ວ້າວ ໄດ້ແລ້ວຜູ້ໂຊກດີ ຖືກເລກ ນາມສັດຄົນ 4ໂຕຄົນທຳອິດ 500,000,000ລ້ານ

ແຕກແລ້ວເລກນາມສັດ 500,000,000ລ້ານ ເປັນເຈົ້າທຳອິດ
ແຂວງຈຳປາສັກ ເມືອງປາກຊອ່ງ ເຮັງແຮງງງງ

ຜົນການອອກຫວຍແມ່ນ

ຂາຍເອງຖືກເອງເພີ່ນວ່າ

ແຈ້ງການອອກມາແລ້ວ ລັດບໍ່ເຫັນດີຂາຍຮຸ້ນທະນາຄານການຄ້າຕ່າງປະເທດລາວ (BCEL)ໃນສ່ວນຂອງລັດຖະບານຖືຄອງຢູ່

ລັດຖະບານໄດ້ຄົ້ນຄວ້າແລ້ວເຫັນວ່າ ບໍ່ເຫັນດີຂາຍຮຸ້ນທະນາຄານການຄ້າຕ່າງປະເທດລາວ (BCEL) ໃນສ່ວນຂອງລັດຖະບານຖືຄອງຢູ່

ອີງຕາມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງຂອງຂັ້ນເທິງ ມາຍັງທ່ານຊາບ ແລະ ຈັດຕັ້ງປະຕິບັດດັ່ງນີ້:

ໂດຍອີງຕາມການຄົ້ນຄວ້າຂອງກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ເຫັນວ່າ ບໍ່ເຫັນດີ ຂາຍຮຸ້ນຂອງລັດຖະບານໃນທະນາຄານດັ່ງກ່າວ ໃຫ້ພາກສ່ວນອື່ນໆ. ມອບໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບທະນາຄານແຫ່ງ ສປປ ລາວ ສືບຕໍ່ພັດທະນາການດໍາເນີນທຸລະກິດຂອງທະນາຄານ ດັ່ງກ່າວໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ແອັດຂ້ອງຂ້າງເຫັນດີນຳກັບແຈ້ງການດັ່ງກ່າວ ເພາະວ່າທະນາຄານການຄ້າເປັນອົງກອນໜື່ງຂອງລັດຖະບານທີ່ມີການບໍລິຫານງານທີ່ມີເປັນມືອາຊີບ ແລະ ມີປະສິດທິພາບອັນດັບຕົ້ນໆຂອງລາວ

ຂ່າວດີ ໄຟເຊີ (Pfizer) ອະນຸຍາດໃຫ້ 95 ປະເທດ ຜະລິດ ແລະ ຈຳໜ່າຍຢາເມັດຕ້ານໂຄວິດຂອງບໍລິສັດໄດ້ໃນລາຄາຖືກ (ມີ ສ ປປ ລາວ)

ເມື່ອວັນທີ 16 ພະຈິກ 2021, ໄຟເຊີ (Pfizer) ປະກາດບັນລຸຂໍ້ຕົກລົງກັບ Medicines Patent Pool (MPP) ເຊິ່ງເປັນໜ່ວຍງານດ້ານສິດທິບັດຢາທີ່ໄດ້ຮັບການສະໜັບສະໜຸນຈາກອົງການສະຫະປະຊາຊາດ ເພື່ອເພີ່ມການເຂົ້າເຖິງຢາເມັດຕ້ານໂຄວິດ-19 ຂອງບໍລິສັດ ໃນ 95 ປະເທດທີ່ມີຖານະປານກາງ ແລະ ທຸກຍາກ.

ໃນຂໍ້ຕົກລົງດັ່ງກ່າວ ໄຟເຊີ ຈະໃຫ້ສິດ MPP ໃນການໃຊ້ສິດຍ່ອຍເຮັດສັນຍາກັບຜູ້ຜະລິດຢາສາມັນໃນປະເທດທີ່ໄດ້ຮັບອະນຸຍາດ ໃຫ້ສາມາດຜະລິດຢາເມັດຕ້ານເຊື້ອໂຄວິດຂອງໄຟເຊີ ຫຼື ທີ່ມີຊື່ທາງການຄ້າວ່າ ແພັກຊ໌ໂລວິດ (Paxlovid) ໄດ້.

ທັງນີ້ 95% ທີ່ຢູ່ໃນລາຍຊື່ ຄິດເປັນອັດຕາສ່ວນ 53% ຂອງປະຊາກອນໂລກ..ສຳລັບປະເທດໃນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກອບມີ 6 ປະເທດທີ່ມີລາຍຊື່ເຊັ່ນ: ລາວ, ມຽນມາ, ກຳປູເຈຍ, ອິນໂດເນເຊຍ, ຟິລິບປິນ ແລະ ຫວຽດນາມ.

ໃນຂະນະທີ່ ໄທ, ສິງກະໂປ, ມາເລເຊຍ ແລະ ບຣູໄນ ແມ່ນບໍ່ປາກົດໃນລາຍຊື່ດັ່ງກ່າວ..ໄຟເຊີຈະບໍ່ໄດ້ຮັບຄ່າຕອບແທນຊັບສິນທາງປັນຍາຈາກການຂາຍຢາສາມັນເຫຼົ່ານີ້ ຕາບໃດທີ່ພະຍາດໂຄວິດ-19 ຍັງຄົງໄດ້ຮັບການຈັດໃຫ້ຢູ່ໃນພາວະສຸກເສີນດ້ານສາທາລະນະສຸກໂດຍອົງການອະນາໄມໂລກຢູ່.

ຂອບໃຈຂ່າວ:​ muan.la , WorkpointTODAY , กรุงเทพธุรกิจ

ລິ້ງຂ່າວ https://www.pfizer.com/news/press-release/press-release-detail/pfizer-and-medicines-patent-pool-mpp-sign-licensing , https://medicinespatentpool.org/licence-post/pf-07321332/ , https://www.reuters.com/business/healthcare-pharmaceuticals/pfizer-allow-generic-versions-its-covid-19-pill-95-countries-2021-11-16