ລາຍລະອຽດ ” ສິງໂຕໂລງສົບ ຖືກກຸ່ມໄວລຸ້ນບຸກມາທຸບແວ່ນລົດເຖິງຮ້ານ”

+ ເກີດເຫດການກຸ່ມໄວລຸ້ນຈໍານວນໜຶ່ງຍົກພັກພວກບຸກທໍາລາຍຊັບສິນຮ້ານຂາຍໂລງສົບຊື່ດັງເຂດບ້ານຕານມີໄຊ ເມືອງໄຊທາ ນີ ນະຄອນຫຼວງວຽງຈັນ ໃນຄໍ່າຄືນຂອງວັນທີ 1 ທັນວາ.

ທີ່ຜ່ານມາ, ຈົນເຮັດໃຫ້ເກີດຄວາມເສຍຫາຍເປັນຈໍານວນຫຼາຍລ້ານກີບ ເຊິ່ງຮ້ານດັ່ງກ່າວ ແມ່ນຮ້ານຂອງທ້າວ ສິງໂຕ ອາຍຸປະມານ 29 ປີ ຢູ່ບ້ານຕານມີໄຊ.

+ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ອີງຕາມຄໍາໃຫ້ການຂອງພະຍານທັງ 4 ຄົນ ຄື: ທ້າວ ໂດ້ ອາຍຸ 23 ປີ, ທ້າວ ຄໍາປະສົງ ຫຼື ຕ໋ອມ ອາຍຸ 48 ປີ (ພໍ່ທ້າວ ສິງໂຕ), ທ້າວ ໄພສິດ ຫຼື ຕາມ ອາຍຸ 31 ປີ ແລະ ທ້າວ ພອນວິໄລ ຫຼື ກູ່ ອາຍຸ 25 ປີ ທັງໝົດພັກເຊົາຢູ່ບ້ານຕານມີໄຊ ໄດ້ໃຫ້ການວ່າ:

ເວລາປະມານ 23:30 ໂມງຂອງວັນທີ 1 ທັນວາ, ໄດ້ມີໄວລຸ້ນຂັບຂີ່ລົດໃຫຍ່ຈໍານວນ 4 ຄັນ ແລະ ມີຄົນປະມານ 20-30 ຄົນ ພາກັນມາຮ້ອງຫາທ້າວ ສິງໂຕ. ແຕ່ຜູ້ກ່ຽວແມ່ນບໍ່ຢູ່ເຮືອນ ພາຍຫຼັງບໍ່ເຫັນທ້າວ ສິງໂຕ ພວກກຸ່ມໄວລຸ້ນຈໍານວນດັ່ງກ່າວຈຶ່ງໄດ້ລົງມືທຸບມ້າງທໍາລາຍຊັບສິນທີ່ຢູ່ຮ້ານຂາຍໂລງສົບ ພ້ອມທັງຍິງປືນຂຶ້ນຟ້າເພື່ອນາບຂູ່ອີກ 1 ນັດ.

+ກ່ອນເກີດເຫດການດັ່ງກ່າວ, ທ້າວ ສິງໂຕ ພ້ອມພັກພວກໄດ້ພາກັນໄປກໍ່ເລື່ອງຕົບຕີໄວລຸ້ນຢູ່ແຖວສີໄຄ ກ່ອນ ໂດຍບົດບັນທຶກແຈ້ງຄວາມຂອງທ້າວ ທິບພະຈັນ ອາຍຸປະມານ 21 ປີ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ວ່າ:

+ກ່ອນເກີດເຫດການດັ່ງກ່າວ, ທ້າວ ສິງໂຕ ພ້ອມພັກພວກໄດ້ພາກັນໄປກໍ່ເລື່ອງຕົບຕີໄວລຸ້ນຢູ່ແຖວສີໄຄ ກ່ອນ ໂດຍບົດບັນທຶກແຈ້ງຄວາມຂອງທ້າວ ທິບພະຈັນ ອາຍຸປະມານ 21 ປີ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ວ່າ:

