ຟາຍເຊີ ເລັ່ງພັດທະນາວັກແຊັງຮັບມືໂອໄມຄຣອນໂດຍສະເພາະ

ຟາຍເຊີ ເລັ່ງພັດທະນາວັກແຊັງຮັບມືໂອໄມຄຣອນໂດຍສະເພາະ

ສຳ​ນັກ​ຂ່າວ​ເອ​ເອ​ຟພີ​ລາຍ​ງານ​ວ່າ ​ທ່ານ ອັ​ລ​ເບີດ ບູ​ຣ໌ລາ ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ​ຟາຍ​ເຊີ ຜູ້​ຜະ​ລິດ​ຢາ​ລາຍ​ໃຫຍ່​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ເປີດ​ເຜີຍ​ວ່າ:

ບໍ​ລິ​ສັດ​ໄດ້​ເລີ່ມ​ຂະ​ບວນ​ການ​ເພື່ອ​ຜະ​ລິດ​ວັກ​ຊີນ​ທີ່​ເນັ້ນ​ໃສ່​ເພື່ອ​ປ້ອງ​ກັນ​ສາຍ​ພັນ​ໂອ​ໄມ​ຄ​ຣອນ​ໂດຍ​ສະ​ເພາະ​ຂຶ້ນ​ແລ້ວ ເພື່ອ​ວ່າ ​ກໍ​ລະ​ນີວັກ​ຊີນ​ທີ່​ມີ​ໃນ​ປັດ​ຈຸ​ບັນ​ບໍ່​ສາ​ມາດ​ປ້ອງ​ກັນ​ສາຍ​ພັນ​ດັ່ງ​ກ່າວ​ໄດ້.

​ຜູ້​ບໍ​ລິ​ຫານ​ຟາຍ​ເຊີ​ກ່າວ​ອີກວ່າ: ນັກ​ວິ​ທະ​ຍາ​ສາດ​ຂອງ​ບໍ​ລິ​ສັດ​ໄດ້​ເລີ່ມ​ທົດ​ລອງວັກ​ຊີນຟາຍ​ເຊີ​ກັບ​ເຊື້ອ​ໂອ​ໄມ​ຄ​ຣອນ ມາ​ຕັ້ງ​ແຕ່​ວັນ​ທີ 26 ພະ​ຈິກ​ຜ່ານ​ມາ ແລະ ຖ້າ​ຫາກວ່າ ວັກ​ຊີນ​ຂອງ​ຟາຍ​ເຊີ​ທີ່​ມີ​ໃນ​ປັດ​ຈຸ​ບັນ​ບໍ່​ສາ​ມາດ​ປ້ອງ​ກັນ​ສາຍ​ພັນ​ດັ່ງ​ກ່າວ​ໄດ້ ຫຼື ມີ​ປະ​ສິດ​ທິ​ພາບ​ຕ່ຳ​ລົງ, ທາງ​ບໍ​ລິ​ສັດ​ກໍ​ຕ້ອງ​ພັດ​ທະ​ນາ​ວັກ​ຊີນ​ຊະ​ນິດ​ໃໝ່​ຂຶ້ນ​ມາ​ອີກ.

ພ້ອມ​ສະ​ແດງ​ຄວາມ​ໝັ້ນ​ໃຈວ່າ ຢາ​ເມັດ ແພັກ​ໂລ​ວິດ ຂອງ​ບໍ​ລິ​ສັດ​ຟາຍ​ເຊີ ຍັງ​ຈະ​ສາ​ມາດ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ ໂອ​ໄມ​ຄ​ຣອນ​ໄດ້​ຢ່າງ​ແນ່ນອນ.

ເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ຍ້ອນຈູດຂີ້ເຫຍື້ອ

ເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການຈູດຂີ້ເຫຍື້ອ, ຈູດປ່າ, ໃຕ້ທູບ, ທຽນ-ບູຊາ ແລະ ອື່ນໆ ຕ້ອງມີຄວາມລະມັດລະວັງປ້ອງກັນອັກຄີໄພ ເພື່ອຫຼີກລ່ຽງບັນຫາອັກຄີໄພເກີດຂຶ້ນ ດັ່ງກໍລະນີເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 01 ທັນວາ 2021, ເຮັດໃຫ້ປະຊາຊົນໃນພື້ນທີ່ນັ້ນແຕກຕື່ນ ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ໄດ້ລົງໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາດັບມອດໄຟ 10 ນາທີ ເຊີ່ງຊາບຊື່ຜູ້ຈູດຄື:

ທ້າວ ສົມ ອາຍຸ 27 ປີ ກໍາມະກອນ ຢູ່ບ້ານໂພຄໍາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນຄົນງານເຝົ້າສວນ. ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກດີໄພ ປກສ ນວ ໃຫ້ຮູ້ວ່າ: ເວລາ 16:30 ໂມງ ຂອງວັນທີ 01 ທັນວາ 2021 ໄດ້ຮັບແຈ້ງວ່າ: ເກີດເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນວ ເຊີ່ງເປັນດິນເປົ່າຫວ່າງຂອງ ທ້າວ ຄໍາມິ່ງ ປະຊາຊົນ ບ້ານສີຫອມ ເມືອງຈັນທະບູລີ, ເຈົ້າໜ້າທີ່ກໍ່ໄດ້ກະກຽມລົດມອດໄຟ ຈຳນວນ 01 ຄັນ ແລະ ກໍາລັງ 6 ສະຫາຍ ລົງໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາ 10 ນາທີ ກໍ່ສາມາດດັບມອດໄຟໄດ້.

