ແຕກອີກຄົນແລ້ວ ໂຊມຫນ້າຜູ້ໂຊກດີ ແຕກ400ລ້ານ ແຊຣ໌ຜູ້ໂຊກດີຄົນຕໍ່ໄປອາດເປັນເຈົ້າ

ແຕກອີກແລ້ວ ໂຊມຫນ້າຜູ້ໂຊກດີ ແຕກ400ລ້ານ ຍິນດີນຳຜູ້ໂຊກດີເດີ ວ່າແຕ່ອ້າຍມີເມຍລະບໍ

ແຊຣ໌ຜູ້ໂຊກດີຄົນຕໍ່ໄປອາດເປັນເຈົ້າ

ຍິ້ມແທ້ເດ

ຄົນຊິລວຍ 400,000,000ລ້ານແຕກອີກແລ້ວໂສມໜ້າຜູ້ຖືກຫວຍ

400,000,000ລ້ານແຕກອີກແລ້ວ ງວດໜ້າຂໍໃຫ້ເຮັງແບບນີ້ເດີທຸກຄົນ

ຍິນດີກັບຜູ້ໂຊກດີ ຖືກເລກ6ໂຕ

📅ງວດວັນທີ 22 ພະຈິກ 2021
✅ ຜົນຫວຍ 372915

ໃຜແຊ໌ ຂໍໃຫ້ເຮັງງວດໜ້າເດີ ສາທຸ🙏🏼

ເດືອນ​ຕຸລາ​ 2021​ ສປປ​ ລາວ​ ຂາດດຸນການຄ້າ 45​ ລ້ານໂດລາ

ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານດ້ານການຄ້າ ຂອງ ສປປ ລາວ ໃຫ້ຮູວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນຕຸລາ ປີ 2021 ບັນລຸໄດ້ປະມານ 819 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 387 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 432 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກປະກອບມີ: ຄໍາປະສົມ (ຄຳແທ່ງ) ມີມູນຄ່າປະມານ 119 ລ້ານໂດລາ, ຢາງພາລາ ມີມູນຄ່າປະມານ 29 ລ້ານໂດລາ, ແຮ່ທອງ ມູນຄ່າປະມານ 22 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 9 ລ້ານໂດລາ, ໝາກກ້ວຍ ມີມູນຄ່າປະມານ 7 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 4 ລ້ານໂດລາ, ກາເຟ ມີມູນຄ່າປະມານ 3 ລ້ານໂດລາ, ຢາສູບ ມີມູນຄ່າປະມານ 4 ລ້ານໂດລາ, ສາລີ ມີມູນຄ່າປະມານ 1 ລ້ານໂດລາ ແລະ ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ມີມູນຄ່າປະມານ 1 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກ ປະກອບມີ: ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 55 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 36 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 7 ລ້ານໂດລາ, ນ້ຳມັນກາຊວນ ມີມູນຄ່າປະມານ 28 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 23 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 25 ລ້ານໂດລາ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 11 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 10 ລ້ານໂດລາ, ຝຸ່ນ (ປຸ໋ຍ) ມີມູນຄ່າປະມານ 4 ລ້ານໂດລາ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 20 ລ້ານໂດລາ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີ: ຈີນ ມູນຄ່າ 149 ລ້ານໂດລາ, ຫວຽດນາມ ມູນຄ່າ 96 ລ້ານໂດລາ, ໄທ ມູນຄ່າ 35 ລ້ານໂດລາ, ອິນເດຍ ມູນຄ່າ 14 ລ້ານໂດລາ ແລະ ເຢຍລະມັນ ມູນຄ່າ 4 ລ້ານໂດລາ​ ແລະ ນໍາເຂົ້າຫຼັກ ມີ: ໄທ ມູນຄ່າ 188 ລ້ານໂດລາ, ຈີນ ມູນຄ່າ 84 ລ້ານໂດລາ, ຫວຽດນາມ ມູນຄ່າ 25 ລ້ານໂດລາ, ຢີ່ປຸ່ນມູນຄ່າ 18 ລ້ານໂດລາ ແລະ ສະຫະລັດອາເມຣິກາ 18 ລ້ານໂດລາ.