ແຕ່ປັດຈຸບັນແມ່ນອອກວຽກມາໄດ້ 2 ປີແລ້ວ). ຈາກນັ້ນ, ຈຶ່ງເກີດມີປາກສຽງກັນ ແລະ ທ້າວ ສິງໂຕ ກໍໄດ້ໃຊ້ມືຕົບ ເຂົ້າທີ່ໃບໜ້າຜູ້ກ່ຽວຈໍານວນ 2 ບາດ ແລະ ທ້າວ ໂດ້ ( ກຸ່ມຂອງທ້າວ ສິງໂຕ ) ອາຍຸ 23 ປີ ບ້ານຕານມີໄຊ ກໍໃຊ້ມືຕົບເຂົ້າໜ້າຜູ້ກ່ຽວອີກ 1 ບາດ; ເວລາຕໍ່ມາ, ຈຶ່ງເກີດມີເຫດສົນລະວົນ (ຕີກັນ) ເຮັດໃຫ້ໝູ່ຂອງຕົນຈໍານວນໜຶ່ງໄດ້ຮັບບາດເຈັບສົມຄວນ ກ່ອນແຕກໜີໃຜໜີມັນ.

+ ປັດຈຸບັນ, ເຈົ້າໜ້າທີ່ພວມດໍາເນີນການສອບປາກຄໍາເພື່ອຫາສາເຫດແຮງຈູງໃຈໃນການກໍ່ເຫດ ພ້ອມທັງສືບສວນຫາຜູ້ລົງມື້ກໍ່ເຫດໃນຄັ້ງນີ້ມາດຳເນີນຄະດີຕາມກົດ ໝາຍ, ສ່ວນທ້າວ ສິງໂຕ ແມ່ນຍັງເອົາຕົວຫຼົບໜີ ຢູ່ເຈົ້າໜ້າທີ່ຈະໄດ້ນຳຕົວຜູ້ກ່ຽວມາສອບສວນເພີ່ມເຕີມ.

ບຸກຍິງ “ສິງໂຕໂລງສົບ ຮອດຮ້ານ ຖືກໄວລຸ້ນສີໄຄຍົກພວກກັບມາເອົາຄືນ” ມີຄລິບ

“ສິງໂຕໂລງສົບ ຍົກພວກຕີໄວລຸ້ນສີໄຄ ແຕ່ຖືກໄວລຸ້ນສີໄຄຍົກພວກກັບມາເອົາຄືນ”

+ 1/12/2021ເວລາ 22:35 ນາທີ ໄດ້ຮັບແຈ້ງຈາກສູນໃຫຍ່ວ່າມີຄົນຍິງກັນຢູ່ບ້ານຕາມມີໄຊ ສນ ສະພັງເມິກຈຶ່ງໄດ້ລົງກວດກາສະຖານທີ່ແລະເກັບກຳຂໍ້ມູນເບື້ອງຕົ້ນ ທ. ສິງໂຕໂລງສົບ ແມ່ນໄດ້ພາ ອ້າຍນ້ອງຂອງຜູ່ກ່ຽວໄປທຳຮ້າຍຮ່າງກາຍ (ຕີ) ໄວລຸ້ນແຖວສີໄຄ.

+ ຫຼັງຈາກທີ່ທຳຮ້າຍຮ່າງກາຍແລ້ວ ຜູ້ກ່ຽວ ແລະ ອ້າຍນ້ອງເຮັດວຽກນຳກັນກໍ່ກັບມາຢູ່ບ່ອນຂາຍໂລງສົບ ບ້ານຕາມມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພວກໄວລຸ້ນບໍ່ຊາບຊື່ຈຶ່ງໄດ້ຂີ່ລົດ 3 ຄັນມາທຳຮ້າຍຮ່າງກາຍພວກ ທ.ສິງໂຕ ໂລງສົບ ຄືນ ແຕ່ ທ. ສິງໂຕໂລງສົບ ໄດ້ເອົາ ຕົວລົບຫນີພວກໄວລຸ້ນຈຶ່ງໄດ້ທົບແວ່ນລົດຂອງ ທ.ສິງໂຕໂລງສົບ ຈຳນວນ 4 ຄັນໂດຍເເວ່ນແຕກ ທາງໜ້າທັງ 4 ຄັນ ແລະ ປະຕູຮົ້ວຈຳນວນໜຶ່ງ.

ເບິ່ງຄລິບເພີ່ມເຕີມໃຕ້ຄອມເມັ້ນ.ພາບ-ຂ່າວ: ເຈົ້າໜ້າທີ່ ສນ ສະພັງເມິກ.

