ແຈ້ງການເຖີງແຮງງານລາວ ທີ່ເຮັດວຽກຢູ່ສາມຫຼຽມທອງຄຳ ທີ່ຕ້ອງການຢາກກັບບ້ານ

ແຈ້ງການ ເຖິງ: ແຮງງານລາວ ທີ່ເຮັດວຽກຢູ່ບັນດາບໍລິສັດ ແລະ ຫ້າງຮ້ານ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເລື່ອງ: ການລົງທະບຽນກັບບ້ານ ຂອງແຮງງານລາວ ທີ່ເຮັດວຽກຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ.

ກະຊວງແຜນການແລະການລົງທຶນ ຫ້ອງການສົ່ງເສີມແລະຄຸ້ມຄອງເຂດເສດຖະກິດພິເສດ ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວເລກທີ່926/ກຂສພ ບໍ່ແກ້ວ,ວັນທີ່07ທັນວາ2021.

– ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ແລະ ນະ ຄອງຫຼວງ ສະບັບເລກທີ 1971/ກຜທ, ລົງວັນທີ 15 ສິງຫາ 2018.

ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ(ຄຂສພ.ບກ) ຂໍແຈ້ງມາຍັງແຮງງານລາວ ທີ່ເຮັດວຽກຢູ່ບັນດາ ບໍລິ ສັດ ແລະ ຫ້າງຮ້ານ ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຊາບວ່າ:

ບຸກຄົນໃດຕ້ອງການກັບຄືນບ້ານ ແມ່ນໃຫ້ລົງທະບຽນ ນໍາຄະນະຮັບຜິດຊອບ ຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ພຽງເທົ່ານັ້ນ, ການລົງທະບຽນແມ່ນຈະບໍ່ມີຄ່າໃຊ້ ຈ່າຍຫຍັງທັງນັ້ນ ແລະ ຂໍຮ້ອງມາຍັງທຸກຄົນບໍ່ໃຫ້ຫລົງເຊື່ອຄໍາຕົວະຍົວະຫຼອກລວງເອົາເງິນຄ່າລົງທະບຽບຢ່າງເດັດຂາດ.

ຜູ້ໂຊກດີມີນາມວ່າ: ທ້າວ ຄຳເພັດ ລາວລີ ບ້ານ: ໂພນໂຮມ ເມືອງ: ບຸນເໜືອ ແຂວງ: ຜົ້ງສາລີ

🎉 ສຸ່ມຫວຍພະຍານາກ ໂຊກຮັບຊັບ 800ລ້ານກີບ 🎉💸💸2000₭ ຮັບລາງວັນ 800.000.000₭💸💸

ຜູ້ໂຊກດີມີນາມວ່າ: ທ້າວ ຄຳເພັດ ລາວລີ ບ້ານ: ໂພນໂຮມ ເມືອງ: ບຸນເໜືອ ແຂວງ: ຜົ້ງສາລີ, ອາຊີບ : ຄ້າຂາຍ

ສະຫະລັດອາເມລີກາ ຊີ້ ໂອໄມຄຣອນ ບໍ່ອັນຕະລາຍເທົ່າເດວຕາ

ສະຫະລັດຊີ້ ໂອໄມຄຣອນ ບໍ່ອັນຕະລາຍເທົ່າເດວຕາ

ສຳ​ນັກ​ຂ່າວ​ຕ່າງ​ປະ​ເ​ທດ​ລາຍ​ງານໃນ​ວັນ​ທີ 6 ທັນ​ວາ 2021 ວ່າ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ກ່າວ​ວ່າ:

ເຖິງ​ແມ່ນ​ວ່າ ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ຈະ​ແຜ່​ລະ​ບາດ​ຢ່າງ​ໄວ​ວາ​ໃນ​ສະ​ຫະ​ລັດ ແຕ່​ຜົນ​ການ​ສຶກ​ສາ​ເບື້ອງ​ຕົ້ນ ບົ່ງ​ຊີ້​ວ່າ ອາດ​ມີ​ຄວາມ​ອັນ​ຕະ​ລາຍ​ໜ້ອຍກວ່າ​ສາຍ​ພັນ​ເດວ​ຕາ ເຊິ່ງ​ຍັງ​ເປັນ​ສາ​ເຫດຫຼັກ​ທີ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ເຂົ້າ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ເພີ່ມ​ຂຶ້ນ.

ທ່ານ ດ​ຣ. ​ແອນໂທ​ນີ ເຟົາ​ຊີ ຜູ້​ຊ່ຽວ​ຊານ​ດ້ານ​ພະ​ຍາດ​ຕິດ​ເຊື້ອທັງ​ເປັນ​ຫົວ​ໜ້າ​ທີມ​ທີ່​ປຶກ​ສາ​ດ້ານ​ສາ​ທ​າລະ​ນະ​ສຸກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ນັກ​ວິ​ທະ​ຍາ​ສາດ​ຈຳ​ເປັນ​ຕ້ອງ​ມີ​ຂໍ້​ມູນຫຼາຍກວ່າ​ນີ້ ກ່ອນ​ທີ່​ຈະ​ສະຫຼຸບ​ເຖິງ​ຄວາມ​ຮຸນ​ແຮງ​ຂອງ​ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ.