ຂໍ້ມູນຈາກ: laotradeportal

ວອນຜູ້ໃຈບຸນຊ່ວຍ ຫລານນ້ອຍທັງ2 ພໍ່ແມ່ຕາຍປະຫມົດແລ້ວ

ອີຕົນຊາດຫລານນ້ອຍທັງ2ເດ ພໍ່ແມ່ຕາຍປະຫມົດແລ້ວ ຜູ້ອ້າຍກໍ່ຍັງນ້ອຍ ຜູ້ນ້ອງກໍ່ຫາໄດ້9ເດືອນປາຍ

ທ່ານໃດມີໃຈເຫລືອມໃສສັດທາ ຮ່ວມກິນທານນຳຫລານທັງສອງແດ່ເທີ້ນ🙏🙏🙏.

ນ້ອງນ້ອຍຢູ່.ບ້ານດອນຕູມ.ເມືອງນານ.ແຂວງຫລວງພະບາງ.

ທີ່ມາ:

ບໍ່ຕ້ອງໃຊ້ແຂ້ວປອມ! ນັກວິທະຍາສາດຍີ່ປຸ່ນຄິດຄົ້ນວິທີງອກແຂ້ວແທ້ໃໝ່ອີກຄັ້ງໄດ້ແລ້ວ

ນັກວິໄຈຈາກມະຫາວິທະຍາໄລກຽວໂຕ ແລະ ມະຫາວິທະຍາໄລຟຸກຸອິ ສາມາດຄິດຄົ້ນແອນຕີ້-ບໍດີ້ ຢຸດຢີນທີ່ມີຊື່ວ່າ “USAG-1” ສຳເລັດ, ເຊິ່ງຢີນດັ່ງກ່າວເປັນຢີນທີ່ຊ່ວຍຄວບຄຸມປັດໄຈການເຕີບໃຫຍ່ຂອງແຂ້ວໄດ້ຢ່າງມີປະສິດທິພາບ.

ຜົນງານການວິໄຈດັ່ງກ່າວ  ຖືກຕີພິມລົງໃນວາລະສານ Science Advances  ໃນເດືອນກຸມພາ 2021 ທີ່ຜ່ານມາ, ເຊິ່ງການວິໄຈດັ່ງກ່າວ ນັກວິໄຈໄດ້ທົດລອງກັບໜູ ໂດຍການສັກ USAG-1 ໃຫ້ກັບໜູ ແລະ ພວກເຂົາພົບວ່າ ແຂ້ວຂອງໜູງອກຂຶ້ນມາແທ້. ນອກຈາກນັ້ນ ພວກເຂົາຍັງຫາໜູທີ່ບໍ່ມີແຂ້ວມາແຕ່ກຳເນີດມາທົດລອງເພີ່ມ ແລະ ພົບວ່າແຂ້ວຂອງພວກມັນກໍງອກຂຶ້ນມາເຊັ່ນດຽວກັນ.

ຈາກຄຳອະທິບາຍຈາກທີມນັກວິທະຍາສາດ USAG-1 ນັ້ນ ຈະມີຄວາມສາມາດໃນການຢຸດໂມເລກຸນສົ່ງສັນຍານ 2 ໂຕ BMP ແລະ Wnt, ໂດຍທັງສອງໂຕນີ້ ມີຄວາມກ່ຽວຂ້ອງກັບຂະບວນການງອກຂອງແຂ້ວ, ດັ່ງນັ້ນເມື່ອຢີນ USAG-1 ຖືກກົດໄວ້ ການພັດທະນາການຂອງແຂ້ວຈຶ່ງສາມາດກັບມາເຮັດວຽກອີກຄັ້ງ.

ຈາກຄວາມສຳເລັດຂອງການທົດລອງດັ່ງກ່າວ ທີມນັກວິໄຈກໍຍັງສືບຕໍ່ທົດສອບຕໍ່ໄປ ເພື່ອໃຫ້ເລື່ອງດັ່ງກ່າວມີຄວາມປອດໄພຂຶ້ນ ແລະ ໃນອະນາຄົດຈະນຳວິທີນີ້ເຂົ້າມາໃຊ້ໃນມະນຸດ ເປັນຄວາມຫວັງຂອງຄົນທີ່ມີບັນຫາເລື່ອງໃສ່ແຂ້ວປອມ ສາມາດກັບມາມີແຂ້ວແທ້ໄດ້ອີກຄັ້ງ.

ຂອບໃຈຂໍ້ມູນຈາກ: LaoX.com