ຄລິບ1

ຄລິບ2

ຄລິບ3

ພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟ ລາວ-ຈີນ

ພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟ ລາວ-ຈີນ

ໃນຕອນເຊົ້າຂອງ ວັນທີ 2 ທັນວາ 2021, ທີ່ສະຖານີລົດໄຟນະຄອນຫລວງວຽງຈັນ, ບ້ານໄຊ ເມືອງໄຊທານີ ໄດ້ມີພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟລາວ-ຈີນ, ໂດຍມີການນຳພັກ-ລັດ ນຳໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພຸດທະ ສາສະນິກກະຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າ ຮ່ວມ.

ໃນພິທີດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນໄຕ້ທູບທຽນບູຊາພຣະຣັດຕະນະໄຕ ຈາກນັ້ນລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ. ຫລັງຈາກນັ້ນ, ໄດ້ມິພິທີໄຫວ້ພຣະຣັດຕະນະໄຕ ຮັບສິນ, ສູດປະຣິດ ຕະມະຫາມຸງຄຸນໄຊຫລວງ (ສູດມະຫາໄຊຍະມຸງຄຸນຫລວງ)

ຟັງທຳມະເທດສະໜາບັນຍາຍ 1 ກັນ, ກ່າວຄຳຖວາຍສັງຂະທານ, ເຄນກັນບູຊາທຳມະເທດສະໜາ, ເຄນບ້າງປັດໄຈບູຊາທຳ, ຄາລະ ວະ-ຮັບພອນ-ຢາດນ້ຳ ແລະ ຕາງໜ້າຄະນະພະສົງພົມນ້ຳມົນສະຖານີ ແລະ ລົດໄຟ ເພື່ອເປັນສິຣິມຸງຄົນ ເອົາໂຊກເອົາໄຊ.

ພິທີເບີກໂຊກໄຊຍະມຸງຄຸນ ແມ່ນພິທີ ທີ່ມີຄວາມສຳຄັນທາງສາສະໜາ, ໃນພິທີຈະມີການສູດ ປະຣິດຕະມະຫາມຸງຄຸນໄຊຫລວງ (ສູດມະຫາໄຊຍະມຸງຄຸນຫລວງ) ການສູດດັ່ງກ່າວ, ເພື່ອກຳກັດປັດເພີກສິ່ງບໍ່ດີທີ່ ຢູ່ໃນສະຖານີທີ່ວັດຖຸ, ບຸກຄົນນັ້ນໆໃຫ້ອອກໄປ

ເພື່ອເປັນສິຣິມຸງຄຸນໃນການດຳເນີນໄປໄດ້ຢ່າງລາບລື້ນ ແລະ ສັນຕິສຸກ ເພື່ອເສີມສ້າງບຸນຍາປາຣະມີ ໃຫ້ແກ່ຜູ້ທີ່ເຂົ້າຮ່ວມໃນພິທີດັ່ງກ່າວ.

ຂ່າວ: ສົມຫວັງ, ພາບ: ຂັນໄຊ

ລັກເຫຼັກກັ້ນຂອບທາງ ຢູ່ຖະໜົນ 450 ປີ ຄັ້ງນີ້ກໍເປັນຄັ້ງທີ 5

ລັກເຫຼັກກັ້ນຂອບທາງ ຢູ່ຖະໜົນ 450 ປີ ຄັ້ງນີ້ກໍເປັນຄັ້ງທີ 5

ພັຕ ສິນທະໄລ ລຸນຈັນທາ ຮອງຫົວໜ້າສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ ( 1191 ) ບ້ານດຸງ ໃຫ້ຮູ້ວ່າ: ເວລາປະມານ 12:00 ໂມງ ຂອງວັນທີ 27 ພະຈິກ ຜ່ານມາ, ເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມຈາກພົນລະເມືອງ ວ່າ:

ມີຄົນລັກເອົາເຫຼັກກັ້ນຂອບທາງ ຢູ່ຖະໜົນ 450 ປີ.ຈາກນັ້ນ, ເຈົ້າໜ້າທີ່ ກໍໄດ້ລົງກວດກາຈຸດເກີດເຫດ ແລະ ສາມາດຕິດຕາມຈັບຜູ້ທີ່ກໍ່ເຫດໄດ້ ຊື່ ທ້າວ ໂຄລີ ອາຍຸ 37 ປີ ຢູ່ບ້ານດຸງ ເມືອງໄຊເສດຖາ ນວ.