“ຈົນ​ເຖິງ​ຂະ​ນະ​ນີ້ ເບິ່ງ​ຄື​ວ່າ ໂອ​ໄມ​ຄ​ຣອນ ບໍ່​ໄດ້​ມີ​ຄວາມ​ຮຸນ​ແຮງ ແຕ່​ພວກ​ເຮົາ​ກໍ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ ກ່ອນ​ທີ່​ຈະ​ສະຫຼຸບ​ວ່າ ມັນ​ບໍ່​ມີ​ຄວາມ​ຮຸນ​ແຮງຫຼື​ບໍ່? ມັນ​ບໍ່​ເຮັດ​ໃຫ້​ມີ​ອາ​ການ​ຮຸນ​ແຮງ​ເໝືອນ​ກັບ​ເດວ​ຕາ ຫຼື ບໍ່?” ທີ່​ປຶກ​ສາ​ທຳ​ນຽບ​ຂາວ ກ່າວ.

ມາ​ຮອດ​ວັນ​ທີ 5 ທັນ​ວາ​ຜ່ານ​ມາ, ສະ​ຫະ​ລັດ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ກາຍ​ພັນ​ໂອ​ໄມ​ຄ​ຣອນເກືອບ 1/3 ຂອງ​ຜູ້​ຕິດ​ເຊື້ອ​ທັງ​ໝົດ ແຕ່​ຜູ້​ຕິດ​ເຊື້ອ​ສ່ວນຫຼາຍ​ທີ່​ໄປ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແມ່ນ​ຜູ້​ຕິດ​ເຊື້ອ​ສາຍ​ພັນ​ເດວ​ຕາ​ກວມ​ເຖິງ 99%.

ຂ່າວຈາກ ຂ່າວເສດຖະກິດ-ການຄ້າ

ພົບຜູ້ຕິດເຊື້ອໃຫມ່​ +1,378 ຄົນ ແລະ ເສຍຊິວິດ +3 ຄົນ

ສະຖານະການລະບາດຂອງພະຍາດໂຄວິດ-19​ ທົ່ວປະເທດ​ປະຈຳວັນທີ​ 07 ທັນວາ 2021 ພົບຜູ້ຕິດເຊື້ອໃຫມ່​ +1.378 ຄົນ, ເສຍຊິວິດ +3 ຄົນ​

ຄະນະສະເພາະກິດ ປ້ອງກັນໂຄວິດ-19 ຂອງທາງການລາວ ໄດ້ແຈ້ງຂ່າວ ຜ່ານສື່ສັງຄົມອອນລາຍ ໃນຕອນເຊົ້າ ຂອງ ວັນທີ 07 ທັນວາ ນີ້ວ່າ ມີຜູ້ຕິດໂຄວິດ-19 ເພີ່ມອີກ +1.378 ຄົນ. ແຕ່ລະແຂວງ ມີຜູ້ຕິດເຊື້ອເພີ່ມ ດັ່ງລາຍລະອຽດລຸ່ມນີ້:

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້

ເຫດໄຟໄໝ້ ເຂດບ້ານສົມສະຫວາດ ເມືອງປາກງື່ມ ມີຄລິບ

ເຫດໄຟໄໝ້ ເຂດບ້ານສົມສະຫວາດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ເວລາປະມານ 21:00 ວັນທີ 6 ທັນວາ 2021.ລາຍງານເບື້ອງຕົ້ນ ເຮືອນໄໝ້ 1 ຫຼັງ, ສາເຫດ ແລະ ມູນຄ່າຄວາມເສຍຫາຍ ຍັງຢູ່ໃນການກວດສອບ.

ລາຍງານໂດຍ: ໜ່ວຍກູ້ໄພ ອາສາເພື່ອປະຊາຊົນ.

ຊົມຄລິບ

ເກີດເຫດ..!! ລົດເມວຽງທອງ ເສຍຫຼັກລົງຂ້າງທາງ (6/12/2021)

ດ່ວນ..!! ວັນທີ່ 6/12/2021 ເວລາ ປະມານ 17:00 ໄດເກີດເຫດ ລົດເມວຽງທອງ ທະບຽນລົດ ບກ 0509 ອຸດົມໄຊ ເສຍຫຼັກລົງຂ້າງທາງ.

ຄ່ອຍໄປຄ່ອຍມາເດີພີ່ນ້ອງ.

ກວດພົບຮິບໂປ 2 ໂຕໃນສວນສັດ ຕິດໂຄວິດ ເຊີ່ງເປັນຄັ້ງທຳອິດໃນໂລກ

ຮິບໂປ 2 ໂຕໃນສວນສັດ Antwerp, ປະເທດແບນຊິກ. ກວດພົບຜູ້ຕິດເຊື້ອໂຄວິດ-19 ເຊີ່ງເປັນຄັ້ງທຳອິດໃນໂລກທີ່ພົບເຫັນວ່າຕິດເຊື້ອໃນສັດສາຍພັນດັ່ງກ່າວ.

ໃນຂະນະທີ່ເຈົ້າໜ້າທີ່ກຳລັງເລັ່ງກວດສອບຫາສາເຫດ ແລະ ປ້ອງກັນການແຜ່ເຊື້ອ

Two hippos in Belgian zoo test positive for COVID-19

Two hippos have tested positive for COVID-19 at Antwerp Zoo in Belgium in what could be the first reported cases in the species, zoo staff said.