ຖ້າພົບເຫັນເຫດການໃດທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ໃຫ້ແຈ້ງເຈົ້າໜ້າທີ່ຜ່ານທາງວັອດແອັບ ເບີ 02028899774 ແລະ ເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ພົບວ່າມີຜູ້ຕິດເຊື້ ອໂຄວິ ດ +1,004 ຄົນ ແລະ ຊຸມຊົນ +997 ຄົນ

ຈາກການຖະແຫຼ່ງຂ່າວໂ ຄວິ ດ – 19 ຂອງຄະນະສະເພາະກິດ ປະຈຳວັນທີ່ 03/12/2021 ພົບວ່າມີຜູ້ຕິດເຊື້ ອໂຄວິ ດ +1,004 ຄົນ ແລະ ຊຸມຊົນ +997 ຄົນ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້

ແຂວງ ຫຼວງພຣະບາງ ກວດພົບ ຜູ້ຕິດໂຄວິດ +93 ຄົນ

ສະຖານະການຂອງໂຄວິ ດ-19 ປະຈຳວັນທີ 3 ທັນວາ 2021​ ຢູ່ທີ່ ແຂວງ ຫຼວງພຣະບາງ ກວດພົບຜູ້ຕິດໂຄວິ ດ +93 ຄົນ.

ລາຍ​ລະອຽດ​ການເດີນທາງຈະແຈ້ງມາຕາມຫຼັງເດິ້ ຂໍໃຫ້ຄົນລາວທົ່ວປະເທດຢ່າແຕກຕື່ນເດິ້

ພະຍາກອນອາກາດ ວັນທີ 3.12-04.12.2021 ອຸນຫະພູມຈະຫຼຸດລົງອີກ 1-3ອົງສາ

ພະຍາກອນອາກາດ ວັນທີ 03/12/2021ເວລາ 7:00 ໂມງ ເຖິງ 7:00 ໂມງ ວັນທີ 04/12/2021

ມວນອາກາດເຢັນທີ່ປະເທດຈີນ ຍັງສືບຕໍ່ມີກໍາລັງແຮງເພີ່ມຂຶ້ນແພ່ ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອຸນຫະພູມອາ ກາດໜາວເຢັນລົງ 1-3 ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໜາວເຢັນ ຫາ ໜາວຫລາຍ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກ ຫຸ້ມຢູ່ທົ່ວໄປຢູ່ເຂດພູສູງ ເນີນພູ ແລະ ຮ່ອມພູ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນ ລະຫວ່າງ 07-19 ອົງສາ. ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມໃນລະຫວ່າງ 19-28 ອົງສາ.

ເຂດພູພຽງບໍລະເວນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-25 ອົງສາ.

ສາວພອນຄົນໃໝ່ “ຄົນມີແຟນ ມັກຈະງາມຂຶ້ນ” ແບບນີ້ນີ້ຫວາ

ສາວພອນຄົນໃໝ່ “ຄົນມີແຟນ ມັກຈະງາມຂຶ້ນ” ແບບນີ້ນີ້ຫວາ ຊ່າງແຕ່ງໜ້າຄົນນີ້ ສຸດຍອດສີມືສ່າງແຕ່ງໜ້າ.

ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງອີ່ຫຼີ່.

ຫຼ້າສຸດສາວພອນລຸກໄລ໋ສົດຂາຍເຄື່ອງ.

ບໍ່ແມ່ນສາວພອນຄົນເກົ່າລະເດີຊ່າງແຕ່ງໜ້າ Kating Ting Onsengphet ໃຜມີງານຕິດຕໍ່ຫາເພີ້ນໄດ້.

ເນລະມິດຄວາມງາມ ເຫັນແລ້ວຕ້ອງຖາມຫາວ່າຊ່າງແຕ່ງໜ້າຄົນໃດຈາກ: Kating Ting Onsengphet

ແບບນີ້ກໍມີນໍ້! ໂຄວິດເປັນເຫດແທ້ ຄູ່ຮັກໝັ້ນກັນທາງອອນລາຍ

ແບບນີ້ກໍມີນໍ້! ໂຄວິດເປັນເຫດແທ້ ຄູ່ຮັກໝັ້ນກັນທາງອອນລາຍ ຍິນດີນຳຂໍໃຫ້ຮັກກັນຕະຫຼອດໄປ.

ຈາກຜູ້ໃຊ້ເຟສບຸກຊື່Kukar Ksv ໄດ້ໂພສໃນວັນທີ 02/12/2021 ວ່າ:  ເພາະໂຄວີດເຮົາຈື່ງຫ່າງກັນຫມັ້ນອອນລາຍແຕ່ບໍເປັນບັນຫາໃນການຮັກ.

16.6.2020ຄົບ2.12.2021 ຫມັ້ນ.

ຂອບໃຈສຳລັບທຸກຢ່າງທີ່ຜ່ານມາ ເອີ້ນໄດ້ເຕັມປາກແລ້ວວ່າຄູ່ຊີວີດຂໍໂທດ ທີ່ບໍໃດ້ຢູ່ໃນມື້ສຳຄັນຂອງສອງຄົນເຮົາ.

ທີ່ມາ