ຜ່ານການສອບສວນເບື້ອງຕົ້ນ ທ້າວ ໂຄລີ ສາລະພາບວ່າ: ເປັນຄົນລົງມືລັກເອົາເຫຼັກກັ້ນຂອບທາງ ຢູ່ຖະໜົນ 450 ປີ ແທ້ ແລະ ຄັ້ງນີ້ກໍເປັນຄັ້ງທີ 5; ສ່ວນເຫຼັກທີ່ລັກໄດ້ນັ້ນ ກໍໄດ້ເອົາໄປຂາຍໃຫ້ຮ້ານຮັບຊື້ເຫຼັກເສດ ຢູ່ເຂດບ້ານດຸງ ແລະ ໃນແຕ່ລະຄັ້ງ ແມ່ນຂາຍຫຼັກກັ້ນຂອບທາງ ໄດ້ເງິນແຜ່ນລະ 120.000 ກີບ.

ເຈົ້າໜ້າທີ່ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ບ້ານດຸງ ໄດ້ນຳສົ່ງຕົວຜູ້ກ່ຽວ ໃຫ້ກອງບັນຊາການ ປກສ ເມືອງໄຊເຊດຖາ ນວ ສືບຕໍ່ດຳເນີນຄ ະ ດີ ຕາມກົດໝາຍ.

ມື້ນີ້ີ້​ ສປປ ລາວ ກວດພົບຜູ້ຕິດເຊື້​ອ​​ +1,333 ຄົນ ແລະ ເສຍຊີວິດ 8ຄົນ

ຕາມການລາຍງານຂອງໜ່ວຍສະເພາະ ຜ່ານສື່ອອນລາຍ ປະຈຳວັນທີ່ 02 ທັນວາ​ 2021 ພົບວ່າມີຜູ້ຕິດເຊື້ອໂຄວິິິິດເພີ່ມໃໝ່ 1333 ຄົນ​​​​.​ ລາຍລະອຽດແຕ່ລະແຂວງ ລຸ່ມນີ້:

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງຊາວລາວທຸກຄົນຈົງມີສະຕິລະວັງຕົວ ແລະ​ ມີມາດຕະການປ້ອງກັນໂຄວິດ 19​ ໃຫ້ເຂັ້ມງວດ.

ເຖິງຢ່າງໃດກໍ່ຕາມ ລໍຖ້າການຖະແຫຼງຂ່າວຢ່າງເປັນທາງການ ທຸກວັນເວລາ 10:30′

ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບວັນຊາດ 2 ທັນວາ ຄົບຮອບ 46 ປີ

ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 46 ປີ

ສຽງປະກາດອັນສະຫງ່າລາສີ ແລະ ສົມກຽດນັ້ນ, ເຮັດໃຫ້ຊາດລາວ ເປັນຊາດໜຶ່ງທີ່ມີກຽດສັກສີ ເທົ່າທຽມກັບຊາດອື່ນໆ ໃນອາຊີ ແລະ ໃນໂລກ. ພວກເຮົາ ພ້ອມກັນສະຫລອງວັນຊາດ ທີ 2 ທັນວາ ທຸກໆປີ ແມ່ນການສະຫລອງວັນມະຫາໄຊ ອັນເຕັມໄປດ້ວຍຄວາມພາກພູມໃຈຂອງຄົນໃນຊາດ, ເຊິ່ງໄດ້ມາຈາກການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ ຂອງບັນພະບູລຸດເຮົາ, ໄດ້ມາຈາກເລືອດ, ຢາດເຫຶື່ອ ແລະ ນໍ້າຕາຂອງນັກຮົບຜູ້ກ້າຫານ, ຈາກປະຊາຊົນລາວຜູ້ຮັກຊາດບັນດາເຜົ່າ ທີ່ໄດ້ຕໍ່ສູ້ດ້ວຍນຳໃຈເສຍສະຫລະ ຈຶ່ງໄດ້ນຳເອົາວັນນີ້ມາໃຫ້ຊາດ, ມາໃຫ້ປະຊາ ຊົນເຮົາ.

