໄດ້ມີການຝຶກອົບຮົມຜ່ານລະບົບທາງໄກ ກັບບັນດາແຂວງ, ເພື່ອເປັນການສະໜັບສະໜູນວຽກງານດັ່ງກ່າວຕາມພາລະບົດບາດ.

ຫຼ້າສຸດສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 1656/ຫສນຍ ນະຄອນຫຼວງວຽງຈັນ, ວັນທີ 15 ທັນວາ 2021 ເຊິ່ງເຫັນດີຮັບຮອງການປະເມີນ ແລະ ແຜນປະຕິບັດງານ ສໍາລັບເຂດທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດ COVID-19 ໃນ ສປປ ລາວ ແລະ ຮັບຮອງແຜນຈັດຕັ້ງປະຕິບັດເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວ ຊຶ່ງມີ 7 ໜ້າວຽກຫຼັກ ແລະ 34 ຫນ້າວຽກຍ່ອຍ ແລະ ອະນຸມັດ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຕາມການສະເຫນີຂອງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ເຫັນດີກໍານົດເອົາວັນທີ 17 ທັນວາ 2021 ເປັນມື້ຖະແຫຼງຂ່າວແຜນການຕ້ອນຮັບນັກທ່ອງທ່ຽວ ແລະ ກໍານົດເອົາວັນທີ 01 ມັງກອນ 2022 ເປັນມື້ເປີດຕ້ອນຮັບນັກທ່ອງທ່ຽວ, ເພື່ອຄວາມເປັນເອກະພາບສູງ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ລາຍງານການກະກຽມຄວາມພ້ອມຕ່າງໆ ຕໍ່ກອງປະຊຸມ ລັດຖະບານສະໄຫມວິສາມັນ ໃນທ້າຍເດືອນ ທັນວາ 2021.

ມື້ນີ້ພົບຜູ້ຕິດເຊື້ອໃຫມ່​ +1,493 ຄົນ ແລະ ເສຍຊິວິດ 6 ຄົນ

ສະຖານະການລະບາດຂອງພະຍາດໂຄວິດ-19​ ທົ່ວປະເທດ​ປະຈຳວັນທີ​ 16 ທັນວາ 2021 ພົບຜູ້ຕິດເຊື້ອໃຫມ່​ +1.493 ຄົນ, ເສຍຊິວິດ 6 ຄົນ​

ຄະນະສະເພາະກິດ ປ້ອງກັນໂຄວິດ-19 ຂອງທາງການລາວ ໄດ້ແຈ້ງຂ່າວ ຜ່ານສື່ສັງຄົມອອນລາຍ ໃນຕອນເຊົ້າ ຂອງ ວັນທີ 16 ທັນວາ ນີ້ວ່າ ມີຜູ້ຕິດໂຄວິດ-19 ເພີ່ມອີກ +1.493 ຄົນ. ແຕ່ລະແຂວງ ມີຜູ້ຕິດເຊື້ອເພີ່ມ ດັ່ງລາຍລະອຽດລຸ່ມນີ້:

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້

ແຈ້ງປັບລົງລາຄາຂາຍຍ່ອຍນຳ້ມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ

ຂ່າວດ່ວນກ່ອນປີໃໝ່ ແຈ້ງການ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ່ 1255 / ອຄ ນະຄອນຫຼວງວຽງຈັນ, ວັນທີ 16 ທັນວາ 2021ເລື່ອງ

ແຈ້ງປັບລົງລາຄາຂາຍຍ່ອຍນຳ້ມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ກະຊວງອຸດສາຫະກໍາ ແລະ ການຄ້າ, ຂໍແຈ້ງມາຍັງສະມາຄົມນຳ້ມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນຳ້ມັນເຊື້ອໄຟ ແລະ ປຳ້ຂາຍຍ່ອຍນຳ້ມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍໃຫມ່ ໃນເຂດເທດສະບານແຂວງ, ນະຄອນຫຼວງວຽງຈັນ ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 17 ທັນວາ 2021; ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.

ນຳ້ມັນແອັດຊັງພິເສດ ປັບລົງ 320 ກີບ/ລິດ,

ແຈ້ງການ ສໍານັກງານນາຍົກລັດຖະມົນຕີ ກຳນົດ 1 ມັງກອນ 2022 ຈະເປີດໃຫ້ນັກທ່ອງທ່ຽວເຂົ້າປະເທດໄດ້

ທິດຊີ້ນໍາຕໍ່ແຜນການກະກຽມຄວາມພ້ອມເພື່ອຕ້ອນຮັບນັກທ່ອງທ່ຽວ.ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

1. ເຫັນດີຮັບຮອງການປະເມີນ ແລະ ແຜນປະຕິບັດງານ ສໍາລັບເຂດທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດ COVID-19 ໃນ ສປປ ລາວ ແລະ ຮັບຮອງແຜນຈັດຕັ້ງປະຕິບັດເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວ ຊຶ່ງມີ 7 ຫນ້າວຽກຫຼັກ ແລະ 34 ຫນ້າວຽກຍ່ອຍ ແລະ ອະນຸມັດ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຕາມການສະເຫນີຂອງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

2. ເຫັນດີກໍານົດເອົາວັນທີ 17 ທັນວາ 2021 ເປັນມື້ຖະແຫຼງຂ່າວແຜນການຕ້ອນຮັບນັກທ່ອງທ່ຽວ ແລະ ກໍານົດເອົາວັນທີ 01 ມັງກອນ 2022 ເປັນມື້ເປີດຕ້ອນຮັບນັກທ່ອງທ່ຽວ, ເພື່ອຄວາມເປັນເອກະພາບສູງ ແລະ ເປັນ ເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ລາຍງານການກະກຽມຄວາມພ້ອມຕ່າງໆ ຕໍ່ກອງປະຊຸມ ລັດຖະບານ ສະໄຫມວິສາມັນ ໃນທ້າຍເດືອນ ທັນວາ 2021

ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີທ່ານຄຳເຈນ ວົງໂພສີ

ອີຕົນເດ ບໍ່ເຮັດກໍ່ບໍ່ມີເງິນຊື້ເຂົ້າກິນ ເລາະຂາຍກະແລມລ້ຽງຊີບ ອຸດໜຸນແດ່ເດີ້

ເຫັນນ້ອງຊຸກໄປເລາະຂາຍຢູ່ໃສ ກະຊື່ຊ່ວຍເພີ່ນແນ່ເດີ້

ພໍໄດ້ເງິນເຂົ້າໂຮງຮຽນ

ອົດທົນສູ້ຊົນເດີລູກ ອານາຄົດເຈົ້າດີແນ່ນອນ

ສູ້ໆເດີ້ບັກຫຳ

ແຂວງ ຫຼວງພຣະບາງ ກວດພົບ ຜູ້ຕິດໂຄວິດ +117 ຄົນ

ສະຖານະການຂອງໂຄວິ ດ-19 ປະຈຳວັນທີ 16 ທັນວາ 2021​ ຢູ່ທີ່ ແຂວງ ຫຼວງພຣະບາງ ກວດພົບຜູ້ຕິດໂຄວິ ດ +117 ຄົນ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້