ເຖິງວ່າປີນີ້, ພວກເຮົາບໍ່ມີເງື່ອນໄຂ ສະຫລອງວັນຊາດ ທີ 2 ທັນວາ ດ້ວຍການໂຮມຊຸມນຸມມິດຕິ່ງໃຫຍ່ໂຕ, ຍ້ອນພະຍາດ Covid-19 ລະບາດຮ້າຍແຮງກໍ່ຕາມ, ແຕ່ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ຮ່ວມກັບປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ສະເຫລີມສະຫລອງໃນຮູບແບບໃໝ່, ໂດຍໄດ້ກ່າວສູນທອນພົດ ເພື່ອເປັນການສະດຸດີວັນສຳຄັນຂອງຊາດເຮົາ, ໂດຍຜ່ານສື່ມວນຊົນມານະທີ່ນີ້ ເພື່ອເປັນການຂໍ່ານັບຊົມເຊີຍ ແລະ ອວຍພອນໄຊ ວັນຊາດທີ 2 ທັນວາ ຄົບຮອບ 46 ປີ ມານະໂອກາດນີ້ ແລະ ຂ້າພະເຈົ້າຂໍໃຫ້ຜູ້ຟັງ, ຜູ້ຊົມໃນທົ່ວປະເທດ ຈົ່ງຮັບເອົາພອນໄຊອັນປະເສີດ ແລະ ຄວາມປາຖະໜາດີ ຂອງຂ້າພະເຈົ້າ ໄປຍັງການນຳທຸກຂັ້ນ, ພະນັກງານ, ທະຫານ, ຕຳຫລວດ ຕະຫລອດເຖິງປະຊາຊົນທຸກໆຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າໃນໜ້າ ທີ່ວຽກງານຂອງທຸກໆຄົນ ດ້ວຍເທີ້ນ.

ພີ່ນ້ອງ ຮ່ວມຊາດ ທີ່ເຄົາລົບຮັກ,ເພື່ອນມິດສະຫາຍ ທີ່ນັບຖື ທັງຫລາຍ, ການສະເຫລີມສະຫລອງວັນບຸນໃຫຍ່ ຂອງຊາດເຮົາທຸກໆຄັ້ງ, ພວກເຮົາຍາມໃດກໍ່ຈົດຈຳລໍ້າລຶກ ເຖິງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນຳທີ່ເຄົາລົບຮັກຂອງພັກ, ຂອງຊາດເຮົາ ຈົດຈໍາບຸນຄຸນອັນໃຫຍ່ຫລວງລໍ້າຄ່າຂອງບັນດາຜູ້ນໍາຂອງພັກ, ຂອງລັດເຮົາລຸ້ນກໍ່ຕັ້ງ ແລະ ລຸ້ນຕໍ່ໆມາ ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ, ເຫື່ອແຮງຂອງຕົນດ້ວຍຄວາມເສຍສະ ຫລະເພື່ອປະເທດຊາດ, ເພື່ອການປະຕິວັດ ໄດ້ນຳເອົາເອກະລາດແຫ່ງຊາດ ມາໃຫ້ພວກເຮົາໄດ້ດຳລົງຄົງຢູ່ ຈົນເທົ່າທຸກວັນນີ້. ຈົດຈຳລໍ້າລຶກເຖິງນັກຮົບ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ອຸທິດຕົນ, ເສຍສະຫລະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນເຮົາ ໃນເວລາທີ່ຜ່ານມາ.

ພວກເຮົາທີ່ມີຊີວິດຢູ່ໃນແຜ່ນດິນແຫ່ງນີ້ ຈົ່ງພ້ອມກັນອາໄລຮັກເຖິງພວກເພິ່ນ ແລະ ຈົດຈຳວິລະກຳອັນລໍ້າເລີດຂອງພວກເພິ່ນໄວ້ໃນສ່ວນເລິກ ຂອງຫົວໃຈຂອງພວກເຮົາຕະຫລອດໄປ.ບັນດາທ່ານ ເພື່ອນມິດ ທີ່ຮັກແພງທັງຫລາຍ ! ເພື່ອທົບທວນຄືນປະຫວັດສາດ ເປັນທີ່ຮັບຮູ້ກັນຢູ່ສະເໝີແລ້ວວ່າ: ຊາດລາວເຮົາ ເຊິ່ງເປັນຊາດໜຶ່ງ ທີ່ມີອະລິຍະທຳອັນຮຸ່ງເຮືອງ ແລະ ຄົນລາວ ໄດ້ດໍາລົງຄົງຕົວຢູ່ບົນດິນແດນອັນແສນສັກກາລະບູຊາ ແລະ ຫວງແຫນແຫ່ງນີ້ ມາຕັ້ງແຕ່ບູຮານນະການຢ່າງຍາວນານ ສືບຕໍ່ມາເປັນຫລາຍພັນປີ ແລະ ໄດ້ຜ່ານຫລາຍຍຸກປະຫວັດສາດອັນລະອິດລະອ້ຽວ ນັບແຕ່ເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມແຜ່ນດິນລາວ ທີ່ກະແຈກກະຈາຍ ເປັນອານາຈັກລາວລ້ານຊ້າງ ທີ່ຂຶ້ນຊື່ລືນາມ ເມື່ອປີ ຄສ. 1353 ເປັນຕົ້ນມາ, ຊາດລາວ ໄດ້ຜ່ານໄລຍະແຫ່ງຄວາມເປັນເອກະພາບພາຍໃນຊາດ, ມີທັງຄວາມຈະເລີນຮຸ່ງເຮືອງ; ແຕ່ກໍ່ມີໄລຍະແຫ່ງຄວາມເສົ້າໝອງ, ແຜນດິນໄດ້ຖືກຕັດແບ່ງ ທັງມີຄວາມແບ່ງແຍກແຕກແຫງ ເປັນເຫດໃຫ້ຖືກຊາດອື່ນສວຍໃຊ້ ເປັນໂອກາດເຂົ້າມາຮຸກຮານ, ຄອບຄອງເອົາເປັນເມືອງຂຶ້ນ, ເມືອງສ່ວຍຕະຫລອດມາ ເປັນເວລາຍາວນານ ແຕ່ບໍ່ວ່າຍຸກໃດສະໄໝໃດ ກໍລ້ວນໄດ້ເກີດມີວິລະບູລຸດ ທີ່ປີຊາສາມາດ ແລະ ໄດ້ສ້າງຄຸນງາມຄວາມດີອັນໃຫຍ່ຫລວງໃຫ້ແກ່ຊາດລາວ ເຊິ່ງໄດ້ຈາລຶກໄວ້ໃນໜ້າປະຫວັດສາດຂອງຕົນ. ບັນພະບູລຸດລາວ ໄດ້ພ້ອມກັບປະຊາຊົນລາວບັນດາເຜົ່າ ສ້າງສາພັດທະນາບ້ານເມືອງ ແລະ ປົກປັກຮັກສາຜືນແຜ່ນດິນແຫ່ງນີ້ ດ້ວຍການຕໍ່ສູ້ຢ່າງອົງອາດກ້າແກ່ນ ຕ້ານສັດຕູຜູ້ຮຸກຮານ ໃນແຕ່ລະໄລຍະປະຫວັດສາດ ເພື່ອຮັກສາໄວ້ ເຊິ່ງຄວາມເປັນຊາດລາວ ເພື່ອສ້າງຄວາມຍືນຍົງໃຫ້ປະເທດຊາດ..ຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດ ມີອິດສະຫລະພາບຂອງຊາດລາວ ທີ່ຈາລຶກໄວ້ໄດ້ແກ່ : ເຈົ້າໄຊເສດຖາ, ເຈົ້າອານຸວົງ… ໃນສະໄໝບູຮານ, ຕໍ່ມາກໍ່ມີນັກຕໍ່ສູ້ທີ່ອົງອາດກ້າຫານ ຄື: ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໃຈ ແລະ ອື່ນໆ ທີ່ຍອມຕາຍ ແຕ່ບໍ່ຍອມເປັນຂ້ອຍຂ້າ, ຕໍ່ສູ້ບໍ່ຍອມຈຳນົນຕໍ່ສັດຕູໃດໆ.

ແຟນໆ “Spider-Man” ຕີກັນໃນໂຮງໜັງຍ້ອນຍາດກັນຊື້ປີ້ “No Way Home”

ບັນດາແຟນໆສະໄປດີ້ ໄດ້ພາກັນຫຼັ່ງໄຫຼໄປຊື້ປີ້ລ່ວງໜ້າສຳລັບໜັງຈະອອກສາຍໃໝ່ເລື່ອງ “Spider-Man: No Way Home.” ແຕ່ແລ້ວກໍເກີດເຫດການວຸ້ນວາຍຂຶ້ນໃນໂຮງໜັງ ໃນເມືອງເຄເອນາວາກາ, ປະເທດແມັກຊິໂກ.

ເວັບໄຊ New York Post ລາຍງານ: ເນື່ອງຈາກການຂາຍປີ້ໜັງເລື່ອງ “Spider-Man: No Way Home.” ຜ່ານທາງອອນລາຍມີຍອດທະລົ່ມທະລາຍຈົນບໍ່ພໍຂາຍ ຜູ້ຄົນຈິ່ງພາກັນໄປຈຸດຂາຍປີ້ໃນໂຮງໜັງ ແຕ່ຍ້ອນສະຖານທີ່ຂາຍປີ້ເກີດເຫດຂັດຂ້ອງ.

ຈິ່ງເຮັດໃຫ້ບັນດາກຸ່ມແຟນໆດັ່ງກ່າວບໍ່ພໍໃຈ ຍ້ອນຜູ້ໃດກໍຢາກຊື້ປີ້ກ່ອນລ່ວງໜ້າ ຈິ່ງເກີດມີການຊົກຕ່ອຍກັນ ເຮັດໃຫ້ຜູ້ໄປເບິ່ງໜັງໃນໂຮງດັ່ງກ່າວບາງລາຍກໍຖືກລູກຫຼົງໄປຕາມໆກັນ ໂຊກດີບໍ່ມີລາຍງານກ່ຽວກັບຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

“Spider-Man: No Way Home” ນຳສະແດງໂດຍ ປິເຕີ ປາກເກີຣ໌ ມີກຳນົດເຂົ້າສາຍໃນວັນທີ 17 ທັນວາທີ່ຈະມາເຖິງນີ້.

ຫ້າມບຸກຄົນຈາກ 9 ປະເທດ ທີ່ມີ ເຊື້ອໂຄວິດ-19 ສາຍພັນໃໝ່ ເຂົ້າ ສປປ ລາວ

ຫ້າມບຸກຄົນຈາກ 9 ປະເທດ ທີ່ມີ ເຊື້ອໂຄວິດ-19 ສາຍພັນໃໝ່ ເຂົ້າ ສປປ ລາວ

ຂປລ. ປັດຈຸບັນ, ທາງການລາວ ໃຫ້ເລື່ອນການເດີນທາງເຂົ້າມາ ສປປ ລາວ ຂອງບຸກຄົນ ທີ່ເດີນທາງມາຈາກ 9 ປະເທດ ທີ່ມີຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ສານໃໝ່ Omicron ເຊັ່ນ: South Africa, Namibia, Zimbabwe, Botswana, Lesotho, Eswatini, The Seychelles, Malawi ແລະ Mozambique.

(ຖ້າມີປະເທດຕິດເຊື້ອເພີ່ມ ກໍຈະແຈ້ງເປັນແຕ່ລະໄລຍະ) ເພື່ອສະກັດກັ້ນບໍ່ໃຫ້ນຳເອົາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ໃນບ້ານເຮົາ.

ໃນວັນທີ 1 ທັນວາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ອົງການອະນາໄມໂລກ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະ ໂຄວິດສາຍພັນໃໝ່ Omicron.

ເນື່ອງຈາກ ມີຫລາຍກວ່າ 10 ປະເທດ ທີ່ມີການລາຍງານພົບຜູ້ຕິດເຊື້ອສາຍພັນນີ້. ສະເພາະ ສປປ ລາວ ກະຊວງສາທາລະນະສຸກ ກໍ່ໄດ້ມີມາດຕະການເກັບຕົວຢ່າງ ຂອງຜູ້ເດີນທາງເຂົ້າປະເທດທຸກຄົນ ເພື່ອຄົ້ນຫາຜູ້ຕິດເຊື້ອໃໝ່ ແລະ ກວດຊອກຫາສາຍພັນດັ່ງກ່າວ, ເພື່ອຕິດຕາມເຝົ້າລະວັງ ການປະກົດຕົວຂອງສາຍພັນນີ້ ໃນປະເທດ.